ງານລຳຣຶກເຖິງ ທ.ສົມບັດ

ວິທະຍຸເອເຊຍເສລີ: 16 ທັນວາ 2016

ສະມາຊິກຄອບຄົວ ແລະເຄືອຂ່າຍສູນອົບຮົມ ຮ່ວມພັທນາປາແດກ ຈັດງານລຳຣຶກ ເຖິງທ່ານສົມບັດ ສົມພອນ ໃນວັນຄົບຮອບ 4 ປີ ທີ່ທ່ານຖືກ ລັກພາຕົວ.

ຄອບຄົວຂອງ ທ່ານສົມບັດ ສົມພອນ ແລະເຄືອຂ່າຍ ສູນອົບ ຮົມຮ່ວມພັທນາ ຫຼື ສູນປາແດກ ໄດ້ຈັດງານລຳຣຶກ ເຖິງ ທ່ານສົມບັດ ສົມພອນ ທີ່ ນະຄອນຫຼວງ ວຽງຈັນ ໃນວັນທີ 15 ທັນວາ 2016 ພາຍຫຼັງທີ່ ທ່ານ ຖືກລັກພາໂຕໄປ ຄົບຮອບ 4 ປີເຕັມ. ໃນຕອນເຊົ້າ ຂອງງານ ຍານາງ ອຶ້ງຊຸຍເມັງ ພັລຍາຂອງທ່ານ ສົມບັດ ສົມພອນ ພ້ອມດ້ວຍຄອບຄົວ ກໍໄດ້ພາກັນ ຈັດພິທີ ທາງສາສນາ ຂຶ້ນເລັກນ້ອຍ, ໄດ້ນິມົນ ຄູບາມາສູຕ ຕາມຮີດຄອງ ຂອງຊາວພຸທ:

ຫຼັງຈາກນັ້ນ ຜູ້ຕາງໜ້າຄນະບໍຣິຫານງານ ຂອງສູນອົບຮົມ ຮ່ວມພັທນາແລະເຄືອຂ່າຍ, ທ່ານຄຳຜຸຍ ໄຊທະຣາຊ ກໍໄດ້ຂຶ້ນກ່າວ ເປີດງານ ລຳຣຶກເຖິງ ທ່ານສົມບັດ ສົມພອນ ແລະ ງານວາງສະແດງ ປາແດກ FAIR ຢ່າງເປັນທາງການ ໂດຍເວົ້າວ່າ:

“ທັງເໝິດນັ້ນແມ່ນເພື່ອເຮັດໃຫ້ ສັງຄົມລາວ ເປັນສັງຄົມ ທີ່ໜ້າຢູ່ ແລະ ເປັນສັງຄົມ ທີ່ມີຄວາມ ຍຸຕິທັມ. ແນ່ນອນແລ້ວ, ການທີ່ຈະ ອະທິບາຍ ຜົລງານ ຂອງອາຈານ ສົມບັດ ສົມພອນ ທີ່ມີຕໍ່ວຽກງານ ການພັທນາ ຢູ່ໃນເມືອງລາວນີ້, ຂ້າພະເຈົ້າ ບໍ່ມີຄວາມສາມາດ ທີ່ຈະອະທິບາຍ ໄດ້ໃນຂນະນີ້. ພ້ອມດຽວກັນນັ້ນ, ບັນດາການ ວາງສະແດງ ຕ່າງໆ ທີ່ພວກທ່ານເຫັນ ລ້ວນແລ້ວແຕ່ ສໍ່ສະແດງ ໃຫ້ ເຫັນຮູບພາບ ແລະ ຜົລງານ ຂອງອາຈານ ສົມບັດ ສົມພອນ, ຊິ່ງເປັນຜົລງານ ທີ່ຍັງຄົງຢູ່ ຕລອດໄປ”.

