ທ່ານແກຣີ ລັດຖະມົນຕີຕ່າງປະເທດຂອງ ສະຫະຣັດອະເມຣິກາຮຽກຮ້ອງມາຍັງ ສປປລາວ ໃນກໍລະນີຂອງບຸກຄົນທີ່ຫາຍຕົວໄປ

New York Times: 24 March 2013

ໂດຍ Jane Perlez

ວຽງຈັນ, ປະເທດລາວ – ມື້ທີ 100 ຊຶ່ງເປັນການຫາຍສາບສູນຂອງນັກຊ່ຽວຊານ ຄົນລາວດ້ານການກະເສດທີ່ຈົບ ການສຶກຈາກສະຖາບັນການສຶກສາອະເມຣິກັນ,  ລັດຖະມົນຕີຕ່າງປະເທດຂອງສະຫະຣັດອະເມຣິກາ ທ່ານຈອນແກຣີ ໄດ້ຮຽກຮ້ອງ ມາຍັງລັດຖະບານລາວໃນວັນຈັນ ໃຫ້ປະກາດໃຫ້ມວນຊົນຊາບ ຜົນຂອງການສືບ ສວນວ່າ ໄດ້ມີຫຍັງແດ່ ເກີດຂຶ້ນກັບສົມບັດ, ແລະກໍໃຫ້ສົມບັດກັບຄືນສູ່ຄອບຄົວ ຂອງລາວ.

ຖະແຫຼງການຂອງທ່ານແກຣີ ເປັນຖະແຫຼງການເທື່ອທີສອງຂອງສະຫະຣັດ ອະເມຣິກາ ຫຼັງຈາກ ສົມບັດສົມພອນ ອາຍຸ 60 ປີ ໄດ້ຖືກເຈົ້າໜ້າທີ່ຕຳຫຼວດ ຢຸດລົດຈິບຂອງລາວ ຢູ່ຖະໜົນໃຫຍ່ໃນນະຄອນຫຼວງວຽງຈັນ ໃນວັນທີ 15 ທັນວາ 2012. ຖະແຫຼງການນັ້ນ ໄດ້ປະກາດຢູ່ກະຊວງຕ່າງປະເທດ ທີ່ກຸງ ວໍຊິງຕັນ ໃນມື້ວັນທິດໃນຂະນະທີ່ ທ່ານແກຣີຢ້ຽມຢາມປະເທດອີຣັກ.Sombath-prayer

ການປະຕິເສດຂອງລັດຖະບານລາວ ທີ່ບໍ່ຮັບຮູ້ ຄວາມຮັບຜິດຊອບໃດໆ ວ່າທ່ານ ສົມບັດຢູ່ໃສນັ້ນ ໄດ້ເພີ້ມ ຄວາມຢ້ານກົວກ່ຽວກັບຄວາມປອດໄພຂອງ ທ່ານສົມບັດ ແລະກໍພາໃຫ້ມີການຕຳໜິຮຸນແຮງທີ່ບໍ່ເຄີາມີມາ ຈາກ ສະຫະຣັດອະເມຣິກາ, ປະເທດຢູໂຣບແລະສິງກະໂປ (ພັນລະຍາຂອງທ່ານສົມບັດເປັນຄົນ ເຊື້ອຊາດ ສິງກາໂປ).

ປະເທດລາວເປັນປະເທດໜຶ່ງທີ່ຍາກຈົນ ມີປະຊາກອນ 6 ລ້ານຄົນ ໃນແຖບ ແມ່ນໍ້າຂອງ, ລາວເປັນປະເທດ ກອມມູນິສຕ໌ ທີ່ມີຜູ້ນຳປະກອບດ້ວຍຜູ້ຫຼັກແຫຼ່ງ ຂອງຂະບວນການປະເທດລາວທີ່ເປັນຂະບົດ ໄດ້ເອົາໄຊຊະນະໃນປີ 1975 ຈາກລັດຖະບານ ທີ່ມີສະຫະຣັດອະເມຣິກາໜູນຫຼັງ.

