ການສົນທະນາ ກັບ ສະຫະພາບ ເອີໂຣບ ດ້ານ ສິດທິ ມະນຸດ ຕອ້ງ ຕາມ ດວ້ຍ ພາກ ປະຕິບັດ

ສະຫາພັນ ສິດທິ ມະນຸດ ນາໆ ຊາດ (FIDH): 11 ພະຈິກ 2015

FIDH-Logo(ປາຣີ) ສະຫະພາບ ເອີຣົບ​ ຕ້ອງ ​ໝັ້ນໃຈ ວ່າ ຣັດຖະບານ ລາວ​ ໃຫ້ ຄໍາໝັ້ນ ສັນຍາ ຢ່າງ ນັກແໜ້ນ ໄນ ກອງປະຊູມ ດ້ານ ສິດິ ມະນຸດ ທີ່ຈະ ມີຂື້ນ ຣະວ່າງ ສອງ ຝ່າຍ, ນີ້ ຄື ຄໍາຖແລງ ໃນ ວັນນີ້ ຂອງ ສະຫະພັນ ສິດທິ ມະນຸດນາໆ ຊາດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ) ກອ່ນໜ້າ ຜົບປະ ສົນທະນາ ດ້ານ ສິດທິ ມະນຸດ ຄັ້ງທີ່ 6 ລະວ່າງ ສະຫະພາບ ເອີໂຣບ ແລະ ສປປ ລາວ ຊື່ງ ຈະ ຈັດຂື້ນ ໃນ ວັນທີ່ 6 ພືສະຈິກາ ທີ່ ວຽງຈັນ. ກອ່ນ ການ ພົບພໍ້ ສົນທະນາ ເຖີງ ສະຖານະການ ດ້ານ ສິດທິ ມະນຸດ ລະຫວ່າງ ສອງຝ່າຍ ຄັ້ງນີ້, ສະຫະພັນ ສິດທິ ມະນຸດນາໆ ຊາດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ) ໃດ້ ສເນີ ລາຍງານ ຣວ່ມ ຢ່າງ ທີ່ຖວນ ເຖີງ ການ ລວ່ງ ລະເມີດ ສິດທິ ມະນຸດ ໃນ ສປປ ລາວ ນັບ ຕັ້ງແຕ່ ການ ພົບປະ ຄັ້ງ ເດືອນ ພຶສະພາ 2014.

ຈຳເປັນ ທີ່ສຸດ ທີ່ ສະຫະພາບ ເອີໂຣບ ຕອ້ງ ຕັ້ງ ເງື່ອນໄຂ ໃຫ້ ທາງການ ສປປ ລາວ ຣັບຣອງ ວ່າງ ມາດຕະການ ຢ່າງ ຈະແຈ້ງ ແລ້ວ ໄປ ປະຕິບັດ ຕາມ ຕາຕະລາງ ທີ່ ຖຶກກໍານົດ ໃວ້ ເພື່ອ ໃຫ້ ເຫັນຜົນ. ຖ້າ ບໍ່ ດັ່ງນັ້ນ, ກອງປະຊູມ ກ່ຽວກັບ ສິດທິ ມະນຸດ ນີ້ ກໍ່ ຈະ ກາຍເປັນ ຂັນຕອນ ທີ່ ບໍ່ມີ ຄວາມໝາຍ ໂດຍ ປາສະຈາກ ຜົນ ອັນ ເປັນຕົນ ເປັນໂຕ. ທ່ານ ກາຣີມ ລາຮີດຊີ, ປະທານ ສະຫະພັນ ສິດທິ ມະນຸດນາໆ ຊາດ

lmhr-logoນັບຕັ້ງແຕ່ ເດືອນ ພືສະພາ ປີ 2014 ເປັນຕົ້ນມາ, ຣັຖະບານ ສປປ ລາວ ໄດ້ ລົງມະຕິ ຣັບຣອງ ເອົາ ກົດໝາຍ ອັນ ເຄັ່ງຄັດ ດັ່ງ ຂໍ້ ດໍາຣັດ 327 ເພື່ອ ເພີ້ມ ທະວີ ຂະບວນ ກົດໝາຍ ປາບປາມ.

ທາງການ ສປປ ລາວ ໄດ້ ຈັບຕົວ ແລະ ກັກຂັງ ຫລາຍ ບຸຄົນ ດວ້ຍກັນ ທີ່ໄດ້ ກ່າວ ຕິຕຽນ ຣັຖະບານ ຫລື ໄດ້ ກ່າວ ຊັດທອດ ເຖີງ ລະບົບ ການ ສໍ້ລາດ ບັງຫລວງ. ທາງການ ສປປ ລາວ ຍັງສຶບຕໍ່ ປາບປາມ ຊົນ ສາສນາ ກູ່ມນອ້ຍ ໂດຍ ໄດ້ ຈັບຕົວ ຊາວ ຄຣີສ ຕັ້ງ ຫລາຍ ຄົນ ດວ້ຍກັນ. Continue reading “ການສົນທະນາ ກັບ ສະຫະພາບ ເອີໂຣບ ດ້ານ ສິດທິ ມະນຸດ ຕອ້ງ ຕາມ ດວ້ຍ ພາກ ປະຕິບັດ”

