ພັນລະຍາ ທ່ານສົມບັດ ຮຽກຮ້ອງໃຫ້ ທາງການ ລາວ ບອກຄວາມຈິງ ກ່ຽວກັບ ສາມີທ່ານນາງ

ສຽງຂອງອາເມລິກາ: 22 ທັນວາ 2016

ພັນ​ລະ​ຍາ​ຂອງ​ຜູ້ນຳ​ນັກ​ເຄື່ອນ​ໄຫວສັງຄົມພົນລະ​ເຮືອນໃນ​ລາວ ທ່ານ​ສົມບັດ ສົມ​ພອນ ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບລະບົບ​ຕຸລາການໃນ​ລາວ ​ແລະ​ຂໍໃຫ້​ລັດຖະບານ​ໃຫ້​ຄວາມ

ກະຈ່າງ​ແຈ້ງ​ ກ່ຽວກັບ​ຊະ​ຕາ​ກຳ​ຂອງ​ສາມີ​ທ່ານ​ນາງ ​ໂດ​ຍທ່ານ​ນາງກ່າວ​ວ່າ ທ່ານ​ນາງ
“ຈະບໍ່ຍອມລົ້ມ​ເລີກ” ໃນ​ການສືບ​ຕໍ່​ຊອກຫາ​ຄວາມ​ຈິງ​ ທີ່ຢູ່​ເບື້ອງ​ຫຼັງ​ການ​ຫາຍ​ສາບ​ສູນ
​ໄປ​ຂອງ​ສາມີ​ທ່ານ​ນາງ.

ທ່ານ​ນາງ ອຶ້ງ ຊຸຍ​ເມັງ ​ໄດ້​ທຳ​ການ​ຮຽກຮ້ອງ​ດັ່ງກ່າວ​ໃນ​ຂະນະທີ່​ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ມະນຸດ ລະນຶກ​ເຖິງ​ວັນ​ຄົບຮອບ 4 ປີ ນັບ​ຕັ້ງແຕ່ ​ທ່ານ​ສົມບັດ ​ຖືກ​ບັງຄັບໃຫ້ ຫາ​ຍສາບ​ສູນ ທີ່ປ້ອມ​ກວດ​ຂອງ​ຕຳຫຼວດ​ໃນ​ນະຄອນຫຼວງ​ວຽງ​ຈັນ​ເມື່ອ​ເດືອນ​ທັນວາ​ປີ 2012​ ເປັນຕົ້ນ​ມາ.

ທ່ານ​ນາງ ອຶ້ງ ຊຸຍ​ເມັງ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ທີ່ປະ​ເທດ​ໄທ​ວ່າ “ຂໍ້ຄວາມ​ທີ່ສົ່ງ​ໄປຫາ​ລັດຖະບານ​ລາວ​ນັ້ນ ​ແມ່ນ​ຂໍ​ໃຫ້​ເວົ້າຄວາມ​ຈິງ ບອກ​ພວກ​ເຮົາ​ຄວາມ​ຈິງ​ ແລະ​ຂໍ້ ຄວາມ​ຂອງ​ຂ້າພະ​ເຈົ້າ ​ທີ່​ສົ່ງ​ໄປ​ຫາລັດຖະບານ​ລາວນັ້ນ ກໍ​ແມ່ນ​ວ່າ ຂ້າພະ​ເຈົ້າ​ຈະ​ບໍ່​ ຍອມລົ້ມ​ເລີກ.” Continue reading “ພັນລະຍາ ທ່ານສົມບັດ ຮຽກຮ້ອງໃຫ້ ທາງການ ລາວ ບອກຄວາມຈິງ ກ່ຽວກັບ ສາມີທ່ານນາງ”

ສາກົນທວງຖາມຣັຖບານລາວ ທ.ສົມບັດ ຢູ່ໃສ?

ວິທະຍຸເອເຊຍເສລີ: 16 ທັນວາ 2016

ໃນວັນຄົບຮອບ 4 ປີ ຂອງການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ອົງການຈັດຕັ້ງ ທາງສັງຄົມ ຕ້ອງການຢາກຮູ້ວ່າ ທ່ານສົມບັດ ຢູ່ໃສ.