ນອກຈາກນີ້ ກໍໄດ້ມີການ ເລົ່າປວັຕຄວາມເປັນມາ ແລະ ຜົລງານຂອງ ທ່ານສົມບັດ ສົມພອນ ຕັ້ງແຕ່ຕອນ ທ່ານຍັງນ້ອຍ ຈົນທ່ານກາຍ ມາເປັນ ນັກພັທນາ ດີເດັ່ນ ແລະ ເປັນບຸຄລາກອນ ຄົນສຳຄັນ ໃນດ້ານ ການພັທນາໃນລາວ ອັນຖືເປັນຫົວຂໍ້ຫຼັກ ຂອງການຈັດງານ ໃນ ຄັ້ງນີ້ ໂດຍແມ່ນ ພັລຍາ ຂອງທ່ານສົມບັດ ສົມພອນ ເປັນຜູ້ ຂຶ້ນເລົ່າ:

“ຍານາງວ່າ:ເມື່ອເຮົາສົນທະນາ ກັນເຖິງ ຊີວິຕທ່ານ ສົມບັດ ສົມພອນ ວ່າລາວ ສູ້ຊົນ ມາແນວໃດນັ້ນ, ລາວໄດ້ບອກວ່າ ຜູ້ຄົນໃນ ຊົນນະບົດ ນັ້ນທຸກຍາກແທ້ ໃນເຣື້ອງເງິນຄຳ, ແຕ່ພວກເຂົາ ຊ້ຳພັດ ບໍ່ຮູ້ສຶກເລີຍວ່າ ພວກເຂົາ ທຸກຍາກ. ທ່ານ ສົມບັດ ໄດ້ກ່າວວ່າ ຄວາມທຸກຍາກ ແມ່ນຫຼັກການ ທີ່ຄົນຕ່າງຊາຕ ໃຊ້ເພື່ອ ນິຍາມ ວ່າຄົນລາວ ທຸກຍາກ. ຫຼາຍຄົນ ກໍໃຫ້ນິຍາມ ຄົນລາວຢູ່ ຊົນນະບົດ ວ່າເປັນຄົນ ທຸກຍາກ. ແຕ່ເມື່ ອທ່ານ ສົມບັດ ໃຫ່ຽກ້າ ໜ້າບານ ຂຶ້ນມາ, ລາວເວົ້າວ່າ ລາວບໍ່ຮູ້ສຶກວ່າ ໂຕເອງ ທຸກຍາກ ຈັກດີ້”.

ຕລອດເວລາເຄິ່ງມື້ ໃນການຈັດງານລຳຣຶກ ເຖິງ ທ່ານສົມບັດ ສົມພອນ ໃນຖານະນັກພັທນາ ອາວຸໂສດີເດັ່ນ ຂອງລາວ ທີ່ຖືກລັກພາໂຕໄປ ຄົບຮອບ 4 ປີເຕັມນີ້, ຫຼາຍພາກສ່ວນ ກໍໄດ້ເຂົ້າ ຮ່ວມງານ ຢ່າງໜາແໜ້ນ ເປັນຕົ້ນ ກໍແມ່ນ ຜູ້ຕ່າງໜ້າ ຈາກ ສະຖານທູດ ສະຫະຣັຖ ອະເມຣິກາ, ຝຣັ່ງເສດ, ອຸປທູຕ ການາດາ, ຕ່າງໜ້າ ບັນດາ ຄູ່ຮ່ວມພັທນາ, ບັນດາເຄືອຂ່າຍ ອົງການ ຈັດຕັ້ງສາກົນ ທີ່ບໍ່ຂຶ້ນ ກັບຣັຖບານ, ເຄືອຂ່າຍ ອົງການ ຈັດຕັ້ງ ພາກ ປະຊາສັງຄົມ ຈາກ ປະເທສໄທ ພະນັກງານ ທັງອະດີດ ພະນັກງານ ແລະ ອະດີດ ອາສາສມັກ ຂອງ ສູນປາແດກ ກໍໄດ້ເຂົ້າຮ່ວມ ຢ່າງພ້ອມພຽງ.

One Reply to “ງານລຳຣຶກເຖິງ ທ.ສົມບັດ”

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.