ການຮຽກຮ້ອງດ່ວນຂອງສະມາຊິກສະພາທົ່ວທັງອາຊີ ແລະ ເອີຣົບ ຂອງທ່ານສົມບັດສົມພອນ

ການຮຽກຮ້ອງດ່ວນຂອງສະມາຊິກສະພາທົ່ວທັງອາຊີ ແລະ ເອີຣົບ ຂອງທ່ານສົມບັດສົມພອນ
ວັນທີ 5 ເດືອນ ກຸມພາ 2013

ຮຽນ ພະນະທ່ານທອງສິງ ທັມມະວົງ
ນາຍົກລັດຖະມົນຕີ
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ພະນະທ່ານທີ່ນັບຖື,

ເລື່ອງ: ການຮ້ອງຂໍໃຫ້ມີການສືບສວນດ່ວນ ກ່ຽວກັບ ການຫາຍຕົວໄປຂອງ ທ່ານສົມບັດສົມພອນ

ພວກເຮົາ, ສະມາຊິກສະພາຂອງປະເທດ ທົ່ວຂົງເຂດອາຊີ ແລະ ເອີຣົບ ຂຽນຈົດໝາຍມາຍັງທ່ານ ເພື່ອ ສະແດງຄວາມຫ່ວງໃຍຢ່າງຍິ່ງ ກ່ຽວກັບຄວາມປອດໄພ ແລະການເປັນຢູ່ຂອງທ່ານສົມບັດສົມພອນ ທີ່ເປັນຄົນລາວສຳຄັນຜູ້ໜຶ່ງທີ່ໄດ້ຮ່ວມຈັດຕຽມ ເວທີປະຊາຊົນ ຄັ້ງທີ 9 ຂອງອາຊີ-ເອີຣົບ; ທ່ານສົມບັດ ເປັນຜູ້ກໍ່ຕັ້ງ ປາເດກ (ສູນພັດທະນາ ຊຸມຊົນແບບມີສ່ວນຮ່ວມ) ແລະເປັນຜູ້ໜຶ່ງທີ່ໜ້ານັບຖື ແລະມີຊື່ສຽງ ທາງດ້ານການປາກເວົ້າ ໃນການພັດທະນາເສດຖະກິດ ແລະສັງຄົມ ຢູ່ລາວກໍຄືຢູ່ອາຊີ ແບບຍືນຍົງ ດ້ວຍການເນັ້ນໜັກໃສ່ປະຊາຊົນ.

ທ່ານສົມບັດສົມພອນ ໄດ້ຫາຍຕົວໄປຕັ້ງແຕ່ແລງວັນເສົາ ເດືອນທັນວາ 2012 ປະມານ 5 ໂມງ ແລງ. ພັນລະຍາຂອງທ່ານສົມບັດ ແລະ ເພື່ອນຮ່ວມງານ ໄດ້ເຫັນທ່ານສົມບັດເທື່ອສຸດທ້າຍ ໃນເວລາທີ່ທ່ານໄດ້ ອອກຈາກຫ້ອງການ ປາເດກ ຢູ່ວຽງຈັນເພື່ອກັບໄປບ້ານ. ທ່ານສົມບັດ ຂັບລົດສ່ວນຕົວອອກຈາກ ຫ້ອງການ, ພັນລະຍາຂອງທ່ານ ກໍຂັບລົດ ເມືອຕ່າງຫາກ. ທ່ານສົມບັດບໍ່ໄດ້ໄປຮອດບ້ານ ແລະ ຄອບຄົວຂອງ ລາວ ກໍບໍ່ໄດ້ຮັບຂ່າວຫຍັງໝົດ ຫຼື ຂ່າວຂອງການຫາຍຕົວຂອງລາວ ນັບຕັ້ງແຕ່ນັ້ນມາ.

ພວກເຮົາມີຄວາມຫ່ວງໃຍກ່ຽວກັບຄວາມປອດໄພ, ສຸຂະພາບ ແລະ ສະພາບການເປັນຢູ່ຂອງສົມບັດ ສົມພອນ.

