ຄວາມຄືບໜ້າການສືບສວນສອບສວນ: ຖົດຖອຍກັບໄປຫຼາຍກວ່າເກົ່າ

sombath-somphone-response-to-senate-20140616-1-1ຈົດໝາຍເມື່ອວັນທີ 21 ພຶດສະພາຜ່ານມາເຖິງພະນະທ່ານ ຈອນ ຮອກ (John Hogg) ປະທານສະພາອົດສະຕາລີ ແລະເຊິ່ງກໍເປັນການຕອບສະໜອງຕໍ່ ຍັດຕິທີ່ຜ່ານໂດຍວຸດທິສະພາອົດສະຕາລີ ໂດຍທ່ານ ພົມມາ ຄຳມະນີຈັນ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ໄດ້ກ່າວໄວ້ດັ່ງນີ້:

 …ຕັ້ງແຕ່ເຫດການໄດ້ຖືກເປີດເຜີຍ, ເຈົ້າໜ້າທີ່ໄດ້ທີ່ກ່ຽວຂ້ອງໄດ້ດຳເນີນຂັ້ນຕອນການສືບສວນສອບສວນຢ່າງລະອຽດລະອໍ ແລະ ໄດ້ເກັບຮວບຮວມຂໍ້ມູນຈຳນວນໜຶ່ງ ທີ່ອາດຈະກ່ຽວຂ້ອງກັບການຫາຍຕົວໄປຂອງ ສົມບັດ ສົມພອນ… ມາຮອດປັດຈຸບັນ ໜ່ວຍງານທີ່ກ່ຽວຂ້ອງກຳລັງດຳເນີນການຢ່າງຈິງຈັງໃນການສືບສວນສອບສວນ (ແປຈາກພາສາອັງກິດແລະເພີ້ມຕື່ມໂຕໜັງສືເຂັ້ມຕອນຫຼັ)

ໃນຈົດໝາຍຍັງໄດ້ຢືນຢັນເພີ້ມຕື່ມວ່າ:

ພາບບັນທຶກຈາກກ້ອງວົງຈອນປິດຈາກຕຳຫຼວດ ທີ່ຖືກເຜີຍແຜ່ຢ່າງກວ້າງຂວາງເທິງອິນເຕີເນັດ ເຊິ່ງມາຈາກພັນລະຍາຂອງສົມບັດ, ຄວາມຈິງແລ້ວ ເປັນພາບທີ່ບໍ່ຈະແຈ້ງວ່າແມ່ນໃຜ ຫຼື ມີຫຍັງຢູ່ໃນນັ້ນ. ດັ່ງນັ້ນຈຶ່ງບໍ່ສາມາດຢືນຢັນໄດ້ວ່າມີເຫດການຫຍັງເກີດຂື້ນແທ້ໆທີ່ກ່ຽວຂ້ອງກັບບຸກຄົນ ແລະ ລົດທີ່ປາກົດໃຫ້ເຫັນໃນພາບບັນທຶກດັ່ງກ່າວ. ໂດຍສະເພາະ ການລະບຸໂຕສົມບັດເອງ ກໍບໍ່ສາມາດລະບຸໄດ້ຈະແຈ້ງ. ດັ່ງນັ້ນ ຜູ້ຄົນບໍ່ສາມາດຕັ້ງຂໍ້ສົງໃສໄດ້ວ່າສົມບັດແມ່ນຫາຍຕົວໄປໃນສະຖານທີ່ທີ່ພາບກ້ອງວົງຈອນປິດບັນທຶກໄວ້ນັ້ນແທ້ບໍ່. (ແປຈາກພາສາອັງກິດແລະເພີ້ມຕື່ມໂຕໜັງສືເຂັ້ມຕອນຫຼັງ)

ຢ່າງໃດກໍຕາມ, ສິ່ງນີ້ບໍ່ກົງກັບທີ່ມີການລາຍງານໃຫ້ກັບ ສະມາຊິກສະພາຈາກກຸ່ມປະເທດໃນອາຊຽນ (ASEAN Parliamentarians) ເມື່ອຄັ້ງທີ່ໄປຢ້ຽມຢາມນະຄອນຫຼວງວຽງຈັນ ວັນທີ 16 ມັງກອນ ປີ 2013.

ພວກຂ້າພະເຈົ້າສັງເກດເຫັນຄວາມແຕກຕ່າງໃນການຕອບໂຕ້ຂອງເຈົ້າພາບທີ່ກ່ຽວຂ້ອງກັບເຫດກການການຫາຍຕົວໄປ. ເຈົ້າໜ້າທີ່ຫຼາຍທ່ານທີ່ພວກຂ້າພະເຈົ້າໄດ້ພົບໄດ້ເວົ້າວ່າ ບໍ່ມີຫຼັກຖານຢືນຢັນໄດ້ວ່າ ສົມບັດ ຂື້ນລົດກະບະ ຫຼັງຈາກລົດຈິບຂອງລາວຖືກເອີ້ນໃຫຢຸດ ດັ່ງທີ່ປາກົດໃນພາບບັນທຶກກ້ອງວົງຈອນປິດ. ແນວໃດກໍຕາມ, ພະນະທ່ານ ໄຊຍະການ ສີສຸວົງ , ຫົວໜ້າຫ້ອງການກະຊວງການຕ່າງປະເທດ ໄດ້ກ່າວໄວ້ວ່າ ສົມບັດສະໝັກໃຈຂື້ນໄກກັບລົດຄັນດັ່ງກ່າວ (ແປຈາກພາສາອັງກິດແລະເພີ້ມຕື່ມໂຕໜັງສືເຂັ້ມຕອນຫຼັງ)

