ແດ່ ລຸງສົມບັດ…ຈາກ ດາມາຈາລາ

​​ແດ່ ລຸງ​ສົມບັດ,

ຂໍ​ມອບດອກ​ບົວ​ໃຫ້​ແກ່​ເຈົ້າ, ຜູ້​ທີ່​ຈະ​ກາຍເປັນພະ​ພຸ​ດທະ​ເຈົ້າ.

​ຂ້ອຍຢາກ​ໃຫ້​ເຈົ້າຮູ້​ວ່າ ວາ​ຈຣາຄິຣະຍາ ບູຊາ ​(Vajrakilaya Puja) ເຊິ່ງ​ເປັນພິທີ​ສວດ​ມົນ​ພາວະນາ​ໂດຍ​ພະທິ​ເບ​ດ​ຮ້ອຍ​ອົງ​ຈາກ​​ວັດໂດ​ນັງ ​ໂວ​​ເຊ​ວ ດາ​ເກ​ລິງ (Donag Woesel Dargayling Monastry) ​ແລະ ວັດ​ນາມ​​ໂດຣລິງ​ (Namdroling Monastery) ຈາກ​ປະ​ເທດ​ບູຖານ ​ໄດ້​ຖືກ​ຈັດ​ຂື້ນ​ອີກ​ຄັ້ງ​ເພື່ອ​ຂໍ​ໃຫ້​ເຈົ້າ​​ໄດ້​ກັບ​ມາ​ຫາ​ຄອບຄົວຢ່າງປອດ​ໄພ. ພວກ​ເຮົາ, ໝູ່​ເພື່ອ​ນຂອງ​ເຈົ້າ​ຢູ່ ດາ​ມາ​ຈາ​ລາ (Damajala) ​ໃນ​ອິນ​ໂດ​ເນ​​ເຊຍ​ກໍ​ຍັງ​ຄົງ​ສວດ​ມົນ​ໃຫ້​ແກ່​ເຈົ້າ. ພາວະນາ​ໃຫ້​​ໝູ່​ເພື່ອນ ​ແລະ ຜູ້ຊ່ວຍ​ເຫຼືອເຈົ້າ ​ລວມທັງຜູ້​ທີ່ຮັກ​ໃນ​ສັນຕິພາບ ​ແລະ ຜູ້​ທີ່ມີ​ອຸດົມ​ການ​ທັງຫຼາຍ​ຈົ່ງ​ໄດ້​ຮ່ວມ​ພາວະນາ​ເພື່ອ​ໃຫ້​ເຈົ້າ​​ໄດ້​ກັບ​ມາຫາ​ພວກ​ເຮົາ​ດ້ວຍ​ຄວາມ​ປອດ​ໄພ ​ແລະ ມີ​ສຸຂະພາບ​ແຂັງ​ແຮງ ​​ໂດຍ​ໄວ.

​ໃນ​ນາມ​ຕົວ​ແທນ​ຂອງ ດາ​ມາ​ຈາ​ລາ (Dharmajala)
ລວມທັງ ມີ​ດຕາ (Metta),
ຈິ​ມມີ ​ໂລ​ມິນ​ໂຕ (Jimmy Lominto)

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.