ຖະແຫຼງການກອງປະຊຸມເວທີປະຊາຊົນເອເຊຍ-ເອີ​ຣົບ ຄັ້ງທີ 9

ໂດຍທີ່ບໍ່ມີຂໍ້ສົງໄສ ທີ່ສາມາດເວົາໄດ້ເລີຍວ່າ ເຫດການນີ້ແມ່ນເປັນເຫດການປະຫວັດ ຍິ່ງໃຫຍ່ທີ່ສຸດຂອງອົງການຈັດຕັ້ງທາງສັງຄົມທີ່ເຄີຍຈັດຢູ່ໃນສປປລາວ ແລະຖືວ່າເປັນກອງປະຊມຸ AEPF ທີ່ປະສົບຜົນສຳເລັດທີ່ສຸດຈົນຮອດປະຈບຸນັ. ຢູ່ໃນບັນທຶກເຫດການນັ້ນ, ພວກເຮົາທີ່ເປັນສະມາຄົມບໍ່ຫວັງຜົນກໍາໄຮ (NPA) ຂອງລາວ ແລະຄູ່ຮ່ວມງານການຈັດງານທີ່ເປັນອົງການຈັດຕັ້ງ ທາງສັງຄົມ iNGO ຂອງກອງປະຊມຸ AEPF9 ມີຄວາມພູມໃຈທີ່ຈະແລກປ່ຽນແລະແບ່ງປັນຖະແຫຼງການສຸດທ້າຍຂອງກອງປະຊມຸ AEPF9 ນີ້ ແລະຫວັງວ່າຈະໄດ້ຮັບການຮ່ວມມືກັບທ່ານອີກໃນການປະຕິບັດຕົວຫນ້າທີ່ຕິດຕາມທີ່ກ່ຽວຂ້ອງຄືນ.

ຈາກ ຖະແຫຼງການກອງປະຊຸມເວທີປະຊາຊົນເອເຊຍ-ເອີ​ຣົບ ຄັ້ງທີ 9  ຈັດຢູ່ວຽງຈັນ, ສປປ ລາວ ໃນວັນທີ 16-19 ຕຸລາ 2012.

ອາຊຽນຕ້ອງເນັ້ນການປັບປຸງການສຶກສາ

“ຜູ້ນໍາອາຊຽນຕ້ອງເນັ້ນການປັບປຸງການສຶກສາໃນພາກພື້ນເພື້ອສ້າງເສີມໃຫ້ເກີດປະຊາຄົມທີ່ມີພະລັງສ້າງສັນ”

“ແນວໃດກໍດີ ເສັ້ນທາງໄປສູ່ຄວາມສໍາເລັດດັງກ່າວອາດບໍ່ສົດໃສປານໃດຫາກພິຈາລະນາຈາກເຈດຈໍາ ນົງທາງກາງເມືອງຂອງຜູ້ນໍາອາຊຽນທີ່ເປັນຢູ່ ຊຶ່ງ ມັກສົນໃຈແບບແຜນການພັດທະນາທີ່ບໍ່ ຍືນຍົງ ແລະ ພຶ່ງພາກັບການຂະຫຍາຍຕົວທາງເສດທະກິດ“ ເພິ່ນກ່າວໄວ້ “ພວກເຂົາຍັງບໍ່ເຫັນຄວາມສໍາຄັນເຖິງ ຄວາມຈໍາເປັນທີ່ຈະຕ້ອງສະແຫວງຫາແນວທາງໃຫມ່ໆ ດ້ານການສຶກສາ ຊຶ່ງອາດແຕກຕ່າງຈາກ ແນວທາງທີ່ພວກເຂົາຄຸ້ນເຄີຍ”

“ນອກຈາກຈະເກີດວິກິດໃຍ່ໆ ປະຊາຊົນມັກບໍ່ເຫັນຄວາມສໍາຄັນວ່າພວກເຮົາຕ້ອງຮື້ລະບົບການສຶກສາທັງຫມົດໃນປັດຈຸບັນເຊື່ອງຊ້າເກີນໄປແລະຍຶດຕິດກັບປະເພນີເກົ່າການສຶກສາບໍ່ຄວນມຸງເນັ້ນສະເພາະດ້ານວິຊາການ”