ພວກເຮົາຮູ້ວ່າ ກັມມະການສາກົນເພື່ອຈັດຕຽມ ເວທີປະຊາຊົນ ອາຊີ-ເອີຣົບ ໄດ້ເຮັດວຽກຢ່າງເອົາຈິງ ເອົາຈັງ ກັບສົມບັດສົມພອນ ໃນລະ ຍະປີຜ່ານມາ. ການປະກອບສ່ວນຂອງສົມບັດສົມພອນ ດ້ວຍຜົນ ສຳເລັດຂອງ ເວທີປະຊາຊົນ ອາຊີ-ເອຣົບ ຄັ້ງທີ 9 ຢູ່ວຽງຈັນ ໃນວັນທີ 16-19 ຕຸລາ ມີຄວາມໝາຍ ສຳຄັນທີ່ສຸດ ຖືກຮັບຮູ້ຢ່າງ ກວ້າງຂວາງ ແລະມີການນັບຖືຢ່າງເລິກຊຶ່ງ. ນອກນີ້ ສົມບັດສົມພອນ ເປັນອາຈານ ທີ່ໜ້ານັບຖືຢ່າງສູງ, ເປັນຕົວຢ່າງໃນວຽກງານການພັດ ທະນາແບບຍືນຍົງ ແລະເປັນຜູ້ ໄດ້ຮັບຫຼຽນມາກໄຊໄຊທີ່ມີຊື່ສຽງ ໃນ ສາກົນ ໃນປີ 2005 ເນື່ອງດ້ວຍການນຳພາຊຸມຊົນ. ສົມບັດໄດ້ ອຸທິດຕົນເພື່ອ ການພັດທະນາແບບຍືນຍົງ ແລະການຫຼຸດຜ່ອນຄວາມ ຍາກຈົນໃນ ສປປລາວ, ແລະທ່ານສົມບັດຍັງໄດ້ປະກອບສ່ວນໃນທາງ ບວກຫຼາຍໆຄັ້ງ ຢູ່ເວທີສາກົນ ລວມທັງ ເວທີປະຊາຊົນ ອາຊີ-ເອີຣົບ ຄັ້ງທີ 9. ສົມບັດໄດ້ ເປັນຕົວຢ່າງ ໃນການປະຕິບັດຕົວຈິງ ໃຫ້ນັກ ພັດທະນາທົ່ວໂລກ.

ພວກເຮົາມີຄວາມຫ່ວງໃຍອັນເລິກຊຶ່ງໃນຄວາມປອດໄພ ແລະສະພາບການເປັນຢູ່ຂອງສົມບັດ; ການຫາຍຕົວໄປຂອງສົມບັດ ເປັນເຫດໃຫ້ມີ ຄວາມແຕກຕື່ນຢ່າງຍິ່ງ.

ພວກເຮົາຮຽກຮ້ອງ ໃຫ້ລັດຖະບານລາວຕ້ອງເລີ້ມ ການສືບສວນ ສອບສວນທັນທີ ແລະຮີບດ່ວນໃນການ ຫາຍຕົວໄປຂອງສົມບັດສົມພອນ. ແລະ, ພວກເຮົາຂໍຮ້ອງໃຫ້ລັດຖະບານຈົ່ງກະທຳທຸກສິ່ງທຸກ ຢ່າງ ທີ່ຈຳ ເປັນເພື່ອເຮັດແນວໃດໃຫ້ທ່ານສົມບັດສົມພອນ ກັບຄືນສູ່ຄອບຄົວຂອງລາວ ດ້ວຍຄວາມປອດໄພ.

