ປະ​ເທດ​ລາວ​ຜ່ານ​ສາຍຕາ​ຂອງ​ຂ້າພະ​ເ​ຈົ້າ

From the blog of Philip Malone, British Ambassador to Laos: 11 October 2013

ແອນ​ດີ ຣູ​ເທີ​ຟອດ (Andy Rutherford)

ບົດ​ຄວາມ​ນີ້​ແມ່ນ​ໜຶ່ງ​ໃນ​ຊຸດ​ບົດ​ຄວາມ​ທີ່​ຂຽນ​​ໂດຍ​​ຜູ້ທີ່​​​ເຂົ້າ​ມາຢ້ຽມ​ຢາມຂອງບລ໋ອກນີ້ ​ເຊິ່ງ​ເປັນຄົນ​ອັງກິດ​ທີ່​ໄດ້​ອາ​ໃສ ​ແລະ ​ເຮັດ​ວຽກ​ຢູ່​ໃນ​ປະ​ເທດ​ລາວ, ຫຼືຜູ້​ທີ່​ມີ​ຄວາມ​ສົນ​ໃຈ​ເຊື່ອມ​ໂຍງ​ກັບປະ​ເທດ​ລາວ.

ປະ​ເທດລາວ​ຕົກ​​ເປັນ​ສູ​ນກາງ​ ​ຄວາ​ມສົນ​​ໃຈຂອງ​ນາໆ ປະ​ເທດ​ໃນ​ປີ 2012 ​ຫຼັງຈາກ​ທີ່​ໄດ້​​ເປັນ​ເຈົ້າພາບ​ກອງ​ປະຊຸມ​ອາ​ເຊັມ (Asia Europe meeting– ASEM) ​ໃນ​ເດືອນ ພະຈິກ ປີ 2012 ​​ທີ່​ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ເປັນ​ກອງ​ປະຊຸມທີ່​ລວມ​ເອົາ​ບັນດາ​ຜູ້ນຳ​ ​ແລະ ລັດຖະບານ​ຂອງ​ປ​ະ​ເທດ​ຕ່າງໆ ​ໃນ 49 ປະ​ເທດຂອງ​ ASEM ມາ​ພົບ​ກັນ.

Andy-Rutherford
ແອນ​ດີ ຣູ​ເທີ​ຟອດ

ມີ​ຫຼາຍກິດຈະກຳ​ທີ່​ກ່ຽວຂ້ອງ​ກັບກອງ​ປະຊຸມASEM ​ໃນ​ນີ້​ກໍ​ລວມທັງ​ກອງ​ປະຊຸມ​​ ພາກ​ປະຊາ​ຊົນ ອາຊີ-​ເອີຣົບ (Asia Europe People’s Forum– AEPF) ​ເຊິ່ງ​ເປັນ​ເວທີ​​ສຳລັບ​ອົງການພາກ​ປະຊາ​ສັງ​ຄົມ ​ແລະໜ່ວຍ​ງານ​ພັດທະນາ​ສັງຄົມ​ຕ່າງໆ ​ຈາກ​ອາຊີ ​ແລະ ​ເອີຣົບທີ່​ເຮັດ​ວຽກ​ກ່ຽວ​ກັບ​ການ​ພັດທະນາ​​ເສດຖະກິດ ​ແລະສັງຄົມ​ແບບ​ຍືນ​ຍົງ ​ແລະ​ແບບ​ເທົ່າ​ທຽມ​ກັນ ​ໄດ້​ມາ​ພົບ​ປະ ​ແລກປ່ຽນ​ວິ​ໄສ​ທັດ ​ແລະການວາງ​ແຜນ. ມັນ​​ເປັນ​ກ​ອ​ງປະຊຸມ​ທີ່​​ເຮັດ​​ໃຫ້​ເກີດ​ການ​ສັ່ນ​ສະ​ເທືອ​ນ ​ແລະ ຄວາມ​ຕື່ນ​ເຕັ້ນ.

