ອົງການ ປົກປອ້ງ  ສິດທິ ມະນຸດ ຣຽກຣອ້ງ ກູ່ມ ປະເທດເອຊຽນ ໃຫ້ ຢຸດຕິ ຄວາມ ງຽບສງັດ ເມີນເສີຍ ຕໍ່ ກໍຣະນີ ການ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ

International Federation for Human Rights: 17 December 2014

15 ທັນວາ 2014FIDH-Logo

ອົງການ ປົກປອ້ງ  ສິດທິ ມະນຸດ ຣຽກຣອ້ງ ກູ່ມ ປະເທດເອຊຽນ ໃຫ້ ຢຸດຕິ ຄວາມ ງຽບສງັດ ເມີນເສີຍ ຕໍ່ ກໍຣະນີ ການ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ

ເນື່ອງ ໃນ ໂອກາດ ວັນ ຄົບຣອບ ສອງ ປີ ແຫ່ງ ການ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ, ຜູ້ນໍາ ດີເດັ່ນ ຂອງ ພາກປະຊາ ສັງຄົມ, ພວກ ຂ້າພະເຈົ້າ, ໝາຍ ມີ ອົງການ ຈັດຕັ້ງ ຂັ້ນ ທອ້ງຖີ່ນ ເອເຊັຍ ແລະ ນາໆ ຊາດ ດ້ານ ການ ປົກປອ້ງ ສິດທິ ມະນຸດ, ຂໍ ປະນາມ ຢ່າງ ແຫ່ງ ຕໍ່ ການປະຕິເສດ ສເມີ ມາ ຂອງ ທາງການ ສປປ ລາວ ໃນການ ໃຫ້ ຂໍ້ມູນ ກ່ຽວກັບ ຊາຕາກັມ ຂອງ ທ່ານ ສົມບັດ.

ການ ເມີນເສີຍ ແບບ ເຈດຕະນາ ຂອງ ລັຖະບານ ສປປ ລາວ ຕໍ່ ຊາຕາກັມ ຂອງ ທ່ານ ສົມບັດ ແມ່ນ ນະໂຍບາຍ ຍຸດທະສາດ ເພື່ອ ເຣັດໃຫ້ ການ ຫາຍ ສາບສູນ ແບບ ຄາດຕະກັມ ຢ່າງ ໂຫດຣ້າຍ ລາຍນີ້ ຖືກ ປັດເຂັ່ຍ ຫລົງລືມ ນັ້ນ ເອງ. ໜ້າເສັຽດາຍ ທີ່ ສຸດ ທີ່ ບັນດາ ປະເທດ ພາຄີ ເອຊຽນ ພາກັນ ງຽບສະງັດ ຕໍ່ ກໍຣະນີ ຂອງ ການ ຫາຍຕົວ ຂອງ ທ່ານ ສົມບັດ. ພວກ ຂ້າພະເຈົ້າ ເຫັນວ່າ  ກູ່ມ ປະເທດ ເອຊຽນ, ພອ້ມດວ້ຍ ຄະນະ ກັມມາທິການ ດ້ານ ສິດທດ ມະນຸດ ຂອງ ອົງການ ເອຊຽນ, ຄວນຈະ ເຊົາ ມິດງຽບ ໃດ້ ແລ້ວ ໃນ ກໍຣະນີ ນີ້.

ແທນທີ່ ຈະ ບໍ່ ໃຫ້ ມີການ ແຊກແຊງ ກິດຈະການ ພາຍໃນ ຂອງ ແຕ່ລະ ປະເທດ ເອຊຽນ ນັ້ນ ກູ່ມ ປະເທດ ພາຄີ ຄວນຈະ ພາກັນ ເອົາ ຄວາມ ຣັບຜິດຊອບ ໃນ ນາມ ເປັນ ພາຄີ ຂອງ ປະຊາຄົມ ສາກົນ ໂດຍ ະຫນັບສະຫນູນ ຫຼັກການ ບົ່ງໃວ້ ໃນ ກົດບັດ ສິດທິ ມະນຸດ ຂອງ ກູ່ມ 10 ປະເທດ ເອຊຽນ ວ່າ ຣັບຣູ້ ການ ສົ່ງເສີມ ແລະ ປົກປ້ອງ ສິດທິ ມະນຸດ ແລະ ພື້ນຖານ ຕ່າງໆ ຂອງ ສິດ ເສລີພາບ ແມ່ນ ເປົ້າໝາຍ ແລະ ອຸດົມການ ຂອງ ເອຊຽນ.