ລັດຖະບານໄດ້ມີຄວາມໄກ້ຊິດທະວີຄູນກັບປະເທດຈີນ ທີ່ເປັນເພື່ອນບ້ານທາງພາກເໜືອ. Beijing ໄດ້ລົງທຶນກໍ່ສ້າງຫຼາຍໂຄງການພື້ນຖານອັນສຳຄັນຂອງລາວ ແລະ ປະກອບສ່ວນໃນລະບົບການຮັກສາຄວາມປອດໄພ ໃຫ້ປະຊາຊົນ, ລວມທັງ ການຕິດຕັ້ງກ້ອງຖ່າຍຮູບວົງຈອນປິດ ທີ່ບັນທຶກເອົາຮູບຂອງສົມບັດຕອນສຸດທ້າຍ ກ່ອນສົມບັດ ຖືກຫາຍຕົວໄປ.

2 ມື້ ຫຼັງຈາກສົມບັດບໍ່ໄດ້ກັບມາເຮືອນ ໃນວັນເສົາຂອງເດືອນທັນວານັ້ນ ພັນລະ ຍາຂອງສົມບັດ ນາງຊຸຍມິງ ພ້ອມ ດ້ວຍໝູ່ເພື່ອນຫຼາຍຄົນ ກໍໄດ້ໄປຫາ ສະຖານີ ຕຳຫຼວດນະຄອນບານ ແລະເບິ່ງວິດີໂອຈາກກ້ອງຖ່າຍຮູບວົງຈອນປິດ ທີ່ຕິດຕັ້ງ ໃກ້ປ້ອມຕຳຫຼວດບ່ອນຢຸດລົດທ່ານສົມບັດສົມພອນ.

ໃນຂະນະທີ່ ວີດີໂດ ໄດ້ສາຍຢູ່ນັ້ນ ຊຸຍມິງແລະໝູ່ຂອງລາວໄດ້ອັດເອົາ ດ້ວຍ ໂທລະສັບມືຖື. ຮູບທີ່ມີໃນວີດີໂອນັ້ນ ໄດ້ອອກກະຈາຍໃນ ຢູທູບ ແລະ ແວບ ໄຊຕ໌ sombath.org ທີ່ເປັນສ່ວນໜຶ່ງຂອງການເຜີຍແຜ່ສາກົນ ເພື່ອໃຫ້ມີການໄປ ເຖິງຈຸດຕົ້ນຕໍ ຂອງການຫາຍສາບສູນຂອງສົມບັດສົມພອນ.

ກ້ອງວີດີໂອຄົບວົງຈອນປິດ ເວລານັ້ນຍາກທີ່ຈະພິສູດ ສະແດງໃຫ້ເຫັນວ່າ ທ່ານ ສົມບັດ ຖືກຢຸດລົດ ອອກຈາກ ລົດຈິບຂອງລາວ ແລະຍ່າງໄປທາງບ່ອນກວດກາ ຂອງຕຳຫຼວດ. ຕໍ່ຈາກນັ້ນມາ ຄົນຂີ່ລົດຈັກກໍມາ ຈອດລົດຈັກໄວ້ ແລ້ວຂື້ນລົດຈິບ ຂອງທ່ານສົມບັດ ແລ້ວຂັບລົດຈິບໜີໄປ. ບໍ່ທໍ່ໃດນາທີ ມີລົດກະບະສີຂາວ ຄັນ ໜຶ່ງ ມາໃນເຫດການ ນັ້ນຊຶ່ງ ມີ 2 ຄົນ ອອກມາ ແລະທ່ານສົມບັດກໍຂື້ນລົດ ກະບະໄປນຳພວກຂະເຈົ້າ. ລົດກະບະກໍຂັບອອກໄປເລີຽ.

ເຈົ້າໜ້າທີ່ສະຖານທູດໄດ້ເວົ້າວ່າ ສະຖານທູດອະເມຣິກັນປະຈຳວຽງຈັນໄດ້ສະເໜີດ້ານວິຊາການ ໃຫ້ລັດຖະບານລາວ ເພື່ອເຮັດໃຫ້ ວິດີໂອທີ່ບັນທຶກການຈາລາ ຈອນນັ້ນ ໃຫ້ມີຄຸນນະພາບຕື່ມ ພາໃຫ້ເຫັນແຈ້ງ ປ້າຍຂອງລົດຈັກ ແລະລົດ ກະບະ. ລັດຖະບານປະຕິເສດການສະເໜີ.

