ບົດແຈ້ງ ຜົນການສືບສວນ- ສອບສວນ ຄັ້ງທີ III ຂອງເຈົ້າຫນ້າທີ່ຕຳຫລວດ ກ່ຽວກັບການຊອກຕົວ ທ້າວ ສົມບັດ ສົມພອນ

ກະຊວງການຕ່າງປະເທດແຫ່ງ ສ.ປ.ປ ລາວ: 08 ມິຖຸນາ 2013

somເພື່ອເປັນການຮັບຮູ້ເພີ່ມເຕີມຕໍ່ຄວາມຄືບຫນ້າກ່ຽວກັບການສືບສວນ-ສອບສວນຊອກຫາຕົວທ້າວສົມບັດສົມພອນ ຂອງເຈົ້າຫນ້າທີ່ຕຳຫລວດຜ່ານມາ. ຂ້າພະເຈົ້າຕາງຫນ້າໃຫ້ຄະນະຮັບຜິດຊອບດຳເນີນຄະດີຂໍແຈ້ງຜົນ ການສືບສວນ-ສອບສວນຊອກຫາຕົວທ້າວສົມບັດສົມພອນຕື່ມດັ່ງນີ້:

ຫລັງຈາກທີ່ຂ້າພະເຈົ້າໄດ້ແຈ້ງຜົນການສືບສວນ-ສອບສວນຊອກຫາຕົວທ້າວສົມບັດສົມພອນ 02 ຄັ້ງຜ່ານມາຄະນະຮັບຜິດຊອບດຳເນີນຄະດີກໍ່ໄດ້ເອົາໃຈໃສ່ສືບຕໍ່ດຳເນີນການສືບສວນ-ສອບສວນ, ເກັບກຳແຫລ່ງຂ່າວຂໍ້ມູນຕ່າງໆນຳບຸກຄົນ, ພາກສ່ວນທີ່ກ່ຽວຂ້ອງຢູ່ພາຍໃນແລະຕ່າງປະເທດຄື:

1.     ລົງໄປປະສານສົມທົບກັບອຳນາດການປົກຄອງບ້ານຊຳເກດ, ເມືອງສີໂຄດຕະບອງແລະບ້ານຊ້າງຫົວບໍ່, ເມືອງໄຊທານີເພື່ອລົງເກັບກຳຂໍ້ມູນສາຍພົວພັນຕ່າງໆຂອງຜູ້ກ່ຽວຢູ່ສູນປັນຍານິເວດແລະສູນຮຽນຮູ້ສວນໄມ້ລາວ. ນອກນັ້ນ, ຍັງສືບຕໍ່ລົງເກັບກຳຂໍ້ມູນຢູ່ບ້ານນາຄຳ, ເມືອງສີໂຄດຕະບອງແລະບ້ານໂຄກນິນ, ເມືອງສີສັດຕະນາກແລະຈຸດອື່ນໆຈຳນວນຫນຶ່ງຕື່ມເພື່ອເປັນບ່ອນອີງໃນການຊອກຫາຕົວຜູ້ກ່ຽວ;

2.   ສືບຕໍ່ປະສານສົມທົບກວດກາແລະມອບຫມາຍໃຫ້ເຫລົ່າລົບວິຊາສະເພາະຂອງເຈົ້າຫນ້າທີ່ຕຳຫລວດ ທົ່ວປະເທດໃນການສືບຕໍ່ຕິດຕາມຊອກຫາແຫລ່ງຂ່າວ, ຂໍ້ມູນຕ່າງໆທີ່ກ່ຽວພັນເຖິງການຊອກຫາຕົວຜູ້ກ່ຽວ;

3.    ເຈົ້າຫນ້າທີ່ຕຳຫລວດສາກົນລາວໄດ້ສືບຕໍ່ເຮັດຫນັງສືສະເຫນີເຖິງອົງການຕຳຫລວດສາກົນອອກ ໃບແຈ້ງບຸກຄົນ (ທ້າວສົມບັດສົມພອນ) ສູນຫາຍສີເຫລືອງແລະອົງການຕຳຫລວດສາກົນກໍ່ໄດ້ອອກ ເອກະສານເປັນໃບແຈ້ງບຸກຄົນ (ທ້າວສົມບັດສົມພອນ) ສູນຫາຍສີເຫລືອງໃນວັນທີ 23 ເມສາ 2013 ອອກສື່ມວນຊົນລວມທັງລົງອິນເຕີເນັດ.

