ການສຶກສາແບບມີສ່ວນຮ່ວມ

ຟີມປີ 2012, ກິ​ດຈະ​ກຳ​ນອກ​​ໂມງ​ຮຽນ​ຂອງ​ນັກ​ຮຽນ​ມັດ​ທະ​ຍົມ​ປາຍ​ແຂວງ​ຊຽງ​ຂວາງ (​​ໝວດເດັກ​ອາສາ​​ໃນ​ໂຄງການຕ້ານ​ຢາ​ເສບ​ຕິດຂອງ​ກົມ​ສິນລະປະ​ ແລະ​ພະ​ລະສຶກສາ) ​ລົງເກັບ​ກຳ​ຂໍ້​ມູນ  ພ້ອມ​ທັງວິ​ເຄາະ​ວິ​​ໄຈທ່າ​ແຮງ ​ແລະ ​ບັນຫາ​​ໃນ​ຊຸມ​ຊົນ​ຕົນ​ເອງ ​ໃນ​ດ້ານ​ວັດທະນະທຳ-ສັງຄົມ,​ ທຳ​ມະ​ຊາດ, ​ເສດຖະກິດ ​​ແລະ ຄວາມສຸກ ​(ກອບ​ 4 ​ເສົາການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ທ່ານ ສົມບັດ ສົມ​ພອນ) ເພື່ອ​ນຳ​ໄປ​ສູ່ການ​ເຂົ້າ​​ໃຈ​ຊຸມ​ຊົນ​ຕົນ​ເອງ ​ແລະ ການຈັດ​ບູລິ​ມະ​ສິດ​ບັນຫາ​ທີ່​ຕ້ອງ​ໄດ້​ແກ້​ໄຂ​ຮ່ວມ​ກັນ. ​ບັນຫາ​ທີ່​ພົ້ນ​ເດັ່ນ​ ຕ້ອງ​ໄດ້​ມີ​ການ​ແກ້​ໄຂ​ຮີບ​ດ່ວນຈາກ​ການ​ວິ​ເຄາະຮ່ວມ​ກັນ​ຂອງຊຸມ​ຊົນ​​ໃນ​ ຟີມ​ນີ້ ​​ແມ່ນຄວາມ​ບໍ່ຊັດ​ເຈນ​​ເລື່ອງຂອບ​ເຂດ​ຊາຍ​ແດນທີ່​ດິນລະຫວ່າງ​ບ້ານ​ກັບ​ບ້ານ ​ ຍ້ອນບໍ່​ມີ​​ເອກະສານ​ອ້າງ​ອີງ ​ແລະບໍ່​ມີ​ຄົນໃຫ້​ຄວາມ​ກະ​ຈ່າງ​ແຈ້​ງ. ທ້າ​ຍທີ່​ສຸດ ຂະ​ບວນການ​ໄດ້​ນຳ​ໄປ​ສູ້​ການ​​ເຊື້ອ​ເຊີນ​ວິ​ຊາ​ການສະ​ເພາະດ້ານ​ການຈັດ​ສັນ​ ທີ່​ດິນ​​ຈາກ​ພາກ​ລັດ​ເຂົ້າ​ມາ​ຊ່ວຍ​ແກ້​ໄຂ​ບັນຫາດັ່ງກ່າວ​ຮ່ວມ​ກັນ.