ລາວຕ້ອງດຳເນີນການ ເພື່ອໃຫ້ໄດ້ຜູ້ນຳພາ ພາກປະຊາສັງຄົມກັບຄືນມາ

ອົງ​ການ​ນິລະ​ໂທດ​ກຳສາກົນ (Amnesty International): 13 ມິຖຸນາ 2013Amnesty_International

ລັດຖະບານ​ລາວ​ຕ້ອງດຳ​ເນີນ​ການທັນທີ​ທັນ​ໃດ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ສົມບັດ ສົມ​ພອນ ​ຈະໄດ້​ກັບຄືນ​ມາ​ຢ່າງ​ປອດ​ໄພ. ສົມບັດ ​ເປັນຜູ້ນຳ​ພາ​ນັກ​ພັດທະນາ​ສັງຄົມ ​ທີ່​ສ່ຽງຕໍ່ການຕົກ​ເປັນ​ຜູ້​ເຄາະ​ຮ້າຍ​ຖື​ກບັງຄັບ​ໃຫ້​ເປັນ​ບຸກຄົນ​ຫາຍ​ສາບ​ສູນ​ໂດຍ​​​ເຈົ້າ​ໜ້າ​ທີ່ ດັ່ງ​ທີ່ອົງ​ການ​ນິລະ​ໂທດ​ກຳສາກົນ (Amnesty International) ​ໄດ້ກ່າວ​ໄວ້​ໃນ​ບົດ​ຂຽນ​ໂດຍ​ສັງ​ເຂ​ບ​​ ທີ່​ອອກ​ເຜີຍ​ແຜ່​ໃນ​ມື້​ນີ້.

​ໃນ​ບົດ​ຂຽນ​ໂດຍ​ສັງ​ເຂ​ບ Caught on Camera ​ໄດ້​ສຶກສາ​ເຈາະ​ເລີກລາ​ຍລະ​ອຽດ​ກໍລະນີ​ຂອງ​ສົມບັດ, ຜູ້​ທີ່​ຖືກ​​ເອົາ​ຕົວ​ໄປ​ຕໍ່ໜ້າຕໍ່​ຕາ​​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 15 ທັນວາ 2012 (​6 ​ເດືອນ​ຜ່ານ​ມາ) ​ແລະ​​ເຖິງ​ປັດຈຸບັນ​ຍັງ​ບໍ່​ມີ​ຂ່າວ​ຄາວ​ໃດໆ​ ​ເລີຍ.

“ຈາກ​ຫຼັກ​ຖານ​ທີ່​ມີ ຂໍ້​ສະຫຼຸບ​ທີ່​ເປັນ​ໄປ​ໄດ້​ສູງ​ທີ່​ສຸດ​ແມ່ນ ສົມບັດ ສົມ​ພອນ ​ໄດ້​ຕົກ​ເປັນ​​ເຫຍື່ອ​ຂອງ​ການ​ຖືກ​ບັງຄັບ​ໃຫ້​ເປັນ​ບຸກຄົນ​ຫາຍ​ສາບ​ສູນ ​ໂດຍ​ມີ​ເຈົ້າ​ໜ້າ​ທີ່​ລາວ​​ເປັນ​ຜູ້​ຮັບຜິດ​ຊອບ,” ​​ກ່າວ​ໂດຍ ຣູ​ເພິ​ດ ອາບ​ບອດ, ນັກ​ຄົ້ນຄວ້າ​ວິ​​​ໄຈກ່ຽວ​ກັບ ປະ​ເທດ​ກຳ​ປູ​ເຈຍ, ລາວ, ​ແລະ ຫວຽດນາມ ຂອງ​ອົງການ​ນິລະ​ໂທດ​ກຳ​ສາກົນ.