4.    ຕິດຕາມຜົນທີ່ເຈົ້າຫນ້າທີ່ຕຳຫລວດສາກົນລາວໄດ້ເຮັດຫນັງສືແຈ້ງເຖິງບັນດາປະເທດສະມາຊິກຕຳຫລວດ ສາກົນແລະຕຳຫລວດອາຊຽນຊ່ວຍຊອກຫາຂໍ້ມູນແລະຕົວທ້າວສົມບັດສົມພອນ, ຜົນກໍ່ໄດ້ຮັບແຈ້ງຕອບຈາກ ຕຳຫລວດສາກົນ 06 ປະເທດຄື:

ປະເທດຍີ່ປຸ່ນ, ອິນເດຍແລະຝຣັ່ງສະເຫນີໃຫ້ຕຳຫລວດລາວສະຫນອງຂໍ້ມູນທີ່ຈຳເປັນເພື່ອເປັນບ່ອນອີງ ໃນການຊອກຫາເຊັ່ນ: ເລກຫນັງສືຜ່ານແດນແລະບັດປະຈຳຕົວຂອງທ້າວສົມບັດສົມພອນແລະເຈົ້າຫນ້າທີ່ຕຳຫລວດ ສາກົນລາວກໍ່ໄດ້ສົ່ງຂໍ້ມູນດັ່ງກ່າວໃຫ້ປະເທດທີ່ສະເຫນີມານັ້ນແລ້ວ;

ປະເທດເກົາຫລີໃຕ້ແຈ້ງວ່າ: ຜ່ານການກວດກາພົບວ່າໃນວັນທີ 09 ພະຈິກ 2012 ທ້າວສົມບັດສົມພອນໄດ້ເດີນທາງ ອອກຈາກປະເທດເກົາຫລີໃຕ້ມາປະເທດໄທ;

ສະຫະລັດອາເມລິກາແຈ້ງວ່າ: ນັບແຕ່ໄດ້ຮັບຫນັງສືສະເຫນີກໍ່ໄດ້ບັນທຶກເຂົ້າໃນບັນຊີຕິດຕາມການເຂົ້າ-ອອກເມືອງ ຂອງເຈົ້າຫນ້າທີ່ອາເມລິກາ.

ປະເທດສະເປນແຈ້ງວ່າ: ຜ່ານການກວດກາບໍ່ພົບເຫັນ.

5.    ວັນທີ 24/04/2013 ໄດ້ເຊີນນາງອຶງຊຸຍມິງຜູ້ມາແຈ້ງຄວາມການຫາຍຕົວຂອງທ້າວສົມບັດສົມພອນມາ ຊາບຜົນການ ສືບສວນ-ສອບສວນຜ່ານມາແລະສືບຕໍ່ພ້ອມກັນເກັບກຳຂໍ້ມູນຕື່ມອີກ.

ນອກຈາກນັ້ນ, ຄະນະຮັບຜິດຊອບດຳເນີນຄະດີຍັງໄດ້ພົບແລະໃຫ້ຄຳອະທິບາຍຊີ້ແຈງກ່ຽວກັບບັນຫານີ້ຕໍ່ບັນດາ ທ່ານທີ່ສົນໃຈບັນດາຜູ້ ຕາງຫນ້າບັນດາສະຖານທູດຕ່າງປະເທດປະຈຳສປປລາວ.

ທັງຫມົດນັ້ນ, ໄດ້ສະແດງເຖິງຄວາມເອົາໃຈໃສ່ຢ່າງມີຄວາມຮັບຜິດຊອບສູງຂອງການນຳກະຊວງປ້ອງກັນ ຄວາມສະຫງົບກໍ່ຄືກົມໃຫຍ່ຕຳຫລວດໃນການຊີ້ນຳຕໍ່ການສືບສວນ-ສອບສວນຊອກຫາຕົວທ້າວສົມບັດສົມພອນ ຂອງຄະນະຮັບຜິດຊອບດຳເນີນຄະດີໃຫ້ດຳເນີນໄປເປັນປົກກະຕິຕາມຫລັການວິຊາສະເພາະແລະລະບຽບກົດຫມາຍ ຂອງສປປລາວ. ມາຮອດປັດຈຸບັນຍັງບໍ່ທັນພົບເຫັນຕົວຜູ້ກ່ຽວເທື່ອຊຶ່ງຄະນະຮັບຜິດຊອບດຳເນີນຄະດີພວກ ຂ້າພະເຈົ້າກໍ່ໄດ້ມີແຜນສືບຕໍ່ດຳເນີນການສືບສວນ-ສອບສວນເກັບກຳຂໍ້ມູນ, ກວດກາພິສູດແຫລ່ງຂ່າວ, ຂໍ້ມູນຕ່າງໆນຳບຸກຄົນ, ພາກສ່ວນຕ່າງໆຢູ່ພາຍໃນແລະຕ່າງປະເທດຕື່ມຕາມພາລະບົດບາດ ຫນ້າທີ່ໆໄດ້ຮັບການມອບຫມາຍ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນ, ທຸກອົງການຈັດຕັ້ງທັງພາຍໃນແລະຕ່າງປະເທດຊາບ, ຖ້າຫາກໃຜມີແຫລ່ງ ຂ່າວຂໍ້ມູນຫລັກຖານໃດໆກ່ຽວຂ້ອງກັບບັນຫາດັ່ງກ່າວນີ້ແມ່ນໃຫ້ພົວພັນກັບເຈົ້າຫນ້າທີ່ຕຳຫລວດເມືອງ, ແຂວງ, ນະຄອນຫລວງໃນຂອບເຂດທົ່ວປະເທດເພື່ອມີສ່ວນຮ່ວມໃນການແກ້ໄຂບັນຫາດັ່ງກ່າວນີ້ໃຫ້ສຳເລັດໄປດ້ວຍດີ.

ຂໍຂອບໃຈ