ລາວບໍ່ເໝາະເປັນເຈົ້າພາບ APF

ວິທະຍຸເອເຊຍເສຣີ: 24 ກັນຍາ 2015

ສ່ວນນຶ່ງ ໃນພິທີ ກອງປະຊຸມ ພາກ ປະຊາຊົນອາຊຽນ 2015 ທີ່ ປະເທດມະເລເຊັຽ Courtesy of:Aseanpeople.org
ສ່ວນນຶ່ງ ໃນພິທີ ກອງປະຊຸມ ພາກ ປະຊາຊົນອາຊຽນ 2015 ທີ່ ປະເທດມະເລເຊັຽ Courtesy of:Aseanpeople.org

ເຄື່ອຂ່າຍ ອົງການ ຈັດຕັ້ງ ທາງສັງຄົມ ຂອງ ອາຊຽນ ແລະ ອົງການ ຈັດຕັ້ງ ສາກົນ, ທີ່ເຮັດວຽກ ຢູ່ໃນ ປະເທດ ສະມາຊິກ ອາຊຽນ ທັງໝົດ 30 ອົງການ ໄດ້ ສົ່ງ ຈົດໝາຍ ຈົດໝາຍ ເຖິງ ຄນະກັມມະການ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຢູ່ ກຸງ ກູລາລັມເປີ້ ປະເທດ ມາເລເຊັຽ, ເພື່ອ ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ບັນຫາ ສິດທິ ມະນຸດ ຢູ່ ໃນລາວ ແລະ ບໍ່ເຫັນດີ ໃຫ້ຈັດ ກອງປະຊຸມ ພາກ ປະຊາຊົນ ຢູ່ໃນ ລາວ ປີ 2016.

ເຫດຜົນ ທີ່ ບໍ່ເຫັນດີ ຈັດຢູ່ ປະເທດ ລາວ ກໍຄື: ກຸ່ມ ອົງການ ຈັດຕັ້ງ ທາງສັງຄົມ ຂອງ ລາວ ນໍາໂດຍ ທ່ານ ໄມດົມ ຈັນທະນະສິນ ບໍ່ເຫັນດີ ໃຫ້ ເອົາ ຫົວຂໍ້ ຂອງ ກຸ່ມ ຮັກ ຮ່ວມເພດ, ຄົນ ພື້ນເມືອງ ແລະ ການສ້າງ ເຂື່ອນ, ຣະບົບ ການເມືອງ ຫຼາຍພັກ ແລະ ປະຊາທິປະໄຕ ແລະ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ໃນລາວ ເຂົ້າໄປ ສົນທະນາ ໃນ ກອງ ປະຊຸມ.

ນອກຈາກ ນີ້ ເຄື່ອຂ່າຍ ອົງການ ຈັດຕັ້ງ ທາງ ສັງຄົມ ຍັງມີຄວາມ ເປັນຫ່ວງວ່າ, ຖ້າ ມີການຈັດ ກອງປະຊຸມ ພາກ ປະຊາຊົນ ຢູ່ ປະເທດ ລາວໃນປີ 2016, ຕົວແທນ ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ທີ່ ເຂົ້າຮ່ວມ ຈະບໍ່ ປອດໄພ ໃນ ກໍຣະນີ ທີ່ ເຂົາເຈົ້າ ເວົ້າ ໃນສິ່ງທີ່ ຣັຖບານ ລາວ ບໍ່ມັກ, ເປັນຕົ້ນ ວ່າ ຜົນກະທົບ ຈາກການ ສ້າງ ເຂື່ອນ, ການ ສຳປະທານ ທີ່ດິນ ທີ່ ສົ່ງຜົນ ກະທົບ ຕໍ່ທີ່ດິນ ປະຊາຊົນ, ແລະ ເຣື້ອງ ທ່ານ ສົມບັດ ສົມພອນ.

ເຄືອຂ່າຍ ການຈັດຕັ້ງ ທາງສັງຄົມ ອາຊຽນ ວ່າ ມັນເປັນໄປ ບໍ່ໄດ້ ທີ່ ຈະຈັດ ກອງປະຊຸມ ພາກ ປະຊາຊົນ ຢູ່ ສປປລາວ ໂດຍ ທີ່ຜູ້ ເຂົ້າຮ່ວມ ບໍ່ສາມາດ ສະແດງ ຄວາມຄິດ ຄວາມເຫັນ ໄດ້ ຢ່າງ ເສຣີ ແລະ ບໍ່ມີການ ແຊກແຊງ ຂອງ ຣັຖບານ.

