ຫ້າຮ້ອຍວັນທີ່ທ່ານສົມບັດຫາຍໄປ

ວິທະຍຸເອເຊຍເສຣີ: 29 ເມສາ 2014

ນາງ ອຶງ ຊຸຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ ເດີນທາງມາ ສະຫະຮັຖ ອະເມຣິກາ ເພື່ອເຜີຍແພ່ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ
ນາງ ອຶງ ຊຸຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ ເດີນທາງມາ ສະຫະຮັຖ ອະເມຣິກາ ເພື່ອເຜີຍແພ່ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ

ການຫາຍໄປ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ອາວຸໂສ ດີເດັ່ນ ຂອງລາວ ຜ່ານໄປ ເປັນເວລາ ຫ້າ ຮ້ອຍວັນ ແລ້ວ ກໍຍັງ ບໍ່ມີ ຮ່ອງຮອຍ, ແຕ່ວ່າ ຍານາງ ອືງ ຊຸຍເມັງ ຜູ້ເປັນ ພັລຍາ ກໍ ຍັງຄົງ ບໍ່ສິ້ນຫວັງ ແລະ ຍັງ ລໍຄອຍ ວ່າ ຜູ້ເປັນ ສາມີ ຈະກັບມາ.

ຍານາງ ອຶງ ຊຸຍເມັງ ໄດ້ ເດີນທາງ ມາ ສະຫະຮັຖ ອະເມຣິກາ ເພື່ອ ຕ້ອງການ ຢາກ ຈະເຜີຍແພ່ ໃຫ້ຄົນຢູ່ ປະເທດ ສະຫະຣັຖ ໄດ້ຮູ້ ກ່ຽວກັບ ການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ແລະ ຢາກຮ້ອງຮຽນ ໃຫ້ ຣັຖບານ ສະຫະຣັຖ ຊ່ວຍເຫລືອ ໃນ ເຣື້ອງນີ້. ຍານາງ ກ່າວຕໍ່ ນັກຂ່າວ ເອເຊັຍ ເສຣີ ທີ່ ນະຄອນ ຫລວງ ວໍຊິງຕັນ ດີຊີ ໃນວັນທີ 29 ເມສາ ວ່າ:

“ຮ້ອງຂໍ ຣັຖບານ ສະຫະຣັຖ ຖ້າເຮັດ ຊ່ວຍໄດ້ ຜັກດັນ ໃຫ້ລາວ ເນາະ ກະຊອກຫາ ສົມບັດ ຊອກຫາ ສົມບັດ ໃຫ້ເພີ່ນ ກັບຄືນ ສູ່ຄອບຄົວ ດ້ວຍຄວາມ ປອດໄພ”.

ທ່ານ ສົມບັດ ສົມພອນ ເປັນນັກ ພັທນາ ອາວຸໂສ ດີເດັ່ນ ຂອງ ລາວ ຈົນໄດ້ ຮັບຣາງວັນ ແມັກ ໄຊໄຊ ອາຫວອດ ປີ 2005. ອີງຕາມ ຫລັກຖານ ຈາກ ກ້ອງ ວົງຈອນປິດ, ທ່ານ ສົມບັດ ສົມພອນ ຖືກລັກ ພາຕົວ ໃນ ວັນທີ 15 ທັນວາ ປີ 2012 ເວລາ ປະມານ 18 ໂມງ ເຫດການ ເກີດຂຶ້ນ ໃນມື້ນັ້ນ ເມື່ອ ຣົດຂອງ ທ່ານ ຖືກ ເຈົ້າໜ້າທີ່ ຕຳຫຣວດ ຈະຣາຈອນ ຢຸດ ຢູ່ປ້ອມຍາມ ຕຳຫຣວດ ຕໍ່ໜ້າ ໂຮງຮຽນ ການຊ່າງ ລາວ- ເຢັຽຣະມັນ ຖະໜົນ ທ່າເດື່ອ ເຂດ ບ້ານວັດນາກ,  ເມືອງ ສີສັດຕະນາກ, ນະຄອນ ຫລວງ ວຽງຈັນ ຕໍ່ມາ ທ່ານໄດ້ລົງ ຈາກຣົດ ຍ່າງໄປກັບ ເຈົ້າໜ້າທີ່ ຕຳຫຣວດ ໄປໃນ ປ້ອມຍາມ ນັ້ນ ຈາກນັ້ນ ຕໍ່ມາ ມີຊາຍ ຄົນນຶ່ງ ຂີ່ລົດຈັກ ມາຈອດ ຢູ່ໃກ້ກັບ ປ້ອມຍາມ ຕຳຫຣວດ ແລ້ວ ແລ່ນເຂົ້າໄປ ໃນ ປ້ອມຍາມ ຈາກນັ້ນ ຊາຍຄົນນັ້ນ ກໍອອກ ມາຂັບຣົດ ຂອງ ທ່ານ ສົມບັດ ອອກໄປ.

ຕໍ່ມາ ບໍ່ດົນ ກໍມີຣົດ ກະບະ ສີເງິນ ຂັບມາ ພ້ອມດ້ວຍ ເປີດໄຟ ຂໍທາງ ແລ້ວມາຈອດ ຢູ່ ປ້ອມຍາມ ແລ້ວ ທ່ານ ສົມບັດ ກໍຖືກ ນຳຕົວຂຶ້ນ ຣົດຄັນນັ້ນ ແລ້ວກໍຂັບ ອອກໄປ ຫລັງຈາກ ນັ້ນ ກໍບໍ່ເຫັນ ທ່ານ ສົມບັດ ອີກ ເລີຍ. ນັບແຕ່ມື້ທີ່ ທ່ານ ສົມບັດ ສົມພອນ ຖືກລັກພາ ຕົວໄປ ຈົນມາເຖີງ ປັດຈຸບັນ ກໍຍັງ ບໍ່ມີຂ່າວ ຫຍັງ ກ່ຽວກັບ ທ່ານ ສົມບັດ ແລະ ບໍ່ຮູ້ວ່າ ຊະຕາກັມ ຈະເປັນ ແນວໃດ. ເຖີງຢ່າງໃດ ກໍຕາມ ຜູ້ ເປັນເມັຍ ກໍຍັງຄົງ ຈະສືບຕໍ່ ຊອກຫາ ທ່ານ ສົມບັດ ຕໍ່ໄປ ຍັງກ່າວ ອີກວ່າ:

“ຂ້ອຍກໍຕ້ອງ ຢູ່ເມືອງ ລາວ ເພື່ອ ຟັງຂ່າວ ແລະ ຊອກຫາ ສົມບັດ ມື້ໃດ ສົມບັດ ບໍ່ກັບບ້ານ ຂ້ອຍ ກໍຢູ່ລາວ ຂ້ອຍກໍຢາກ ຢູ່ລາວ ຖ້າ ສົມບັດ ກັບມາ”.

ການຫາຍຕົວໄປ ຂອງ ທ່ານ ສົມບັດ ສົມພອນ ຢູ່ຕໍ່ໜ້າ ປ້ອມ ຕຳຫຣວດ ນະຄອນ ຫລວງ ວຽງຈັນ ຖືວ່າ ເປັນ ກໍຣະນີ ການບີບ ບັງຄັບ ບຸກຄົນ ໃຫ້ ຫາຍສາບສູນ ແລະ ເປັນເຣື້ອງ ຣະເມີດ ສິດທິ ມະນຸດ ຢ່າງ ຮ້າຍແຮງ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.