ຈາກ ການສອນຄວາມສຸກ (Teaching Happiness) Bangkok Post 24 ສິງຫາ 2012

“ໃນປີ 1980 ສົມບັດໄດ້ກັບໄປ ບ້ານເກີດ”

SB & Woman-005bຊີວິດໃນໄວເດັກຂອງ ສົມບັດ ສົມພອນ ຢູ່ທ່າມກາງຄວາມບໍ່ແນ່ນອນແລະຄວາມສັບສົນວຸ້ນວາຍຍ້ອນ ປະເທດ ລາວໃນຕອນນັ້ນໄດ້ຖືກຮຸກຮາມຈາກສົງຄາມອິນດູຈີນ. ສົມບັດລອດພົ້ນອອກຈາກເຫດການເຫຼົ່າ ນັ້ນໄດ້ຍ້ອນ ສອບເສັງຍາດໄດ້ທຶນການສຶກສາເພື່ອໄປຮຽນຢູ່ມະຫາວິທະຍາໄລຮາວາຍ (University of Hawaii) ແລະ ໄດ້ຮັບໃບປະກາດໃນດ້ານການສຶກສາແລະດ້ານກະສິກໍາ. ໃນປີ 1980 ສົມບັດໄດ້ກັບໄປ ບ້ານເກີດຂອງຕົນເອງ ອີກຄັ້ງໜຶ່ງ ແລະ ໃນປີດຽວກັນໄດ້ຊ່ວຍຈັດຕັ້ງໂຄງການການປູກເຂົ້າແບບປະສົມ ປະສານ (Rice-Based Integrated Farm System Project) ເພື່ອຊ່ວຍໃຫ້ຊາວນາບັນລຸ ຄວາມໝັ້ນຄົງ ດ້ານອາຫານ. ຫຼາຍປີຕໍ່ມາ ໄດ້ເຮັດໃຫ້ ສົມບັດກ້າວເຂົ້າສູ່ໂລກຂອງຊົນນະບົດໃນລາວ ແລະ ສູ່ອຸປະສັກທີ່ ສະຫຼັບຊັບຊ້ອນໃນໝູ່ບ້ານທີ່ ກະຈັດກະຈາຍໃນເຂດຫ່າງໄກສອກຫຼີກ ທີ່ກຳລັງລໍຖ້າ ນັກພັດທະນາທັງຫຼາຍເຂົ້າໄປຫາ.

ຈາກຄໍາຢົກຢ້ອງສໍາລັບການ ລາງວັນຣາມອນແມັກໄຊໄຊປີ 2005 ສາຂາຜູ້ນຳພາຊຸມຊົນ

ບໍ່ມີຄວາມເອົາໃຈໃສ່ຈາກລັດຖະບານຈັກໜ້ອຍ…

Charles Santiago-FCCT

“ມື້ວານນີ້ ແມ່ນຄົບຮອບໜຶ່ງເດືອນຂອງການຫາຍຕົວໄປຂອງສົມບັດ… ເມຍຂອງລາວຖືກເອີ້ນໄປ ລົມກັບຕຳຫຼວດ ເພື່ອເປັນສ່ວນໜຶ່ງຂອງຂະບວນການສືບສວນ. ນາງໄປຮອດສະຖານີຕຳຫຼວດຕອນ 9 ໂມງເຊົ້າ, ແລ້ວຄຳຖາມທີ່ເພິ່ນຖາມນາງ, ພາຍຫຼັງຈາກການສືບສວນມາໄດ້ໜຶ່ງເດືອນ, ແມ່ນ: “ເຈົ້າສົມລົດກັບສົມບັດ ເມື່ອໃດ? ພວກເຈົ້າພົບກັນໄດ້ແນວໃດ? ພວກເຈົ້າອາໄສຢູ່ໃສ, ມີລູກບໍ່?” … ແລ້ວການສອບຖາມກໍ່ຈົບລົງ, ແລະການສືບສວນກໍ່ແມ່ນດຳເນີນໂດຍເຈົ້າໜ້າທີ່ຂັ້ນຕົ້ນສຸດຂອງສະ ຖານີຕຳຫຼວດ ແຫ່ງນັ້ນ.