ເຄືອຂ່າຍ ການຈັດຕັ້ງ ທາງ ສັງຄົມ ອາຊຽນ ວ່າ ປະສົບການ ໃນກອງ ປະຊຸມ ພາກ ປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 9 (AEPF9) ທີ່ ຈັດຂຶ້ນ ຢູ່ ນະຄອນຫຼວງ ວຽງຈັນ ໃນເດືອນ ຕຸລາ ປີ 2012 ຊຶ່ງ ມີການນໍາ ເອົາ ບັນຫາ ຫລາຍບັນຫາ ທີ່ ຣັຖບານ ບໍ່ມັກ ຂຶ້ນມາເວົ້າ ແລ້ວ ຕໍ່ມາ ໃນເດືອນ ທັນວາ ປີ ດຽວກັນ ທ່ານ ສົມບັດ ສົມພອນ ໃນຖານະ ທີ່ ເປັນຜູ້ນຶ່ງ ຢູ່ໃນ ຄນະຈັດ ກອງ ປະຊຸມ ກໍຖືກ ລັກພາຕົວ ແລະ ກໍບໍ່ເຫັນ ຮ່ອງຮອຍ ຂອງ ທ່ານ ຈົນມາເຖິງ ປັດຈຸບັນ.

ບົດຄຳເຫັນ ສະແດງຄວາມເປັນຫ່ວງ ຕໍ່ ສປປ ລາວ ແລະ ACSC/APF 2016

ACSC-APFເຖິງ ຄະນະກຳມະການຂັ້ນພາກພື້ນຂອງ ACSC/APF 2015 ມາເລເຊຍ

Mr. Jerald Joseph, Malaysia, RSC Chair
Pengiran Datin Paduka Hajah Mariam Pg Hj Matarsat, Brunei Darussalam, RSC Member Mr. Pen Somony, Cambodia, RSC Member
Ms. Mida Saragih, Indonesia, RSC Member
Dr. Maydom Chanthanasinh, Lao PDR, RSC Member
Mr. Aung Myo Min, Myanmar, RSC Member
Mr. Eduardo C. Tadem, Philippines, RSC Member
Mr. Soe Min Than, Singapore, RSC Member
Ms. Wanun Permpibul, Thailand, RSC Member
Ms. Nguyen Thi Hoang Van, Vietnam, RSC Member
Ms. Reileen Dulay, Regional, RSC Member
Ms. Nalini Singh, Regional, RSC Member
Mr. Gus Miclat, Regional, RSC Member

sapaພວກຂ້າພະເຈົ້າ ທີ່ລົງລາຍເຊັນຂ້າງລຸ່ມນີ້ ແມ່ນອົງການຈັດຕັ້ງທາງສັງຄົມ, ເຄືອຂ່າຍ, ແລະພັນທະ ມິດ ລະດັບຊາດ, ພາກພື້ນ, ແລະສາກົນ ທີ່ເຮັດວຽກໃນບັນດາປະເທດເອເຊຍຕາເວັນອອກສຽງໃຕ້, ແລະທັງເປັນຜູ້ຊຸກຍູ້ຂະບວນການຈັດຕັ້ງກອງປະຊຸມອົງການຈັດຕັ້ງທາງສັງຄົມອາຊຽນ ແລະກອງປະ ຊຸມ ປະຊາຊົນອາຊຽນ (ACSC/APF) ຕະຫຼອດໄລຍະ 10 ຜ່ານມາ, ຈາກ 2005 ຫາ 2015. ພ້ອມ ກັນກັບທ່ານ, ພວກຂ້າພະເຈົ້າມຸ່ງໝັ້ນໃນການສົ່ງເສີມ ACSC/APF ໃຫ້ເປັນຂະບວນການທີ່ຂັບ ເຄື່ອນ ໂດຍອົງການຈັດຕັ້ງທາງສັງຄົມ, ມີອິສະຫຼະ, ແລະເປັນບ່ອນທີ່ເປີດຮັບເອົາການສ້າງຊຸມຊົນ ແລະຄວາມສາມັກຄີກັນລະຫວ່າງປະຊາຊົນເອເຊຍຕາເວັນອອກສຽງໃຕ້.

ເຖິງແມ່ນວ່າພວກຂ້າພະເຈົ້າໄດ້ສະແດງຄວາມມຸ່ງໝັ້ນຕໍ່ຂະບວນການ ACSC/APF ຜ່ານມາໂດຍ ຕະຫຼອດ, ພວກຂ້າພະເຈົ້າຍັງຢາກຂໍສະແດງຄວາມກັງວົນຕື່ມອີກ ຕໍ່ກັບສະພາບຄວາມເປັນປະຊາທິ ປະໄຕ ແລະສິທິມະນຸດໃນ ສປປ ລາວ, ແລະຄວາມຫຍຸ້ງຍາກທີ່ພວກຂ້າພະເຈົ້າມອງເຫັນໃນການ ຈັດກອງປະຊຸມ ACSC/APF ໃນ ສປປ ລາວ ໃນປີ 2016 ນີ້. Continue reading “ບົດຄຳເຫັນ ສະແດງຄວາມເປັນຫ່ວງ ຕໍ່ ສປປ ລາວ ແລະ ACSC/APF 2016”

APF ຄວນເປັນສຽງປະຊາຊົນ ໂດຍແທ້

ວິທະຍຸເອເຊຍເສຣີ: 15 ກັນຍາ 2015

Phil Robertson-RFA
ທ່ານ Phil Robertson ຮອງ ຫົວໜ້າ ອົງການ ສິດທິມະນຸດ ປະຈຳເຂດ ເອເຊັຽ RFA

