ຈົດຫມາຍທີ່ສາມຈາກພັນລະຍາຂອງສົມບັດ

ສາທາ​ລະນະ​ລັດປະຊາທິປະ​ໄຕປະຊາຊົນ​ລາວ
ສັນຕິພາບ ​ເອກະລາດປະຊາທິປະ​ໄຕ ​ເອກະ​ພາບວັດທະນະ​ຖາວອນ

——-===000===——-

ຄຳຮ້ອງທຸກ

ຮຽນ: ບັນດາທ່ານທີນັບຖື

​ເລື່ອງ: ຂໍ​ຄວາມ​ຊ່ວຍ​ເຫຼືອ​​ຕິດຕາມ​​ການ​ດຳ​ເນີນ​ການ​ສືບຂ່າວ​ຊອກ​ຫາ​ຄົນ​ຫາຍຂອງ​ ເຈົ້າ​ໜ້າ​ທີ່​

ຂ້າພະ​ເຈົ້າ ນາງ ອຶງ ຊຸຍ​ມິ​ງ, ປະຈຸບັນຢູ່​ບ້ານ ​ໂຄກ​ນິນ, ​ເມືອງ ສີ​ສັດຕະ​ນາກ ນະຄອນຫຼວງ ວຽງຈັນ. ມີ​ຈຸດປະສົງ​ ຂໍ​ຮ້ອງທຸກ​ມາ​ຍັງ​ທ່ານ ​ແລະ​ນີ້​ກໍເປັນ​ຄຳ​ຮ້ອງທຸກ​ສະບັບ​ທີ​ສາມ​​ທີ່​ຂ້າພະ​ເຈົ້າ​ໄດ້​ຂຽນ​ຂຶ້ນ​ໃນ​ເລື່ອງ: ການຂໍ​ຄວາມ​ຊ່ວຍ​ເຫຼືອຕິດຕາມ​ການ​ດຳ​ເນີນ​ການສືບຂ່າວຊອກ​ຫາ​ການ​ຫາຍ​ຕົວ​ຂອງ​ສາມີ ຊື່ ທ້າວ ສົມບັດ ສົມ​ພອນ, ອາຍຸ 60 ປີ, ທີ່​ໄດ້​ຫາຍ​ຕົວ​ໄປ​ໃນ​ວັນ​ທີ 15 ທັນວາ 2012.

ມື້​ນີ້​ເປັນ​ມື້​ທີ່ 45​​ຫລັງ​ຈາກ​ສາມີ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຫາຍ​ຕົວ​ໄປ ​ແລະ ຂ້າ​ພະ​ເຈົ້າ​​ເຮັດ​ທຸກ​ຢ່າງ​ທີ່​ເປັນ​ການ​ຮ່ວມ​ມື​ກັບ​​ເຈົ້າ​ໜ້າ​ທີ່​ຕຳຫລວດ​ໃນ​ການ​ໃຫ້​ຂໍ້​ມູນ​ເພື່ອ​ຊ່ວຍ​ໃນ​ການ​ສືບ​ຫາ​ຕົວ​ສາມີ​ຂອງຂ້າພະ​ເຈົ້າ ​​ໃຫ້ໄວ​ເທົ່າ​ທີ່​ຈະ​ໄວ​​ໄດ້. ຂ້າພະ​ເຈົ້າ​ເອງ​ກໍ​ໄດ້​ພົບ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ແລະ​ພະນັກງານ​ຂອງ​ສະພາ​ເອງ​ເພື່ອ​ຍື່ນ​ຄຳ​ຮ້ອງທຸກ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ນາມ​ຂອງ​ປະຊາຊົນ​ເພື່ອ​ຜັກ​ດັນ​ການ​ສືບ​ຫາ​​ໃຫ້ໄວ​ຂຶ້ນ. ​ແຕ່​ເຖີງຢ່າງ​ໃດກໍ່ດີ​ທຸກ​ຂໍ້​ມູນ ​ແລະທຸກ​ຂະ​ບວນການ​ທີ່​ຂ້າພະ​ເຈົ້າ​ໄດ້​ເຮັດ​ລົງ​ໄປນັ້ນ​ກໍ​ບໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫຍັງ​ທັງ​ໝົດ​ກ່ຽວ​ກັບ​ການ​ສືບ​ຂ່າວ, ນອກຈາກ​ຖະ​ແຫລ​ງການ​ທີ່​ເຈົ້າ​ໜ້າ​ທີ່​​​ໄດ້​ບອກ​ທາງ​ສື່​ມວນ​ຊົນ​ວ່າ ”ປະຈຸບັນເຈົ້າໜ້າທີ່ກໍາລັງທໍາການສືບຫາ​”

