ທ່ານຈະຮູ້ສຶກແນວໃດ?

ຖາມແທ້… ຢາກຮູ້ອີ່ຫຼີ… ຖ້າເປັນຄົນໃນຄອບຄົວທ່ານ ຫາຍຕົວໄປຈະຮູ້ສຶກແນວໃດ? ທ່ານຈະຮູ້ສຶກແນວໃດ ຖ້າຫາກວ່າ ຢູ່ດີໆມີຄົນເອົາຄົນໃນຄອບຄົວທ່ານໄປ ໂດຍບໍ່ຮູ້ສາເຫດ ແລ້ວຄົນໆ ນັ້ນກັບກາຍເປັນຄົນທີ່ ສັງຄົມຢ້ານກົວຂື້ນມາໂດຍບໍ່ຮູ້ຕົ້ນປາຍສາຍເຫດ…

ລຸງສົມບັດຫາຍໄປໃກ້ຈະຮອດສອງປີແລ້ວ ແຕ່ວ່າ ຂ່າວຄາວຍັງງຽບ ແຖມສັງຄົມຍັງຄົງຢ້ານກົວ ບໍ່ກ້າຮອດເວົ້າເຖິງຊື່ລາວ..ແມ້ແຕ່ຮ້ານຂາຍເຄື່ອງ ເຂົາກໍຍັງບໍ່ກ້າເວົ້າເຖິງຊື່ #ສົມບັດສົມພອນ.

ຖາມແທ້.. ຖ້າເປັນເຈົ້າ..ເຈົ້າຈະຮູ້ສຶກແນວໃດ? ໃກ້ຈະຮອດສອງປີແລ້ວ ຂະໜາດອົງກອນທີ່ເຮັດວຽກຄືກັນກັບເພິ່ນ … ທີ່ຮູ້ດີທີ່ສຸດວ່າວຽກເພິ່ນແມ່ນຫຍັງ… ຮູ້ດີທີ່ສຸດເພາະຫາກິນ ລ້ຽງຊີບດ້ວຍວຽກງານດຽວກັນກໍຍັງບໍ່ກ້າເວົ້າເຖິງ ຊື່ລຸງສົມບັດ ສັງຄົມເຮົາກຳລັງເກີດຫຍັງຂື້ນ?? ນ້ຳໃຈຂອງເຮົາຫາຍໄປໃສ?

ຄົນເຮົາທຸກຄົນມີຊີວິດເປັນຂອງຕົນເອງ ຢູ່ດີໆ ຈະຖືກບັງຄັບໃຫ້ບໍ່ມີຕົວຕົນໄດ້ບໍ? ຈະປ່ອຍໃຫ້ຄົນໜຶ່ງຫາຍໄປ ທັ້ງໆ ທີ່ຮູ້ວ່າບໍ່ແມ່ນເລື່ອງທີ່ຖືກຕ້ອງທີ່ຢູ່ດີໆ ຢາກມີຄົນມາເອົາໄປຊື່ໆ ແທ້ໆ ຫວະ? ເລື່ອງຄົນຫາຍມັນຄວນຈະເປັນ ເລື່ອງທຳມະດາບໍ? ຄວນເປັນເລື່ອງໃຜມັນບໍ? ລະຄອບຄົວຕ້ອງຮັບຜິດຊອບຄົນດຽວບໍ? ເຮົາບໍ່ໄດ້ເຮັດຫຍັງຜິດ ຕຳຫຼວດ ທະຫານກໍບໍ່ໄດ້ບອກວ່າເຮົາຜິດ ສານກໍບໍ່ໄດ້ວ່າເຮົາຜິດ ແລ້ວເປັນຫຍັງຕ້ອງຢ້ານທີ່ຈະເວົ້າເຖິງຊື່ #ສົມບັດສົມພອນ ລອງຄິດເບິ່ງດີໆ .. ຖ້າເລື່ອງນີ້ເປັນເລື່ອງທຳມະດາ ແລ້ວຄົນອື່ນໆ ຫາຍໄປກໍຈະເປັນ ເລື່ອງທຳມະດາເຊັ່ນກັນ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.