ທ່ານ Phil Robertson ຮອງ ຜູ້ ອຳນວຍການ ອົງກອນ ສິ້ງຊອມ ສິດທິ ມະນຸດ ຫຼື Human Rights Watch ພາກພື້ນ ເອເຊັຽ, ກ່າວຕໍ່ ເອເຊັຽ ເສຣີ ເຖິງ ຄວາມຄືບໜ້າ ຂອງ ການຕຣຽມ ຈັດ ກອງປະຊຸມ ພາກ ປະຊາສັງຄົມ ອາຊຽນ ຫຼື APF ໃນ ປີ 2016 ນີ້ວ່າ, ຄນະ ກັມມະການ ເອພີເອັຟ ຈາກ ມາເລເຊັຽ, ຈະ ເດີນທາງ ໄປຫາລື ກັບ ເຈົ້າໜ້າທີ່ ກະຊວງ ການ ຕ່າງປະເທດ ສປປ ລາວ, ໃນ ເດືອນ ຕຸລາ ຈະມາເຖິງ ນີ້, ເພື່ອ ປະເມີນ ມາຕການ ໃນ ຄວາມປອດໄພ ຂອງ ຜູ້ເຂົ້າຮ່ວມ ກອງປະຊຸມ. ດັງ ທ່ານ ກ່າວວ່າ:

“ຄນະ ກັມມະການ ເອພີເອັຟ ຢູ່ ມາເລເຊັຽ, ເຂົາຄິດວ່າ ຍັງຄຸຍກັນ ໄດ້ ກັບ ຣັຖບານ ລາວ, ວ່າ ຈະປະນີ ປະນອມ ໄດ້ບໍ່ ຈະຈັດການ ຄວາມປອດໄພ ໃຫ້ ຄົນລາວ ທີ່ ໄປຮ່ວມ ປະຊຸມ ໄດ້ບໍ່, ຄິດວ່າ ຄນະ ກັມມະການ ຊິ ໄປ ລາວ ເດືອນ ຕຸລາ, ແລະ ພາຍຫຼັງ ກັບ ຈາກ ສປປ ລາວ, ກໍຄວນ ຈັດ ປະຊຸມ ຮ່ວມກັບ ຫຼາຍຝ່າຍ, ເພື່ອ ປຶກສາ ຫາລື ກັນວ່າ ຈະ ເຮັດຫຍັງ”.

ທ່ານ Phil Robertson ຢືນຢັນ ວ່າ, ໃນ ທັສນະ ສ່ວນຕົວ ຂອງ ທ່ານແລ້ວ, ທ່ານວ່າ ບໍ່ຄວນຈັດ ກອງປະຊຸມ ພາກ ປະຊາສັງຄົມ ຢູ່ ສປປ ລາວ ເພາະວ່າ ລາວ ຍັງ ມີປັນຫາ ການຣະເມີດ ສິດທິ ມະນຸດ ຢ່າງ ຮ້າຍແຮງ:

“ຕອນນີ້ ບໍ່ຄວນຈັດ ຢູ່ ທີ່ ລາວ, ຄືວ່າ ມັນ ບໍ່ປອດໄພ ສຳລັບ ປະຊາຊົນ ລາວ, ບໍ່ມີການ ຮັບຮອງ ວ່າ ຈະມີ ຄວາມເປັນ ອິສຣະ ໃນການ ເວົ້າ ທຸກ ປະເດັນ, ທຸກຢ່າງ ທີ່ ປະຊາສັງຄົມ ລາວ ປະຊາສັງຄົມ ອາຊຽນ ຢາກ ເວົ້າ ຄິດວ່າ ຄວນ ຈັດຢູ່ທີ່ ອື່ນ, ແຖວ ຂອນແກ່ນ ຫຼື ໜອງຄາຍ. ຣັຖບານ ລາວ ການຈັດການ ບໍ່ດີ, ອອກມາພູດ ແຕ່ວ່າ ເຂົາຈະເປັນ ເຈົ້າພາບ ທີ່ດີ, ແຕ່ກໍບໍ່ໄດ້ ຈັດຫຍັງ ບໍ່ໄດ້ ເປິດໃຈກວ້າງ, ປະຊາສັງຄົມ ອາຊຽນ ເຂົາ ມີສິດ ທີ່ຈະພູດ. ເວົ້າກັນ ໂດຍຕົງ ກໍເປັນ ຣັຖບານ ຜະເດັດການ, ຣະເມິດ ສິດທິ ມະນຸດ ແບບ ຮ້າຍແຮງ, ຄິດວ່າ ລາວ ກໍເລີຍ ຕົກຕ່ຳ, ເປັນ ປະເທດ ທີ່ ເກືອບ ແຢ້ ທີ່ສຸດ, ຖ້າຈະເວົ້າ ເຣື້ອງ ສິດທິ ມະນຸດ ໃນ ອາຊຽນ”.

