ພັນລະຍາ ທ່ານສົມບັດ ຮຽກຮ້ອງໃຫ້ ທາງການ ລາວ ບອກຄວາມຈິງ ກ່ຽວກັບ ສາມີທ່ານນາງ

ສຽງຂອງອາເມລິກາ: 22 ທັນວາ 2016

ພັນ​ລະ​ຍາ​ຂອງ​ຜູ້ນຳ​ນັກ​ເຄື່ອນ​ໄຫວສັງຄົມພົນລະ​ເຮືອນໃນ​ລາວ ທ່ານ​ສົມບັດ ສົມ​ພອນ ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບລະບົບ​ຕຸລາການໃນ​ລາວ ​ແລະ​ຂໍໃຫ້​ລັດຖະບານ​ໃຫ້​ຄວາມ

ກະຈ່າງ​ແຈ້ງ​ ກ່ຽວກັບ​ຊະ​ຕາ​ກຳ​ຂອງ​ສາມີ​ທ່ານ​ນາງ ​ໂດ​ຍທ່ານ​ນາງກ່າວ​ວ່າ ທ່ານ​ນາງ
“ຈະບໍ່ຍອມລົ້ມ​ເລີກ” ໃນ​ການສືບ​ຕໍ່​ຊອກຫາ​ຄວາມ​ຈິງ​ ທີ່ຢູ່​ເບື້ອງ​ຫຼັງ​ການ​ຫາຍ​ສາບ​ສູນ
​ໄປ​ຂອງ​ສາມີ​ທ່ານ​ນາງ.

ທ່ານ​ນາງ ອຶ້ງ ຊຸຍ​ເມັງ ​ໄດ້​ທຳ​ການ​ຮຽກຮ້ອງ​ດັ່ງກ່າວ​ໃນ​ຂະນະທີ່​ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ມະນຸດ ລະນຶກ​ເຖິງ​ວັນ​ຄົບຮອບ 4 ປີ ນັບ​ຕັ້ງແຕ່ ​ທ່ານ​ສົມບັດ ​ຖືກ​ບັງຄັບໃຫ້ ຫາ​ຍສາບ​ສູນ ທີ່ປ້ອມ​ກວດ​ຂອງ​ຕຳຫຼວດ​ໃນ​ນະຄອນຫຼວງ​ວຽງ​ຈັນ​ເມື່ອ​ເດືອນ​ທັນວາ​ປີ 2012​ ເປັນຕົ້ນ​ມາ.

ທ່ານ​ນາງ ອຶ້ງ ຊຸຍ​ເມັງ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ທີ່ປະ​ເທດ​ໄທ​ວ່າ “ຂໍ້ຄວາມ​ທີ່ສົ່ງ​ໄປຫາ​ລັດຖະບານ​ລາວ​ນັ້ນ ​ແມ່ນ​ຂໍ​ໃຫ້​ເວົ້າຄວາມ​ຈິງ ບອກ​ພວກ​ເຮົາ​ຄວາມ​ຈິງ​ ແລະ​ຂໍ້ ຄວາມ​ຂອງ​ຂ້າພະ​ເຈົ້າ ​ທີ່​ສົ່ງ​ໄປ​ຫາລັດຖະບານ​ລາວນັ້ນ ກໍ​ແມ່ນ​ວ່າ ຂ້າພະ​ເຈົ້າ​ຈະ​ບໍ່​ ຍອມລົ້ມ​ເລີກ.”

ທ່ານສົມບັດ ສົມພອນ ເຈົ້າຂອງລາງວັນ Ramon Magsaysay ໃນການເປັນຜູ້ນຳປະຊາຄົມໃນປີ 2005, ທີ່ຖ່າຍຮູບກັບຮູບປັ້ນຂອງ ປ. ຟິລິບປີນ, 31 ສິງຫາ 2005.

ພວກນັກ​ເຄື່ອນ​ໄຫວ ກ່າວ​ວ່າ ໃນ​ໂທລະພາບວົງ​ຈອນ​ປິດ​ຂອງ​ຕຳຫຼວດ​ເມື່ອ​ວັນ​ທີ 12
ທັນວາ ປີ 2012 ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ສົມບັດ ​ໄດ້​ຖືກ​ຈັບ​ກຸມ​ທີ່​ປ້ອມ​ກວດ​ຂອງ​ຕຳຫຼວດ.
ພາບ​ວີ​ດີ​ໂອ​ດັ່ງກ່າວ​ຍັງສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ສົມບັດ​ໄດ້​ຖືກ​ຄຸມ​ຕົວ ​ແລະ​ນຳ​ໂຕ​ໄປ​ກັບ
​ລົດ​ອີກ​ຄັນ​ນຶ່ງ ຊຶ່ງ​ໄດ້​ຂັບ​ອອກ​ໄປຈາກ​ທີ່​ນັ້ນ. ມີ​ຄົນ​ນຶ່ງໄດ້ເຫັນວ່າ​ຂັບ​ລົດຈິບ​ທ່ານສົມບັດ​ ອອກ​ໄປ.

