ອາກບິຊອບ ຕູຕູ ຮຽກຮ້ອງໃຫ້ ມີການສືບຫາ ສົມບັດ ສົມພອນ

Sombath with Archbishop Desmond Tutuໃນນາມຫ້ອງການຂອງ ທ່ານ ອາກບິຊອບ ຕູຕູ (Archbishop Tutu ຜູ້ໄດ້ຮັບລາງວັນ ໂນເບວໄພຣສ໌ ສາຂາສັນຕິພາບ) ພວກເຮົາຂໍຢືນຢັນວ່າ ໃນວັນທີ 25 ກຸມພາ 2013 ທີ່ຜ່ານມາ ອາກບິຊອບ ຕູຕູ ໄດ້ຂຽນຈົດໝາຍຮຽນເຖິງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ສປປ ລາວ ແລະ ພະນະທ່ານ ຈູມມະລີ ໄຊຍະສອນ, ເລຂາທິການໃຫຍ່, ປະທານ ປະເທດແຫ່ງ ສປປ. ລາວ ແຕ່ວ່າ ທາງຫ້ອງການຂອງອາກບິຊອບ ຍັງບໍ່ໄດ້ຮັບການຕອບກັບແຕ່ຢ່າງໃດເລີຍ ວ່າປາຍທາງໄດ້ຮັບ ຈົດໝາຍດັ່ງກ່າວຫຼືບໍ່.

ຈົດໝາຍດັ່ງກ່າວໄດ້ກ່າວເຖິງເລື່ອງ “ການຫາຍຕົວໄປ” ຂອງຜູ້ທີ່ເຮັດວຽກເພື່ອພັດທະນາສັງຄົມ ປົກປ້ອງສິດທິມະນຸດໃນປະເທດລາວ ກໍຄື ທ່ານ ສົມບັດ ສົມພອນ.

ອາກບິຊອບໄດ້ຂຽນກ່າວເຖິງຄວາມຕັ້ງອົກຕັ້ງໃຈຂອງ ສົມບັດ ສົມພອນ ໃນການຄົ້ນຄວ້າຊອກ ຫາວິທີທາງ ຫຼຸດຜ່ອນຄວາມທຸກຍາກ ແລະ ສົ່ງເສີມການພັດທະນາແບບຍືນຍົງໃນບ້ານເກີດ ເມືອງນອນ ຂອງຕົນເອງ ແລະ ໃນຂົງເຂດພາກພື້ນ ເຊິ່ງພາຍຫຼັງໄດ້ກາຍເປັນຕົວແບບເຜີຍແຜ່ ຢ່າງເປັນວົງກວ້າງ. ສົມບັດ ໄດ້ຂະຫຍາຍຂອບເຂດວຽກງານໄປສູ່ ການຮ່ວມມືກັບພະສົງ ແລະ ພາກລັດໃນການກໍ່ຕັ້ງສູນຝຶກ ອົບຮົມ ໄວໜຸ່ມໃນດ້ານທັກສະຊີວິດ ແລະ ຈິດໃຈ ເຊິ່ງໄດ້ສົ່ງຜົນດີ ໃຫ້ແກ່ໄວໜຸ່ມໃນຂົງເຂດ ພາກພື້ນ ແລະ ໃນວົງກວ້າງ ຈຳນວນຫຼວງຫຼາຍ.

ອາກບິຊອບໄດ້ຂຽນວ່າ ການປະກອບສ່ວນຂອງສົມບັດ ແລະ ການທີ່ໄດ້ມີໂອກາດໄດ້ສະແດງ ຄວາມຄິດ ເຫັນແບບອິດສະຫຼະໃນກອງປະຊຸມພາກປະຊາຊົນເອເຊຍເອີຣົບ (AEPF) ຢູ່ ນະຄອນຫຼວງ ວຽງຈັນ ເມື່ອເດືອນພະຈິກທີ່ຜ່ານມາໄດ້ເປັນວາລະທີ່ລໍ້າຄ່າສື່ໃຫ້ເຫັນເຖິງ ການມີອິດສະລະພາບທາງ ດ້ານການສະ ແດງຄວາມຄິດເຫັນໃນ ສປປ ລາວ ແລະ ກໍຍັງເປີດໂອກາດ ໃຫ້ມີການມີສ່ວນຮ່ວມໃນການ ສົນທະນາກັນ ຂອງທຸກຄົນໃນທຸກຊົນຊັ້ນໃນສັງຄົມລາວ.

