ສິດທິມະນຸດຢູ່ ລາວ ບໍ່ດີຂຶ້ນ

ວິທະຍຸເອເຊຍເສລີ: 16 ມິຖຸນາ 2017

ການປະຕິບັດ ສິດທິມະນຸດ ຢູ່ສປປລາວ ບໍ່ມີທ່າທີວ່າ ຈະດີຂຶ້ນ ແຕ່ກົງກັນຂ້າມ ຫາກຂີ້ຮ້າຍລົງ. ໃນນັ້ນສ່ວນນຶ່ງ ຈະເຫັນໄດ້ ເມື່ອໄວໆ ມານີ້ ເມື່ອທາງການ ສປປລາວ ຕັດສິນ ລົງໂທດ ຕໍ່ຜູ້ໃຊ້ ສື່ສັງຄົມ ທີ່ເປັນ ຄົນງານລາວ 3 ຄົນ ທີ່ກັບມາຈາກ ປະເທດໄທ ຊຶ່ງພຽງແຕ່ ໄດ້ສະແດງທັສນະ ຂອງຕົນ ອອກມາ ເຖິງຂໍ້ບົກຜ່ອງ ແລະ ຄວາມອ່ອນແອ ຂອງ ທາງການ ສປປລາວ ໃນການ ບໍຣິຫານ ປະເທດນັ້ນ, ຕາມຄຳເວົ້າຂອງ ທ່ານ ຟີ​ລ ໂຣ​ເບີ​ຣ໌​ທເຊິນ (Phil Robertson), ຮອງຜູ້ອຳນວຍການ ອົງການ ສິດທິມະນຸດ ຫຼື Human Rights Watch (HRW) ປະຈຳເຂດ ເອເຊັຍ ທີ່ມີສູນກາງ ຢູ່ນະຄອນ ນິວຢັອກ ສະຫະຣັຖ ອະເມຣິກາ ຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ (RFA) ໃນວັນທີ 14 ມີຖຸນາ 2017 ນີ້:

“ສະພາບສິດທິມະນຸດ ຢູ່ລາວ ແຢ້ລົງໄປເລື້ອຍໆ ຍັງມີການປິດເສຣີ ໃນການສື່ ລະກໍມີ ບັນຫາວ່າ ຄົນໃຊ້ ເຟສບຸຄຫຼາຍຂຶ້ນ ແຕ່ກໍຕ້ອງ ລະວັງ ເພາະວ່າມີ 3 ຄົນງານ ທີ່ເພິ່ງ ໃຫ້ສານຕັດສິນ ຕິດຄຸກ ເຖິງ 20 ປີ ໂທດໜັກມາກໆ ເຮົາກໍເລີຍມອງວ່າ ອັນນີ້ເປັນແນວໂນ້ມ ທີ່ລາວ ເຫັນວ່າ ພັກການເມືອງລາວ ບໍ່ກ້າ ທີ່ຈະເປີດໂອກາດ ໃຫ້ມີ ສິດທິມະນຸດ ເຕັມຮູບແບບ”.

ຄົນງານລາວ 3 ຄົນ ທີ່ຖືກທາງການລາວ ຈັບເມື່ອຕົ້ນປີກາຍ ແລະໄດ້ຕັດສິນ ລົງໂທດໜັກ ເມື່ອເດືອນ ເມສາ ທີ່ຜ່ານມານີ້ ມີ ທ້າວ ສົມພອນ ພິມມະສອນ ຕັດສິນ ລົງໂທດ ຈຳຄຸກ 20 ປີ, ທ້າວ ສຸການ ໄຈທັດ 17 ປີ ແລະ ນາງ ຫລອດຄຳ ທັມວົງ 16 ປີ ຍ້ອນໄດ້ ຮຽກຮ້ອງ ຂໍຄວາມເປັນທັມ ໃຫ້ປະຊາຊົນລາວ ຢູ່ພາຍໃນ ປະເທດ ມີສິດມີສຽງ, ມີຢູ່ມີກິນ ຜ່ານເຟສບຸຄ ແລະ ໄດ້ຮ່ວມການ ຊຸມນຸມ ປະທ້ວງ ຢ່າງສັນຕິ ຢູ່ຕໍ່ໜ້າ ສະຖານທູດລາວ ທີ່ບາງກອກ ປະເທດໄທຍ໌.

ຕາມຂ່າວລ່າສຸດ ທັງ 3 ຄົນນີ້ ຖືກຍ້າຍຈາກຄຸກ ໂພນທັນ ໃນນະຄອນຫລວງວຽງຈັນ ໄປຂັງຢູ່ຄຸກ ຊຳເຄ້ ປົນກັບນັກໂທດ ຄົນອື່ນໆ, ອອກແຮງງານລວມ ໃນແຕ່ລະມື້, ໄດ້ພົບພໍ້ກັນ ໃນເວລາກິນເຂົ້າ. ແຕ່ລະຄົນ ໄດ້ຖືກຫລຸດໂທດ ຈຳຄຸກລົງ 1 ປີ ເພາະໄດ້ຖືກຄຸກ ໂພນທັນມາແລ້ວປີ 1 ກ່ອນຖືກ ສານຕັດສິນ.

ໃນການໃຫ້ສັມພາດ ທີ່ສຳນັກງານໃຫຍ່ ​ອາ​ຣ​ເອັ​ຟ​ເອ (RFA) ທີ່ ນະຄອນຫລວງ ວໍ​ຊິງ​ຕັນ ດີ​ຊີ (Washington DC), ທ່ານ ຟີ​ລ ໂຣ​ເບີ​ຣ​໌​ທ​ເຊິນ ໄດ້ເວົ້າເຖິງອີກຫຼາຍ ບັນຫາ ທີ່ກ່ຽວຂ້ອງ ກັບເຣຶ່ອງ ການລະເມີດ ສິດທິມະນຸດ ຢູ່ລາວ ຮວມທັງ ສິດເສຣີພາບ, ໃນເຣຶ່ອງຂ່າວສານ ແລະ ເຖິງການຮ່ວມແຮງ ຂອງ ປະຊາຄົມສາກົລ, ອົງການຈັດຕັ້ງ ເພື່ອ ສິດທິມະນຸດ ແລະ ປະເທດຕ່າງໆ ຮຽກຮ້ອງ ໃຫ້ຣັຖບານ ສປປລາວ ປ່ຽນແປງຣະບອບ ການປົກຄອງ ແບບຜະເດັດການ ໄປສູ່ ປະຊາທິປະໄຕ, ໃຫ້ປະຕິບັດ ຫລັກການ ສິດທິມະນຸດ ທີ່ກຳນົດໄວ້ ໃນສົນທິສັນຍາ ສະຫະປະຊາຊາດ ເພື່ອຜົລປໂຍດ ອັນຊອບທັມ ຂອງ ປະຊາຊົນລາວ ທັງຊາດ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.