ທ່ານ​ສົມບັດ ຜູ້​ຊຶ່ງ​ໄດ້​ຮັບ​ການ​ສຶກສາ​ຈາກ​ສະຫະລັດ ​ແມ່ນ​ເປັນ​ພຽງ​ຜູ້​ດຽວຂອງ​ກຸ່ມ​ນັກ
​ສຶກ ສາ​ຈາກ​ມະຫະວິທະຍາ​ໄລ ທີ່​ມາ​ສຶກສາ​ຢູ່​ຕາມ​ມະຫາວິທະຍາ​ໄລ​ແຫ່ງ​ຕ່າງ​ຢູ່ ​ໃນ
ສະ​ຫະລັດ ​ທີ່​ໄດ້​ກັບ​ຄືນ​ເມືອປະ​ເທດ​ລາວ ຫຼັງ​ຈາກ​ທີ່​ສົງຄາມ​ອິນ​ໂດ​ຈີນສິ້ນ​ລົງ​ແລ້ວ​ນັ້ນ.

ທ່ານ​ສົມບັດ ມາ​ຈາກ​ຄອບຄົວຊາວນາ​ທີ່​ຍາກຈົນ ​ແລະ​ເປັນ​ທີ່​ຮູ້​ຈັກ​ກັນ​ໃນ​ການ​ສົ່ງ​ເສີມ ​ການ​ຢູ່​ແບບ​ພໍ​ພຽງ ດ້ວຍ​ວິທີ​ການ​ແບບ​ປະດິດ​ຄິດ​ສ້າງເພື່ອ​ໃຫ້​ໄດ້​ໝາກຜົນ​ສູງ​ຂຶ້ນແລະ​ສະໜັບສະໜຸນ​ການ​ປູກຝັງ​ທີ່ປອດ​ສານ​ເຄມີ.

ຮອງ​ຜູ້ອຳນວຍການ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ປະ​ຈຳ​ຂົງ​ເຂດ​
ເອ​ເຊຍ ທ່ານ Phil Robertson ​ໄດ້​ກ່າວ​ວ່າ ຜົນງານ​ຫຼາຍໆ​ປີ​ຂອງ​ທ່ານ​ສົມບັດ
“​ໃນ​ລະດັບ​ຮາກ​ຫຍ້າ​ຂອງ​ການ​ພັດທະນາ​ຊົນນະບົດ” ​ໄດ້​ເປັນ​ແຮງ​ດົນ​ບັນດານ​ໃຈ​
ແລະ​ຊ່ອຍ​ເຫຼືອ​ພວກ​ຊາວນາ​ແລະ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ ຫຼາຍພັນ​ຄົນ ​“​ປູກຝັງ
​ດີກ​ວ່າ​ເກົ່າ ​ແລະ​ມີ​ຊີວິດ​ທີ່​ດີ​ຂຶ້ນ.”

​ແຕ່​ວ່າ ທ່ານ Robertson ກ່າວ​ວ່າ ຊະ​ຕາ​ກຳ​ທີ່​ບໍ່​ແນ່ນອນຂອງ​ທ່ານ​ສົມບັດ ​ໄດ້​ສ້າງ​
ຄວາມ​ຢ້ານ​ກົວ ​ໃຫ້​ແກ່ກຸ່ມ​ສັງຄົມ​ພົນລະ​ເຮືອນ​ໃນ​ລາວ ທີ່​ວ່າ “ການ​ຢູ່​ລອດຂອງ​ພວກ ​
ເຂົາ​ເຈົ້ານັ້ນ ​ແມ່ນ​ຂຶ້ນ​ຢູ່​ກັບຄວາມ​ພໍ​ໃຈ​ຂອງ​ລັດຖະບານ.”

​ໃນຖະ​ແຫຼງການຂອງສະຫະພັນ​ສິດທິ​ມະນຸດນາໆ​ຊາດຫຼື FIFH ເນື່ອງ​ໃນວັນ​ຄົບຮອບ​
ຂອງ​ການ​ຫາຍ​ສາບ​ສູນ​ໄປ​ຂອງ​ທ່ານ​ສົມບັດນັ້ນ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ລາວ
ໃຫ້​ຄວາມ​ກະຈ່າງ​ແຈ້ງ ​ກ່ຽວ​ກັບ​ຊະ​ຕາ​ກຳ​ຂອງພວກ​ນັກ​ເຄື່ອນ​ໄຫວອີກ 10 ທ່ານ ທີ່​ໄດ້
​ຫາຍ​ຕົວ​ໄປ ນັບ​ຕັ້ງ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.