ເປັນເຫດການທີ່ເສົ້າສະຫຼົດທີ່ຄົນຜູ້ໜຶ່ງທີ່ມີຄວາມຮັກຕໍ່ປະຊາຊົນໃນປະເທດຕົນເອງຈະຕ້ອງຫາຍຕົວໄປ” ອາກບິຊອບ ໄດ້ຂຽນໄວ້ໃນຈົດໝາຍ. Continue reading “ອາກບິຊອບ ຕູຕູ ຮຽກຮ້ອງໃຫ້ ມີການສືບຫາ ສົມບັດ ສົມພອນ”

ຄອບຄົວຂອງນັກ​ພັດທະນາ​ສັງຄົມຜູ້ທີ່​ຫາຍ​ຕົວ​ໄປ​ສົມຄວນໄດ້ຮັບການຊ່ວຍເຫຼືອ ​ແລະ ​ໄດ້​ຮັບ​ຄຳ​ຕອບ

ເດິ​ເນ​ຊັ່ນ: 16 ​​ເມສາ 2013

30203977-01_big

ສົມບັດ ສົມພອນ ນັກພັດທະນາ ສັງຄົມລາວໄດ້ຖືກລັກພາຕົວ ໄປເມື່ອ ເດືອນທັນວາປີແລ້ວນີ້ ໃນນະຄອນຫຼວງວຽງຈັນ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດເລີຍ ທີ່ຢາກຈະເປີດເຜີຍເບາະ ແສວ່າລາວຫາຍຕົວໄປໃສ ຫຼື ຊາຕາກຳຂອງລາວຕອນ​ນີ້ເປັນແນວໃດ.

ຕັ້ງແຕ່ວັນທີ 15 ​​​ເດືອນທັນວາປີທີ່ ຜ່ານມາ ທີ່ ສົມບັດ ສົມພອນ ນັກພັດທະນາສັງຄົມ ແລະ ທັງເປັນຜູ້ໄດ້ ຮັບລາງວັນແມັກໄຊໄຊໄດ້ຫາຍ ຕົວໄປ ເຮັດໃຫ້ ອຶງ ຊຸຍມິງ (Ng Shui Meng) ຜູ້ເປັນພັນລະຍາ ຕ້ອງໄດ້ໃຊ້ເວລາເກືອບທັງໝົດຂອງ ຕົນເອງໄປກັບການຮຽກຮ້ອງຂໍຄວາມເປັນທໍາ ແລະ ຊອກຫາຫົນທາງ ເພື່ອໃຫ້ໄດ້ຕົວສາມີກັບຄືນ ມາຫາ ຄອບຄົວຢ່າງປອດໄພ, ​ເຊິ​ງຖືວ່າເປັນການໃຊ້ຊີວິດຕໍ່ສູ້​ກັບ​ຄວາມຍາກລຳບາກ ​​ໃນ​ແຕ່​ລະ​ມື້ໂດຍທີ່ຈົນເຖິງປັດຈຸບັນກໍຍັງບໍ່ໄດ້ຮັບໝາກຜົນໃດໆ ເລີຍ.

ຄັ້ງສຸດທ້າຍທີ່ເຫັນສົມບັດ ແມ່ນລາວກໍາລັງຂັບລົດຈິບໃນນະຄອນຫຼວງວຽງຈັນ ແລະຖືກຕໍາຫຼວດ ເອີ້ນໃຫ້ ຢຸດຢູ່ທີ່ປ້ອມຕຳຫຼວດ ແລະ ຫຼັງຈາກນັ້ນກໍເຫັນມີຄົນຂັບລົດກະບະມາເອົາຕົວລາວໄປ.