ດ້ວຍຄວາມນັບຖື

ລົງລາຍເຊັນ


ປະເທດອອສເຕີຍ (5 ທ່ານ ຈາກ 2 ພັກການເມືອງ)
Petra Bayr, Social Democratic Party
Efgani Dönmez , Green Party
Judith Schwentner, Green Party
Tanja Windbüchler-Souchil, Green Party
Wolfgang Zinggl, Green Party

ປະເທດອົດສະຕາລີ
Lee Rhiannon,  Australian Greens

ປະເທດແບນຢຽມ
Céline Delforge (Parliament of the Brussel’s Region), Ecolo-Groen

ປະເທດກຳພູຊາ
Son Chay (Party Whip) Sam Rainsy Party

ປະເທດເຢຍລະມັນ (6 ທ່ານ ຈາກ 2 ພັກການເມືອງ)
Thomas Gambke, Group Alliance 90/The Greens
Annette Groth (Human Rights Spokesperson of the Parliamentary Group), Die Linke
Heike Hänsel  (Spokesperson for Development Policy of the Parliamentary Group), Die Linke
Wolfgang Gehrke (Foreign Policy Speaker of the Parliamentary Group), Die Linke
Stefan Liebich, Die Linke
Frithjof Schmidt, Vice-Chair of the Parliamentary Group Alliance 90/The Greens

ປະເທດອິນໂດເນເຊຍ (3 ທ່ານ ຈາກ 3 ພັກການເມືອງ)
M. Hanif Dhakiri, Nation Awakening Party (PKB)
Budiman Sudjatmiko, Gedung DPR/MPR
Lily Chadidjah Wahid, Partai Kebangkitan Bangsa (PKB)

ປະເທດມາເລເຊັຽ (9 ທ່ານ ຈາກ 2 ພັກການເມືອງ)
Chong Chieng Jen, Democratic Action Party
Tian Chua, Parti Keadilan Rakyat
Teo Nie Ching, Democratic Action Party
Ngeh Koo Ham, Democratic Action Party
M Manoraharan, Democratic Action Party
Tony Pua, Democratic Action Party
Charles Santiago, Democratic Action Party
Ramakrishan Suppiah, Democratic Action Party
Liew Chin Tong, Democratic Action Party

ປະເທດເນເທີແລນດ໌
Tuur Elzinga (Senator),  Socialist Party

ປະເທດຟີລິບປີນ (6 ທ່ານ ຈາກ 3 ພັກການເມືອງ)
Walden Bello, Akbayan
Teddy Brawner Baguilat, Liberal Party
Arlene Bag-ao, Akbayan
Jorge Banal, Liberal Party
Bernadette Herrera-Dy, Bagong Henerasyon
Lorenzo Tanada III, Liberal Party

ປະເທດສະກ໋ອດແລັນດ໌
Alasdair Allan,  Scottish National Party

ປະເທດສເປນ
Laia Ortiz Castellví, G.P. La Izquierda Plural 

ປະເທດສວິດເດນ
Jens Holm, Swedish Left Party

ປະເທດສວິດເຊີແລນດ໌ (5 ທ່ານ ຈາກ 2 ພັກການເມືອງ)
Francine John-Calame, Green Party
Liliane Maury Pasquier, Social Democratic Party
Luc Recordon , Green Party
Maria Roth-Bernasconi, Social Democratic Party
Geraldine Savary , Social Democratic Party

ຣາຊະອານາຈັກໄທ (ຜູ້ແທນສະພາສູງ 6 ທ່ານ)
Veeravit Gongsakdi, Senator
Prasarn Marukpitak, Senator
Sumol Sutaviyawat, Senator
Somchai Swangkarn, Senator
Rosana Tositrakul, Senator
Trungjai Buranasomphob, Senator