ໃນວັນຄົບຮອບ 4 ປີ ຂອງການບີບບັງຄັບ ໃຫ້ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຫົວຫນ້າອົງການ ຈັດຕັ້ງ ທາງສັງຄົມ ຜູ້ທີ່ມີ ຊື່ສຽງ ໃນລາວ, ອົງການ ຈັດຕັ້ງທາງສັງຄົມ 132 ອົງການ ໄດ້ສົ່ງຫນັງສື ເປີດຊອງປະນາມ ຣັຖບານລາວ ໃນຄວາມຫຼົ້ມເຫຼວ ໃນການ ສືບສວນ ກ່ຽວກັບການ ຫາຍສາບສູນ ຂອງ ທ່ານສົມບັດ.

ອົງການດັ່ງກ່າວ ໄດ້ຮຽກຮ້ອງໃຫ້ ເຈົ້າຫນ້າທີ່ລາວ ປະຕິບັດ ການສືບສວນ ຢ່າງຈິງຈັງ ເພື່ອຢາກຮູ້ ຊຕາກັມ ຂອງ ທ່ານສົມບັດ ວ່າທ່ານ ຢູ່ແຫ່ງຫົນໃດ ໃນເວລານີ້. ອົງການຈັດຕັ້ງ ທາງສັງຄົມ ຍັງໄດ້ປະນາມ ຣັຖບານລາວ ໃນການຂາດ ຄວາມຮັບຜິດຊອບ ຫຼັງຈາກໄດ້ເຫັນ ຫລັກຖານ ໃນຮູບພາບ ວີດີໂອ ອີກໃຫມ່ ເມື່ອ 12 ເດືອນກ່ອນ.

ອົງການຈັດຕັ້ງທາງສັງຄົມ ຍັງໄດ້ຮຽກຮ້ອງ ໃຫ້ຣັຖບານລາວ ໃຫ້ຂໍ້ມູນກ່ຽວກັບ ຊະຕາກັມ ຂອງ ກຸ່ມນັກເຄື່ອນໄຫວ ຄົນອື່ນໆອີກ 10 ຄົນ ທີ່ຖືກ ເຈົ້າຫນ້າທີ່ລາວ ບີບບັງຄັບ ໃຫ້ຫາຍສາບສູນ ເຊັ່ນດຽວກັນ ໃນນັ້ນ ມີແມ່ຍິງ ສອງຄົນ ຄື ນາງກິ່ງແກ້ວ ແລະ ນາງສົມຈິດ, ຜູ້ຊາຍ 7 ຄົນຄື ທ້າວສຸບິນ ທ້າວຊວນ ທ້າວສິງປະສົງ ທ້າວຄຳສອນ ທ້າວນູ ທ້າວສົມຄິດ ແລະ ທ້າວສຸຣິຢາ ໃນຂໍ້ຫາວາງແຜນ ເຂົ້າຮ່ວມການ ປະທ້ວງ ຮຽກຮ້ອງໃຫ້ມີ ປະຊາທິປະຕັຍ ໃນລາວ ໃນປີ 2009.ແລະ ທ້າວສົມພອນ ຂັນຕິສຸກ ຜູ້ທີ່ປະນາມ ກ່ຽວກັບ ໂຄງການ ກະເສດ ຂອງຈີນ ທີ່ ແຂວງຫຼວງນ້ຳທາ ທີ່ຖືກ ເຈົ້າຫນ້າທີ່ ນອກເຄື່ອງແບບ ລັກພາຕົວ ແລະບີບບັງຄັບ ໃຫ້ຫາຍສາບສູນ ໃນເດືອນມົກກະຣາ ປີ 2007 ເທົ່າເຖີງ ປັດຈຸບັນ ຍັງບໍ່ມີ ຮ່ອງຮອຍຂອງ ຜູ້ກ່ຽວເລີຍ.

