ຢຸດການບັງຄັບໃຫ້ສູນຫາຍ, ພັນລະຍາ ຂອງຜູ້ໄດ້ຮັບລາງວັນຣາມອນ ແມັກໄຊໄຊໄດ້ກ່າວໄວ້

The Manila Post: 17 ກໍລະກົດ 2014

​ໂດຍ: ​​​ໄຈ​ມີ ອາ. ພິລາ​ພິລ (Jaime R. Pilapil)

ຊຸຍມິ​ງ ອຶງ,​ ພັນ​ລະ​ຍາ​ຂອງ ສົມບັດ ສົມ​ພອນ ​ຜູ້​ໄດ້​ຮັບ​ລາງວັນຣາມອນ​ແມັກ​ໄຊ​ໄຊ (Ramon Magsaysay)​ທີ່​​ຫາຍ​ຕົວ​ໄປ​ໃນ​ລາວ, ​​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ອອກ​ມາ​ດຳ​ເນີນ​ການ​ເພື່ອ​​ແກ້​ໄຂ​ບັນຫາ​ການ​ຫາຍ​ຕົວ​​ໄປ​ ທີ່​ປະ​ເທດ​ຟິລິບ​ປິນ.

ຊຸຍ​ມິ​ງ ​ເປັນ​ແຂກ​ຮັບ​ເຊີນ​ເພື່ອ​ກ່າວ​ໃນ​ງານ ປະຊຸມ​ຄັ້ງ​ທີ 3 ກ່ຽວ​ກັບ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານຈິດ​ສັງຄົມ​ໃນ​ການ​ຊອກ​ຫາ​ຄວາມ​ຈິງ ​ແລະຄວາມ​ເປັນ​ທຳ​ໃຫ້​ກັບ​ຜູ້​ເຄາະ​ຮ້າຍ​ຂອງ​ການ​ບັງຄັບ​ໃຫ້​ສູນຫາຍ, ການ​ທໍລະ​ມານ ​ແລະ ການ​ຖືກ​ດຳ​ເນີນ​ການນອກ​ລະບົບ​ກົດໝາຍ (Third Conference on Psychosocial Support Disappearances, Torture and Extra-judicial Execution) ທີ່​ໂຮງ​ແຮມ ​ເບ​ວິວພາກ​ (Bayview Park Hotel) ​ໃນ ກຸງ​ມະນີ​ລາ.

ຈັດ​ໂດຍ ສະຫະພັນ​ອາຊີ​ຕໍ່ຕ້ານ​ການ​ຫາຍຕົວ​ໂດຍ​ບໍ່​ສະໝັກ​ໃຈ (AFAD)​, ຍາດ​ພີ່​ນ້ອງ​ຂອງ​ຜູ້​ທີ່​ສູນຫາຍ ​ເຊິ່ງ​ໃນ​ນັ້ນ​ມີ ທ່ານ​ນາງ ອິດິທາ ​ເບີ​ໂກ​ສ (Edita Burgos) ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ງານ​ດັ່ງກ່າວ​ເຊັ່ນ​ກັນ. ​ເບີ​ໂກສ ​​ເປັນ​ແມ່​ຂອງ ​ໂຈ​ນາສ (Jonas) ທີ່​ຖືກ​ບັງຄັບ​ຕົວ​ໄປ​ໂດຍ​ໜ່ວຍງານທະຫານ​ໃນ​ວັນ​ທີ 28 ​ເມສາ 2007. ​ຈົນ​ຮອດ​ທຸກ​ມື້​ນີ້​ຍັງ​ບໍ່​ພົບ​ຕົວ​ໂຈ​ນາສ​ອີກ​ເລີຍ.

ຕັ້ງ​ແຕ່​ກົດ​​ໄອ​ຍະ​ການ​​ເສິກ​ໃນ​ປີ 1972 ​ໄດ້​ມີ​ລາຍ​ງານ​ໂຕ​ເລກ​ວ່າ​ມີ​ຜູ້​ສູນຫາຍ​ຈຳນວນ​ກວ່າ 2,000 ຄົນ, ຈຳນວນ​ຫຼາຍ​ກວ່າ 1,000 ຄົນ​ຖືກ​ກະທຳ​ໂຫດຮ້າຍ​ທາລຸນ ​ແລະ ຫຼາຍ​ຮ້ອຍ​ຄົນ​ທີ່​ຖືກ​ຂ້າ ​ເຊິ່ງ​ໃນ​ນັ້ນ​ກໍ​ລວມທັງ ການ​ສັງຫານ​ໝູ່ມາ​ກິນດາ​ເນົາ (Maguindanao) ​ໃນ​ເດືອນ​ພະຈິກ ປີ 2009.

