ຖະ​ແຫຼງການ​ຂອງ​ທ່ານ Kerry ລັດຖະມົນຕີ​ວ່າການກະຊວງການ​ຕ່າງປະເທດ ສະຫະລັດອາເມລິກາ

100 ວັນຂອງ​ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ ສົມບັດ ສົມ​ພອນ, ຫົວໜ້າ​ອົງການ​ຈັດຕັ້ງສັງຄົມ

24 ມີນາ 2013

ມື້​ນີ້​ແມ່ນວັນ​ທີ່ 100 ​ແລ້ວ ​ທີ່ທ່ານ ສົມ​ບັດ ສົມ​ພອນ ຫົວ​ໜ້າ​ອົງການ​ຈັດ​ຕັ້ງສັງຄົມ​ຂອງລາວ ​ໄດ້​ຫາຍ​ຕົວ​ໄປ, ​ເປັນບຸກຄົນ​ທີ່​ໜ້າ​ນັບຖື ​ແລະ ​​ຮູ້ຈັກກັນ​ດີ​ຕໍ່​ກັບ​ພາລະກິດວຽກ​ງານຂອງ​ທ່ານ​ ໃນ​ບັນດາ​ອົງການ​ຈັດຕັ້ງທ່ີ​ບໍ່​ຂຶ້ນກັບ​ລັດຖະບານ, ອົງການ​ຈັດຕັ້ງຂອງລັດຖະບານ ກໍ​ຄືວົງ​ຄະນາ​ຍາດ​ສາກົນ. ພາບ​ບັນທຶກ​ຈາກກ້ອງ​ວົງ​ຈອນ​ປິດ ​ໄດ້ສະ​ເໜີ​ໃຫ້​ຮູ້​ວ່າ ທ່ານ ສົມບັດ ອາດ​ຖືກ​ລັກພາ​ຕົວ​ໄປຈາກ​ປ້ອມ​ຕຳຫຼວດ​ໃນ​ນະຄອນຫຼວງວຽງ​ຈັນ. ສະຫະລັດ​ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຮ່ວມ​ກັບ​ວົງ​ຄະນາ​ຍາດ​ສາກົນ ຕໍ່​ກັບຄວາມ​ເປັນ​ຢູ່ ກໍ​ຄືຄວາມ​ປອດ​ໄພຂອງທ່ານສົມບັດ. ພວກ​ຂ້າພະ​ເຈົ້າ ຂໍຮ້ອງ​ໃຫ້​ລັດຖະບານ​ລາວ ​ເຮັດ​ທຸກຄວາມ​ສາມາດ​​ເພື່ອ​ຮັບຜິດຊອບ​ຕໍ່​ກັບການ​ຫາຍ​ຕົວ​ໄປ​ຂອງ​ທ່ານສົມບັດ ​ໂດຍ​ບໍ່​ແກ່ຍາວ​ເວລາ. ພວກ​ຂ້າພະ​ເຈົ້າ ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​​ກັບ​ຂໍ້​ມູນສຳຄັນທ່ີບໍ່ພຽງພໍ ທ່ີ​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຈາກ​ລັດຖະບານ​ລາວ ກ່ຽວ​ກັບ​ກໍລະນີ​ຂອງທ່ານ​ສົມບັດ, ​ແຕ່​ເຖິງ​ແນວ​ໃດ​ກໍ່ຕາມ ພວກ​ຂ້າພະ​ເຈົ້າກໍ​ຍັງຂໍ​ສະ​ເໜີ​ໃຫ້ການ​ຊ່ວຍ​ເຫຼືອໃນ​ການສືບຄົ້ນຫາ ​ແລະ ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຢ່າງ​​ຫຼວງຫຼາຍຕໍ່​ກັບ​ສະຫວັດດີ​ພາບ​ຂອງ​ທ່ານ​ສົມບັດ​ຢູ່.

ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດ ​​ໄດ້​ສ້າງ​ຄວາມ​ສົນ​ໃຈ​ເປັນ​ທ່ີ​ຈົດ​ຈຳ​​ໃນຕົ້ນສັກກະຫຼາດ ​ເມື່ອ​ມັນ​ເປັນການ​ຫາຍສາບ​ສູນທີ່ອະທິ​ບາຍ​ບໍ່​ໄດ້. ພວກ​ຂ້າພະ​ເຈົ້າ ສັງ​ເກດ​ໄດ້​ວ່າ ປະ​ເທດ​ລາວ​ບັນລຸ​ໄດ້​ຫຼາຍບາດກ້າວ​ໃນ​ຊຸມ​ປີຜ່ານ​ມາ ​ກາຍເປັນ​ຄູ່ຮ່ວມງານທີ່​ມີ​ຄວາມ​ຮັບຜິດຊອບຂອງ​ວົງ​ຄະນາ​ຍາດ​ປະຊາ​ຊາດ​ຕ່າງໆ, ຊຶ່ງລວມມີ ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​​ໂລກ ​ແລະ ການ​ເປັນ​ເຈົ້າພາບ​ຈັດ​ງານ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​-​ເອີຣົບ ​ໃນ​ເດືອນ​ພະ​ຈິກ​ຜ່ານ​ມາ. ​ແຕ່​ເປັນ​​ໜ້າ​ເສຍ​ໃຈ ທີ່ຍັງ​ມີການ​ຫາຍ​ຕົວ​ໄປ​ອະທິບາຍ​ບໍ່​ໄດ້​ຂອງ​ທ່ານ​ສົມບັດ ຜູ້​ຊຶ່ງໄດ້​ຮັບ​ຄວາມ​ນັບຖື​ຢ່າງ​ກວ້າງ​ຂວາງ ​ແລະ ​ເປັນ​ພົນລະ​ເມືອງ​ລາວທີ່ມີ​ຄວາມ​ຕັ້ງ​ໃຈ​ໃນ​ການ​ເຮັດ​ວຽກງານ​ເພື່ອ​ໃຫ້​ມີຜົນ​ປະ​ໂຫຍ​ດ​ຍິ່ງ​ໃຫຍ່​ຫຼາຍເພີ່ມຂຶ້ນ ​ໃຫ້​ແກ່​ພີ່ນ້ອງ​ຮ່ວມ​ຊາດຂອງ​ຕົນ​ເອງ, ມັນ​ຈຶ່ງເຮັດ​ໃຫ້​ມີການ​ຕັ້ງຄຳ​ຖາມ​ກ່ຽວ​ກັບຄວາມຕັ້ງ​ໃຈ​ຂອງ​ລັດຖະບານ​ລາວ​ຕໍ່​​ລະບຽບ​ກົດໝາຍ ກໍ​ຄື​ພັນທະຢ່າງ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ກັບ​ສາກົນ.

ພວກ​ຂ້າພະ​ເຈົ້າ ຮ່ວມ​ກັບ​ຫຼາຍບັນດາ​ອົງການ​ຈັດຕັ້ງ, ລັດຖະບານ, ສື່​ມວນ​ຊົນ ​ກໍ​ຄື ປະຊາ​ຊາດ​ໃນ​ທົ່ວ​ໂລກ ຂໍ​ຮຽກຮ້ອງ​ຄຳ​ຕອບ ຕໍ່​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດ ​ແລະ ຂໍ​​ເລັ່ງທວງ​ໃຫ້​ນຳ​ທ່ານ​ສົມບັດ​ກັບ​ຄືນ​ມາ​ບ້ານ​​ໂດຍ​ໄວ.

###