ສິ່ງນີ້ ກໍ່ໃຫ້ເກີດຄຳຖາມສຳຄັນຂຶ້ນມາ. ຂໍ້ທຳອິດແມ່ນ ມັນໄດ້ຍົກປະເດັນທີ່ວ່າ, ພາຍຫຼັງຈາກໜຶ່ງ ເດືອນ ເຈົ້າເອີ້ນເມຍລາວມາ ແລ້ວເວົ້າວ່າ “ພວກເຈົ້າເອົາກັນມື້ໃດ, ຫຼືພົບກັນຄັ້ງທຳອິດເມື່ອໃດ?” ເຊິ່ງສະແດງໃຫ້ເຫັນວ່າຕຳຫຼວດ ແລະຄະນະບໍລິຫານປະເທດ ບໍ່ໄດ້ມີຄວາມສົນໃຈເລີຍ, ບໍ່ມີຄວາມ ເອົາໃຈໃສ່ ທີ່ຈະຄົ້ນຫາຮາກເຫງົ້າຂອງປັນຫານີ້. ບໍ່ມີຄວາມສົນໃຈເລີຍ, ແລະບໍ່ມີຄວາມເອົາໃຈໃສ່ ທີ່ ຈະແກ້ບັນຫານີ້, ຍົກເວັ້ນແຕ່ເວົ້າໃນທຸກໆກອງປະຊຸມວ່າ “ພວກເຮົາຢາກເຂົ້າໃຫ້ເຖິງຮາກເຫງົ້າຂອງ ປັນຫາ ເພາະວ່າຄວາມເຊື່ອໝັ້ນຕໍ່ປະເທດລາວ ໄດ້ຖືກກະທົບ, ສະນັ້ນ ພວກເຮົາຈິ່ງຢາກແກ້ໄຂປັນຫາ ນີ້ໃຫ້ໄວເທົ່າທີ່ຈະໄວໄດ້.”

ແຕ່ເມື່ອຖືກຖາມກ່ຽວກັບການສືບສວນ, ພັດບໍ່ມີຫຍັງຄືບໜ້າ, ແລະຄຳເວົ້າອັນເກົ່າກໍ່ລຸຫຼັ່ງອອກມາຢູ່ ຄືແນວນັ້ນ.

ຊາລ ຊານທີເອໂກ (Charles Santiago), ສະມາຊິກສະພາມາເລເຊຍ, ທີ່ກອງປະຊຸມຖະແຫຼງຂ່າວທີ່ FCCT ພາຍຫຼັງຈາກ ທີ່ໄດ້ເດີນທາງໄປລາວ ໃນເດືອນມັງກອນ 2013.

ການຝ່າຝຶນພັນທະສາກົນ

ICJ-Legal Memorandum on SBລັດຖ​ະບານ​ແຫ່ງ ສປປ ລາວ ຍັງ​ໄດ້​ປະຕິ​ເສດ​ຕໍ່​ສາ​ທາ​ລະນະ ​ໂດຍ​ບໍ່​ຍອມຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຜູ້​ຊ່ຽວຊານ​ຕ່າງປະ​ເທດ​​ເພື່ອ​ນຳ​ໃຊ້​ເຕັກນິກ​ເພື່ອ​ໃຫ້​ພາບ​ຈາກ​ກ້ອງ​ວົງ​ຈອນ​ປິດ​ທີ່​ບັນທຶກ​ນາ​ທີ​ທີ່​ສົມບັດ ສົມ​ພອນ “ຫາຍ​ຕົວ​ໄປ” ​ໃຫ້​ຈະ​ແຈ້ງ​ຂື້ນ, ນອກຈາກ​ຂໍ້​ເທັດ​ຈິງ​ທີ່​ວ່າ​ໄດ້​ມີ​ການ​ຍອມຮັບ​ກ່ອນ​ໜ້າ​ນີ້​ວ່າ​ຂາດ​ເຕັກນິກ​ທີ່​ຈະ​​ເຮັດ​ໃຫ້​ພາບ​ບັນທຶກ​ຈາກ​ກ້ອງ​ວົງ​ຈອນ​ປິດ​ແຈ້ງ​ຂື້ນ​ເພື່ອ​ໃຫ້​ສາມາດ​ລະບຸບຸກຄົນ ​ແລະ ລົດ​ທີ່​ປາກົດ​ໃຫ້​ເຫັນ​ໃນ​ນັ້ນ​ຊັດ​ເຈນ. ການ​ປະຕິ​ເສດ​ດັ່ງກ່າວ​ຂອງ​ລັດຖະບານ​ແຫ່ງ​ ສປປ ລາວ ​ໃນ​ການ​ໃຫ້ການ​ຮ່ວມ​ມື​ກັບ​ຜູ້​ຊ່ຽວຊານ​​ໃນການ​ວິ​ເຄາະ​ຫຼັກ​ຖານ ອາດ​ຈະ​ຖືກ​ຕີ​ຄວາມ​ວ່າ​ເປັນ​ການຝ່າ​ຝືນ​ພັນທະກໍລະນີ​ພາຍ​ໃຕ້ ICCPR, CAT ​ແລະ ມາດຖານຂອງ​ອະນຸ​ສັນຍາ ​ແລະ ຖະ​ແຫຼ​ງການ.