“ລັດຖະບານ​ລາວ​ຕ້ອງອອກ​ຄຳ​ສັ່ງ​ໃຫ້​ສາທາລະນະ​ຮັບ​ຮູ້​​ໂດຍ​ດ່ວນ ​ແລະ ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໃນ​ການ​ປົດປ່ອຍ​ໃຫ້​ລາວ​ໄດ້​ກັບ​ຄືນ​ຫາ​ຄອບຄົວ​ໂດຍ​ປອດ​​ໄພ.”

“ນອກຈາກ​ນີ້ ພວກ​ເຂົາ​ຄວນ​ແຕ່ງ​ຕັ້ງ​ຄະນະ​ກຳມະການ​ອິດ​ສະລະ​ເພື່ອ​ສືບສວນສອບ​ສວນ​ກ່ຽວ​ກັບກໍລະນີ​ນີ້ ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ສົມບັດ​ຈະ​​ໄດ້​ກັບ​ມາ​ຢ່າງ​ປອດ​ໄພ ​ແລະ ນຳ​ມາ​​ເຊິ່ງຄວາມ​ຍຸດຕິ​ທຳ​ໃນ​ການ​ດຳ​ເນີນ​ຄະ​ດີ​ຕໍ່​ຜູ້​ທີ່​ໜ້າ​ສົງ​ໃສ​ຢູ່​ເບື້ອງ​ຫຼັງ​​​ກໍລະນີ​ການ​ບັງຄັບບຸກຄົນ​ໃຫ້ຫາ​ຍສາບ​ສູນ​​​ນີ້.”

ພາຍ​ໃຕ້​ກົດໝາຍ​ສາກົນ, ການ​ບັງຄັບ​ໃຫ້​ບຸກຄົນ​ຫາຍ​ສາບ​ສູນ​ ຖື​ວ່າ​ເປັນ​ການ​ຄຸມ​ຂັງ ຫຼື ການ​ກັກ​ຂັງ​ບຸກຄົນ​ໂດຍ​ເຈົ້າ​ໜ້າ​ທີ່​ລັດ ຫຼື​ ຕົວ​ແທນ​ຂອງ​ພວກ​ເຂົາ ຕາມ​​ດ້ວຍ​ການ​ປະຕິ​​ເສດ​ທີ່​ຈະ​ຍອມຮັບ​ວ່າ​ບຸກຄົນ​ດັ່ງກ່າວ​ຢູ່​ກັບ​ຕົນ​ເອງ ​ຫຼື ທີ່​ຈະ​ເປີດ​ເຜີຍ​ຊະຕາກຳ ​ຫຼື ສະຖານ​ທີ່ກັກ​ຂັງ​.

​ເຫດການ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ​ໄດ້​ຖືກ​ບັນທຶກ​ໄວ້​ຂໍ້​ມູນພາບຈາກກ້ອງ​ວົງ​ຈອນ​ປິດ (CCTV) ທີ່​ທາງ​ຄອບຄົວ​ໄດ້​ມາ​.

ພາບ​ບັນທຶກ​ໄດ້​​ປາກົດ​ໃຫ້​ເຫັນ​ວ່າ​ສົມບັດ​ໄດ້​ຖືກ​ຕຳຫຼວດ​ເອີ້ນ​ໃຫ້​ຢຸດ ຢູ່​ໜ້າ​ປ້ອມ​ຕຳຫຼວດ​ໃນ​ນະຄອນຫຼວງ​ວຽງ​ຈັນ. ຫຼັງ​ຈາກ​ທີ່​ລາວ​ໄດ້​ລົງ​ຈາກ​ລົດ​ເພື່ອ​ໄປ​ລົມ​ກັບຕຳຫຼວດ ລົດ​ລາວ​ໄດ້​ຖືກ​ເອົາ​ໄປ. ຫຼັງ​ຈາກ​ນັ້ນມີ​ຜູ້​ຊາຍ​ສາມ​ຄົນ​ລວມທັງ​ສົມບັດ​ໄດ້​ຍ່າງ​ຂື້ນ​ລົດ​ກະບະ​ທີ່​ເປີດ​ໄຟ​ຂໍ​ທາງ​ຢູ່ ​ແລ້ວ​ລົດ​ໄດ້​ຂັບ​ອອກ​ໄປ ພ້ອມ​ທັງ​ມີ​ລົດຈັກ​ຢູ່​ນຳ​​ທາງ​ຫຼັງແລະໄດ້​ຍິງ​ປືນ​ຂື້ນ​ຟ້າ​ໜຶ່ງ​ນັດ.