ແນ່ນອນຄົນໃນຄອບຄົວຂອງສົມບັດ ເຊິ່ງກໍລວມທັງແມ່ໄວອາຍຸ 85 ປີ ຕ່າງກໍມີຄວາມກັງວົນເຖິງທີ່ ສຸດຕໍ່ຊາຕາກຳຂອງສົມບັດ. ແມ່ຂອງລາວທີ່ເຖົ້າແກ່ຫຼາຍແລ້ວ ແລະ ບໍ່ຄ່ອຍມີເຫື່ອມີແຮງກໍ ຍັງຄົງລໍຖ້າຢ່າງມີຄວາມຫວັງວ່າຈະເຫັນໜ້າລູກຊາຍກົກຂອງຕົນກັບມາຫາໃນຊ່ວງບຸນປີໃໝ່ລາວ.

ເປັນເລື່ອງລຳບາກໃຈສຳລັບ ຊຸຍມິງ ທີ່ຈະຕ້ອງອະທິບາຍໃຫ້ກັບແມ່ຂອງສາມີຕົນເອງວ່າຍ້ອນຫຍັງ ສົມບັດຈຶ່ງຖືກເອົາຕົວໄປ ແລະ ຍ້ອນຫຍັງຜູ້ຄົນທີ່ມີອຳນາດຈຶ່ງປະຕິເສດບໍ່ຢາກໃຫ້ຄວາມຊ່ວຍເຫຼືອ ຊອກຫາຕົວ ຫຼື ​ອະທິບາຍ​ຂໍ້​ສັນນິຖານກ່ຽວກັບການຫາຍຕົວໄປຂອງສົມບັດ.

ສົມບັດເກີດໃນຄອບຄົວທຸກຍາກຢູ່ທີ່ບ້ານດອນຂຽວ, ແຂວງຄຳມ່ວນ ແລະຊ່ວງຕົ້ນຂອງຊີວິດໄດ້ ຕໍ່ສູ້ກັບ ຄວາມທຸກຍາກລຳບາກ, ຄວາມຫິວໂຫຍ, ແລະ ຄວາມບໍ່ປອດໄພ. ລາວແລະຄອບຄົວຕ້ອງໄດ້ ຊອກຫາ ບ່ອນອົບພະຍົບໃນຊ່ວງສົງຄາມອິນດູຈີນ ຊຸມປີ 1960. ສົມບັດກໍຄືກັບຄົນອື່ນໆ ທີ່ໂຊກດີ ໄດ້ຮັບໂອກາດ​ເດີນທາງໄປຕ່າງປະເທດ ແລະ ມີຜູ້​ຍື່ນໂອກາດ​ໃຫ້ສາມາດພັກອາໃສຢູ່ຕ່າງປະເທດ​ໄດ້ຢ່າງຖາວອນ, ແຕ່ວ່າລາວຫາກເລືອກທີ່ຈະກັບມາບ້ານເກີດເມືອງນອນຂອງລາວ ແລະ ທຸ່ມເຫື່ອເທແຮງໃຫ້ກັບການເຮັດວຽກເພື່ອຊ່ວຍ ເຫຼືອປະເທດຂອງຕົນເອງ ແລະ ເພື່ອນຮ່ວມຊາດ ໃຫ້ມີການພັດທະນາ​ທີ່ດີຂື້ນ.

Continue reading “ຄອບຄົວຂອງນັກ​ພັດທະນາ​ສັງຄົມຜູ້ທີ່​ຫາຍ​ຕົວ​ໄປ​ສົມຄວນໄດ້ຮັບການຊ່ວຍເຫຼືອ ​ແລະ ​ໄດ້​ຮັບ​ຄຳ​ຕອບ”