ຂໍຮ້ອງຈາກຫຼານສາວລຸງສົມບັດ

ປະຈຸບັນຫຼາຍຄົນຢ້ານທີ່ຈະກ່າວເຖິງການຫາຍໂຕໄປຂອງລຸງຂ້ອຍ, ລຸງ ສົມບັດ ສົມພອນ. ດ້ວຍ ເຫດຜົນໃດຂ້ອຍບໍ່ຮູ້ ແຕ່ຂ້ອຍຮູ້ສຶກວ່າສັງຄົມລາວ ບໍ່ຄວນຈະເປັນແນວນີ້.

ຕັ້ງແຕ່ເຫດການນີ້ເກີດຂື້ນກັບຄອບຄົວຂ້ອຍ, ຂ້ອຍກໍໄດ້ຍິນເລື່ອງລາວ ການຫາຍຕົວໄປ ຂອງຄົນລາວ ຄົນອື່ນໆ ຫຼາຍຂື້ນເລື້ອຍໆ. ແຕ່ລະຄອບຄົວມີຄວາມທຸກທໍລະມານໃຈ ທີ່ສຸດ ແລະຂ້ອຍເອງໄດ້ເຂົ້າໃຈ ຄວາມຮູ້ສືກນັ້ນ ເລີ່ມຕັ້ງແຕ່ມື້ທຳອິດທີ່ລຸງຂ້ອຍຫາຍໂຕໄປ.

Please-return-Sombath-Safelyຄອບຄົວພວກຂ້ອຍໄດ້ຂຽນໃບຮ້ອງທຸກ ຫາສານອາຍາ, ຫາກະຊວງປ້ອງກັນ ຄວາມສະຫງົບ, ຫາສະພາ ແຫ່ງຊາດ, ຫາກະຊວງການຕ່າງປະເທດ, ຫາຫ້ອງການ ລັດທະບານ ເພື່ອຂໍຄວາມຊ່ວຍເຫຼືອ ເຊິ່ງກໍ ໄດ້ຮັບຄວາມຮ່ວມມື ຮັບເອົາເອກະສານ ແຕ່ກໍບໍ່ໄດ້ຂ່າວຄາວຄວາມຄືບໜ້າ ຫຍັງກັບມາເລີຍ.

ຄົນຫຼາຍຄົນຢ້ານທີ່ຈະເວົ້າເຖິງລຸງຂ້ອຍ, ແມ້ແຕ່ໜັງສື່ພາຍໃນຫຼາຍບ່ອນຍັງບໍ່ກ້າ ລົງຂ່າວຄົນຫາຍ. ການລົງຂ່າວແຈ້ງຄົນ ຫາຍມັນບໍ່ໜ້າຈະຜິດຫຍັງ, ບໍ່ຄວນຈະເປັນເລື່ອງໜ້າຢ້ານ.

ລຸງຂ້ອຍລາວເຮັດຫຍັງຜິດ? ເຖິງວ່າລາວຜິດລາວກໍຄວນມີສິດໃນຖານະມະນຸດຄົນໜຶ່ງ ຄວນໄດ້ຮັບ ການຊ່ວຍເຫຼືອຈາກສັງຄົມພາຍໃຕ້ກົດໝາຍລາວ ເພາະລາວຖືກບັງຄັບ ໃຫ້ຫາຍໂຕໄປ ແລະ ຄອບຄົວ ເຮົາຮຽກຮ້ອງໃຫ້ຊ່ວຍຊອກຫາໃຫ້ແດ່, ພວກເຮົາບໍ່ໄດ້ ປະທ້ວງຫຼືປະນາມໃຜ. ພວກເຮົາແຄ່ຂໍພື້ນທີ່ໃນ ການຊອກຫາຄົນຫາຍ. (ຕາມກົດໝາຍລາວ: ມາດຕາ 42 (ໃໝ່).

ພົນລະເມືອງລາວມີສິດໂດຍບໍ່ມີໃຜຈະລ່ວງລະເມີດໄດ້ທາງດ້ານຮ່າງກາຍ, ກຽດສັກສີ ແລະ ເຄຫະສະຖານ. ພົນລະເມືອງລາວຈະບໍ່ຖືກຈັບຕົວ ຫຼືກວດຄົ້ນເຄຫະສະຖານ ຖ້າຫາກບໍ່ມີຄຳສັ່ງຂອງ ໄອຍະການ ຫຼືສານປະຊາຊົນ ເວັ້ນເສຍແຕ່ໃນກໍລະນີ ທີ່ໄດ້ກຳນົດໄວ້ໃນກົດໝາຍ. ແລະ ມາດຕາ 41 (ໃໝ່). ພົນລະເມືອງລາວ ມີສິດຮ້ອງທຸກ, ຮ້ອງຟ້ອງແລະສະເໜີຄວາມເຫັນຕໍ່ອົງການທີ່ກ່ຽວ ຂ້ອງກ່ຽວກັບ ບັນຫາທີ່ພົວພັນເຖິງສິດ ແລະຜົນປະໂຫຍດລວມ ຫຼືສິດ ແລະຜົນປະໂຫຍດສະ ເພາະຂອງຕົນ. ຄໍາຮ້ອງທຸກ, ຄຳຮ້ອງຟ້ອງ ແລະຄວາມເຫັນຂອງ ພົນລະເມືອງຕ້ອງໄດ້ຮັບການພິຈາລະນາ ແລະແກ້ໄຂຕາມ ທີ່ໄດ້ກຳນົດໄວ້ໃນກົດໝາຍ. http://www.na.gov.la/index.php?Itemid=54&id=30&option=com_content&task=view)