ກອງ​ປະຊຸມ​ພາກ​ປະຊາຊົນ ​ອາຊີ-​ເອີຣົບຄັ້ງ​ທີ 9 ​ໄດ້​ຈັດ​ຂື້ນ​ທີ່​ນະຄອນຫຼວງ​ວຽງ​ຈັນລະຫວ່າງ​ວັນ​ທີ 16-19 ​ເດືອນ​ຕຸລາ 2012 ​ເຊິ່ງກໍ​ເປັນກ​ອງປະຊຸມ​ທີ່​ປະກອບ​ດ້ວຍ​ກອງ​ປະຊຸມນ້ອຍ ຍ່ອຍໆ ຈຳນວນ​ຫຼາຍ​ຫົວ​ຂໍ້ທີ່​ດຳ​ເນີນກັນ​ມາ​ຕັ້ງ​ແຕ່​ຊ່ວງ​ຕົ້ນ​ປີ 2012 ​​ໃນ​ແຕ່ລະແຂວງ​ຂອງ​ປະ​ເທດ​ລາວ ​ແລະ ​ໃນພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ.

​ໃນ​ຖານະ​ທີ່​ເປັນສະມາຊິກ ​ຄະນະ​ຈັດ​ກອງ​ປະຊຸມສາກົນ​ຂອງ​ກອງ​ປະຊຸມ​ພາກປະຊາຊົນອາຊີ-​ເອີຣົບ (AEPF) ຂ້າພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຮັດ​ວຽກ​ກັບ​ບັນດາອົງການ​ພາກ​ປະຊາ​ສັງຄົມລາວ , ອົງການມວນ​ຊົນ, ອົງການ​ສາກົນ​ທີ່​ບໍ່​ຂື້ນ​ກັບ​ລັດຖະບານ (iNGOs) ທີ່​ປະ​ຈຳ​ຢູ່​ລາວ, ​ແລະ ຕົວ​ແທນ​ລັດຖະບານ​ລາວ​ໃນ​ການວາງ​ແຜນ ​ແລະ ການຈັດ​ຕັ້ງ​ກອງ​ປະຊຸມ AEPF ຄັ້ງ​ທີ 9 ນີ້ ເຊິ່ງເປັນກອງປະຊຸມດັບສາກົນຂອງພາກປະຊາສັງຄົມ ທີ່ໃຫຍ່ທີ່ສຸດໃນປະຫວັດສາດ ລາວ ໂດຍມີຜູ້ເຂົ້າຮ່ວມຈຳນວນຫຼາຍກວ່າ 1,000 ຄົນ ແລະ ຍັງມີອາສາສະໝັກ ແລະ ຜູ້ຈັດຊຸ້ມ ຕາມງານທີ່ມີຢູ່ອີກ ປະມານ 1,250 ຄົນ. ຕະຫຼອດການປະຊຸມ 3 ມື້ ໄດ້ມີກອງປະຊຸມຍ່ອຍນ້ອຍໆ 36 ຫົວຂໍ້ ພ້ອມ​ທັງ​ 4 ກອງປະຊຸມ​​ໃຫຍ່ພາຍ​ໃຕ້ 4 ຫົວ​ຂໍ້ຫຼັກຂອງກ​ອງ ປະຊຸມ AEPF9 ​ແລະ ມີ​ການວາງສະ​ແ​ດງ 20 ກວ່າ​ຊຸ້ມ.