ຄະນະ​ກຳມະການ​ນັກ​ນິຕິສາດ​ສາກົນ (International Commission of Jurists) ​ໃນ “Legal Memorandum on the case of Sombath Somphone.” ຂ່າວ​ທີ່​ກ່ຽວຂ້ອງ​ສາມາດ​ເບິ່ງ​ໄດ້​ຢູ່​ບ່ອນ​ນີ້.

ລາວເປັນຜູ້ຟັງທີ່ດີ…

Castan Centreລາວ​ເປັນຍັງ​ເປັນ​ຄົນ​ທີ່​ມີ​ຄວາມ​ເຄົາ​ນົບ​ຖື​ເປັນ​ຢ່າງ​ສູງ​ຕໍ່​ວິຖີ​ຊີວິດ​ທ້ອງ​ຖິ່ນ ​ແລະ ພູມ​ປັນຍາ​ທ້ອງ​ຖິ່ນ. ລາວ​ເຊື່ອມາຕະຫຼອດ​ວ່າ​​ເຮົາບໍ່​ສາມາດ​​ເອົາ​ຕົວ​ລອດ​ໄດ້​ໃນ​​ເລື່ອງ​ການ​​ປູກຝັງຖ້າ​ເຮົາ​ບໍ່​ວ່າ​ຈະ​ລົງມື​ເຮັດ​ແນວ​ໃດ.

ເຊິ່ງ​ແຕກ​ຕ່າງ​ຈາກຜູ້​ຊ່ຽວຊານ​ດ້ານ​ກະ​ສິກຳ​ຫຼາຍໆ​ຄົນ​​ໃນ​ປັດ​ຈຸ​ບັນ​ທີ່ມັກ​ຈະ​ຍ່າງ​ເຂົ້າ​ໄປ​ຫາ​ປະ​ເທດ​ກຳລັງ​ພັດທະນາ ​ແລ້ວ​ເວົ້າ​ວ່າ ‘​ເຮົາ​ສາມາດ​ສອນ​ເຈົ້າວ່າ​ຄວນ​ຈະ​ເຮັດ​ແນວ​​ໃດ.’​

ສົມບັດ​ ບໍ່​ເຄີຍ​ເຮັດ​ແນວ​ນັ້ນ. ທຸກໆ​ຄັ້ງ​ລາວ​ພະຍາຍາມ​ຮຽນ​ຮູ້ ​ແລະ ຮັບຟັງ​ກ່ອນ, ​ແລະ ມັນ​ກໍ​ເປັນ​ແນວທາງ​ການ​ເຮັດ​ວຽກ​ຂອງ​ລາວ​ຕັ້ງ​ແຕ່​ໃດ​ມາ​ ​ໃນ​ການ​ເຮັດ​ວຽກ​ກັບ​ຄົນ​ອື່ນ. ລາວ​ບໍ່​ເວົ້າ​ຫຼາຍ, ​​ລາວ​ຟັງ​ກ່ອນ.