ຖ້າຫາກເລື່ອງການຫາຍໂຕໄປຂອງລຸງຂ້ອຍມັນງຽບໄປ ໃນສັງຄົມບໍ່ມີການເວົ້າເຖິງ ແລ້ວຄອບຄົວ ພວກເຮົາຈະມີຄວາມຫວັງເພື່ອຈະໃຫ້ໄດ້ລາວຄືນກັບມາແນວໃດ. ຕອນນີ້ຄອບຄົວຂອງພວກເຮົາໄດ້ຍິນ ຂ່າວຈາກມືທີສາມມືທີສີ່ຫຼາຍຂື້ນເລື້ອຍໆ, ໃນເລື່ອງທີ່ບໍ່ແມ່ນຄວາມຈິງ ເຊັ່ນວ່າລຸງສົມບັດເປັນຄົນ ບໍ່ດີ ບໍ່ຄວນໄປເວົ້າເຖິງລາວ ມັນເປັນເລື່ອງອັນຕະລາຍ. ຂ້ອຍໄດ້ຍິນແລ້ວແຮ່ງເປັນກັງວົນໃຈ. ແມ້ແຕ່ ຕຳຫຼວດ ຫຼື ພັນລະຍາຂອງລຸງຂອ້ຍເອງຍັງບໍ່ຮູ້ຊ້ຳວ່າລາວຜິດຫຍັງ ແລ້ວຜູ້ທີ່ເອົາຂ່າວໄປ ເຜີຍແຜ່ ເອົາມາແຕ່ໃສ.

ຂ້ອຍບໍ່ສາມາດບັງຄັບໃຫ້ໃຜມາຄິດວ່າລຸງຂ້ອຍເປັນຄົນດີຫຼືບໍ່ດີໄດ້, ແຕ່ວ່າຄົນເຮົາທຸກຄົນ ຄວນຕັດສິນ ຄົນອື່ນດ້ວຍວິຈາລະນະຍານ, ຈາກການກະທຳແລະຫຼັກຖານອ້າງອີງ ບໍ່ແມ່ນຈາກຂ່າວໂຄມລອຍໂດຍ ບໍ່ຮູ້ຈິງແທ້ສ່ຳໃດ. ຂ່າວແບບນີ້ມັນມີຜົນກະທົບກັບ ໂຕລຸງສົມບັດເອງ ແລະ ຄອບຄົວພວກເຮົາຫຼາຍ. ເພາະມັນເຮັດໃຫ້ຄົນຢ້ານ ໂດຍບໍ່ຮູ້ຕົ້ນປາຍສາຍເຫດ ແລະ ຂ່າວກໍຖືກປິດງຽບ