ສ່ວນໃຫຍ່ ການຊ່ວຍເຫຼືອຂອງສະຫະຣັດອະເມຣິກາຕໍ່ລາວ ສຸມໃສ່ດ້ານ ສາທາ ລະນະສຸກແລະການກູ້ລະເບີດ ທີ່ຍັງບໍ່ທັນແຕກ ເຫຼືອຈາກການຖິ້ມລະເບີດທີ່ ສະຫະຣັດໄດ້ປະຕິບັດ ເພື່ອບໍ່ໃຫ້ວຽດນາມເໜືອ ເອົາລາວເປັນເສັ້ນທາງ ລຳລຽງ ແລະຂົນທະຫານໃນສົງຄາມວຽດນາມ.

ນັກການທູດໄດ້ເວົ້າວ່າ ສະຫະຣັດອະເມຣິກາແລະປະເທດຢູໂຣບ ຍັງບໍ່ທັນໄດ້ ຂົ່ມຂູ່ຕັດການຊ່ວຍເຫຼືອໃຫ້ລາວ ເນື່ອງດ້ວຍກໍລະນີທ່ານສົມບັດ ແຕ່ກໍໄດ້ພະຍາ ຍາມຊີ້ໃຫ້ເຫັນການເສັຍຫາຍ ຂອງການມີຊື່ລືນາມຂອງ ລັດຖະບານລາວ.

ມີຫຼາຍຢ່າງ ຊຶ່ງທ່ານສົມບັດໄດ້ມີຄວາມພິເສດສຳລັບສະຫະຣັດອະເມຣິກາ. ສົມບັດໄດ້ໄປຢ້ຽມອາເມຣິກາຄັ້ງທຳອິດ ໃນນາມການແລກປ່ຽນນັກສຶກສາມັດທະ ຍົມ ໂຄງການ American Field Service ໃນປີ 1969. ເວລາທີ່ສົມບັດ ໄປກິນ ນອນນຳຄອບຄົວ ຢູ່ Wisconsin ເປັນເວລາ 1 ປີ ສົມບັດເວົ້າແຕ່ພາສາອັງກິດ ພື້ນຖານທີ່ລາວໄດ້ຮຽນຢູ່ລາວ ນຳນັກຮຽນຮູ້ອາເມຣິກັນ.

ໃນເວລາຕໍ່ມາ ສົມບັດກໍໄດ້ຮຽນຢູ່ມະຫາວິທະຍາໄລຮາວາຍໄດ້ຮັບປຣິນຍາຊັ້ນສູງ ດ້ານກະສິກັມ ຂະແໜງການທີ່ເປັນ ຈຸດສຸມໃນອາຊີບຂອງສົມບັດ ທີ່ຊຸກຍູ້ການ ການເຮັດນາຮົ້ວສວນແບບຍືນຍົງ. ສົມບັດໄດ້ກໍ່ຕັ້ງສູນພັດທະນາທີ່ມີ ສ່ວນຮ່ວມ ຢູ່ວຽງຈັນ ເພື່ອສິດສອນຊາວໜຸ່ມລາວໃຫ້ໄດ້ຄວາມຊຳນານ ທີ່ໂຄງການພັດທະ ນາຊຸມຊົນຕ້ອງການ ແລະສົມບັດກໍຍັງເປັນບຸກຄົນໜຶ່ງ ຊຶ່ງປະເທດເອເຊັຍ ແລະ ອາຟຣິກກາ ນັບໜ້າຖືຕາ ຍ້ອນວຽກງານທີ່ລາວໄດ້ເປັນຜູ້ ລິເລີ້ມລົງມືເຮັດດ້ວຍ ຕົນເອງ.