ສະພາຢູຣົບ (24 ທ່ານ)
Lothar Bisky, MEP, GUE/NGL Group (Germany)
Nikolas Chountis, MEP, Member of the Bureau GUE/NGL Group (Greece)
Cornelia Ernst, MEP, Member of the Bureau GUE/NGL Group (Germany)
Mikael Gustafsson, MEP, Vice Chair GUE/NGL Group, Chair Committee on Women’s Rights and Gender Equality (Sweden)
Thomas Händel, MEP, Member of the Bureau GUE/NGL Group (Germany)
Jürgen Klute, MEP, GUE/NGL Group (Germany)
Barbara Lochbihler, MEP, Group of the Greens/European Free Alliance, Chair of Subcommittee on Human Rights (Germany)
Sabina Lösing, MEP, GUE/NGL Group (Germany)
Marisa Matias, MEP, Member of the Bureau GUE/NGL Group (Portugal)
Willy Meyer, MEP, Member of the Bureau GUE/NGL Group (Spain)
Paul Murphy, MEP, Member of the Bureau GUE/NGL Group (Ireland)
Sirpa Pietikäinen, MEP, Group of the European People’s Party (Finland)
Niccolò Rinaldi, MEP, Vice Chair Group of the Alliance of Liberals and Democrats for Europe (Italy)
Helmut Scholz, MEP, GUE/NGL Group (Germany)
Søren Bo Søndergaard, MEP, Member of the Bureau GUE/NGL Group (Denmark)
Alda Sousa, MEP, GUE/NGL Group (Portugal)
Marie-Christine Vergiat, MEP, GUE/NGL Group (France)
Sabine Wils, MEP, GUE/NGL Group (Germany)
Tatjana Zdanoka, MEP, Group of the Greens/European Free Alliance  (Latvia)
Gabriele Zimmer, MEP, Chair GUE/NGL Group (Germany)

ສຳເນົາສົ່ງໃຫ້ ສປປລາວ

ລັດຖະມົນຕີປະຈຳສຳນັກນາຍົກລັດຖະມົນຕີ
ລັດຖະມົນຕີຕ່າງປະເທດ
ລັດຖະມົນຕີກະຊວງຮັກສາຄວາມປອດໄພ
ສະພາຜູ້ແທນລາສະດອນລາວ ແລະສະມາຊິກປະຈຳການ
ທ່ານນາງປານີ ຢາທໍ່ຕູ້, ປະທານສະພາ
ທ່ານໄຊສົມພອນ ພົມວິຫານ, ຮອງປະທານ
ທ່ານສົມພັນ ແພງຄຳມີ, ຮອງປະທານ
ທ່ານດວງດີ ອຸທະຈັກ, ສະມາຊິກປະຈຳການ, ປະທານ ກັມມະ ທິການກິຈະການຊົນເຜົ່າ
ທ່ານດາວວອນ ວັງວິຈິດ, ສະມາຊິກປະຈຳການ, ປະທານ ກັມມະທິການກົດໝາຍ
ທ່ານກຸແກ້ວ ອັກຄະມູນຕີ, ສະມາຊິກປະຈຳການ, ປະທານ ກັມມະທິການຕ່າງປະເທດ
ທ່ານນາງສຸວັນເພງ ບຸບຜານຸວົງ, ສະມາຊິກປະຈຳການ, ປະທານກັມມະທິການ ວາງແຜນເສດຖະກິດ ແລະການເງິນ
ທ່ານພອນເທບ ພົນເສນາ, ສະມາຊິກປະຈຳການ, ປະທານ ກັມມະທິການກິຈະການວັດທະນະທັມ ແລະສັງຄົມ
ທ່ານວິໄລ ດວງມະນີ, ສະມາຊິກປະຈຳການ, ປະທານກັມມະ ທິການປ້ອງກັນປະເທດແລະຄວາມສະຫງົບ
ທ່ານອຸ່ນແກ້ວ ວຸທິຣາດ, ສະມາຊິກປະຈຳການ ຫົວໜ້າຫ້ອງວ່າ ການອາຊຽນ

Le Luong Minh ເລຂາທິການໃຫຍ່

ທູດ David Lipman, ຫົວໜ້າຄະນະຂອງສະຫາພັນຢູຣົບ ປະຈຳຢູ່ຣາຊະອານາຈັກໄທ, ກຳໂບເດັຽ, ລາວ ແລະ ມຽນມາ, ແລະເປັນຜູ້ຕາງໜ້າຂອງສະຫາພັນຢູຣົບ ເພື່ອຮ່ວມເວທີປະຊາ ຊົນ ອາຊີ-ເອີຣົບ ຄັ້ງທີ 9 ຢູ່ວຽງຈັນ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.