ທາງການລາວຄວນປ່ອຍນັກສຶກສາ

ວິທະຍຸເອເຊຍເສລີ: 28 ຕຸລາ 2016

LMHR logoຣັຖບານສປປລາວ ຈະຕ້ອງປ່ອຍຕົວ ອະດີດ ຜູ້ນໍາ ນັກສຶກສາ ທັງ 2 ທ່ານ ທີ່ທໍາການ ຮຽກທວງ ເພື່ອ ປະຊາທິປະຕັຍ ແລະ ຖືກຈັບ ໂດຍບໍ່ມີ ການສືບສວນ ມາໄດ້ 17 ປີ ແລ້ວນັ້ນ ຢ່າງຮີບດ່ວນ ແລະ ບໍ່ມີເຂື່ອນໄຂ. ຕາມ ຖແລງການຮ່ວມ ຂອງອົງການ ປົກປ້ອງ ນັກຕໍ່ສູ້ ເພື່ອ ສິດທິມະນຸດ ແລະ ຂະບວນການລາວ ເພື່ອ ສິດທິ ມະນຸດ.

ຍານາງ ວານີດາ ເທບສຸວັນ ຊະນະນິກອນ ປະທານ ຂະບວນການ ລາວ ເພື່ອ ສິດທິມະນຸດ ໃຫ້ສັມພາດ ຕໍ່ RFA ຈາກ ກຸງປາຣີ ປະເທດ ຝຣັ່ງເສດ ເມື່ອວັນທີ 26 ຕຸລາ 2016 ນີ້ວ່າ ການຈັບຂັງ ຜູ້ນໍາ ຂະບວນການ ນັກສຶກສາ 26 ຕຸລາ 1999 ເປັນ ກໍຣະນີ ທີ່ສໍາຄັນ ແລະ ຮ້າຍແຮງຫຼາຍ ສໍາລັບ ຂະບວນການ ລາວ ເພື່ອ ສິດທິມະນຸດ ທີ່ໄດ້ຕິດຕາມ ເຣື່ອງນີ້ ມາແຕ່ຕົ້ນ ຍານາງ ກ່າວ:

“ເຮົາໄດ້ດີ້ນຮົນ ໄປຂໍ ຄວາມເຂົ້າໃຈ ຄວາມເຫັນໃຈ ຈາກຜູ້ແທນ ສະພາ ເອີໂຣບ ຢູ່ບໍ່ເຊົາ ໃນຊ່ວງ 17 ປີ ທີ່ຜ່ານມານີ້ ສະພາເອີໂຣບ ໄດ້ລົງມະຕິ ຢ່າງເອກສັນ 5 ເທື່ອ ເພື່ອຂໍໃຫ້ ຜູ້ນໍາ ສປປລາວ ປ່ອຍຕົວ ນັກໂທດ ການເມືອງ ແລະ ບໍຣິຫານ ປະເທດ ປະກາດ ເຄົາຣົບ ສິດ ເສຣີພາບ ແລະ ປະຊາທິປະຕັຍ”.

ໃນເວລາດຽວກັນ ທາງຄນະ ກັມການຢູໂຣບ ຊຶ່ງ ປຽບສະເໝືອນ ຣັຖບານ ສະຫະພາບ ຢູໂຣບ ກໍມີການ ພົບພໍ້ ເຈົ້າໜ້າທີ່ ສປປລາວ ເລື້ອຍມາ ເພື່ອຍົກເອົາ ບັນຫາ ສິດທິມະນຸດ ໃນລາວ ມາ ພິຈາຣະນາ ແລະ ຖາມເຖິງ ຊະຕາກັມ ຂອງຜູ້ນໍາ 26 ຕຸລາ ປີ 1999. ຍານາງ ວານິດາ  ກ່າວຕໍ່ໄປວ່າ ໃນ ກໍຣະນີ 26 ຕຸລາ 1999 ນີ້ ບັນຫາໃຫຍ່ ມີຢູ່ວ່າ ຣັຖບານ ສປປລາວ ບໍ່ເຄີຍເວົ້າ ຄວາມຈິງ:

“ມີແຕ່ຕົວະໄປເລີຍໆ ຕົວະສະເພາະໜ້າ ຈົນບາງເທື່ອ ຄໍາຖແລງ ກໍສອດຄ່ອງກັນ ທໍາອິດ ທາງການ ສປປລາວ ກໍ ປະຕິເສດ ວ່າບໍ່ໄດ້ ຈັບໃຜ ຕໍ່ມາ ກໍຍອມຮັບວ່າ ໄດ້ຈັບ ທອງປະເສີດ ເກື້ອກຸນ ແລະ ແສງອາລຸນ ແພງພັນ ບໍ່ໄດ້ຈັບໃຜ ຊື່ ແກ້ວໃຈ. ເຮົາຮູ້ວ່າ ຄໍາພູວຽງ ສີສະອາດ ເສັຽຊີວິດ ຢູ່ໃນຄຸກ ກໍຍ້ອນວ່າ ມີນັກໂທດ ເກົ່າ ທີ່ ເຫັນເຫດການ ມາແຈ້ງໃຫ້ ເຮົາຟັງ ແລະ ວ່າຕໍ່ມາ ເຈົ້າໜ້າທີ່ ສປປລາວ ພັດວ່າໄດ້ ປ່ອຍ ແກ້ວໃຈ ແລ້ວ”.

ການທີ່ທາງການລາວ ເວົ້າວ່າ ໄດ້ປ່ອຍ ທ່ານ ແກ້ວໃຈ ແລ້ວທັ້ງໆທີ່ ທາງຄອບຄົວ ກໍຍັງລໍຖ້າ ຈົນເທົ່າ ທຸກວັນນີ້. ສະນັ້ນທາງ ຂະບວນການລາວ ເພື່ອ ສິດທິມະນຸດ ຈຶ່ງ ເວົ້າໄດ້ວ່າ ບໍ່ຮູ້ວ່າ ແກ້ວໃຈ ຍັງມີຊີວິດ ຢູ່ຫລືບໍ່.

ກ່ຽວກັບ ທ່ານ ບົວວັນ ຈັນມະນີວົງ ຍານາງ ວານີດາ ກໍວ່າ ທາງຂະບວນການ ຂອງ ຍານາງ ກໍຍັງ ບໍ່ຮູ້ຫຍັງ, ສ່ວນຄອບຄົວ ຂອງຜູ້ກ່ຽວ ກໍຄືກັນ ແຕ່ຫວັງວ່າ ເພິ່ນ ຍັງມີ ຊີວິດຢູ່. ສ່ວນທ່ານ ທອງປະເສີດ ເກື້ອກຸນ ແລະ ແສງອາລຸນ ແພງພັນ ນັ້ນ ຕາມຂ່າວ ທີ່ ທາງ ຂະບວນການ ໄດ້ຮັບ, ທັງ 2 ທ່ານ ຍັງຢູ່ຄຸກ ຊໍາເຄ້ ຖືກແຍກຢູ່ ໂດດດ່ຽວ ໃນຫ້ອງມືດ ໃນສະພາບ ທີ່ໜ້າວິຕົກ ທີ່ສຸດ. ຍານາງ ວານີດາ ກ່າວ ໃນຕອນທ້າຍ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.