ນາງ ອຶງ ຊຸຍ​ມິ​ງ, ກ່າວ​ໃນ ງານ​ຄາ​ສຕານ: ການ​ບັງຄັບ​ໃຫ້ຫາ​ຍສາບ​ສູນ​ໃນ​ອາຊີ: ກໍລະນີ ສົມບັດ​ສົມ​ພອນ (Castan Event: Enforced Disappearances in Asia: the case of Sombath Somphone), ​​ຈັດ​ຂື້ນ​ທີ່ມະຫາວິທະຍາ​ໄລ​ໂມ​ນາຊ, ​ເມ​ວບອນ, ອົດ​ສະ​ຕາ​ລີ ​ໃນ​ວັນ​ທີ 6 ມີນາ 2014

ສິດທິມະນຸດບໍ່ແມ່ນຕົວປະກອບ

​ໂລກ​ນີ້​ຕ້ອງ​ຍຶດຖືຕາມຖະແຫຼງການສາກົນ ວ່າດ້ວຍ ສິດທິມະນຸດ (UDHR: Universal Declaration of Human Rights), ທີ່​ວ່າ​ສິດທິ​ມະນຸດ​ບໍ່​​ແມ່ນ​ສິ່ງ​ທີ່​ຢູ່​ພາຍ​ໃຕ້​ການ​ອະນຸມັດ​ຂອງ​ລັດຖະບານ … ສິດທິ​ມະນຸດ​​ເປັນ​ເລື່ອງ​ສາກົນ…ພວກ​ເຮົາ​ຕ້ອງ​ຊ່ວຍ​ກັນ​ກົດ​ດັນ​ປະ​ເທດ​ລາວ​ໃຫ້​ຊ່ວຍ​ຊອກ​ຫາ ສົມບັດ ສົມ​ພອນ ​ແລະ ພາລາ​ວກັບ​ມາ​ຢ່າງ​ປອດ​ໄພ … ສິ່ງ​ເຫຼົ່າ​ນີ້​ຈະ​ເປັນ​ຈຸດ​ເລີ່​ມໃນ​ການ​ເປີດ​ປະ​ເດັນ​ກ່ຽວ​ກັບ​ສິດທິຂອງ​ປະຊາຊົນ​ໃນ​ເຂດ​ພາກພື້ນ​ນີ້, ​ແຕ່​ພວກ​ເຮົາ​ບໍ່​ຄວນ​ລ່າ​ຊ້າ​ໄປ​ກວ່າ​ນີ້​ອີກ​ແລ້ວ.

ສິດທິ​ມະນຸດ​ສາກົນ​​​ແມ່ນ​ສິ່ງ​ທີ່ຄົນ​ທຸກ​ຄົນ​ໃນ​ໂລກ​ໃບ​​ນີ້​ລ້ວນ​ເປັນ​ເຈົ້າ​ຂອງ ​ແລະ ລັດຖະບານ​ຈະ​ຕ້ອງ​ຢຸດ​ທຳທ່າ​ສະ​ແດງ​ວ່າ​ສິ່ງ​ນີ້​​ແມ່ນ​ຢູ່​ໃນ​ອຳນາດ​ຂອງ​ພວກ​ເຂົາ​ ​ເພື່ອ​ເປັນ​ຂໍ້​ຍົກ​ເວັ້ນ​ໃຫ້​​ແກ່​ພວກ​ເຂົາ. ສິດທິ​ມະນຸດ​ບໍ່​ແມ່ນ​ສິ່ງ​ປະກອບ​ເພີ້​ມຕື່ມ ຫຼື ​ເປັນ​ສິ່ງ​ທີ່​ຕ້ອງ​ເຮັດ​ຫຼັງ​ຈາກ​ບັນຫາ​ອື່ນໆ ຖືກ​ແກ້​ໄຂ​ແລ້ວ; ມັນ​ແມ່ນ​​ຮາກ​ຖານ​ຂອງ​ການ​ເຕີບ​ໃຫຍ່ ​ແລະ ການວັດ​ແທກ​ການ​ປະພຶດ​ຕົວ​ຕໍ່​ກັນ​ແລະກັນ ​ແລະ ຕໍ່​ຕົວ​ເຮົາ​ເອງ. ​