ຍັງມີອີກບາງປະເດັນດັ່ງລຸ່ມນີ້ທີ່ຂ້າພະເຈົ້າຍັງບໍ່ທັນໄດ້ຮັບຄຳຕອບທີ່ຊັດເຈນຄື:

  1. ເຈົ້າໜ້າທີສືບສວນໄດ້ສອບຖາມຫຍັງແດ່ຕໍ່ກັບຕຳຫລວດທີ່ໄດ້ຢຸດລົດຂອງສາມີຂ້າພະເຈົ້າ ໃນຕອນແລງຂອງວັນທີ 15 ທັນວາ 2012? ເຈົ້າໜ້າທີ່ໄດ້ຖາມບໍ່ວ່າ ເກີດຫຍັງຂຶ້ນໃນມື້ນັ້ນ ແລະ ພວກເຂົາໄດ້ເຫັນ ແລະໄດ້ຮູ້ຫຍັງແດ່?
  2. ບໍ່ຮູ້ວ່າຄົນຂີ່ລົດຈັກທີ່ໄດ້ຂັບລົດຈິບຂອງ ສົມບັດໄປນັ້ນໄດ້ຖືກສືບຖາມ ແລະຂະຫຍາຍຜົນແນວໃດ?
  3. ລົດຈິບຂອງສົມບັດ (ເລກທະບຽນ ກກ.2624) ໄດ້ຖືກພົບເຫັນຫລືຍັງ?
  4. ບໍ່ຮູ້ວ່າລົດກະບະສີຂາວທີ່ໄດ້ຂັບມາຈອດຢູ່ປ້ອມຕຳຫລວດແລະຮັບເອົາຕົວສາມີຂອງຂ້າພະເຈົ້າໄປນັ້ນ ໄດ້ຖືກຂະຫຍາຍຜົນຕື່ມແນວໃດ?
  5. ແລ້ວຄົນຂັບລົດກະບະສີຂາວນັ້ນໄດ້ຖືກສອບຖາມ ແລະຂະຫຍາຍຜົນຫລືຍັງ?
  6. ຖ້າຫາກວ່າແຟ້ມພາບຈາກກ້ອງວົງຈອນປິດຫາກເຫັນບໍ່ຊັດເຈນຕາມການລາຍງານຂອງເຈົ້າໜ້າທີ່, ບໍ່ຮູ້ວ່າທາງກະຊວງປ້ອງກັນຄວາມສະຫງົບໄດ້ຂໍຄວາມຊ່ວຍເຫລືອດ້ານເຕັກນິກຈາກລັດຖະບານ ອື່ນຫລື ອົງການສາກົນອື່ນໆຫລືບໍ່? ແລ້ວກ້ອງວົງຈອນປິດທີ່ຕິດຕັ້ງ ຕາມສາຍທາງທ່າເດື່ອກໍ ເຫັນບໍ່ຊັດເຈນເຊັ່ນດຽວກັນທັງໝົດບໍ່?
  7. ບໍ່ຮູ້ວ່າເຈົ້າໜ້າທີ່ຕຳຫລວດຂອງລາວໄດ້ຍົກປະເດັນນີ້ແຈ້ງ ແລະຂໍຄວາມຊ່ວຍ ເຫລືອຈາກ ຕຳຫລວດສາກົນ ຫລືບໍ່? ແລະໄດ້ແຈ້ງໃຫ້ແກ່ບັນດາເພື່ອນບ້ານ ໃນພາກພື້ນຮັບຮູ້ ແລະຊອກຫາຕົວ ສົມບັດຫລືບໍ່?

ທຸກຄຳຖາມຂ້າງເທິງນັ້ນຂ້າພະເຈົ້າຍັງບໍ່ທັນໄດ້ຮັບຄຳຕອບທີ່ເປັນໜ້າພໍໃຈ.

