ກຸ່ມ​ປົກປ້ອງ​ສິດທິ​ມະນຸດ ຕິຕຽນ ການຕັດສິນ ໃຫ້ຄົນງານລາວ 3 ຄົນ ຕິດຄຸກດົນນານ

VOA: 18 ພຶດສະພາ 2017

ປະທານປະເທດ ສປປ ລາວ ທ່ານບຸນຍັງ ວໍລະຈິດ ໂອ້ລົມກັບປະທານປະເທດຈີນ ທ່ານ Xi Jinping (ບໍ່ໄດ້ຢູ່ໃນຮູບ) ໃນກອງປະຊຸມສອງຝ່າຍ ທີ່ບ້ານພັກ Diaoyutai ໃນນະຄອນຫຼວງປັກກິ່ງ, ຈີນ. (16 ພຶດສະພາ 2017)

ກຸ່ມ​ປົກປ້ອງ​ສິດທິ​ມະນຸດໄດ້​ປະນາມ​ການຕັດສິນ​ລົງ​ໂທດຕິດ​ຄຸກ​ຢ່າງ​ໜັກ​ແລະ​ຮຽກຮ້ອງ ໃຫ້ປ່ອຍ​ຕົວ​ ​ຄົນ​ງານ​ລາວ 3 ຄົນ ທີ່​ໄດ້​ໄປ​ເຮັດ​ວຽກ​ໃນ​ປະ​ເທດ​ໄທ ຊຶ່ງ​ໄດ້​ຂຽນ​ຂໍ້ຄວາມ ຕ້ອງ​ຕິລັດ​ຖະບານທາງ​ສື່​ສັງຄົມ ​ແລະ​ເຂົ້າ​ຮ່ວມ​ການປະ​ທ້ວງ​ ຢູ່​ນອກ​ສະຖານທູດ​ ສປປ ລາວ ​ປະຈຳ​ປະ​ເທດ​ໄທ.

ພວກ​ຄົນ​ງານທີ່​ວ່າ​ນີ້ ຮວມມີ ທ້າວ​ ສົມ​ພອນ ພິມມະ​ສອນ ​ໄວ 30 ປີ ທ້າວ​ສຸ​ການ ໃຈ​ທັດ ອາຍຸ 33 ປີ ​ແລະນາງ​ ຫຼອດ​ຄຳ ທຳ​ມະ​ວົງ ​ໄດ້​ຖືກຕັດສິນ​ລົງ​ໂທດ ​ໃນ​ຕົ້ນ​ເດືອນ​ເມສາທີ່ ​ຜ່ານ​ມາ​ນີ້ ​ໃຫ້ຕິດ​ຄຸກແຕ່ 12 ຫາ 20 ​ປີ.

​ສະຫະພັນ​ສາກົນເພື່ອ​ສິດທິ​ມະນຸດ ຫຼື FIDH ​ແລະ​ຂະ​ບວນການ​ລາວ​ເພື່ອ​ສິດທິ​ມະນຸດ ​ຫຼື LMHR ​ໄດ້​ກ່າວ​ວ່າ “ການຕັດສິນ​ລົງ​ໂທດນີ້ ​ໄດ້​ສົ່ງ​ຂ່າວ​ທີ່​ໜ້າ​ຢ້ານ​ກົວ​ໄປ​ສູ່ກຸ່ມ​ສັງຄົມພົນລະ​ເຮືອນ​ໃນທົ່ວ​ປະ​ເທດ ທີ່​ທາງ​ລັດຖະບານ​ ໄດ້​ຕັດສິນ​ໃຈ​ໄປ​ແລ້ວ​ວ່າ ຈະ​ປາບ​ປາມ​ ແມ່ນ​ແຕ່​ການ​ເຄື່ອນ​ໄຫວພຽງ​ໜ້ອຍ​ດຽວ ​ແລະຄັດ​ຄ້ານຕໍ່​ການ​ປົກຄອງ
ແບບ​ຜະ​ເດັດ​ການ​ຂອງຕົນ.”

​ໃນ​ຂະນະ​ທີ່ຢູ່​ໃນ​ປະ​ເທດ​ໄທນັ້ນ ພວກຄົນ​ງານ​ທັງ​ສາມ ​ໄດ້​ຂຽນ​ຂໍ້ຄວາມລົງ​ໃນ​ສື່​ສັງຄົມ ຕ້ອງ​ຕິລັດຖະບານ ​ໂດຍກ່າວ​ຫາ​ວ່າ​ການ​ສໍ້​ລາດ​ບັງ​ຫຼວງ ຕັດ​ໄມ້​ທຳລາຍ​ປ່າ ​ແລະ​ລະ​ເມີດ​ ສິດທິ​ມະນຸດຕ່າງໆ​ນາໆ.