ສຳລັບ​ອົງການ​ພາກ​ປະຊາ​ສັງຄົມຈຳນວນ​ຫຼາຍ, ນີ້​ແມ່ນ​ຄັ້ງ​ປະຫວັດສາດ​ທີ່​ມີ​ການ​ ​ເປີດ​ກ້ວາງ ​ການສົນທະນາ​ແລະ ຕັ້ງ​ປະ​ເດັນທີ່​ມີ​ຄວາມ​ກ່ຽວຂ້ອງ​ກັບ​ວຽກ​ງານ​ຂອງ​ພວກ​ເຂົາ​ເພື່ອ​ການ​ພັດທະນາ​ໃຫ້​ເກີດ​ຄວາມ​ຍືນ​ຍົງ. ​ເວທີ​ດັ່ງກ່າວ​ໄດ້​ເປີດ​​ໂອກາດ​ໃຫ້​ຄົນ​ລາວ​ ຈຳ​ນວນ 440 ຄົນ ​ເຂົ້າ​ຮ່ວມ​​ໃນ​ການ​ແລກປ່ຽນ ​ແລະ ສົນທະນາ​ກ່ຽວ​ກັບ​ກອງ​ປະຊຸມ. ມີຂະ​ບວນການ​ປຶກສາ​ຫາລືື​ໃນ​ລະດັບ​ຂັ້ນ​ແຂວງ ​ເຊິ່ງ​ເປີດ​ໂອກາດ​ໃຫ້​ມີ​ການ​ສົນທະນາ​ແບບ​ເປີດ​ກວ້າງ​ກ່ຽວ​ກັບ​ປະ​ເດັນການ​ພັດທະນາ ​ແລະ ສັງຄົມ. ການທີ່​ມີ​ການ​ສົນທະນາ​ແລກປ່ຽນ​ແບບສ້າງສັນ ​ແລະ ​​​ເປັນ​ປະ​​ໂຫຍ​ດ ໃນ​ລະດັບ​ປະ​ເທດ ​ແລະ ​ໃນ​ລະດັບ​ທ້ອງ​ຖິ່ນ​ຖື​ວ່າ​ເປັນຜົນ​ສຳ​ເລັດ​ທີ່​ປາກົດ​ອອກ​ມາຢ່າງ​ຊັດ​ເຈນ​ຈາກກອງ​ປະຊຸມ AEPF ທີ່​ຖືກ​ຈັດ​ຂື້ນ​ໃນປະ​ເທດ​ລາວ ​ແລະ ຜັກ​ດັນ​ໄປ​ສູ່​ການ​ຮ່າງ​​ເອກະສານ ‘ວິ​ໄສ​ທັດ​ຂອງ​ຄົນ​ລາວ.’​

ຂ້າພ​ະ​ເຈົ້າ​​ມີ​ໂອກາດ​​ເດີນທາງ​ໄປຢ້ຽມຢາມ​​ປະ​ເທດ​ລາວ​​ເປັນ​ປະຈຳ​​ໃນ​ປີ 2012 ​ແລະ ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ອົງການ​ເຄືອ​ຂ່າຍ​ຢູ່​ໃນ​ລາວທີ່​ມຸ່ງໝັ້ນ​ເຮັດ​ວຽກ​ຢ່າງ​ໃກ້ຊິດ​ກັບ​​ຄົນ​ລາວ​​ທັງ​ເພດຍິງ ​ແລະ​ເພດຊາຍ ​​ຕາມ​ເສັ້ນທາງ​​ໄປ​ສູ່ການພັດທະນາ​ແບບ​ຍືນ​ຍົງ.

DSC_0057-500x331
ທີ່​ກອງ​ປະຊຸມ AEPF ຄັ້ງ​ທີ 9

ຂ້າພ​ະ​ເຈົ້າ​ໄດ້​ມີ​ສ່ວນ​ຮ່ວມ​​ໃນ​ການ​ສ້າງ​ຕັ້ງ​ບໍລິສັດ​ທ່ອ​ງທ່ຽວ​ທີ່​ຫວັງ​ຜົນ​ກຳ​ໄລ​​ແຫ່ງ​ທຳ​ອິດຢູ​ໃນ​ສະຫະລາຊະ​ອານາ​ຈັກ ອັງກິດ ຊື່ວ່າ ​ແຟຣຊ ອາຍ-​ພີ​ໂພ ທູ​ພີ​ໂພ ທຣາໂວ (Fresh Eyes –People to People Travel) ​ໂດຍ​ສົ່ງ​ເສີມ​ການທ່ອງທ່ຽວ​ຢ່າງ​ມີ​ຄວາມ​ຮັບຜິດ​ຊອບ​ຕໍ່​ສັງຄົມ ​ແລະ ອອກ​ແບບ​ສຳລັບ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້​ພົບ​ປະ​ກັບ​ຜູ້​ຄົນ​ທີ່​ກ່ຽວຂ້ອງ​ກັບ​ການ​ພັ​ດທະ​ນາ​ສັງຄົມ. ຂ້າພ​ະ​ເຈົ້າ​​ໄດ້​ວາງ​ແຜນ​ທີ່​ຈະ​ຮ່ວມ​ມື​ກັບ​ອົງການ​ລາວ​ໃນ​ປີ 2013.

