ພັນມື້ ຜ່ານມາ ກໍຣະນີ ການບັງຄັບໃຫ້ຖືກ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ສແດງຢ່າງຈະແຈ້ງ ເຖີງການປອ່ຍປະລະເມີດ ສັນຍາສາກົນຂອງລັຖະບານ ສປປ ລາວ

1000 days

FIDH: 11 ກັນຍາ 2015

ມື້ນີ້, ເປັນມື້ ທີ່ 1000 ຊື່ງ ທ່ານ ສົມບັດ ສົມພອນ ຜູ້ນໍ່າ ຊື່ດັງ ອົງການ ປະຊາສັງຄົມ ໃດ້ ‘’ຫາຍສາບສູນ’’ ທີ່ ປອ້ມຍາມ ຕໍ່າຫລວດ ແຫ່ງນື່ງ ຂອງ ຖນົນ ໃຫຍ່ນື່ງ ທີ່ ນະຄອນ ວຽງຈັນ. ພວກ ຂ້າພະເຈົ້າ, ອົງການ ທີ່ມີ ລ່າຍຊື່ ຢູ່ຂ້າງ ລູ່ມນີ້, ຂໍ ຣຽກທວງ ອີກຄັ້ງນື່ງ ຕໍ່ ລັຖະບານ ສປປ ລາວ ໃຫ ເພີ້ມທະວີ ຄວາມ ພະຍາຍາມ ໃນການ ສືບສວນ ຄະດີ ຫາຍສາບສູນ ໂດຍຖືກ ບັງຄັບ ຂອງ ທ່ານ ສົມບັດ ຢ່າງ ຣີບດວ່ນ, ຢ່າງ ມີຄວາມ ເປັນທັມ ແລະ ຢ່າງມີ ປະສິດທິຜົນ, ທັ້ງນີ້ ກໍ່ ເພື່ອໃຫ້ ຊາບເຖີງ ຊາຕາກັມ ຂອງ ຜູ່ກ່ຽວ ແລະ ວ່າງ ມາຕະການ ທາງຄວນ ເພື່ອ ໄຕ່ສວນ ແລະ ນໍາເອົາ ຜູ້ ອັບພິດຊອບ ໃນ ເລື້ອງນີ້ ຂື້ນ ສານ.

ໃນ ໂອກາດ ກອງປະຊູມ ສອບສວນ ເຖີງ ສະຖານະພາບ ດ້ານ ສິດທິ ມະນຸດ ໃນ ສປປ ລາວ ຄັ້ງທີ່ ສອງ ເມື່ອ ມົກະຣາ ປີ 2015 ທີ່ ສະຫະປະຊາຊາດ ເມື່ອງ Genève, 10 ປະເທດ ພາຄີ ໄດ້ ສເນີ ໃຫ້ ທາງການ ສປປລາວ ສືບສວນ ເຖີງ ກໍລະນີ ຂອງ ທ່ານ ສົມບັດ. ນອກຈາກນັ້ນ ຍັງ ມີ ອີກ 5 ປະເທໄດ້ ຍົກເອົາ ບັນຫາ ດັ່ງກ່າວ ຂື້ນມາ ກ່າວ.