Sombath-exits-Jeep ເຊັ່ນດຽວກັນ ທ່ານ ຢົ້ງ ຈັນທະລັງສີ, ຜູ້ຕາງໜ້າຖາວອນຂອງ ສປປລາວ ປະຈຳສະຫະປະຊາຊາດ ທີ່ນະຄອນຈີນີວາ (Geneva), ໄດ້ກ່າວໄວ້ໃນ ໜັງສືພິມວຽງຈັນໃໝ່ ວ່າ:

ໃນເວລາ 6:00 ໂມງແລງ ເຈົ້າໜ້າທີ່ໄດ້ຢຸດ ລົດຂອງທ້າວ ສົມບັດ ເພື່ອກວດໃບຂັບຂີ່ແລະ ເອກະສານລົດຄື ກັນກັບລົດຄັນອື່ນໆ ເຊິ່ງ ຜູ້ກ່ຽວໄດ້ລົງລົດ ເພື່ອສະແດງເອກະສານຕໍ່ ເຈົ້າໜ້າທີ່ ໂດຍເຈົ້າໜ້າທີ່ບໍ່ໄດ້ນຳ ຕົວ ຜູ້ກ່ຽວເຂົ້າ ໄປໃນປ້ອມຕຳຫຼວດແຕ່ຢ່າງໃດ ເຊິ່ງຕ່າງກັບຂ່າວທີ່ ບັນດາຜູ້ລາຍງານພິເສດ ສປຊ ໄດ້ຮັບ ພາຍຫຼັງກວດກາເອກະສານລົດ ຂອງຜູ້ກ່ຽວແລ້ວ ເຈົ້າໜ້າທີ່ໄດ້ມອບ ເອກະສານໃຫ້ທ້າວ ສົມບັດ ແລະ ຫຼັງຈາກນັ້ນ ກໍໄດ້ສືບຕໍ່ປະຕິບັດ ໜ້າທີ່ກວດກາລົດຄັນອື່ນໆຕໍ່ໄປ.  (ເພີ້ມຕື່ມໂຕໜັງສືເຂັ້ມຕອນຫຼັງ )

ອີກເທື່ອໜຶ່ງ ບໍ່ກົງກັບການລາຍງານໃນ ຂ່າວສານປະເທດລາວ ທີ່ຕີພິມອອກມາ 4 ມື້ຫຼັງຈາກທີ່ສົມບັດຖືກເອົາຕົວໄປ ເຊິ່ງກໍແມ່ນວັນທີ 19 ທັນວາ 2012.

ອີງຕາມພາບວິດີໂອກອງວົງຈອນປິດເວລາ 6:00 ໂມງແລງຕຳຫຼວດຈາລະຈອນ ໄດ້ຢຸດລົດ ຂອງາວສົມບັດເພື່ອກວດເຊັກເບິ່ງໃບຂັບຂີ່ແລະເອກະສານລົດຕ່າງໆ ັ່ງທີ່ໄດ້ປະຕິບັດ ເປັນປົກກະຕິ. ເມື່ອຖືກຢຸດາວສົມບັດໄດາງອອກຈາກ ລົດຂອງ ລາວໄປຫາຕຳຫຼວດ ເພື່ອແຈງເອກະສານຕາງໆ. ຫຼັງຈາກຕຳຫຼວດ ໄດກວດເບິ່ງເອກະສານແລໍ່ໄດຄືນ ເອກະສານດັ່ງກາວໃຫກັບາວສົມບັດ ແລວສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາໃນ ການກວດລົດຄັນອື່ນຕໍ່ໄປ(ເພີ້ມຕື່ມໂຕໜັງສືເຂັ້ມຕອນຫຼັງ )

ນອກຈາກນີ້, ການຖະແຫຼງການຫຼ້າສຸດບໍ່ໄດ້ກ່າວເຖິງພາບບັນທຶກຈາກກ້ອງວົງຈອນປິດ ສະບັບຕົ້ນສະບັບແຕ່ຢ່າງໃດເລີຍ. 18 ເດືອນຜ່ານໄປ ກໍຍັງບໍ່ປາກົດເຫັນການສືບສວນສອບສວນທີ່ “ຈິງຈັງ” ແລະ “ລະອຽດລະອໍ”, ບໍ່ຮູ້ວ່າມີວິທີອະບາຍແບບອື່ນອີກບໍ່ກ່ຽວກັບເລື່ອງນີ້.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.