ຕັ້ງ​ແຕ່​ກອງ​ປະຊຸມ​ເປັນ​ຕົ້ນ​ມາ ຂ້າພະ​ເຈົ້າ​ໄດ້​ສືບ​ຕໍ່​ເຮັດ​ວຽກ​ຢ່າງ​ໃກ້​ຊິກ​ກັບປະ​ເທດ​ລາວ ​ແຕ່​ໜ້າ​ເສົ້າ ທີ່​ການ​ເຮັດວຽກມີ​ຈຸດ​ສຸມ​ໃນ​ເລື່ອງ​ອື່ນ.​ ສົມບັດ ສົມ​ພອນ, ໜຶ່ງ​ໃນ​ຄະນະ​ຈັດ​ກອງ​ປະຊຸມ AEPF 9 ທີ່​ມີ​​ຄວາມ​ໂດດ​ເດັ່ນ ພ້ອມ​ທັງ​ເປັນ​ຜູ້​ກໍ່​ຕັ້ງ ​​ແລະ ​ເປັນ​ອະດີ​ດຜູ້ອຳນວຍການ​ສູນ​ອົບຮົມ​ຮ່ວມ​ພັດທະນາ ຫຼື ປາ​ແດກ (PADETC) ​ອີກ​ທັງ​ເປັນ​ໜຶ່ງ​ໃນ​ບຸກຄົນ​ທີ່​ໄດ້​ຮັບ​ການ​​ເຄົາລົບ​ນັບຖື ​ແລະ ​ເປັນ​ກະບອກ​ສຽງ​ຈຸດ​ປະກາຍ​ເລື່ອງ​ການ​ພັດທະນາ​ແບບ​ຍືນ​ຍົງ​ໂດຍ​ເອົາ​ຄົນ​ເປັນ​ຈຸດ​ໃຈກາງ ​ແລະ ການ​ພັດທະນາ​ທີ່​ສົມ​ດູ​ນລະຫວ່າງ​ການ​ພັດທະນາ​ດ້ານ​ເສດຖະກິດ ​ແລະ ດ້ານ​ສັງຄົມ​ໃນ​ປະ​ເທດ​ລາວ, ລາວ​ໄດ້​ຫາຍ​ຕົວ​ໄປ​ໃນ​ວັນ​ທີ 15 ທັນວາ 2012 ​ຊ່ວງ​ເວລາ 5 ​ໂມງ​ແລງຂອງ​ວັນ​ເສົາ ແລະ ຈົນ​ຮອດ​ປັດຈຸບັນຍັງ​ບໍ່ມີ​ຜູ້​​ໃດ​ພົບ​ເຫັນ​ຫຼື​ໄດ້​ຍິນ​ຈາກ​ລາວ​ແຕ່​ຢ່າງ​ໃດ​ເລີຍ. ຂ້າພະ​ເຈົ້າ​ໄດ້​ຮັບ​ກຽດ​ອັນ​ສູງ​ສົ່ງ ​​​ໂດຍ​ໄດ້​ເຮັດ​ວຽກ​ຢ່າງ​ໃກ້ຊິດ​ກັບ​ສົມບັດ ​ແລະ ​ມີ​ຄວາມ​ເຄົາລົບ​​ໃນ​ຕົວ​ລາວ​ຢ່າງ​ເລິກ​​​ເຊິ່ງ, ​ໂດຍ​ສະ​ເພາະ​ກອບ​ຫຼັກການ ​ແລະ ຄວາມ​ມານະ​ຕັ້ງ​ໃຈ​ຂອງ​ລາວ​ໃນ​ການ​ເຮັດ​ວຽ​ກ​​​​​ສົ່ງ​ເສີມ​ການ​ພັດທະນາ​ແບບ​ຍືນ​ຍົງ. ຂ້າພະ​ເຈົ້າ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຮັດ​ກິດຈະກຳ​​ໃນ​ລະດັບ​ສາກົນເພື່ອ​ຮຽກຮ້ອງ​ໃຫ້​ມີ​ການ​ປ່ອຍ​ຕົວ​ສົມບັດ​ຄືນ​ກັບ​ມາ​ຫາ​ຄອບຄົວ​ຂອງ​ລາວ​ຢ່າງ​ປອດ​ໄພ​​ ​ແລະ ​ໂດຍ​ໄວທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້. ຂ້າພະ​ເຈົ້າ​​ໄດ້​ກັບ​ຄືນ​ໄປ​ປະ​ເທດ​ລາວ​ໃນ​ປີ 2013 ​ໃນ​ຖານະ​ໜຶ່ງ​ໃນສະມາຊິກ​ສະພາ​ເອີຣົບ​ເພື່ອ​ເຂົ້າ​ພົບ​ກັບ​ຜູ້​ແທນ​ລັດຖະບານ​ລາວ ​​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຕິບັດ​ການສາກົນ​ທີ່​ເຮັດ​ວຽກ​ເພື່ອ​​ໃຫ້​ສົມບັດ​ໄດ້​ກັບ​ຄືນ​ມາ​ຫາ​ຄອບ​ຄົວ​ຂອງ​ລາວ​ຢ່າງ​ປອດ​ໄພ. ປັດຈຸບັນ, ​ເປັນ​ທີ່​ຮັບ​ຮູ້​ຢ່າງກວ້າງຂວາງ​ ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ (United Nations) ​ແລະ ອົງການ​ນິລະ​ໂທດ​ກຳ​ສາກົນ (Amnesty International) ​ວ່າ ສົມບັດ​​​​ເປັນ​ບຸກຄົນ​ທີ່​ຖືກ​ບັງຄັບ​ໃຫ້ສູນຫາຍ.