ພວກຂ້າພະເຈົ້າ ມີຄວາມ ສະທ້ານ ຕົກໃຈ ທີ່ ທາງການ ສປປ ລາວ ບໍ່ ສາມາດ ໃຫ້ຂ່າວ ຫລື ຂໍ້ມູນໃດໆ ເຖີງ ຄວາມ ຄືບໜາ ຂອງ ການສືບສວນ ນັບ ຕັ້ງແຕ່ ວັນທີ 7 ມິຖຸນາ ປີ 2013 ເປັນ ຕົ້ນມາ. ການ ຫລົມເຫລວ ອັນນີ້ ຍັງຈື້ງ ຢືນຢູ່ ເຖີງແມ່ນວ່າ ທາງການ ສປປລາວ ໃດ້ ຖແລງ ເນື່ອງໃນ ກອງປະຊູມ ສະຫະປະຊາຊາດ ສອບສວນ ດ້ານ ສິດທິ ມະນຸດ ສປປລາວ (UPR) ຄັ້ງ ເດືອນ ມິຖຸນາ 2015 ວ່າ ກໍ່າລັງ ມີການ ສືບສວນ ຢ່າງ ເອົາໃຈໄສ່ ເຖີງ ຊາຕາກັມ ຂອງ ທ່ານ ສົມບັດ. ບໍ່ເປັນ ການພຽງພໍ ທີ່ ສປປ ລາວ ພຽງຈະ ຢືນຢັນ ວ່າ ຕົນ ກໍ່າລັງ ທໍາການ ສືບສວນ ຄະດີ. ເງື່ອນໄຂ ທີ່ ສປປ ລາວ ຈໍາເປັນ ຕອ້ງປະຕິບັດ ຕໍ່ ກົດໝາຍ ສາກົນ ກໍ່ແມ່ນ ຕອ້ງ ທໍາການ ສືບສວນ ຢ່າງ ຣີບດວ່ນ ແລະ ແຈ້ງໃຫ້ ຄອບຄົວ ຂອງ ທ່ານ ສົມບັດ ຊາບເຖີງ ຄວາມ ຄືບໜ້າ ຂອງ ການ ສືບສວນ ດັ່ງກ່າວ. Continue reading “ພັນມື້ ຜ່ານມາ ກໍຣະນີ ການບັງຄັບໃຫ້ຖືກ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ສແດງຢ່າງຈະແຈ້ງ ເຖີງການປອ່ຍປະລະເມີດ ສັນຍາສາກົນຂອງລັຖະບານ ສປປ ລາວ”

ຢຸດການບັງຄັບໃຫ້ສູນຫາຍ, ພັນລະຍາ ຂອງຜູ້ໄດ້ຮັບລາງວັນຣາມອນ ແມັກໄຊໄຊໄດ້ກ່າວໄວ້

The Manila Post: 17 ກໍລະກົດ 2014

​ໂດຍ: ​​​ໄຈ​ມີ ອາ. ພິລາ​ພິລ (Jaime R. Pilapil)

ຊຸຍມິ​ງ ອຶງ,​ ພັນ​ລະ​ຍາ​ຂອງ ສົມບັດ ສົມ​ພອນ ​ຜູ້​ໄດ້​ຮັບ​ລາງວັນຣາມອນ​ແມັກ​ໄຊ​ໄຊ (Ramon Magsaysay)​ທີ່​​ຫາຍ​ຕົວ​ໄປ​ໃນ​ລາວ, ​​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ອອກ​ມາ​ດຳ​ເນີນ​ການ​ເພື່ອ​​ແກ້​ໄຂ​ບັນຫາ​ການ​ຫາຍ​ຕົວ​​ໄປ​ ທີ່​ປະ​ເທດ​ຟິລິບ​ປິນ.

ຊຸຍ​ມິ​ງ ​ເປັນ​ແຂກ​ຮັບ​ເຊີນ​ເພື່ອ​ກ່າວ​ໃນ​ງານ ປະຊຸມ​ຄັ້ງ​ທີ 3 ກ່ຽວ​ກັບ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານຈິດ​ສັງຄົມ​ໃນ​ການ​ຊອກ​ຫາ​ຄວາມ​ຈິງ ​ແລະຄວາມ​ເປັນ​ທຳ​ໃຫ້​ກັບ​ຜູ້​ເຄາະ​ຮ້າຍ​ຂອງ​ການ​ບັງຄັບ​ໃຫ້​ສູນຫາຍ, ການ​ທໍລະ​ມານ ​ແລະ ການ​ຖືກ​ດຳ​ເນີນ​ການນອກ​ລະບົບ​ກົດໝາຍ (Third Conference on Psychosocial Support Disappearances, Torture and Extra-judicial Execution) ທີ່​ໂຮງ​ແຮມ ​ເບ​ວິວພາກ​ (Bayview Park Hotel) ​ໃນ ກຸງ​ມະນີ​ລາ.