ຂ້າພະເຈົ້າໝັ້ນໃຈວ່າທາງພາກລັດຖະບານ ແລະບັນດາສະຖາບັນປ້ອງກັນຄວາມສະຫງົບ ມີທ່າແຮງ ພຽງພໍໃນການຊອກຫາຕົວຂອງສົມບັດ. ດັ່ງນັ້ນ, ສວນຕົວຂ້າພະເຈົ້າເອງ ຍັງບໍ່ທັນເຂົ້າໃຈຄັກແນ່ວ່າ ເປັນຫຍັງ ຫລັງຈາກ 45 ວັນຂອງການສືບຂ່າວຂອງ ເຈົ້າໜ້າທີ່ຈຶ່ງບໍ່ສາມາດໃຫ້ຂໍ້ມູນທີຊັດເຈນໄດ້, ສະນັ້ນເຮັດໃຫ້ ຂ້າພະເຈົ້າອຸກໃຈເປັນທຸກ ແລະກັງວົນຫລາຍ.

ຍັງມີອີກຢ່າງໜຶ່ງທີ່ຂ້າພະເຈົ້າຢາກເນັ້ນໜັກຕື່ມຄື ທ. ສົມບັດ ສົມພອນ ກໍ່ແມ່ນຄົນລາວ ຄົນນຶ່ງທີ່ມີ ສິດພາຍໃຕ້ລັດຖະທຳມະນູນ ແລະກົດໝາຍຂອງລາວ ແລະມີສິດທິໄດ້ຮັບ ການປົກປ້ອງຈາກພັກ ແລະລັດ. ຖ້າຫາກວ່າ ສົມບັດ ຫາກໄດ້ກະທຳຄວາມຜິດແທ້ລາວ ກໍ່ຄວນຖືກດຳເນີນຕາມກະບວນການ ທາງກົດໝາຍຢ່າງເປັນທຳ.

ສຸດທ້າຍ​ຂ້າພະ​ເຈົ້າກໍ່ຍັງ​ມີ​ຄວາມ​ກັງວົນຕໍ່ສຸຂະພາບຂອງສາມີ​ຂອງຂ້າ​ພະ​ເຈົ້າຄືລາວ ມີໂລກປະຈຳຕົວ ທີ່ຈຳ​ຕ້ອງ​ໄດ້​ກິນ​ຢາ​ ແລະກວດສຸຂະພາບເປັນ​ປະຈຳ​. ຖ້າຫາກສາມີ​ຂ້າພະ​ເຈົ້າ ​ບໍ່​ໄດ້​ກິນ​ຢາ​ ແລະກວດສຸຂະພາບເປັນ​ປະຈຳຈະ​ເຮັດ​ໃຫ້ສຸຂະພາບ​ຂອງສາມີ​ຂ້າພະ​ເຈົ້າຊຸດ​ໂຊມ​​ຕື່ມເຖິງ​ຂັ້ນ​ຍາກ​ທີ່​ຈະ​ປິ່ນປົວ.

ດັ່ງ​ນັ້ນ, ​ຂ້າພະເຈົ້າຈຶ່ງ​ຂໍຄວາມກະລຸນາມາຍັງພັກ ແລະລັດຖະບານກະລຸນາຮີບຮ້ອນ ໃນການ​ໃຫ້​ຂໍ້​ມູນກ່ຽວກັບຄວາມຄືບໜ້າຂອງການ​ສືບສວນ​ສອບ​ສວນ​ ຕໍ່ກັບ​ການ​ຫາຍ​ໂຕ​​ໄປ ​ຂອງ​ສາມີຂ້າພະ​ເຈົ້າ. ​ແຕ່​ຖ້າ​ຫາກ​ສາມີ​ຂ້າພະ​ເຈົ້າຫາກ​ຖືກ​ຄວບ​ຄຸມ​ຕົວ​ ກໍ​ຂໍ​ໃຫ້​ຂ້າພະ​ເຈົ້າ​ ແລະຄອບຄົວ​ໄດ້​ໃຊ້​ສິດ​ເຂົ້າພົບ​ ​ແລະຢ້ຽມຢາມຜູ້ກ່ຽວດ້ວຍ.

ຮຽນ​ມາ​ດ້ວຍ​ຄວາມ​ເຄົາ​ລົບ​ເປັນ​ຢ່າງ​ສູງ ​ແລະ​ຫວັງ​ວ່າ​ທ່ານ​ຈະ​ຊ່ວຍ​ພິຈາລະນາ​ຕາມ​ສົມຄວນ​ດ້ວຍ.

ວຽງຈັນ, ວັນທີ 30/01/2013

ນາຍບ້ານ, ບ້ານໂຄກນີນ ຜູ້ຮ້ອງທຸກ

ນາງອຶງຊຸຍ​ມິ​ງ
ພັນ​ລະ​ຍາຂອງທ່ານສົມບັດສົມ​ພອນ
ໂທລະສັບ: 020 2368 8818
ອີ​ເມ​ວ: [email protected]

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.