​ໃນ​ຂະນະ​ທີ່​ສົມບັດ​ຍັງ​ບໍ່​ໄດ້​ກັບ​ມາຫາ​ຄອບຄົວ​ຢ່າງ​ປອດ​ໄພ, ​ເປັນ​ເລື່ອງ​ເສົ້າທີ່​ການຮ່ວມ​ມື​ຈາກ​ຕ່າງປະ​ເທດ ​ແລະ ການ​ລົງ​ທຶນ​ຂອງ​ຕ່າງປະ​ເທດ​​ໃນ​ລາວ, ເຊິ່ງ​ເປັນ​ເລື່ອງທີ່ປະ​ເທດ​ລາວ​ໄດ້​ສ້າງສາ​ຍພົວພັນ​ ​ແລະ ​ຜູກ​ມັດໄວ້​ຢ່າງ​ໜຽວ​​ແໜ້ນ, ຈະ​​ເພີ່ມ​ທະວີ​ຜົນ​ກະທົບ​​ໄປໃນທິດ​ທາງ​ລົບ. ​ໃນ​ປີ 2013, ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ພາກ​ລັກ​ຂອງ​ປະ​ເທດ​ລາວ​ຈະ​ຖືກທຳລາຍ​ຖ້າ​ຫາກ​ສົມບັດ​ບໍ່​ໄດ້​ຄືນ​ຫາ​ຄອບຄົວ​ຢ່າງ​ປອດ​ໄພ. ຂ້າພະ​ເຈົ້າ​ມີ​ຫວັງ​​ຈາກ​ໃຈ​ວ່າ​ລາວ​ຈະ​ກັບ​ມາ, ດ້ວຍ​ຄວາມ​ປອດ​ໄພ, ​ໄວໆ​ນີ້.