ສະມາ​ຊິກ​ສະພາ​ຈາກ​ຫຼາຍ​ປະ​ເທດ​ສະ​ແດງ​ຄວາມ​​ເປັນກັງ​ວົນ​ໃຈ​

ສະມາຊິກສະພາຈາກ​ຫຼາຍ​ປະ​ເທດທີ່​ໄດ້​ເດີນທາງ​ໄປ​ປະ​ເທດ​ລາວ​​​ເມື່ອ​ເດືອນມັງກອນ ​ແລະ ​ເດືອນ​ມີນາ ​ໄດ້​ຂຽນ​ຈົດໝາຍ​ເຖິງ​ຜູ້ນຳ​ຂອງ​ລາວ “…​​ມີ​ຄວາມເປັນກັງ​ວົນ​​​ຕໍ່​ການຂາດ​ເຈດ​ຈຳນົງ​ທາງ​ການ​ເມືອງ​​ທີ່​ຈະ​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ຢ່າງ​ຈິງ​ຈັງ​​ກ່ຽວ​ກັບການ​ກາຍ​ຕົວ​ໄປ​ຂອງ ສົມບັດ ສົມ​ພອນ.​​​​”

ນັກ​ອອກ​ກົດໝາຍຈາກປະ​ເທດຟີລິບປິນ, ມາເລເຊຍ, ອິນໂດເນເຊັຍແລະເນເທີແລນໄດ້ຂຽນ​ຈົດ​ໝາຍມີ​ເນື້ອ​ໃນດັ່ງ​ນີ້:

​ລະຫວ່າງ​ການ​ຢ້ຽມຢາມ​, ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຄຳ​ໝັ້ນ​ສັນຍາ​ໃນ​ຫຼາຍ​ປະ​ເດັນ ຈາກຄະນະຜູ້​ແທນ​ສະພາ ​ແລະ ຜູ້​ແທນລັດຖະບານ ທັງ​ນີ້​ລວມທັງ​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ດຳ​ເນີນ​​ການເຕັມທີ່​ສືບສວນ​ສອບ​ສວນ​ຢ່າງ​ລະອຽດ ​ແລະ ໂປ່​ງ​ໃສຕໍ່​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ​ສົມພອນ​ເມື່ອ​ວັນ​ທີ 15 ທັນວາ 2012…

ມື້​ນີ້, ວັນ​ທີ 15 ມິຖຸນາ 2013 ​ເປັນມື້​ຄົບຮອບ​ 6 ​ເດືອນຂອງ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ຈົນ​ຮອດ​ປັດຈຸບັນ​ຍັງ​ບໍ່​ເຫັນການ​ສົ່ງ​ຕົວ​ສົມບັດ ກັບ​ຄືນ​ຫາ​ຄອບຄົວຢ່າງ​ປອດ​ໄພ​ແຕ່​ຢ່າງ​ໃດ​ເລີຍ​. ຈາກ​ການ​ຖະ​ແຫຼ​ງລາຍ​ງານຄວາມ​ຄືບ​ໜ້າ​ຂອງ​ເຈົ້າ​ໜ້າ​ທີ່ລາວ​ລ່າ​ສຸດ​​​ມີ​ຄວາມ​ຂັດ​​ແຍ້​ງ ​ແລະ ສ້າງ​ໃຫ້​ເກີດ​ຄວາມ​ເຂົ້າ​ໃຈ​ຜິດ ​ເຊິ່ງສະ​ແດງ​ໃຫ້​ເຫັນ​​ເຖິງ​ຄວາມ​ບໍ່​ຍຸດຕິ​ທຳ ​ແລະ ຄວາມ​ບໍ່​ເລິກ​​ເຊິ່ງຂອງ​ຂະບວນການ​ສືບສວນ​ສອບ​ສວນ​ຂອງ​ເຈົ້າ​ໜ້າ​ທີ່…

ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ລັດຖະບານ​ລາວດຳ​ເນີນ​ການ​ຢ່າງຮີ​ບດ່ວນ ພາຍ​ໃຕ້​ພັນທະ​ສັນຍາ​ທີ່​ມີ​ຕໍ່​ກົດໝາຍ​ສາກົນ ​​​ໃນດຳ​ເນີນ​ການ​ສື​ບສວນ​ສອບ​ສວນຊຸດ​ໃໝ່​ແບບ​ອິດສະຫຼະ ​ແລະຮັບປະກັນວ່າ​ການ​ດຳ​ເນີນ​ການ​ທຸກ​ຂັ້ນ​ຕອນ​ແມ່ນ​ເປັນ​ໄປ​ເພື່ອ​​ການ​ຄົ້ນ​ຫາ ​ແລະ ຊ່ວຍ​ເຫຼືອ​ຊີວິດ​ຂອງ​ສົມບັດ​ໃຫ້​ຫຼຸດ​ພົ້ນ​ຈາກ​ການ​ຄຸມ​ຂັງ ​ແລະ ​ໄດ້​ກັບ​ຄືນ​ຫາ​ຄອບຄົວ​ຂອງ​ລາວ​ຢ່າງ​ປອດ​ໄພ​ໂດຍ​ດ່ວນ…

ຈົດໝາຍ​ສະບັບ​ເຕັມ​ໄດ້​ຖືກ​ສົ່ງ​​ໄປ​ເຖິງປະ​ທານ​ປະ​ເທດສປປລາວ, ນາຍົກລັດຖ​ະມົນຕີ​ສປປລາວ, ລັດຖະມົນ​ຕີວ່າການ​ກະຊວງ​ການ​ຕ່າງປະ​ເທດສປປລາວ, ​ແລະ ປະທານ​ສະພາ​ແຫ່ງ​ຊາດ ສປປລາວ ​ໂດຍສາມາດ​ອ່ານ​ຈົດໝາຍ​ພາສາອັງກິດສະບັບ​ເຕັມ​ໄດ້​ທີ່​ນີ້.