“ຄວາມ​ຈິງທີ່​ວ່າ ສົມບັດ ​ໄດ້​ຖືກ​ເອົາ​ຕົວ​ໄປ​ຈາກ​ປ້ອມ​ຕຳຫຼວດ​ໃນ​ໃຈກາງ​ເມືອງ​ຫຼວງ​ຂອງ​ລາວ ​ແລະ ຕຳຫຼວດ​ທີ່ຢູ່​​ໃນ​ສະຖານະ​ການ​ກໍ​ບໍ່​ໄດ້ຄັດຄ້ານຫຍັງ​ເລີຍ ​​ຍິ່ງ​​ເປັນ​ເລື່ອງ​ໜ້າ​ກັງວົນ​ທີ່​ສຸດ,” ອາບ​ບອດ ກ່າວ​ໄວ້.

“​ອີກ​ທັງ​ການ​ລາຍ​ງານ​ຂອງ​ຕຳຫຼວດ​ທີ່​ວ່າ​ສະຖານະ​ການ​ເປັນ ‘ປົກກະຕິ’ ​​​ເປັນ​ເລື່ອງ​ທີ່​ບໍ່​​​ເປັນຕາ​ໜ້າ​ເຊື່ອ ​ເພາະ​ເມື່ອ​ພິຈາລະນຂໍ້​​ເທັດ​ຈິງ ລວມທັງ​ປືນ​ທີ່​ຍິງ​ອອກ​ມາ​ກໍ​ຢູ່​ໃນ​ບໍລິ​ເວນ​ທີ່​​ເກີດເຫດດຽວ​ກັນ.”

​ມີ​ຄວາມ​ເປັນ​ໄປ​ໄດ້​ສູງວ່າເຈົ້າ​ໜ້າ​ທີ່​ລາວຈະ​ມີ​ສ່ວນ​ກ່ຽວຂ້ອງກັບ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ​ເຊິ່ງ​ເກີດ​ຂື້ນ​ຈາກ​ຄວາມ​ບົກພ່ອງ​ຂອງ​ຕຳຫຼວດ​ໃນ​ການ​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ຢ່າງ​ລະອຽດ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ​ໄດ້​ມີ​ການ​ປິດ​ບັງຄວາມ​ຈິງ.

ຕ່າງປະ​​ເທດ​​ໄດ້​ສະ​ເໜີ​ຂໍຊ່ວຍ​ເຫຼືອດ້ານ​ການ​ວິ​ເຄາະ​ພາບ​ບັນທຶກ​ຈາກ​ກ້ອງ​ວົງ​ຈອນ​ປິດ ​ແຕ່​ກໍໄດ້​ຮັບ​ການ​ປະຕິ​ເສດການ​ຊ່ວຍ​ເຫຼືອ.

“ລັດຖະບານ​ລາວ​ຕ້ອງດຳ​ເນີ​ນການທັນທີ​ທັນ​ໃດ ​​​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ສົມບັດ ສົມ​ພອນ​ຈະ​ໄດ້​ກັບ​ມາ​ຫາ​ຄອບຄົວ​ຢ່າງ​ປອດ​ໄພ– ຈົນ​ກວ່າ​ຈະ​ເຖິງ​ມື້​ນັ້ນ ການ​ວິພາກ​ວິ​ຈານ​ກ່ຽວ​ກັບ​ການ​ຫາຍ​ຕົວ​​ໄປ​ຂອງ​ລາວ​ກໍ​ຈະ​ບໍ່​ຫາຍ​ໄປ,” ​ກ່າວ​​ໂດຍ ແອ​ບບອດ​.

