ສຳນັກງານ​ກຳມາ​ທິກ​ານສູງ​ສຸດ​ເພື່ອ​ສິດທິ​ມະນຸດ (OHCHR) ​ສະ​ແດງ​ຄວາມ​ກັງວົນ​ກ່ຽວ​ກັບ​ການ​ສືບສວນ​ບໍ່​ມີ​ຄວາມ​ຄືບ​ໜ້າ

NewsImageຫຼັງຈາກ ສຳນັກງານ​ກຳມາ​ທິການ​ສູງ​ສຸດ​ເພື່ອ​ສິດທິ​ມະນຸດ (OHCHR)​ ​ອອກ​ຖະ​ແຫຼ​ງການ​ໂດຍ​ສັງ​ເຂ​ບ​ວັນ​ທີ 21 ທັນ​ວາ 2012 ​ ລ່າ​ສຸດໄດ້​ມີ​ອີກ​ສະບັບໜຶ່ງ​ຖະ​ແຫຼ​ງການ​ໂດຍ​ສັງ​ເຂ​ບວັນ​ທີ 21 ມິຖຸນາ 2013 ​ໂດຍ​ມີ​ເນື້ອ​ໃນ​ຫຍໍ້ດັ່ງ​ນີ້:

… ຈາກ​ຄວາມ​ກັງວົນ​ທີ່​ວ່າ 6 ​ເດືອນ​ຜ່ານ​ໄປ​ແຕ່​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ໃນ​ການ​ສືບສວນ​ສອບ​ສວນ​ຕໍ່​ກໍລະນີ​ການ​ສົມບັດ ສົມ​ພອນ​ ຜູ້​​​ເຮັດ​ວຽກ​​ເພື່ອ​ປົກ​ປ້ອງ​ສິດທິ​ມະນຸດສປປ ລາວ ທີ່​ຖືກ​ບັງຄັບ​ໃຫ້​ເປັນ​ຄົນ​ຫາຍ​ສາບ​ສູນ. ສົມບັດ​ຫາຍ​ຕົວ​ໄປ​ໃນ​ລະຫວ່າງ​ການ​ຂັບ​ລົດ​ກັບ​ບ້ານ​ໃນ​ຕົວ​ເມືອງ​ນະຄອນຫຼວງ​ວຽງຈັນ ​ເມື່ອ​ວັນ​ທີ 15 ທັນວາ 2012. ພາບ​ບັນ​ທຶກ​ຈາ​ກກ້ອງ​ວົງ​ຈອນ​ປິດ​ໄດ້​ປາກົດ​ໃຫ້​ເຫັນ​ວ່າ​ລົດ​ຂອງ​ສົມບັດ​ໄດ້​ຖືກ​ຕຳຫຼວດ​ເອີ້ນ​ໃຫ້​ຢຸດ ​ແລະ ລາວ​ກໍ​ຖືກ​​ເອົາ​ຂື້ນ​ລົດ​ກະບະ​ໄປ​ໂດຍບຸກຄົນ​ນອກ​ເຄື່ອງ​ແບບ. OHCHR ​ເປັນ​ກັງວົນ​ເລື່ອງ​ຄວາມ​ປອດ​ໄພຂອງ​ສົມບັດ ​​ເນື່ອງຈາກ​ຈົນ​ເຖິງ​ປັດຈຸບັນ​ຍັງ​ບໍ່​ມີ​ຂໍ້​ມູນ​ວ່າລາວ​ຖືກ​ກັກ​ຂັງ​ຢູ່​ບ່ອນ​ໃດ ​ແລະ ຜູ້​ກະທຳ​ຜິດ​ແມ່ນ​ໃຜ. OHCHR ຮຽກຮ້ອງ​ລັດຖະບານ​ເພິ່ມມາດ​ຕະການ​ເພື່ອ​ສື​ບຄົ້ນ​ຫາ​ສົມບັດ ​ແລະ ຮັບປະກັນ​ວ່າ​ລາວ​ຈະ​ໄດ້​ກັບ​ຄືນຫາ​ຄອບຄົວ​ຢ່າງ​ປອດ​ໄພ. ສົມບັດ ສົມ​ພອນ ​ເປັນ​ຄົນ​ທີ່​ມີ​ຊື່​ສຽງ​ລະດັບ​ໂລກດ້ານ​ການ​ປະຕິບັດ​ວຽກ​ງານ​ສົ່ງ​ເສີມ​ກາ​ນພັດທະນາ​​ທີ່ສົມ​ດຸນ ​ແລະ ມີຍືນ​ຍົງ. ລາຍ​ງານຫຼາຍ​ສະບັບ​​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າການ​ທີ່ສົມບັດ​ຖືກ​ຈັບ​ຕົວ​ໄປ​ມີ​ຄວາມ​ກ່ຽວ​ຂ້ອງ​ກັບປະ​ເດັນ​ດັ່ງກ່າວ​.