ເສຣີພາບໃນລາວ ຈະງອກງາມບໍ່ໄດ້

ວິທາຍຸ ເອເຊັຍເສຣີ: 09 ກໍລະກົດ 2012

ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ແບບຍືນຍົງ

ທ່ານ ສົມບັດ ສົມພອນ ຖືກຈັບ ຫລື ຖືກລັກພາຕົວ ກໍຍ້ອນ ພຍາຍາມ ປູກຝັງ ແນວຄິດ ທີ່ມີ ເສຣີພາບ ໃຫ້ຊາວໜຸ່ມ ວັຍລຸ້ນ ລາວ.

ນັກການທູດ ຕ່າງປະເທດ ໃນ ນະຄອນຫລວງ ວຽງຈັນ ຜູ້ ຂໍສງວນຊື່ ເປີດເຜີຍຕໍ່ RFA ໂດຍ ອ້າງອີງໃສ່ ການ ສົນທະນາ ຢ່າງບໍ່ເປັນ ທາງການ ກັບ ເຈົ້າໜ້າທີ່ ຂັ້ນສູງ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ທີ່ໄດ້ເວົ້າ ເຖິງສາເຫດ ສໍາຄັນ ທີ່ເຮັດໃຫ້ ການນຳ ຂອງ ພັກ-ຣັຖ ສປປລາວ ບໍ່ໄວ້ວາງໃຈ ທ່ານ ສົມບັດ ສົມພອນ ທີ່ທ່ານ ພຍາຍາມ ປູກຝັງ ແນວຄິດ ທີ່ມີ ເສຣີພາບ ໃຫ້ແກ່ ເຍົາວະຊົນ ລາວ ລຸ້ນໃໝ່.

ແລະໃນ ກໍຣະນີ ທີ່ຖືເປັນ ການທ້າທາຍ ຕໍ່ອຳນາດ ແລະ ການນຳຂອງພັກ ຢ່າງຈະແຈ້ງ ທີ່ສຸດ ກໍຄືເຣື່ອງ ທີ່ທ່ານ ສົມບັດ ສົມພອນ ໄດ້ ຂຽນຈົດໝາຍ ໃນນາມ ປະທານ ກອງປະຊຸມ ພາກ ປະຊາສັງຄົມ ເຊື້ອເຊີນ ມາດາມ ອອງຊານຊູຈີ ຜູ້ນຳພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະຕັຍ ພະມ້າ ໃຫ້ມາຮ່ວມ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ຄັ້ງທີ 9  ໃນຊ່ວງ ທ້າຍ ປີ 2012.

ແລະການທີ່ ທ່ານ ສົມບັດ ສົມພອນ ມີຄວາມໃກ້ຊິດ ກັບ ອົງການ ອະນຸຮັກ ສິ່ງແວດລ້ອມ ແລະ ທັມມະຊາດ ທັງໃນ ປະເທດໄທ ແລະ ຣະດັບ ສາກົລ ຊຶ່ງມີບົດບາດ ສຳຄັນ ໃນການ ຄັດຄ້ານ ແຜນການ ສ້າງ ເຂື່ອນໃສ່ ແມ່ນໍ້າຂອງ ໃນລາວ ແລະ ໄດ້ປະທ້ວງ ແຜນການ ກໍ່ສ້າງ ເຂື່ອນ ໄຊຍະບູລີ ໃນໂອກາດ ທີ່ ສປປລາວ ເປັນເຈົ້າພາບ ກອງປະຊຸມ ອາເຊັມ ນັ້ນ ກໍຍິ່ງ ເຮັດໃຫ້ ການນຳຂອງ ພັກ ປະຊາຊົນ ປະຕິວັດ ລາວ ເກີດຄວາມ ຣະແວງ ສົງສັຍ ໃນບົດບາດ ຂອງ ທ່ານ ສົມບັດ ຫລາຍຂຶ້ນ.

ເຣື່ອງ ດັ່ງກ່າວ ເປັນທີ່ມາ ຂອງ ການລັກພາຕົວ ທ່ານ ສົມບັດ ສົມພອນ. ພ້ອມກັນນັ້ນ ນັກການທູດ ທ່ານນີ້ ຍັງໃຫ້ ທັສນະວ່າ ວິທີການ ທີ່ ທາງການລາວ ພວມດໍາເນີນ ຢູ່ນີ້ ຄືເຮັດໃຫ້ ເຣື່ອງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຄ່ອຍໆ ຈາງຫາຍໄປ ຈາກ ຄວາມສົນໃຈ ຂອງ ສັງຄົມ ພາຍໃນລາວ ຄືກັບ ກໍຣະນີ ການຈັບ ນັກສຶກສາ ແລະ ປັນຍາຊົນ ລາວ ທີ່ເຄີຍ ພຍາຍາມ ຮວມຕົວ ຮຽກຮ້ອງ ປະຊາທິປະຕັຍ ໃນລາວ ໃນປີ 1999.