ສົມບັດ ​ເປັນ​ຜູ້​ທີ່​ມີ​ບົດບາດ​​ເປັນ​ຜູ້ນຳພາໃນພາກ​ປະຊາ​ສັງຄົມ ​ເຊິ່ງ​ໄດ້​ຮັບ​ລາ​ງວັນ ຣາມອນ​ແມັກ​ໄຊ​ໄຊ ສາຂາ ຜູ້ນຳ​ຊຸມ​ຊົນ​ດີ​ເດັ່ນ ​ໃນ​ປີ 2005. ​ໃນ​ວັນ​ທີ 15 ທັນ​ວາ ປີ 2012, ​ໃນ​ພາບ​ບັນທຶກກ້ອງ​ວົງ​ຈອນ​ປິດ​ປາກົດ​ໃຫ້​ເຫັນ​ວ່າຕຳຫຼວດ​ລາວ​ໄດ້​ຢຸດ​ລົດ​ລາວ ​ແລະ ​ລາວ​ໄດ້​ຖືກ​ເອົາ​ຕົວ​ໄປ. ຫຼັງ​ຈາກ​ນັ້ນ​ກໍ​ບໍ່​ມີ​ໃຜ​ພົບ​ເຫັນ​ລາວ​ອີກ​ເລີຍ.

ຊຸຍ​ມິ​ງ ​ແລະ ຜູ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ໄດ້​ຮຽກຮ້ອງ​​ໃຫ້​ລັດຖະບານ​ລາວ​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ຢ່າງ​ຈິງ​ຈັງ ​ແລະ ​ເຮັດ​ທຸກ​ວິທີ​ທາງ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ສົມບັດ​ຈະ​ໄດ້​ກັບ​ມາ​ຫາ​ຄອບຄົວ​ຢ່າງ​ປອດ​ໄພ.

ຊຸຍ​ມິ​ງຍັງ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຕ່າງໆ​ລົງ​ລາຍ​ເຊັນ ​ແລະ​ໃຫ້​ສັດຕະຍາບັນຕໍ່​ ອະນຸ​ສັນຍາ​ສາກົນວ່າດ້ວຍ​ການ​ຕໍ່​ຕ້ານ​ການ​ສູນຫາຍ (the International Convention Against Disappearances.)

​ໃນ​ບັນດາ 49 ປ​ະ​ເທ​ດ​ໃນ​​ອາຊີ ​ມີ 10 ປະ​ເທດ​ທີ່​ໄດ້​ລົງ​ນາມ​ໃນ​ອານຸສັນຍາ​ດັ່ງກ່າວ​ແລ້ວ ​ແຕ່ມີ​ພຽງ​​ປະ​ເທດ​ຟິລິບ​ປິນ​ເທົ່າ​ນັ້ນ​ທີ່​ມີກົດໝາຍ​ແຫ່ງ​ຊາດຕໍ່ຕ້ານ​ການ​ບັງຄັບ​ໃຫ້​ສູນຫາຍ.

ຊຸຍ​ມິ​ງ​ໄດ້​ພົບ​ກັບ​ກຸ່ມ​ຜູ້ນຳ​ພາກ​ປະຊາ​ສັງຄົມ​​ເພື່ອ​ຮຽກຮ້ອງ​ໃຫ້​ມີ​ການ​ຊ່ວຍ​ເຫຼືອ​ກ່ຽວ​ກັບ​ສາມີ​ຂອງ​ລາວ. ລາວ​ຫວັງ​ວ່າ​ປະ​ເທດ​ຟິລິບ​ປິນຈະ​ເປັນ​ປະ​ເທດ​ທີ່​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຊາຕາ​ກຳ​ລາວ​ກວ່າ​ໝູ່​ໃນ​ຖານະ​ເປັນ​ພັນ​ລະ​ຍາ​ຂອງ​ຜູ້​ຫາຍ​ຕົວ​ໄປ.