ຕໍ່ ຄຳຖາມ ທີ່ວ່າ ປະຊາຊົນ ລາວ ກໍມີ ສ່ວນຮ່ວມ ໃນການ ເຄື່ອນໄຫວ ພາກ ສັງຄົມ ຫລື ບໍ່ ນັ້ນ, ທ່ານ Phil Robertson ຕອບວ່າ, ທ່ານ ກໍເຊື່ອວ່າ ຄົນລາວ ຕ້ອງການ ມີ ສ່ວນຮ່ວມ ແຕ່ຢ້ານ ຄວາມ ບໍ່ປອດພັຍ, ດັ່ງ ເຊັ່ນ ກໍຣະນີ  ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ທີ່ ຖືກ ບັງຄັບ ໃຫ້ ຫາຍສາບສູນ ໄປ ເປັນ ເວລາ ເກືອບ 3 ປີ ແລ້ວ.

ຜູ້ລາຍງານພິເສດຂອງສະຫະປະຊາຊາດ: ຮ່າງດຳລັດວ່າດ້ວຍອົງການຈັດຕັ້ງທາງສັງຄົມ ອາດຂັດກັບກົດໝາຍສາກົນ

UN Logoວັນທີ 29 ພຶສະພາ, ຜູ້ລາຍງານພິເສດຂອງອົງການສະຫະປະຊາຊາດດ້ານສິດເສລີພາບໃນການອອກສຽງ, ເສລີພາບໃນການໂຮມຊຸມນຸມ ແລະສະມາຄົມຢ່າງສັນຕິ, ແລະສະພາບຂອງນັກປົກປັກຮັກສາສິທິມະນຸດ ໄດ້ສົ່ງຈົດໝາຍເຖິງລັດຖະບານລາວ ເພື່ອສະເໜີກ່ຽວກັບຄວາມກັງວົນຕໍ່ກັບຮ່າງດຳລັດວ່າດ້ວຍສະມາຄົມ ແລະມູນິທິ. ສ່ວນໜຶ່ງຂອງຈົດໝາຍໄດ້ຂຽນວ່າ:

…ພວກຂ້າພະເຈົ້າມີຈຸດປະສົງນຳສະເໜີຕໍ່ບັນດາທ່ານຕາງໜ້າລັດຖະ-ບານ ຜູ້ມີກຽດ ກ່ຽວກັບຂໍ້ມູນທີ່ພວກຂ້າພະເຈົ້າໄດ້ຮັບກ່ຽວກັບຮ່າງດຳລັດວ່າດ້ວຍສະມາຄົມ ແລະ ມູນິທິ ທີ່ຈະຂັດກັບກົດໝາຍ ແລະມາດຖານສາກົນທີ່ກ່ຽວຂ້ອງກັບສິດເສລີພາບດ້ານການພົວພັນ ແລະສິດເສລີພາບດ້ານການອອກສຽງ, ຖ້າຫາກວ່າດຳລັດສະບັບນີ້ໄດ້ຮັບການຮັບຮອງໂດຍບໍ່ມີການ ປ່ຽນແປງ.

ໄດ້ມີການແຈ້ງຄວາມກັງວົນວ່າຂໍ້ກຳນົດໃນຮ່າງດຳລັດນີ້ ບໍ່ສອດຄ່ອງກັບກົດໝາຍ ແລະ ມາດຖານດ້ານສິທິມະນຸດສາກົນ ທີ່ກ່ຽວພັນເຖິງອິສະຫຼະດ້ານການອອກສຽງ ແລະອິສະຫຼະດ້ານການ ສະມາຄົມ ລວມເຖິງຄວາມສາມາດຂອງສະມາຄົມ ທີ່ຈະເຮັດວຽກຢ່າງອິສະຫຼະ ປາສະຈາກການ ແຊກແຊງທີ່ເກີນຄວນຈາກລັດ.

ຈົດໝາຍສະບັບເຕັມ ແມ່ນສາມາດອ່ານໄດ້ທີ່ນີ້.

 

ກອງປະຊຸມພາກປະຊາສັງຄົມອາຊຽນ

Logo-Speak Out-Points to Ponderກອງປະຊຸມອົງການຈັດຕັ້ງທາງສັງຄົມອາຊຽນ ຫຼືກອງປະຊຸມພາກປະຊາສັງຄົມອາຊຽນ (ASCS/APF) ທີ່ຈັດຂຶ້ນແຕ່ລະປີ ແມ່ນການນຳສະເໜີແບບຢ່າງທີ່ຫຼາກຫຼາຍ ຂອງກຸ່ມອົງການຈັດຕັ້ງທາງສັງ ຄົມ ແລະຝ່າຍບຸກຄົນຂອງອາຊຽນ ທີ່ນຳເອົາສຽງ ແລະບັນຫາຂອງຕົນຂຶ້ນສູ່ຜູ້ນຳ ແລະນັກກົດໝາຍ ລະດັບພາກພື້ນ.

ໃນປີ 2014, ການພົບປະແມ່ນຈັດຢູ່ທີ່ກຸງຢ້າງກຸ້ງ, ປະເທດພະມ້າ, ໂດຍມີຜູ້ເຂົ້າຮ່ວມກວ່າ 3,000 ຄົນ. ກອງປະຊຸມລວມ 3 ບັ້ນ ແລະກອງປະຊຸມຖາມຕອບ 35 ບັ້ນ ມີນັກປາຖະກະຖາເກືອບ 200 ທ່ານ.

ໃນນີ້ ມີພຽງທ່ານດຽວຈາກ ສປປ ລາວ.