ຈັດ​ໂດຍ ສະຫະພັນ​ອາຊີ​ຕໍ່ຕ້ານ​ການ​ຫາຍຕົວ​ໂດຍ​ບໍ່​ສະໝັກ​ໃຈ (AFAD)​, ຍາດ​ພີ່​ນ້ອງ​ຂອງ​ຜູ້​ທີ່​ສູນຫາຍ ​ເຊິ່ງ​ໃນ​ນັ້ນ​ມີ ທ່ານ​ນາງ ອິດິທາ ​ເບີ​ໂກ​ສ (Edita Burgos) ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ງານ​ດັ່ງກ່າວ​ເຊັ່ນ​ກັນ. ​ເບີ​ໂກສ ​​ເປັນ​ແມ່​ຂອງ ​ໂຈ​ນາສ (Jonas) ທີ່​ຖືກ​ບັງຄັບ​ຕົວ​ໄປ​ໂດຍ​ໜ່ວຍງານທະຫານ​ໃນ​ວັນ​ທີ 28 ​ເມສາ 2007. ​ຈົນ​ຮອດ​ທຸກ​ມື້​ນີ້​ຍັງ​ບໍ່​ພົບ​ຕົວ​ໂຈ​ນາສ​ອີກ​ເລີຍ.

ຕັ້ງ​ແຕ່​ກົດ​​ໄອ​ຍະ​ການ​​ເສິກ​ໃນ​ປີ 1972 ​ໄດ້​ມີ​ລາຍ​ງານ​ໂຕ​ເລກ​ວ່າ​ມີ​ຜູ້​ສູນຫາຍ​ຈຳນວນ​ກວ່າ 2,000 ຄົນ, ຈຳນວນ​ຫຼາຍ​ກວ່າ 1,000 ຄົນ​ຖືກ​ກະທຳ​ໂຫດຮ້າຍ​ທາລຸນ ​ແລະ ຫຼາຍ​ຮ້ອຍ​ຄົນ​ທີ່​ຖືກ​ຂ້າ ​ເຊິ່ງ​ໃນ​ນັ້ນ​ກໍ​ລວມທັງ ການ​ສັງຫານ​ໝູ່ມາ​ກິນດາ​ເນົາ (Maguindanao) ​ໃນ​ເດືອນ​ພະຈິກ ປີ 2009.

ສົມບັດ ​ເປັນ​ຜູ້​ທີ່​ມີ​ບົດບາດ​​ເປັນ​ຜູ້ນຳພາໃນພາກ​ປະຊາ​ສັງຄົມ ​ເຊິ່ງ​ໄດ້​ຮັບ​ລາ​ງວັນ ຣາມອນ​ແມັກ​ໄຊ​ໄຊ ສາຂາ ຜູ້ນຳ​ຊຸມ​ຊົນ​ດີ​ເດັ່ນ ​ໃນ​ປີ 2005. ​ໃນ​ວັນ​ທີ 15 ທັນ​ວາ ປີ 2012, ​ໃນ​ພາບ​ບັນທຶກກ້ອງ​ວົງ​ຈອນ​ປິດ​ປາກົດ​ໃຫ້​ເຫັນ​ວ່າຕຳຫຼວດ​ລາວ​ໄດ້​ຢຸດ​ລົດ​ລາວ ​ແລະ ​ລາວ​ໄດ້​ຖືກ​ເອົາ​ຕົວ​ໄປ. ຫຼັງ​ຈາກ​ນັ້ນ​ກໍ​ບໍ່​ມີ​ໃຜ​ພົບ​ເຫັນ​ລາວ​ອີກ​ເລີຍ.

ຊຸຍ​ມິ​ງ ​ແລະ ຜູ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ໄດ້​ຮຽກຮ້ອງ​​ໃຫ້​ລັດຖະບານ​ລາວ​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ຢ່າງ​ຈິງ​ຈັງ ​ແລະ ​ເຮັດ​ທຸກ​ວິທີ​ທາງ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ສົມບັດ​ຈະ​ໄດ້​ກັບ​ມາ​ຫາ​ຄອບຄົວ​ຢ່າງ​ປອດ​ໄພ.

Continue reading “ຢຸດການບັງຄັບໃຫ້ສູນຫາຍ, ພັນລະຍາ ຂອງຜູ້ໄດ້ຮັບລາງວັນຣາມອນ ແມັກໄຊໄຊໄດ້ກ່າວໄວ້”