ທ່ານສົມບັດເປັນຜູ້ກ່າວຄຳປາໄສເບື້ອງຕົ້ນຢູ່ໃນກອງປະຊຸມ ເວທີປະຊາຊົນ ເອເຊັຍ-ເອີໂຣບ ໃນເດືອນ ຕຸລາ 2012 ຢູ່ນະຄອນຫຼວງວຽງຈັນ ທີ່ລວມຜູ້ນຳ ຊຸມຊົນລາວແລະພະນັກງານຂອງການຊ່ວຍເຫຼືອຕ່າງປະເທດ. ເນື້ອຫາອັນສຳຄັນ ຂອງເວທີແມ່ນເຈົ້າໜ້າທີ່ລັດຖບານຍຶດເອົາດິນ, ຜູ້ທີ່ໃຫ້ການສະໜັບສະໜູນ ສົມບັດ ຈຳນວນໜຶ່ງ ຄິດວ່າ ສົມບັດຖືກເອົາຕົວໄປນັ້ນ ເປັນການເຕືອນ ໃຫ້ການຕຳໜິລັດຖະບານງຽບໄປໃນບັນຫານັ້ນ.

ນາງຊຸຍມິງ ພັນລະຍາຂອງ ທ່ານສົມບັດ ອະດີດພະນັກງານຊັ້ນສູງຂອງອົງ ຢູນິແຊບ (ອົງການແມ່ແລະເດັກຂອງ ອົງການສະຫະປະຊາຊາດ) ໄດ້ຈັດຕັ້ງການ ເຜີຽແຜ່ ເພື່ອຊຸກໃຫ້ລັດຖະບານບອກໃຫ້ຮູ້ ກ່ຽວກັບການຫາຍຕົວຂອງ ສົມບັດ. ເດືອນໜຶ່ງ ຫຼັງຈາກສົມບັດໄດ້ຫາຍຕົວໄປ ລັດຖະມົນຕີຕ່າງປະເທດຂອງ ສະຫະຣັດ Hillary Rodham Clinton ກໍໄດ້ຮ້ອງຂໍໃຫ້ລັດຖະບານລາວໃຫ້ ຂໍ້ມູນ.

ນາງຊຸຍມິງວ່າ “ແຕ່ກ່ອນ ລັດຖະບານລາວກໍໄດ້ໃຫ້ຂໍ້ມູນ ທີ່ອ້າງອີງເຖິງ ການ ຫາຍສາບສູນຂອງປະຊາຊົນລາວຜູ້ອື່ນ, ແຕ່ວ່າເຈົ້າໜ້າທີ່ລາວຍັງບໍ່ທັນໄດ້ສູ້ໜ້າ ຈັກເທື່ອ ກັບຄວາມສົນໃຈຂອງສາກົນ”.

ສະຫະຣັດ ກໍຍັງໄດ້ສະແດງຄວາມຫ່ວງໃຍ ຕໍ່ການປະຕິເສດຂອງລັດຖະບານ ລາວ ເພື່ອຊ່ວຍການສືບສວນ ຫາຄົນຖືສັນຊາດອາເມຣິກັນ 2 ຄົນ ແລະຜູ້ 1 ເປັນຜູ້ທີ່ມີອະນຸຍາດຢູ່ອະເມຣິກາ ເປັນເຊື້ອຊາດລາວ ທີ່ສູນຫາຍໄປໃນປີນີ້.

ເຈົ້າໜ້າທີ່ຂອງສະຖານທູດອະເມຣິກັນ ໄດ້ເວົ້າວ່າ ໃນເດືອນນີ້ເອງ ເຈົ້າໜ້າລາວ ທີ່ສະຫວັນນະເຂດ ແຂວງພາກໃຕ້ ໄດ້ຫ້າມບໍ່ໃຫ້ ຄະນະສືບສວນອະເມຣິກັນ ໄປສະຖານທີ່ໆ 3 ຄົນ ຍັງໄດ້ເຫັນຕົວໃນເດືອນ ມັງກອນ ຄື: ສຸລິ ກອງດາລາ ວົງ, ບຸນທ່ຽງ ອິນສີຊຽງໃໝ່ແລະບຸນມາ ພັນໂຍທາ.