ກອງປະຊຸມ ປີ 2015 ໄດ້ຈັດຂຶ້ນໃນວັນທີ 20-24 ເມສາ ທີ່ກົວລາລຳເປີ, ປະເທດມາເລເຊຍ. ໂດຍມີ ຜູ້ເຂົ້າຮ່ວມກວ່າ 1,4000 ຄົນ, ການປະຊຸມເທື່ອນີ້ໄດ້ຈັດກອງປະຊຸມແລກປ່ຽນ 69 ບັ້ນ ໂດຍມີນັກ ປາຖະກະຖາ 250 ທ່ານ ເຂົ້າຮ່ວມແລກປ່ຽນແນວຄິດ ແລະການວິເຄາະຮ່ວມກັນ.

ອີກເທື່ອໜຶ່ງ, ມີພຽງຄົນລາວ 1 ທ່ານ ເທົ່ານັ້ນ.

ເຖິງແນວນັ້ນ ຫຼາຍຄົນກໍ່ຍັງເຊື່ອວ່າ ສປປ ລາວ ເໝາະສົມທີ່ຈະເປັນເຈົ້າພາບກອງປະຊຸມປີ 2016.

ຈົດໝາຍເປີດ ເຖິງຄະນະກຳມະການຄຸ້ມຄອງ ກອງປະຊຸມອົງການຈັດຕັ້ງທາງສັງຄົມອາຊຽນ/ກອງປະຊຸມພາກປະຊາສັງຄົມອາຊຽນ (ACSC/APF)

22 ພຶສະພາ 2015
ACSC-APF

ສະມາຊິກຄະນະກຳມະການຄຸ້ມຄອງກອງປະຊຸມທີ່ຮັກແພງ,

ອີງຕາມສິ່ງທີ່ພວກເຮົາເຂົ້າໃຈ, ໃນຂະນະນີ້ ທ່ານກຳລັງປະເຊີນກັບການຕັດສິນໃຈ ວ່າຈະຈັດກອງ ປະຊຸມປະຈຳປີ 2015 ຂອງທ່ານທີ່ ສປປ ລາວ ຫຼືບໍ່. ພວກເຮົາຂໍສະເໜີປະສົບການ ແລະຄວາມເປັນ ຫ່ວງເປັນໃຍຂອງພວກເຮົາໃນເລື່ອງນີ້.

ຊ່ວງເວລາກ່ອນກອງປະຊຸມພາກປະຊາສັງຄົມເອເຊຍ-ຢູໂຣບ ຄັ້ງທີ 9 (AEPF9) ທີ່ໄດ້ຈັດຂຶ້ນໃນປີ 2012, ຫຼາຍຄົນໄດ້ຕັ້ງຄຳຖາມວ່າ ສປປ ລາວ ເປັນບ່ອນຈັດທີ່ເໝາະສົມບໍ່. ສ່ວນຄົນອື່ນ, ລວມທັງ ສົມບົດ ສົມພອນ, ຜູ້ທຳໜ້າທີ່ເປັນຜູ້ຮ່ວມຈັດຝ່າຍລາວ, ໂຕ້ວ່າ ເຖິງແມ່ນວ່າຈະມີສິ່ງທ້າທາຍຫຼາຍ ອັນ, ກອງປະຊຸມອາດເປັນໂອກາດອັນດີສຳລັບອົງການຈັດຕັ້ງທາງສັງຄົມລາວທີ່ຈະໄດ້ພັດທະນາ ຄວາມສຳພັນທັງພາຍ ແລະກັບຕ່າງປະເທດ.

AEPF-9

ຕະຫຼອດໄລຍະຂອງຂະບວນການວາງແຜນ, ສະມາຊິກ AEPF ໄດ້ຮັບການຢືນຢັນຈາກລັດຖະບານ ລາວ ວ່າຈະບໍ່ມີການແຊກແຊງໃດໆທັງນັ້ນ. ເນື້ອໃນເອກະສານທີ່ແຈກຢາຍໃຫ້ກັບຜູ້ເຂົ້າຮ່ວມກໍ່ຍັງ ລະບຸວ່າ:

AEPF9 ແນໃສ່ຮັບປະກັນສະພາບແວດລ້ອມທີ່ປອດໄພ ທີ່ຜັກດັນການຮຽນຮູ້ ແລະການທົບທວນ, ແລະສະໜອງ ພື້ນທີ່ໃຫ້ກັບການແລກປ່ຽນທີ່ເປີດເຜີຍ, ເຄົາຣົບເຊິ່ງກັນ ແລະກັນ, ມີຄວາມຫຼາກຫຼາຍ, ແລະສ້າງສັນ. ພວກເຮົາສະໜັບສະໜຸນ ຄວາມສາມັກຄີ, ຄວາມເຫັນອົກເຫັນໃຈ, ແລະຄວາມເຂົ້າ ໃຈ, ໃນຂະນະທີ່ຮັບຮູ້ເຖິງຈຸດແຂງຂອງຄວາມຫຼາກຫຼາຍ ແລະຄວາມສາມັກຄີ ເພື່ອການພັດທະນາທີ່ ສັນຕິ ແລະຍືນຍົງ.