ຫຼາຍຄົນຖາມຂ້ອຍວ່າ ຂ້ອຍຄິດວ່າໃຜເອົາລຸງຂ້ອຍໄປ, ຂ້ອຍບອກວ່າຂ້ອຍບໍ່ຮູ້ ແລະ ບໍ່ມີໃຜຮູ້ ອີ່ຫຼີ. ຖາມວ່າລາວ ມີຄວາມຜິດຫຍັງ, ຂ້ອຍກໍບໍ່ຮູ້ອີ່ກ ເພາະຄົນທີ່ເອົາລາວໄປ ບໍ່ເຄີຍບອກກ່າວມາກ່ອນ ບໍ່ໄດ້ຕິດຕໍ່ຫາຄອບຄົວພວກຂ້ອຍ ເລີຍ ຕຳຫຼວດກໍຍັງ ບໍ່ສາມາດສະຫຼຸບໄດ້ວ່າ ລາວຖືກເອົາໂຕໄປ ຍ້ອນຫຍັງ. ລາວມີທຸລະກິດຫຍັງບໍ່ ບໍ່ມີເລີຍ ລາວບໍ່ມີທຸລະກິດຫຍັງຕັ້ງແຕ່ນ້ອຍຈົນໃຫຍ່ບໍ່ເຄີຍເຫັນລາວ ເຮັດທຸລະກິດຫຍັງເລີຍ ນອກຈາກທຸ້ມເຫື່ອເທແຮງ ໃຫ້ກັບວຽກງານພັດທະນາສັງຄົມ. ຖາມວ່າລາວ ເປັນຫຍັງຄື ດັງແທ້ ໃນລາວຄືບໍ່ມີໃຜຮູ້ຈັກລາວ ຕອບວ່າເພາະວ່າ ຜົນງານແລະວຽກງານຂອງລາວ ເປັນທີ່ໜ້າຍອມຮັບ, ລາວມີຜົນງານການຄົ້ນຄວ້າ ແລະການເຮັດວຽກທີ່ເປັນ ຮູບແບບການພັດທະນາ ທີ່ຈະນຳພາປະເທດຊາດໄປສູ່ຄວາມຍືນຍົງ. ຕ່າງປະເທດ ຖືລາວເປັນນັກຄິດ ປັນຍາຊົນຂອງ ໂລກ ຄົນໜຶ່ງ ເພາະແນວຄິດລາວເປັນປະໂຫຍດບໍ່ແມ່ນ ຕໍ່ການພັດທະນາປະເທດລາວເທົ່ານັ້ນ ແຕ່ກັບການ ແກ້ໄຂບັນຫາໃນປະເທດຕ່າງໆ ໃນລະດັບໂລກ. ຂ້ອຍກໍບໍ່ຮູ້ຄືກັນວ່າເປັນຫຍັງຄົນລາວຈຶ່ງບໍ່ຮູ້ຈັກ. ຖາມວ່າລາວຕໍ່ຕ້ານ ລັດຖະບານບໍ່? ບໍ່ເລີຍລາວ ເຮັດວຽກ ແລະມີຜົນງານເປັນໜ້າເປັນຕາໄດ້ກໍຍ້ອນ ການຮ່ວມມືກັບລັດຖະບານລາວ ມາຕະຫຼອດ. ລາວໄດ້ຮັບໃບຍ້ອງຍໍຈາກ ພາກສ່ວນລັດຖະບານຫຼາຍໃບ ຈົນບໍ່ມີບ່ອນຕິດໃສ່ຝາພຸ້ນແຫຼະ ລວມທັງຈາກ ອຳນາດການປົກຄອງບ້ານແລະເມືອງເຊັ່ນກັນ. ຖາມວ່າລາວຂັດແຍ່ງກັບໃຜບໍ່ ບໍ່ມີເຊັ່ນກັນ. ລາວກະສຽນຈາກວຽກແລ້ວ ລາວທຸກມື້ນີ້ເຮັດສວນປູກຜັກ ມີວຽກແດ່ກໍແມ່ນ ໄປເປັນທີ່ປຶກສາໃຫ້ກັບໜ່ວຍງ່ານພັດທະນາອື່ນໆ ທີ່ຮຽກຮ້ອງໃຫ້ລາວໄປຊ່ວຍ ໃນນາມນັກພັດທະນາຜູ້ອາວຸໂສທີ່ໜ້ານັບຖືຂອງຫຼາຍໆໜ່ວຍງານ.

ຂ້າພະເຈົ້າຂຽນມານີ້ແມ່ນຢາກຮ້ອງທຸກກັບສັງຄົມລາວກັບຄົນລາວນຳກັນ. ຂ້ອຍແລະຄອບຄົວເປັນ ທຸກຫຼາຍ ມັນບໍ່ງ່າຍທີ່ຈະທຳໃຈໄດ້ວ່າຄົນໃນ ຄອບຄົວຖືກບັງຄັບໃຫ້ຫາຍໄປໂດຍບໍ່ຮູ້ວ່າຜິດຫຍັງ ຫຼືໃຜເປັນຜູ້ເອົາໄປ, ຈະພົບເພີ່ນໄດ້ແນວໃດ, ມື້ໃດຈະປ່ອຍເພີ່ນມາ ຫຼື ເຮັດແນວໃດຈຶ່ງໄດ້ເພີ່ນກັບມາ. ຂໍອ້ອນວອນກັບສັງຄົມລາວວ່າ ຢາກໃຫ້ຊ່ວຍເຫຼືອຊອກຫາລຸງຂອງຂ້າພະເຈົ້າ ໃຫ້ກັບມາສູ່ຄອບຄົວ ດ້ວຍເຖີດ. ຜິດຖືກແນວໃດກໍຄວນມີ ການເວົ້າລົມກັນດີໆ ແຈ້ງມາໃຫ້ຄອບຄົວພວກເຮົາຮູ້ແດ່. ຖ້າສັງຄົມລາວງຽບ ແລ້ວຄວາມຫວັງ ພວກເຮົາກໍຈະງຽບ ຄືກັນ. ໄດ້ໂປດເຫັນໃຈພວກເຮົາແດ່ເທີ້ນ. ສິ່ງທີ່ເກີດຂື້ນນີ້ ເຮົາຈະຮັບປະກັນໄດ້ແນວໃດວ່າຈະບໍ່ເກີດຂື້ນກັບຄອບຄົວຄົນອື່ນໆອີກ.

ດ້ວຍຄວາມນັບຖື,

ນາງສົມຈິດ ຫຼານສາວລຸງສົມບັດ ສົມພອນ