ສນັ້ນ, ພວກ ຂາພະເຈົ້າ, ຈື່ງ ຣຽກຣອ້ງ ມາຍັງ ບັນດາ ປະເທດ ພາຄີ ຂອງ ເອຊຽນ, ໃຫ້ ຢິບຍົກ  ເອົາ ກໍຣະນີ ການ ຫາຍຕົວ ຂອງ ທ່ານ ສົມບັດ ນີ້ ຂື້ນມາ ສຶກສາ ຫາທາງ ແກ້ໄຂ ໃນ ທຸກ ໂອກາດ ຂອງ ການ ພົວພັນ ຣະວ່າງ ປະເທດ. ພວກ ຂ້າພະເຈົ້າ ຂໍ ຣຽກຣອ້ງ ຄະນະ ກັມມາທິການ ດ້ານ ສິດທິ ມະນຸດ ເອຊຽນ ໃຫ້ ນໍາໄຊ້ ອໍານາດ ຂອງ ຕົນ  ໃຫ້ ໃດ້ ‘’ ຣັບ ຂ່າວ ຈາກ ກູ່ມ ປະເທດ ເອຊຽນ ໃນ ການ ສົ່ງເສີມ ແລະ ປົກປອ້ງ ສິດທິ ມະນຸດ’’ ເພື່ອ ໃຫ້ ມີ ຄວາມ ກ້າວໜ້າ ໃນ ການ ສຶບສວນ ການ ຫາຍຕົວ ຂອງ ທ່ານ ສົມບັດ.

ທ່ານ ສົມບັດ ປະກົດຕົວ ຄັ້ງ ສຸດທ້າຍ ເມຶ່ອ ແລງ ວັນທີ່ 15 ທັນວາ 2012 ທີ່ ນະຄອນຫວງ ວຽງຈັນ. ໂທຣະພາບ ວົງໂຄຈອນປິດ ເຜີຍເຖີງ ຣູບພາບ ລົດ ຂອງ ທ່ານ ສົມບັດ ຖືກ ເຈົ້າໜ້າທີ່ ຕໍາລວດ ກັກ ທີ່ ດ່ານ ຕໍາລວດ. ບໍ່ພໍ ເທົ່າໃດ ນາທີ ຕໍ່ມາ ຜູ້ກ່ຽວ ຖືກ ນໍາຕົວ ໄປ ໂດຍ ບຸກຄົນ ທີ່ ບໍ່ ຣູ້ໜ້າ. ອີງຕາມ ການ ວິເຄາະ ໂທຣະພາບ ດັ່ງກ່າວ ໄດ້ ສໍ່ສແດງ ໃຫ້ ເຫັນ ວ່າ ທ່ານ ສົມບັດ ຖືກ ນໍາຕົວ ໄປ ໂດຍ ມີ ຕໍ່ລວດ ຢູ່ ໃນ ເຫດການ ແລະ ບໍ່ ມີ ປິຕິກິຣິຍາ ໄດໆ ເພື່ອ ຊວ່ຍເຫລືອ ທ່ານ ສົມພອນ. ຈຸດ ວິເຄາະ ອັນນີ້ ສແດງ ໃຫ້ ເຫັນ ວ່າ ທາງການ ສປປ ລາວ ມີ ສວ່ນ ກ່ຽວຂອ້ງ ແລະ ສົມຣູ້ ຣວ່ມຄິດ ໃນ ການຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ.