ໜ້າເສຍດາຍທີ່ຄວາມເປັນຈິງປາກົດອອກມາຕ່າງຈາກນັ້ນ. ພະນັກງານລັດຖະບານ ມີໜ້າຢູ່ທຸກງານ, ຫຼາຍຄັ້ງສວມບົດບາດເປັນປະຊາຊົນ. ຜູ້ເຂົ້າຮ່ວມຄົນລາວທີ່ກ່າວຄຳເຫັນຂອງຕົນ ຫຼາຍຄັ້ງຖືກຕໍ່ວ່າ ຫຼືຕຳໜິ, ແລະມີກໍລະນີໜຶ່ງທີ່ຖືກດ່າ ແລະຮັບຂໍ້ຄວາມຂູ່ເຂັ້ນ. ການແປພາສາຈາກພາສາລາວ ຫຼືເປັນ ພາສາລາວ ຫຼາຍຄັ້ງແມ່ນຖືກຄັດຈ້ອນ ຫຼືບິດເບືອນ, ແລະການແຈກຢາຍເອກະສານສຳຄັນກໍ່ຖືກ ຫ້າມ.
Continue reading “ຈົດໝາຍເປີດ ເຖິງຄະນະກຳມະການຄຸ້ມຄອງ ກອງປະຊຸມອົງການຈັດຕັ້ງທາງສັງຄົມອາຊຽນ/ກອງປະຊຸມພາກປະຊາສັງຄົມອາຊຽນ (ACSC/APF)”

ທາງການລາວບໍ່ຢາກເວົ້າຊື່ ທ.ສົມບັດ

ວິທະຍຸເອເຊຍເສຣີ: 16 ເມສາ 2015

Ng Shui Meng at the Foreign Correspondents Club of Thailand in Bangkok, Dec. 11, 2023. RFA
ຍານາງ ອຶງ ຊຸຍເມັງ ພັລຍາ ຂອງ ທ່ານສົມບັດ ສົມພອນ. RFA

ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ເສັຽ ຄວາມ ຮູ້ສຶກ ກັບ ຄວາມ ບໍ່ຈິງໃຈ ຂອງ ຣັຖບານ ທີ່ ພຍາຍາມ ຈະເອົາ ເຣື້ອງ ການ ຫາຍສາບສູນ ຂອງ ຜູ້ນຳ ຂອງ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ອອກ ຈາກ ປະເດັນ ສິດທິ ມະນຸດ ຢູ່ ໃນ ຂົງເຂດ ນີ້, ຊຶ່ງ ຈະມີການ ປຶກສາ ຫາລື ກັນ ຢູ່ ໃນ ກອງ ປະຊຸມ ສຸດຍອດ ຜູ້ນຳ ອາຊຽນ ຢູ່ ປະເທດ ມາເລເຊັຽ ໃນ ເດືອນ ໜ້ານີ້ (ເມສາ).

ເຈົ້າໜ້າທີ່ ໄດ້ ກ່າວວ່າ ມີ ພະນັກງານ ຣັຖກອນ ບຳນານ ທ່ານນຶ່ງ ເຮັດໜ້າທີ່ ເປັນ ຕົວແທນ ຂອງ ຣັຖບານ ຢູ່ ນະຄອນ ຫລວງ ວຽງຈັນ ແລະ ວິ້ງເຕັ້ນ ສະເໜີ ຄນະ ກັມມະການ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ໃຫ້ ລົບ ຊື່ ທ່ານ ສົມບັດ ສົມພອນ ຊຶ່ງ ເປັນ ນັກ ພັທນາ ອາວຸໂສ ລາວ ທີ່ ຖືກ ລັກ ພາຕົວ ໄປ ເປັນ ເວລາ ກວ່າ 2 ປີ ອອກຈາກ ປະເດັນ ສິດທິ ມະນຸດ ແລະ ບັນຫາ ທາງດ້ານ ການ ປົກຄອງ ຢູ່ ໃນ ອາຊຽນ.

ທ່ານ ສົມບັດ ຖືກ ລັກພາຕົວ ໃນ ວັນທີ 15 ທັນວາ 2012 ເມື່ອ ເຈົ້າໜ້າທິ່ ຕຳຣວດ ຢຸດ ຣົດ ຂອງ ທ່ານ ຢູ່ ຕໍ່ໜ້າ ປ້ອມ ຕຳຣວດ ຢູ່ ນະຄອນ ຫລວງ ວຽງຈັນ. ແລ້ວ ຕໍ່ມາ ທ່ານ ກໍຖືກ ພາຕົວ ຂຶ້ນ ຣົດ ອີກ ຄັນນຶ່ງ ໄປ. ອີງຕາມ ຫລັກຖານ ຈາກ ພາບ ວີດີໂອ ຂອງ ເຈົ້າໜ້າທີ່ ຕໍາຣວດ, ແລະ ກໍບໍ່ໄດ້ ເຫັນ ທ່ານ ອີກ ນັບແຕ່ ນັ້ນ ເປັນ ຕົ້ນມາ.

