ສະພາແຫ່ງສະຫະພາບເອີຣົບ….

Screen Shot 2013-02-01 at 22.53.08 PMສະພາສະຫະພາບເອີຣົບ…

1. ສະແດງຄວາມເປັນຫ່ວງເປັນໄຍຢ່າງຍິ່ງຕໍ່ຄວາມປອດ ໄພໃນຊີວິດ ຈາກກໍລະນີການຫາຍຕົວໄປຂອງ ທ່ານ ສົມບັດ ສົມພອນ;

2. ມີຄວາມກັງວົນກ່ຽວກັບຄວາມລ່າຊ້າ ແລະ ການຂາດຄວາມໂປ່ງໃສ່ໃນ ຂະບວນການສອບ ສວນໃນ ກໍລະນີດັງກ່າວ: ຮຽກຮ້ອງໃຫ້ຕຳຫຼວດຂອງ ປະເທດລາວໃຫ້ດຳເນີນການໂດຍດ່ວນ ຢ່າງໂປ່ງໃສ່ ໃນຂະບວນການສອບສວນ ພາຍໃຕ້ພັນທະສັນຍາລະຫວ່າງປະເທດກ່ຽວກັບ ສິດທິມະນຸດທີ່ ປະເທດລາວ ຜູກພັນ ແລະ ໃຫ້ຄວາມໝັ້ນໃຈໃນຄວາມປອດໄພ ແລະ ການນຳທ່ານ ສົມບັດ ສົມພອນ ກັບຄືນມາໂດຍດ່ວນ;

3. ຮຽກຮ້ອງໃຫ້ HR/VP ຕິດຕາມການສອບສວນຂອງປະເທດລາວຢ່າງ ໃກ້ຊິດກ່ຽວກັບການ ຫາຍຕົວ ໄປຂອງ ທ່ານ ສົມບັດ ສົມພອນ;

4. ຕັ້ງຄໍາຖາມກັບຜູ້ມີອຳນາດຂອງປະເທດລາວໃຫ້ຢືນຍັນອີກຄັ້ງ ຕໍ່ປະຊາຊົນເຖິງຫຼັກຄວາມ ເປັນທໍາດ້ວຍ ກົດໝາຍ ແລະ ຄວາມເປັນທຳ ໃນການເຮັດວຽກເພື່ອການພັດທະນາແບບຍືນຍົງ ແລະ ຄວາມຍຸດຕິທຳໃນສັງຄົມ ເພື່ອທີ່ຈະຕໍ່ສູ້ຕ້ານການຂົ່ມຂູ່ທີ່ຈະເຮັດໃຫ້ມີການຫາຍຕົວໄປ ຢ່າງເຊັ່ນ: ກໍລະນີ ທ່ານ ສົມບັດ ສົມພອນ;

5. ຍ້ອງຍໍການມາຢ້ຽມຢາມປະເທດລາວຂອງກຸ່ມສະມາຊິກສະພາອາຊຽນ ເມື່ອເດືອນ ມັງກອນ 2013 ເພື່ອທີ່ຈະຫາຂໍ້ມູນກ່ຽວກັບ ທ່ານ.ສົມບັດ ສົມພອນ. ແລະຮຽກຮ້ອງຄະນະກໍາມະທິການ ສິດທິມະນຸດ ອາຊຽນໃຫ້ຕັ້ງ ຄະນະກຳມະການກວດສອບ, ການສອບສວນເຫດການແວດລ້ອມ ທີ່ກ່ຽວຂ້ອງກັບ ການຫາຍຕົວໄປຂອງ ທ່ານ ສົມບັດ ສົມພອນ;

6. ຮຽກຮ້ອງໃຫ້ສະຫະພາບເອີຣົບ ຕັ້ງປະເທດລາວໄວ້ທ່າມກາງກຸ່ມສິດທິ ລະດັບກ່ອນ ໃນການປະຊຸມ ຄະນະລັດຖະມົນຕີສິດທິມະນຸດແຫ່ງຊາດຄັ້ງທີ່ 22;