Jack Healey, ​ຈາກ Huffington Post

ບົກພ່ອງ ​ແລະ ບໍ່​ໜ້າ​ເຊື່ອ​ຖື

Screen Shot 2013-02-01 at 22.53.08 PMພາຄີ​ແຫ່​ງ​ເອີຣົບ​ເຫັນ​ວ່າການ​ຫາຍ​ຕົວ​ໄປ​ໂດຍ​ບໍ່​ມີ​ຄຳ​ອະທິບາຍ​ຂອງ​ທ່ານ ສົມບັດ ສົມ​ພອນ ​ເປັນ​ບັນຫາ​ຮ້າຍ​ແຮງ​ຢ່າງ​ຍິ່ງ ພວກ​ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ກັງວົນ​ຢ່າງ​ເລິກ​ຊຶ້ງຕໍ່​ຄວາມ​ປອດ​ໄພ ​ແລະ ຊະ​ຕາ​ກຳ​ຂອງ​ລາວ. ພາຄີ​ແຫ່ງ​ເອີຣົບມີ​ຄວາມ​ເຫັນ​ຕໍ່​ຄຳ​ຖະ​ແຫຼ​ງການຂອງ​ລັດຖະບານ ສປປ ລາວ ​ໃນ​ຄະດີ​ນີ້ວ່າ​ຍັງ​ມີ​ຂໍ້​ບົກພ່ອງ ​ແລະ ບໍ່​ໜ້າ​ເຊື່ອ​ຖື, ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ລັດ​ຖະບານ​ ສປປ ລາວ ​ໃຫ້​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ຄະດີ​ນີ້​ຢ່າງຮອບດ້ານ ​ແລະ ​ໂປ່​ງ​​​ໃສ ​ແລະ ຮ່ວມ​ມື​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ​ກັບ​ໜ່ວຍ​ງານ​ແຫ່ງ​ສະຫະ​ປະຊາ​ຊາດ ຢ່າງ​ເຊັ່ນ ຄະນະ​ເຮັດ​ວຽກ​ດ້ານການ​ບັງຄັບ​ບຸກຄົນ​ໃຫ້​ສູນຫາຍ (Working Group on Enforced Disappearances) ​​ເຊິ່ງຕັ້ງ​ຢູ່​ທີ່​ເຈ​ນີວາ.

ສະພາເອີຣົບ….

  • ສະ​ແດງ​ຄວາມ​ເປັນ​ກັງ​ວົງ​ຢ່າງ​​ເລິກ​ເຊິ່ງຕໍ່​ການ​ຫາຍ​ຕົວ​ໄປ, ຄວາມ​ປອດ​ໄພ ​ແລະ ການ​ເປັນ​ຢູ່​ຂອງ​ສົມບັດ​ ສົມ​ພອນ;
  • ຮຽກຮ້ອງ​​ໃຫ້​ເຈົ້າ​ໜ້າ​ທີ່​ລາວ​ດຳ​ເນີນການ​ສືບສວນ​ສອບ​ສວນຢ່າງ​ຮີບ​ດ່ວນ, ​ໂປ່​ງ​ໃສ, ທົ່ວ​ເຖິງ ​ໂດຍສອດ​ຄ່ອງ​ກັບ​ພາລະ​ໜ້າ​ທີ່​ຂອງ​ຕົນ​ພາຍ​ໃຕ້​ກົດໝາຍ​ສິດທິ​ມະນຸດ​ລະຫວ່າງ​ປະ​ເທດ​ຢ່າງ​ເຕັມທີ່, ​ໃຫ້​ຄວາມ​ຮ່ວມ​ມື​ກັບ​ໜ່ວຍ​ງານ​ຂອງ​ສະຫະ​ປະຊາ​ຊາດ ​ເຊັ່ນ ຄະນະ​ເຮັດ​ວຽກ​ກ່ຽວ​ກັບ​ການ​ບັງຄັບ​ຫຼືການ​ເຮັດ​ໃຫ້​ສູນ​ຫາຍ​ຕົວ​ບໍ່​ສະໝັກ​ໃຈ ​ແລະ ​ເພື່ອ​ຮັບປະກັນ​ວ່າ​ສົມບັດ​ ສົມ​ພອນ​ຈະ​ໄດ້​ກັບ​ຄືນ​ຫາ​ຄອບຄົວ​ຢ່າງ​ປອດ​ໄພ ​ແລະ ​​ໂດຍ​ດ່ວນ;
  • ສືບ​ຕໍ່​ຮຽກຮ້ອງ​ຕໍ່​ຜູ້​ແທນ/ຮອງ​ປະທານ​ຂັ້ນ​ສູງ ຂອງ​ຄະນະ​ກຳມະການ​ໃນ​ການກວດ​ສອບ​ລັດຖະບານ​ລາວຢ່າງ​ໃກ້ຊິດກ່ຽວ​ກັບ​ການ​ສືບສວນ​ສອບ​ສວນ​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ສົມ​ພອນ;
  • ​ເນັ້ນ​ຢໍ້າວ່າ​ເຈົ້າ​ໜ້າ​ທີ່​ລາວ​ຄວນ​ດຳ​ເນີນ​ການ​ທຸກ​ຂັ້ນ​ຕອນ​ທີ່​ຈຳ​ເປັນ​ທັງ​ໝົດເພື່ອຍຸ​ດຕິ​ການ​ຈັດ​ບກຸມ​ໂດ​ຍພະລະການ ​ແລະ ການ​ຄຸມ​ຂັງ​ແບບ​ປິດ​ລັບ; ຮຽກຮ້ອງ​ໃຫ້​ທາງ​ການ​ລາວ​ໃຫ້​ສັດຕະ​ຍາ​ບັນຕໍ່​ອະນຸ​ສັນຍາ​ລະຫວ່າງ​ປະ​ເທດ​ວ່າ​ດ້ວຍ​ການ​ຄຸ້ມ​ຄົງ​ບຸກຄົນ​ທຸກ​ຄົນ​ຈາກ​ການ​ບັງຄັບ​ໃຫ້ຫາ​ຍສາບ​ສູນ;​
  • ຮຽກຮ້ອງ​ໃຫ້​ລັດຖະບານ​ລາວ​ເຄົາລົບ​ຕໍ່​ສິດ​ເສລີພາບ​ໃນ​ການສະ​ແດງ​ອອກ ​ແລະ ການ​ສະມາຄົມ ​ແລະ ສິດທິ​ຂອງ​ຊົນ​ເຜົ່າ​ນ້ອຍ, ​ແລະ ​ເພື່ອ​ປົກ​ປ້ອງ​ສິດທິ​​ເສລີພາບ​​ໃນ​ການ​ນັບຖື​ສາສະໜາ ຫຼື ຄວາມ​ເຊື່ອ;