ນອກ​ນັ້ນ ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ເຂົ້າ​ຮ່ວມ​ ໃນ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ຢູ່ຂ້າງ​ນອກ ​ສະຖານ​ທູດ ​ສປປ ລາວ ໃນ​ເດືອນ​ທັນວາ ປີ 2015.

ພວກ​ເຂົາ​ເຈົ້າ ​ໄດ້​ຖືກ​ຈັບ​ກຸມ​ໃນເດື​ອນມີນາ ປີ 2016 ຫຼັງ​ຈາກ​ທີ່​ໄດ້​ກັບ​ຄືນໄປ​ຍັງ​ສປປ ລາວ ​ເພື່ອ​ຍື່ນ​ຄຳ​ຮ້ອງ​ຂໍ​ຕໍ່​ໜັງສື​ເດີນທາງ ກ່ອນ​ກັບຄືນ​ໄປ​ຍັງ​ປະ​ເທດ​ໄທ.

​ໂທ​ລະ​ພາບຂອງ​ລັດຖະບານ​ລາວ ​ໄດ້​ອອກ​ຂ່າວ​ວ່າທ້າວ​ ສົມ​ພອນ ທ້າວ​ສຸ​ການ ​ແລະນາງ ​ຫຼອດ​ຄຳ ຖືກ​ເຈົ້າໜ້າ​ທີ່​ຄຸມ​ຕົວ​ທີ່​ກອງ​ບັນຊາ​ການ​ຕຳຫຼວດ​ໃນະຄອນຫຼວງ​ວຽງ​ຈັນ. ມີລາຍ ​ງານວ່າ ​ເຈົ້າໜ້າ​ທີ່​ໄດ້​ກ່າວ​ຫາບຸກຄົນ​ທັງ​ສາມວ່າ​ເປັນ​ໄພ​ຂົ່ມຂູ່ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ເທດ ​ແລະ​ສ້າງ​ຄວາມ​ເສຍ​ຫາຍຕໍ່​ຊື່​ສຽງ​ຂອງ​ລັດຖະບານ.

ທ່ານ Andrea Giorgeta ຜູ້ອຳນວຍການ​ຝ່າຍ​ເອ​ເຊຍຂອງ​ອົງການ FIDH ໄດ້ກ່າ​ວວ່າ ການ​ຈັບ​ກຸ​ມທີ່​ວ່າ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນວ່າລັດຖະບານ​ໄດ້​ຕິດຕາມ​ເບິ່ງ​ການ​ເຄື່ອນ ປະຊາຊົນຂອງ​ຕົນ ​ໃນ​ຕ່າງ​ປະ​ເທດ​ຢ່າງ​ໃກ້ຊິດ.

ທ່ານ Giorgeta ​ໄດ້​ບອກກັບ VOA ວ່າ “ລັດຖະບານ​ລາວ ​ໄດ້​ດຳ​ເນີນ​ການ​ໃນ​ວິທີ​ການ​ ຂອງ​ຕົນ ​ເພື່ອ​ລົງ​ໂທດ​ພວກ​ຄັດຄ້ານ​ລັດຖະບານສາມ​ຄົນນີ້ ທີ່​ປະກອບ​ອາຊີ​ບ​ໃນ​ປະ​ ເທດ​ໄທ. ມັນສະ​ແດງ​ໄຫ້​ເຫັນ​ວ່າ ລັດຖະບານໄດ້ເພີ່ມກາ​ນຕິດຕາມສິ້ງ​ຊອມ ​ເບິ່ງປະຊາຊົນຂອງ​ຕົນ ຍ້ອນພວກ​ເຂົາ​ເຈົ້າ​ທັງ​ສາມ ​ໄດ້​ສະ​ແດງ​ອ​ອກຊຶ່ງຄວາມ​ຄິດ​ເຫັນ​ຂອງ​
ພວກ​ເຂົາເຈົ້າ ​ແລະ​ຕ້ອງ​ຕິ​ນະ​ໂຍບາຍ​ຂອງ​ລັດຖະບານ.”

ອົງການ Freedom House ຊຶ່ງ​ເປັນ​ອົງການ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ ທີ່​ມີສຳນັກງານ ຕັ້ງຢູ່​ໃນສະຫະລັດ ​ໃນ​ການ​ຊັ່ງຊາ​ເບິ່ງ​ສິດ​ເສລີພາບ​ແລະ​ສິດທິ​ທາງ​ສື່​ມວນຊົນ ​ໄດ້​ຈັດລາວ​ວ່າ ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ເສລີ ​ໂດຍ​ມີ​ສິດທິ​ທາງ​ດ້ານ​ການ​ເມືອງ​ແລະ​ສິດ​ເສລີພາບ​ໃນ​ລະດັບ​ຕ່ຳ​ຫລື​ບໍ່​ກໍ​ສູນ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.