ປ້ອມໃໝ່…ແຕ່ເລື່ອງເກົ່າ

police-post

ທາງຕຳຫຼວດໄດ້ປ້ອມໃໝ່ ບ່ອນທີ່ສົມບັດ ຖືກຫາຍຕົວໄປ. ແລ້ວເມື່ອໃດເຮົາຈະໄດ້ການສືບສວນໃໝ່ (ແລະແທ້ຈິງ) ຕໍ່ການຫາຍຕົວໄປຄັ້ງນີ້?

ເປັນຫຍັງກອງປະຊຸມວິຊາການກ່ຽວກັບລາວ ຈິ່ງບໍ່ເຄີຍຈັດຢູ່ລາວ?

Logo-Speak Out-Points to Ponderກອງປະຊຸມວິຊາການສາກົນກ່ຽວກັບລາວ (International Conference on Lao Studies) ຄັ້ງທີ 5 ກຳລັງດຳເນີນຢູ່ທີ່ກຸງເທບ, ປະເທດໄທ ໃນວັນທີ 8-10 ກໍລະກົດນີ້. ກອງປະຊຸມນີ້ເຄີຍໄດ້ຈັດຂຶ້ນທີ່ຂອນແກ່ນ, ປະເທດໄທ, ແລະອີກ 3 ບ່ອນໃນສະຫະລັດ.

ເປັນຫຍັງກອງປະຊຸມວິຊາການກ່ຽວກັບລາວຈິ່ງບໍ່ເຄີຍຖືກຈັດຂຶ້ນໃນລາວ?

ເຮົາຈະໄປຫາໃຜ?

Logo-Speak Out-Points to Ponderເມື່ອເກີດມີອາຊະຍາກຳ, ສ່ວນຫຼາຍ ເຮົາຈະໄປຫາເຈົ້າໜ້າທີ່ເພື່ອຂໍຄວາມຊ່ວຍເຫຼືອ. ແຕ່ເມື່ອເຈົ້າ ໜ້າທີ່ ເປັນຜູ້ກໍ່ອາຊະຍາກຳເອງ, ເຮົາຈະໄປຫາໃຜ?

When a crime is committed, we often go to the authorities for help. But where can we go if the authorities committed the crime?

ກອງປະຊຸມພາກປະຊາສັງຄົມອາຊຽນ

Logo-Speak Out-Points to Ponderກອງປະຊຸມອົງການຈັດຕັ້ງທາງສັງຄົມອາຊຽນ ຫຼືກອງປະຊຸມພາກປະຊາສັງຄົມອາຊຽນ (ASCS/APF) ທີ່ຈັດຂຶ້ນແຕ່ລະປີ ແມ່ນການນຳສະເໜີແບບຢ່າງທີ່ຫຼາກຫຼາຍ ຂອງກຸ່ມອົງການຈັດຕັ້ງທາງສັງ ຄົມ ແລະຝ່າຍບຸກຄົນຂອງອາຊຽນ ທີ່ນຳເອົາສຽງ ແລະບັນຫາຂອງຕົນຂຶ້ນສູ່ຜູ້ນຳ ແລະນັກກົດໝາຍ ລະດັບພາກພື້ນ.

ໃນປີ 2014, ການພົບປະແມ່ນຈັດຢູ່ທີ່ກຸງຢ້າງກຸ້ງ, ປະເທດພະມ້າ, ໂດຍມີຜູ້ເຂົ້າຮ່ວມກວ່າ 3,000 ຄົນ. ກອງປະຊຸມລວມ 3 ບັ້ນ ແລະກອງປະຊຸມຖາມຕອບ 35 ບັ້ນ ມີນັກປາຖະກະຖາເກືອບ 200 ທ່ານ.

ໃນນີ້ ມີພຽງທ່ານດຽວຈາກ ສປປ ລາວ.

ກອງປະຊຸມ ປີ 2015 ໄດ້ຈັດຂຶ້ນໃນວັນທີ 20-24 ເມສາ ທີ່ກົວລາລຳເປີ, ປະເທດມາເລເຊຍ. ໂດຍມີ ຜູ້ເຂົ້າຮ່ວມກວ່າ 1,4000 ຄົນ, ການປະຊຸມເທື່ອນີ້ໄດ້ຈັດກອງປະຊຸມແລກປ່ຽນ 69 ບັ້ນ ໂດຍມີນັກ ປາຖະກະຖາ 250 ທ່ານ ເຂົ້າຮ່ວມແລກປ່ຽນແນວຄິດ ແລະການວິເຄາະຮ່ວມກັນ.

ອີກເທື່ອໜຶ່ງ, ມີພຽງຄົນລາວ 1 ທ່ານ ເທົ່ານັ້ນ.

ເຖິງແນວນັ້ນ ຫຼາຍຄົນກໍ່ຍັງເຊື່ອວ່າ ສປປ ລາວ ເໝາະສົມທີ່ຈະເປັນເຈົ້າພາບກອງປະຊຸມປີ 2016.