ທາງການລາວ ຕ້ອງໃຫ້ຂໍ້ມູນ ກ່ຽວກັບ ການຫາຍສາບສູນ ແລະ ຊະຕາກັມ ຂອງກຸ່ມຄົນ ດັ່ງກ່າວນີ້.

ງານລຳຣຶກເຖິງ ທ.ສົມບັດ

ວິທະຍຸເອເຊຍເສລີ: 16 ທັນວາ 2016

ສະມາຊິກຄອບຄົວ ແລະເຄືອຂ່າຍສູນອົບຮົມ ຮ່ວມພັທນາປາແດກ ຈັດງານລຳຣຶກ ເຖິງທ່ານສົມບັດ ສົມພອນ ໃນວັນຄົບຮອບ 4 ປີ ທີ່ທ່ານຖືກ ລັກພາຕົວ.

ຄອບຄົວຂອງ ທ່ານສົມບັດ ສົມພອນ ແລະເຄືອຂ່າຍ ສູນອົບ ຮົມຮ່ວມພັທນາ ຫຼື ສູນປາແດກ ໄດ້ຈັດງານລຳຣຶກ ເຖິງ ທ່ານສົມບັດ ສົມພອນ ທີ່ ນະຄອນຫຼວງ ວຽງຈັນ ໃນວັນທີ 15 ທັນວາ 2016 ພາຍຫຼັງທີ່ ທ່ານ ຖືກລັກພາໂຕໄປ ຄົບຮອບ 4 ປີເຕັມ. ໃນຕອນເຊົ້າ ຂອງງານ ຍານາງ ອຶ້ງຊຸຍເມັງ ພັລຍາຂອງທ່ານ ສົມບັດ ສົມພອນ ພ້ອມດ້ວຍຄອບຄົວ ກໍໄດ້ພາກັນ ຈັດພິທີ ທາງສາສນາ ຂຶ້ນເລັກນ້ອຍ, ໄດ້ນິມົນ ຄູບາມາສູຕ ຕາມຮີດຄອງ ຂອງຊາວພຸທ:

ຫຼັງຈາກນັ້ນ ຜູ້ຕາງໜ້າຄນະບໍຣິຫານງານ ຂອງສູນອົບຮົມ ຮ່ວມພັທນາແລະເຄືອຂ່າຍ, ທ່ານຄຳຜຸຍ ໄຊທະຣາຊ ກໍໄດ້ຂຶ້ນກ່າວ ເປີດງານ ລຳຣຶກເຖິງ ທ່ານສົມບັດ ສົມພອນ ແລະ ງານວາງສະແດງ ປາແດກ FAIR ຢ່າງເປັນທາງການ ໂດຍເວົ້າວ່າ:

“ທັງເໝິດນັ້ນແມ່ນເພື່ອເຮັດໃຫ້ ສັງຄົມລາວ ເປັນສັງຄົມ ທີ່ໜ້າຢູ່ ແລະ ເປັນສັງຄົມ ທີ່ມີຄວາມ ຍຸຕິທັມ. ແນ່ນອນແລ້ວ, ການທີ່ຈະ ອະທິບາຍ ຜົລງານ ຂອງອາຈານ ສົມບັດ ສົມພອນ ທີ່ມີຕໍ່ວຽກງານ ການພັທນາ ຢູ່ໃນເມືອງລາວນີ້, ຂ້າພະເຈົ້າ ບໍ່ມີຄວາມສາມາດ ທີ່ຈະອະທິບາຍ ໄດ້ໃນຂນະນີ້. ພ້ອມດຽວກັນນັ້ນ, ບັນດາການ ວາງສະແດງ ຕ່າງໆ ທີ່ພວກທ່ານເຫັນ ລ້ວນແລ້ວແຕ່ ສໍ່ສະແດງ ໃຫ້ ເຫັນຮູບພາບ ແລະ ຜົລງານ ຂອງອາຈານ ສົມບັດ ສົມພອນ, ຊິ່ງເປັນຜົລງານ ທີ່ຍັງຄົງຢູ່ ຕລອດໄປ”. Continue reading “ງານລຳຣຶກເຖິງ ທ.ສົມບັດ”