ທູດລາວຊີ້ແຈງຕໍ່ການກ່າວຫາເພີ່ມຕື່ມກໍລະນີ ທ. ສົມບັດ ສົມພອນ

ລາວພັດທະນາ: 02 ມັງກອນ 2014

Sombath-photoໃນວັນທີ 31 ທັນວາ 2013 ນີ້ ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະ ລັດຖະທູດ ວິສາມັນຜູ້ມີອໍານາດເຕັມ, ຜູ້ ຕາງຫນ້າ ຖາວອນແຫ່ງ ສປປ ລາວ ປະ ຈຳຫ້ອງການສະຫະປະຊາຊາດ ທີ່ ເຊີແນວ ໄດ້ໃຫ້ການຊີ້ແຈງເພີ່ມເຕີມຕໍ່ ກັບຂໍ້ມູນ ກ່າວຫາໃຫມ່ທີ່ ພົວພັນກັບການຫາຍຕົວໄປຂອງ ທ. ສົມ ບັດ ສົມພອນ ເຊິ່ງຍົກຂຶ້ນ ໂດຍຜູ້ລາຍງານພິເສດ ດ້ານສິດທິມະນຸດ ສປຊ.

ອີງຕາມການກ່າວຫາທີ່ວ່າ ພາຍຫລັງ ທ. ສົມບັດ ສົມພອນ ຫາຍຕົວໄປ ໃນວັນທີ 15 ທັນວາ 2012 ແລະ ສອງ-ສາມ ວັນຕໍ່ມາ ໄດ້ມີຄົນພົບເຫັນ ທ. ສົມບັດ ສົມພອນ ແລະ ລົດຂອງຜູ້ກ່ຽວຢູ່ຄ້າຍຕໍາຫລວດເເຫ່ງໜຶ່ງ; ຫລັງຈາກນັ້ນ ສອງວັນຕໍ່ມາ, ມີລາຍງານວ່າຜູ້ກ່ຽວໄດ້ຖືກຍ້າຍຕົວ ໄປຍັງຄ້າຍທະຫານແຫ່ງຫນຶ່ງ ຢູ່ນອກຕົວເມືອງວຽງຈັນ; ແລະ ອີກອາທິດຫນຶ່ງ ຕໍ່ມາກໍໄດ້ຖືກຍ້າຍຕົວ ໄປຍັງສະຖານທີ່ແຫ່ງ ອື່ນອີກທີ່ບໍ່ຊາບສະຖານທີ່. ຕໍ່ຄຳກ່າວຫາດັ່ງກ່າວ, ຂ້າພະເຈົ້າ ຂໍຢືນຢັນວ່າ ຂ່າວ ດັ່ງກ່າວບໍ່ມີມູນຄວາມຈິງ, ເນື່ອງຈາກວ່າ ພາຍຫລັງໄດ້ຮັບແຈ້ງການຫາຍຕົວໄປຂອງ ທ. ສົມບັດ ສົມພອນ, ເຈົ້າຫນ້າທີ່ກ່ຽວ ຂ້ອງໄດ້ແຈ້ງໄປຍັງກອງບັນຊາການຕໍາຫລວດ ທົ່ວປະເທດ ຜ່ານທາງໂທລະສັບ ໃນວັນທີ 17 ທັນວາ 2012 ແລະ ໂດຍລາຍ ລັກອັກສອນໃນວັນທີ 18 ມັງກອນ 2013 ເພື່ອ ໃຫ້ຊອກຫາຕົວຂອງ ທ. ສົມບັດ ສົມພອນ ແລະ ກອງບັນຊາການເຫລົ່ານັ້ນ ໄດ້ລາຍງານຄືນມາວ່າບໍ່ໄດ້ພົບເຫັນຜູ້ກ່ຽວແຕ່ຢ່າງໃດ.

ຕໍ່ກັບລາຍລະອຽດຂອງການສືບສວນ-ສອບສວນ, ຂ້າພະເຈົ້າ ຢືນຢັນວ່າ ໃນໄລຍະຜ່ານມາເຈົ້າຫນ້າທີ່ໄດ້ທຳການ ສືບສວນ-ສອບສວນຢ່າງເອົາຈິງເອົາຈັງ ແລະ ສາມາດເກັບກຳຂໍ້ມູນຈໍານວນໜຶ່ງ ທີ່ອາດກ່ຽວຂ້ອງກັບການຫາຍຕົວໄປ ຂອງ ທ. ສົມບັດ ສົມພອນ ພ້ອມທັງໄດ້ແຈ້ງຜົນຂອງການສືບສວນ-ສອບສວນ ໃຫ້ສື່ມວນຊົນ ແລະ ຜູ້ທີ່ມີຄວາມສົນໃຈ ຊາບຜ່ານ ມາແລ້ວ 3 ຄັ້ງ. ປັດຈຸບັນ, ເຈົ້າຫນ້າທີ່ກ່ຽວຂ້ອງຍັງສືບຕໍ່ດຳເນີນການສືບສວນ-ສອບສວນຢ່າງຈິງຈັງ.  ຕໍ່ກັບການຂໍຕິດເຈ້ຍ ປະກາດຊອກຫາຄົນຫາຍສາບສູນ, ເຈົ້າຫນ້າທີ່ກ່ຽວຂ້ອງໄດ້ແຈ້ງໃຫ້ນາງ ອຶງ ຊຸຍມິງ ຊາບວ່າ ການຕິດເຈ້ຍປະກາດຕາມສະ ຖານທີ່ສາທາລະນະໃນຕົວເມືອງວຽງຈັນ ແມ່ນຕ້ອງປະຕິບັດຕາມຄຳສັ່ງຂອງເຈົ້າຄອງ ນະຄອນຫລວງວຽງຈັນ ເຊິ່ງໄດ້ກຳນົດ ວ່າ ບຸກຄົນໃດທີ່ມີຄວາມປະສົງຢາກຕິດເຈ້ຍປະກາດ ຈະຕ້ອງໄປຜ່ານ ພາກສ່ວນກ່ຽວຂ້ອງ ຂອງນະຄອນຫລວງ ເພື່ອຮັບປະ ກັນຄວາມສວຍງາມ ແລະ ຄວາມສະອາດຂອງຕົວເມືອງ. ນອກນັ້ນ, ເຈົ້າຫນ້າທີ່ກ່ຽວ ຂ້ອງຍັງໄດ້ແຈ້ງໃຫ້ ນ. ອຶງ ຊຸຍມິງ ຊາບ ຕື່ມອີກວ່າ ຜູ້ກ່ຽວສາມາດລົງປະກາດ ຜ່ານສື່ຕ່າງໆໄດ້ ແລະ ຜ່ານມາຜູ້ກ່ຽວກໍໄດ້ລົງປະກາດໃນຫນັງສືພິມ ແລະ ສື່ອື່ນໆຫລາຍ ຄັ້ງແລ້ວ.

ຕໍ່ກັບຂໍ້ມູນການລົງໂທດຜູ້ກະທຳຜິດ, ຂ້າພະເຈົ້າຂໍແຈ້ງໃຫ້ທ່ານຊາບວ່າ ປະຈຸບັນເຈົ້າຫນ້າທີ່ພວມສືບຕໍ່ສືບສວນ- ສອບສວນ ກ່ຽວກັບການຫາຍຕົວໄປຂອງ ທ. ສົມບັດ ສົມພອນ, ຖ້າຫາກພົບ ເຫັນຜູ້ກະທຳຜິດ ແມ່ນຜູ້ກ່ຽວຈະຖືກ ລົງໂທດ ຕາມລະບຽບກົດຫມາຍ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.