ກຸ່ມ ສິດທິ ມະນຸດ ສົງໄສ ວ່າ ເຈົ້າໜ້າທີ່ ທາງການ ລາວ ຈຳນວນນ ນຶ່ງ ມີສ່ວນ ໃນ ການ ລັກພາຕົວ ທ່ານ ສົມບັດ ຜູ້ທີ່ໄດ້ ຮັບ ຣາງວັນ ແມັກໄຊໄຊ ອາຫວອດ ໃນດ້ານ ການ ພັທນາ ຊຸມຊົນ ຢູ່ ໃນ ເອເຊັຽ ຊຶ່ງ ທຽບເທົ່າ ກັບ ຣາງວັນ ໂນເບວ ໃນຖານະ ທີ່ ທ່ານ ໄດ້ ເຮັດວຽກ ພັທນາ ການ ສຶກສາ. Continue reading “ທາງການລາວບໍ່ຢາກເວົ້າຊື່ ທ.ສົມບັດ”

ທາງການລາວບໍ່ຢາກໄດ້ຍິນຊື່ ທ.ສົມບັດ

ວິທະຍຸເອເຊຍເສຣີ: 18 ມີນາ 2015

S-somphoneທາງການ ລາວ ບໍ່ຢາກໃຫ້ ຄນະ ກັມມະການ ຮັບ ຜິດຊອບ ຈັດ ກອງ ປະຊຸມ ພາກ ປະຊາຊົນ ເອົາ ຊື່ ຂອງ ທ່ານ ສົມບັດ ສົມພອນ ເຂົ້າໃນ ຖແລງການ ຂອງ ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ຫລື APF ທີ່ ຈະ ຈັດຂຶ້ນ ຢູ່ ປະເທດ ມະເລເຊັຽ ແຕ່ ວັນທີ 21 ຫາ 24 ເມສາ 2015.

ທ່ານ ໄມດົມ ຈັນທະນາສິນ ຊຶ່ງ ເປັນນຶ່ງ ໃນ ຄນະ ກັມມະການ ຈັດ ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ຝ່າຍ ລາວ ໄດ້ ສເນີ ຕໍ່ ສະມາຊິກ ຄນະ ກໍາມະການ ວ່າ ໃຫ້ເອົາ ຊື່ ທ່ານ ສົມບັດ ອອກຈາກ ຖແລງການ ໂດຍ ສະເພາະ ຈຸດທີ່ ເວົ້າເຖິງ ເຣື້ອງ ການ ບັງຄັບ ບຸກຄົນ ໃຫ້ ຫາຍສາບສູນ ແລະ ການ ຣະເມີດ ສິດທິ ມະນຸດ. ອີງຕາມ ການ ບອກເລົ່າ ຂອງ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ທາງ ສັງຄົມ ທ່ານນຶ່ງ.

ການສເນີ ໃຫ້ເອົາ ຊື່ ຂອງ ທ່ານ ສົມບັດ ອອກຈາກ ຖແລງການ ມີຂຶ້ນ ໃນ ກອງປະຊຸມ ວັນທີ 10-11 ມິນາ 2015 ຢູ່ ນະຄອນ ຫລວງ ວຽງຈັນ ທີ່ ມີຜູ້ ເຂົ້າຮ່ວມ ຕາງໜ້າ ອົງການ ຈັດຕັ້ງ ທາງ ສັງຄົມ ໂດຍການ ເປັນ ປະທານ ຂອງ ທ່ານ ໄຊສີ ສັນຕິວົງ ຣັຖມົນຕຣີ ກະຊວງ ພາຍໃນ ຫົວຂໍ້ ຊື່ວ່າ ເພື່ອ ແລກປ່ຽນ ຄວາມຮູ້ ຊຶ່ງກັນ ແລະກັນ ຣະຫວ່າງ ພາກຣັຖ ແລະ ອົງການ ຈັດຕັ້ງ ທາງ ສັງຄົມ.

ເຈົ້າໜ້າທີ່ ທ່ານ ນັ້ນ ຍັງ ກ່າວວ່າ, ໃນ ຕອນທ້າຍ ຂອງ ກອງ ປະຊຸມ ນັ້ນ ຄນະ ປະທານ ຈັດ ກອງ ປະຊຸມ ກໍໄດ້ ສເນີ ຂໍມະຕິ ວ່າຈະ ເຫັນດີ ສເນີ ໃຫ້ ເອົາຊື່ ທ່ານ ສົມບັດ ອອກຈາກ ຖແລງການ ພາກ ປະຊາຊົນ ອາຊຽນ ຫລືບໍ່. ຜົນ ປະກົດ ວ່າ ມີຜູ້ຍົກມື ເຫັນດີ ໃຫ້ ສເນີ ເອົາ ຊື່ ທ່ານ ສົມບັດ ອອກຈາກ ຖແລງການ ປະມານ 20 ຄົນ ໃນ ຈໍານວນ ຜູ້ ເຂົ້າຮ່ວມ ທັງໝົດ 100 ຄົນ, ແຕ່ ຄນະ ປະທານ ຈັດ ກອງປະຊຸມ ສລຸບວ່າ ເປັນ ມະຕິ ຂອງ ກອງ ປະຊຸມ ວ່າເຫັນດີ.