ບໍ່​ດົນກ່ອນ​ທີ່​ສົມບັດ​ຈະ​ຫາຍ​ຕົວ​ໄປ​ ສົມບັດ​ໄດ້​​​ເຮັດ​ບົດ​ສຳ​ຫຼວດທົ່ວ​ປະ​ເທດ​ເພື່ອ​ວັດ​ແທກ​ຄວາມສຸກ​ຂອງ​ຄົນ​ ​ລາວ ​ແລະ ​ໄດ້​​ເປັນ​ສ່ວນ​ໜຶ່ງ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ​ທີ່​​ໃຫຍ່​ທີ່​ສຸດ​ດ້ານ​ພາກ​ປະຊາ​ສັງຄົມກໍ​ຄື ກອງ​ປະຊຸມ​ພາກ​ປະຊາຊົນ ອາຊີ​-​ເອີຣົບ (AEPF) ​ໃນ​ເດືອນຕຸລາ 2012.

ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ AEPF ຫຼາຍ​ຄົນໄດ້ຖືກຂົ່ມ​ຂູ່ ​ແລະ ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ປອດ​ໄພ​ໄດ້​ຢຶດ​​​​ເອົາ​ໄວ້​ເອກະສານ​ສຳ​ເນົາ​ເລື່ອງ​ຜົນ​ຈາກ​ການ​ສຳ​ຫຼວດ “ວິ​ໄສ​ທັດ​ຂອງ​ປະຊາຊົນ​ລາວ (The Lao People’s Vision).”

ຫຼັງ​ຈາກ​ນັ້ນ ​ເມື່ອ​ວັນ​ທີ 7 ຕຸລາ 2012 ລັດຖະບານ​ລາວ​ໄດ້​ເນ​ລະ​ເທດ​ນັກ​ພັດທະນາ​ຊາວ​ຕ່າງປະ​ເທດ​ອອກ​ຈາກ​ປະ​ເທດ​ລາວ ​ຈາກ​ທີ່​​ໄດ້ຊູ​​ປະ​ເດັນ​ເລື່ອງ​ພື້ນ​ທີ່​ຈຳກັດ​ໃນ​ການ​ສົນທະນາ​ໂຕ້​ຕອບ​ພາຍ​ໃນ​ປະ​ເທດ ​ແລະ ຜົນ​ກະທົບ​ທີ່​ມີ​ຕໍ່​ຜູ້​ທີ່​ສະ​ແດງ​ຄວາມ​ຄິດ​ເຫັນອອກ​ມາ​.

“ການ​ບັງຄັບ​ໃຫ້ຫາຍ​ຕົວ​ໄປ​ຂອງ​ສົມບັດ ​ໄດ້​ກາຍ​​ເປັນ​ຕ່ອງ​​​ໂສ້​ເຊື່ອມ​ໂຍງ​ເຫດການ​ຕ່າງໆ​ທີ່​ຖືກ​ອອກ​ແບ​ບ​ໄວ້​ເພື່ອ​ກີດ​ກັນ​ພາກ​ປະ​ຊາ​ສັງຄົມ ​ແລະ ອິດ​ສະລະ​ພາບ​ໃນ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​​ໃນ​ລາວ,” ອາບ​ບອດ​ໄດ້​ກ່າວ​ໄວ້.

“​ສາກົນຄວນ​ນຳ​ໃຊ້​ທຸກ​ກາລະ​ໂອກາດ​ໃນ​ການ​ຮຽກຮ້ອງ​​ໃຫ້​ເຈົ້າ​ໜ້າ​ທີ່​ລາວ​ສົ່ງ​ຕົວ​ສົມບັດ​ ສົມ​ພອນ​ຄືນ ​ແລະ ​ເຄົາລົບ​ສິດ​ເສລີພາບ​ໃນ​ການສະ​ແດງ​ຄວາມ​ຄິດ​ເຫັນ, ການ​ເປັນ​ສະມາຄົມ, ​ແລະ ການຊຸມ​ນຸມ​ແບບສັນຕິ.​”