7. ເນັ້ນຢໍ້າວ່າ ຜູ້ມີອຳນາດຂອງປະເທດລາວຄວນກະທຳຂັ້ນຕອນ ຕ່າງໆທີ່ຈຳເປັນທັງໝົດເພື່ອ ທີ່ຈະຍຸດຕິ ການຈັບກຸມທີ່ບໍ່ເປັນທຳ ແລະ ການກັກຂັງບຸກຄົນໄວ້ໂດຍບໍ່ມີການເປີດເຜີຍຕໍ່ສາທາ ລະນະ; ຮຽກຮ້ອງ ໃຫ້ຜູ້ມີອຳນາດຂອງປະເທດລາວດຳເນີນການທາງກົດໝາຍໃນຄວາມຜິດ ທາງອາຍາກ່ຽວກັບ ການຫາຍຕົວໄປຂອງ ທ່ານ ສົມບັດ ສົມພອນ ຕະຫຼອດເຖິງອານຸສັນຍາ ລະຫວ່າງປະເທດວ່າດ້ວຍ ການປ້ອງກັນ ບຸກຄົນທຸກຄົນຈາກການຫາຍສາບສູນໂດຍຖຶກບັງຄັບ; ເນັ້ນຢໍ້າວ່າການ ຖືກບັງຄັບໃຫ້ຫາຍ ຕົວໄປເປັນສິ່ງທີ່ຂັດຕໍ່ສິດທິມະນຸດ ແລະ ເສລີພາບຂັ້ນພື້ນ ຖານຢ່າງໂຈ່ງແຈ້ງ;

8. ຮຽກຮ້ອງໃຫ້ລັດຖະບານແຫ່ງປະເທດລາວເຄົາລົບຕໍ່ສິດທິໃນ ການສະແດງ ຄວາມຄິດເຫັນ ແລະ ມີ ສ່ວນຮ່ວມໃນກິດຈະກຳຕ່າງໆ, ສິດທິຂອງຊຸມຊົນກຸ່ມ ນ້ອຍ ແລະ ປົກປ້ອງເສລີພາບ ໃນການນັບຖື ສາສະໜາ ຫຼື ຄວາມເຊື່ອຕະຫຼອດ ຈົນຂໍ້ກຳຈັດໃດໆໃນເສລີພາບດັ່ງກ່າວຕາມ ທີ່ໄດ້ຮັບ ການແນະນຳຈາກລາຍງານ ທົບທວນສະຖານະການສິດທິມະນຸດຕໍ່ອົງການສະຫະປະ ຊາຊາດໃນວັນທີ່ 21 ກັນຍາ 2010;

9. ສັ່ງໃຫ້ປະທານສະພາສົ່ງຕໍ່ຂໍ້ມະຕິນີ້ໄປຍັງສະພາ, ຄະນະກໍາມາທິການ, ຮອງປະທານແຫ່ງ ຄະນະກໍາມະການ ຫຼື ຜູ້ແທນລະດັບສູງຂອງ ສະຫະພາບໃນວຽກງານຕ່າງປະເທດ ແລະ ນະໂຍບາຍຄວາມໝັ້ນຄົງ, ລັດຖະບານ ແລະ ສະພາຂອງປະເທດຊະມາຊິກ, ເລຂາທິການ ອາຊຽນ ເພື່ອສິດທິມະນຸດແຫ່ງອົງການສະຫະປະຊາຊາດ, ເລຂາທິການປະຊາຊາດ ແລະ ລັດທະບານແຫ່ງປະເທດລາວ.

ຈາກ ມະຕິຕົກລົງຂອງສະພາສະຫະພາບເອີຣົບ ທີ່ໄດ້ຜ່ານເປັນເອກະພາບ 06 ກຸມພາ 2012