​​ເອກະສານ​ສະບັບ​ເຕັມທີ່​ຮັບຮອງ​ໂດຍ​ສະພາ​ເອີຣົບ ​ໃນ​​ເມື່ອ​ວັນ​ທີ 16 ມັງກອນ 2014, ສາ​ມາດ​ອ່ານ​ໄດ້​ທີ່​ນີ້.

ອົງການສິດທິມະນຸດແຫ່ງອາຊຽນຍັງຄົງມິດງຽບ

ສຳນັກເລຂາທິການ​ຂອງ​ອາ​ຊຽນ​ໄດ້​ສະໜັບ​ໜູນ​ຄະນະ​ກຳມະການລະຫວ່າງ​ລັດຖະບານອາ​ຊຽນທີ່​ມີ​ອາຍຸ​ໄດ້ 4 ປີ ​ທາງ​ດ້ານ​ສິດທິ​ມະນຸດ. ກຸ່ມ​ດັ່ງກ່າວປາກົດ​ວ່າ​ບໍ່​ໄດ້​ສະ​ແດງ​ຄວາມ​ເປັນ​ກັງວົນ​ຕໍ່​​ເຫດການການ​ລ່ວງ​ລະ​ເມີດ​ສິດທິມະນຸດ​ທີ່​ເກີດ​ຂື້ນ​ພາກ​ພື້ນ ທີ່ນັບ​ຄັ້ງ​ບໍ່​ຖ້ວນ. ຄວາມ​ຜິດ​ທີ່​ຮ້າຍ​ແຮງ​ ​ແລະ ​ໂຈ່ງ​​ແຈ້ງ​ທີ່​ສຸດ​ແມ່ນ​ຕໍ່​ກັບ​ເຫດ​ການ​ການ​ລັກ​ພາ​ຕົວ​ສົມບັດ​ ສົມ​ພອນ ​ເຊິ່ງ​ເປັນ​ກໍລະນີ​ຕົວຢ່າງ​ທີ່​ດີ​ສຳລັບ​ກຸ່ມ​ອາ​ຊຽນທີ່​ຈະ​ໃຫ້​ຄວາມ​ສຳຄັນ ແລະ ນຳ​ໄປ​ສູ່ການຕັດ​ສິນ​ໃຈ.

From Bangkok Post editorial “Sombath Case Needs Pressure” on 17 December 2013