AFAD ​ໄດ້​​ໃຫ້​ຂໍ້​ສັງ​ເກດ​ວ່າ​ຫຼາຍ​ປະ​ເທດ​ໃນ​ອາຊີ​ທີ່ມີສະພາບ​ຂໍ້ຂັດ​ແຍ່ງ ​ແລະ ​ການ​ເມືອງ​ທີ່​ບໍ່​ທຸ່ນ​ທ່ຽງ ຍັງ​ຄົງ​ສືບ​ຕໍ່​ໃຊ້​ຮູບ​ແບບ​ການ​ບັງ​ຄັບ​ໃຫ້​ສູນ​ຫາຍ ​ເພື່ອ​ເປັນ​ເຄື່ອງມື​ໃນ​ການ​ປາບ​ປາມ​ຄວາມ​ຂັດ​ແຍ່ງ​ທາງ​ການ​ເມືອງ​ແບບ​ງຽບໆ.

ຜູ້​ເຄາະ​ຮ້າຍ​ອາດ​ຈະ​ເປັນ​​ແມ່ຍິງ ຫຼື ຜູ້​ຊາຍທີ່​ເປັນ​ນັກ​ເຄື່ອນ​ໄຫວ​ທາງ​ການ​ເມືອງ, ຜູ້ນຳ​ພາ ​​ແລະ ສະມາຊິກ​ຂອງ​ກຸ່ມ​ອົງ​ກອນ​ ​ຫຼື ສະ​ຖາ​ບັນຂະໜາດ​ໃຫຍ່ ​ທີ່ຮຽກຮ້ອງ​ສິດທິ​ກ່ຽວ​ກັບ​ທີ່​ດິນ, ນ້ຳ, ອາຫານ, ​ບ້ານເຮືອນ, ການ​ສຶກສາ, ​ເສລີພາບ​ໃນ​ການສະ​ແດງ​ອອກ, ​ແລະ ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ຫຼາຍ​ກວ່າ​ກຸ່ມ​ອື່ນໆ

ຫົວໜ້າ​ຄະ​ນະ​ກຳມະການ​ສິດທິ​ມະນຸດ (Commission on Human Rights) ທ່ານ ​ເອັດ​ຕາ ​ໂຣ​ເຊ​ລີ​ສ (Etta Rosales) ​ໄດ້​ເຂົ້າ​ຮ່ວມ​ໃນ​ງານ​ດັ່ງກ່າວ ລາວ​ໄດ້​​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​​ໃຫ້ການ​ຊ່ວຍ​ເຫຼືອ​ຊຸຍ​ມິ​ງ​ໃນ​ການ​ສະ​ແຫວ​ງຫາ​​ຄວາມ​ຍຸດຕິ​ທຳ.

​ໃນ​ປີ 2012, ​ໄດ້​ປະກາດ​ໃຊ້​ຫຼັກ​ສິດທິ​ມະນຸດ​ຕາມ​ກົດໝາຍຕໍ່ຕ້ານ​ການຫາຍ​ສາບ​ສູນ (the Anti-Disappearance Law), ​ເຊິ່ງ​ໄດ້​ໃຊ້​ເວລາ​ 16 ປີ ກວ່າ​ຈະ​​ໄດ້​ຮັບ​ການ​ຮັບຮອງ ​ແລະ ​ເປັນຄັ້ງ​ທຳ​ອິດ​ໃນ​ອາຊີ.

ປະ​ເທດ​ຟິລິບ​ປິນ​ເປັນ​ທີ່​ຮັບ​ຮູ້​ວ່າ​ມີ​ກົດໝາຍດີໆ ​ຈຳນວນ​ຫຼວງ​ຫຼາຍ ​ແຕ່​​ເສຍດາຍ​ທີ່​ບໍ່​ຖືກ​ນຳ​ໄປ​ໃຊ້​ຢ່າງ​ຮອບ​ຄອບ.

AFAD ຮຽກຮ້ອງ​ໃຫ້​ລັດ​ຖະບານ​ດຳ​ເນີນ​ການ​ຢ່າງ​ເຕັມທີ່ ​ແລະ ​ເຄັ່ງ​ຄັດ ​ໃນ​ການ​ນຳ​ໃຊ້​ກົດ​ໝາຍ ​ແລະ ສ້າງ​ຄວາມ​ໝັ້ນ​ໃຈ​ວ່າ​ຈະ​ບໍ່​ມີ​ການ​ບັງຄັບ​ໃຫ້​ສູນ​ຫາຍ​ອີກ ບໍ່​ວ່າພາຍ​ໃຕ້​ການ​ບໍລິຫານ​ງານ​ໃດໆ ກໍ​ຈະ​​ໃຫ້​ຄຳ​ໝັ້ນ​ສັນຍາ.

 

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.