ເລື່ອງຈິງ ແລະເລື່ອງແຕ່ງ

Logo-Speak Out-Points to Ponderຕັ້ງແຕ່ ສົມບັດ ສົມພອນ ໄດ້ຖືກລັກພາຕົວ ໃນວັນທີ 15 ທັນວາ 2010, ໄດ້ມີການຕັ້ງຂໍ້ສັນນິຖານ ກັນຕ່າງໆ ນາໆ, ທັງໃນທາງສາທາລະນະ ແລະໃນທາງສ່ວນຕົວ, ວ່າເປັນຫຍັງເພິ່ນຈິ່ງຖືກລັກພາຕົວ.

ບໍ່ພໍເທົ່າໃດວັນ ຫຼັງຈາກທີ່ເພິ່ນຫາຍຕົວໄປ, ເຈົ້າໜ້າທີ່ລັດຖະບານໄດ້ເດົາວ່າ ອາດແມ່ນຍ້ອນຄວາມ ຂັດແຍ່ງສ່ວນຕົວ ຫຼືດ້ານທຸລະກິດ.

ທິສະດີນີ້ ໄດ້ຖືກກ່າວຫຼາຍຄັ້ງ ໃນແງ່ມຸມຫຼາຍແນວ, ທັງໂດຍນັກການທູດ ແລະບຸກຄົນທີ່ອ້າງວ່າເປັນ ຜູ້ຮັບຜິດຊອບການສືບສວນທາງການ.

ແມ່ນແຕ່ໃນກອງປະຊຸມທົບທວນປະຈຳໄລຍະດ້ານສິທິມະນຸດ ຕໍ່ໜ້າສະພາສິທິມະນຸດ ອົງການສະຫະປະຊາຊາດ ໃນເດືອນມັງກອນ 2015, ກໍ່ຍັງມີການສະເໜີວ່າອາດເປັນການຂັດແຍ່ງກັບກຸ່ມອາຊະຍາກອນ.

ເຖິງແນວນັ້ນ ພາຍຫຼັງຈາກ 2 ປີ ຂອງສິ່ງທີ່ອ້າງວ່າເປັນການສືບສວນທີ່ຈິງຈັງ ແລະລະອຽດລະອໍ, ກໍ່ ຍັງບໍ່ມີຂໍ້ມູນ ຫຼືຫຼັກຖານທີ່ຈະມາສະໜັບສະໜຸນຂໍ້ກ່າວຫາດັ່ງກ່າວ. ບໍ່ມີຫຍັງເລີຍ.

ລາງວັນ ແມັກໄຊໄຊ ໃນລາວ

Logo-Speak Out-Points to Ponderໃນປະຫວັດ 58 ປີ, ລາງວັນ ເຣມອນ ແມັກໄຊໄຊ ທີ່ຊົງກຽດ ໄດ້ຖືກມອບໃຫ້ບຸກຄົນທີ່ພົ້ນເດັ່ນແລ້ວ ກວ່າ 300 ທ່ານ ຈາກທົ່ວອາຊີ.

ໃນນັ້ນ ສອງທ່ານ ແມ່ນມາຈາກລາວ.

ທ່ານທຳອິດແມ່ນ ແກ້ວ ວິພາກອນ, ທີ່ໄດ້ຮັບລາງວັນຂ້າລາຊະການດີເດັ່ນ ໃນປີ 1967.

ແກ້ວ ໄດ້ເຖິງແກ່ມໍລະນະກຳໄປຫວ່າງມໍ່ໆມານີ້.

ທ່ານທີສອງແມ່ນ ສົມບັດ ສົມພອນ, ທີ່ໄດ້ຮັບລາງວັນຜູ້ນຳຊຸມຊົນດີເດັ່ນ ໃນປີ 2005.

ສົມບັດ ໄດ້ຖືກຕຳຫຼວດໃຫ້ຢຸດ ແລ້ວລັກພາຕົວໄປໃນເດືອນທັນວາ 2012.

ບໍ່ມີໃຜປາກົດເຫັນເພິ່ນຕັ້ງແຕ່ນັ້ນມາ.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພົນລະເມືອງລາວ ທີ່ດີເດັ່ນເຫຼົ່ານີ້ ສາມາດພົບໄດ້ທີ່:

http://www.rmaf.org.ph/newrmaf/main/awardees/filter/all/all/all/LA/1

ຍັງມີອີກຫຼາຍປານໃດທີ່ຖືກເຊື່ອງຊ້ອນໄວ້?

Logo-Speak Out-Points to Ponderຖ້າຄົນລາວ, ສື່ລາວ, ແລະອົງການຈັດຕັ້ງ ທາງ ສັງຄົມລາວ, ລວມເຖິງອົງການ ສະຫະປະຊາຊາດ ແລະອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ເຮັດວຽກ ໃນລາວ ຍັງບໍ່ສາມາດເວົ້າໄດ້ຢ່າງເປີດແປນ ກ່ຽວກັບ ສົມບັດ ສົມພອນ, ແລ້ວຈະຍັງມີ ການຫາຍ ສາບສູນ, ການຄຸມຂັງທີ່ບໍ່ຜ່ານ ກົດໝາຍ, ແລະການລະເມີດສິທິມະນຸດອີກ ຈັກກໍລະນີ ທີ່ຍັງຖືກເຊື່ອງ ຊ້ອນໄວ້?