ກໍຣະນີ ທ່ານ ສົມບັດ ບໍ່ແມ່ນ ກໍຣະນີ ດຽວ. ມາ ເຖີງ ປະຈຸບັນ ຍັງ ບໍ່ ມີ ໃຜ ຊາບ ເຖີງ ຊາຕາກັມ ຂອງ ຜູ້ຖືກ ຈັບຕົວ ອິກ 9 ຄົນ ເມື່ອ ເດືອນ ພືສະຈິກາ 2009 ຕາມ ຫົວເມືອ ຕ່າງໆ ຂອງ ປະເທດ. ເຂົາເຈົ້າ ກໍ່າລັງ ຕຽມ ການ ເດີນຂະບວນ ແບບ ສັນຕິ ວິທີ ເພື່ອ ຣຽກທວງ ເອົາ ປະຊາທິປະໄຕ ແລະ ການ ເຄົາຣົບ ສິດທິ ມະນຸດ. ສວ່ນ ທ່ານ ສົມພອນ ຂັນຕິສຸກ ກໍ່ ບໍ່ ມີ ໃຜ ຣູ້ ວ່າ ຢູ່ ໃສ. ທ່ານ ສົມພອນ ຂັນຕິສຸກ ເປັນ ເຈົ້າຂອງ ໂຣງແຣມ ແບບ ເຄົາຣົບ ທັມະຊາດ ຊື່ງ ມີ ນະໂຍບາຍ ສົ່ງເສີມ ປົກປອ້ງ ສະພາບ ແວດລອ້ມ. ຜູ້ ກ່ຽວ ໃດ້ ກ່າວ ຕອ້ງຕິ ຢ່າງ ເປີດເຜີຍ ຕໍ່ ໂຄງການ ກະເສດຕະກັມ ສນັບສນູນ ໂດຍ ສປ ຈີນ ຊື່ງ ເປັນ ພັຍ ຕໍ່ ສີ່ງ ແວດລອ້ມ ໃນ ແຂວງ ຫລວງນໍ້າທາ ພາກ ເໜືອ ຂອງ ລາວ. ທ່ານ ສົມພອນ ຂັນຕິສຸກ ຫາຍ ສາບສູນ ພາຍຫລັງ ທີ່ ຖືກ ຈັບຕົວ ໄປ ໂດຍ ກູ່ມ ຄົນ ທີ່ ມີ ເຄື່ອງແບບ ເມື່ອ ເດືອນ ມົກະຣາ 2007.

ພວກ ຂາພະເຈົ້າ ຣຽກຣອ້ງ ຕໍ່ ບັນດາ ປະເທດ ພາຄີ ຂອງ ເອຊຽນ ແລະ ຕໍ່ ຄະນະ ກັມມາທິການ ດ້ານ ສິດທິ ມະນຸດ ເອຊຽນ ໃຫ້  ຣຽກທວງ ລັຖະບານ ສປ ລາວ ໃຫ້ ທໍາການ ສຶບສວນ ໂດຍ ດວນ ຢ່າງ ລົງເລິກ ຊ່ຽວຊານ, ຍຸດຕິທໍາ ແລະ ມີ ສິດທິຜົນ ເຖີງ ທຸກໆ ກໍຣະນີ ຫາຍສາບສູນ ແບບ ບັງຄັບຕົວ, ໃຫ້ ລົງໂທດ ຜູ້ ອາຊະຍາກັມ ແລະ ຊົດເຊີຍ ຜູ້ ຣັບເຄາະ ພອ້ມ ຄອບຄົວ.

ອົງການ ທີ່ ຣ່ວມ ເຊັນ:

  1. Adventist Development and Relief Agency Lao PDR
  2. Ain O Salish Kendra
  3. Alternative ASEAN Network on Burma (ALTSEAN-Burma)
  4. Amnesty International
  5. ASEAN Parliamentarians for Human Rights
  6. ASEAN SOGIE Caucus
  7. Asia Indigenous Peoples Pact
  8. Asian Federation Against Involuntary Disappearances
  9. Asian Forum for Human Rights and Development (FORUM-ASIA)
  10. Asia-Pacific Solidarity Coalition
  11. Association of Human Rights Defenders and Promoters
  12. Banglar Manabadhikar Suraksha Mancha (MASUM)
  13. Boat People SOS
  14. Burma Partnership
  15. Cambodian Civil Society Working Group on ASEAN
  16. Cambodian Human Rights and Development Association (ADHOC)
  17. Cambodian League for the Promotion and Defense of Human Rights (LICADHO)
  18. Cambodian Volunteers for Society
  19. Center for Human Rights and Development
  20. China Labour Bulletin
  21. Coalition to Abolish Modern-day Slavery in Asia
  22. Commission for the Disappeared and Victims of Violence (KontraS)
  23. Commonwealth Human Rights Initiative
  24. East Timor and Indonesia Action Network
  25. Equality Myanmar
  26. Equitable Cambodia
  27. FIDH – International Federation for Human Rights
  28. Finnish Asiatic Society
  29. Focus on the Global South
  30. Forum for Democracy in Burma
  31. Fresh Eyes – People to People Travel
  32. Gender and Development Initiative-Myanmar
  33. Globe International
  34. Hawaii Center for Human Rights Research & Action
  35. Human Rights and Development Foundation
  36. Human Rights Commission of Pakistan
  37. Human Rights Watch
  38. Indonesian Human Rights Monitor (IMPARSIAL)
  39. Indonesian Legal Aid Foundation
  40. INFORM Human Rights Documentation Centre
  41. Initiatives for International Dialogue
  42. Interfaith Youth Coalition on Aid in Myanmar
  43. International Rivers
  44. Judicial System Monitoring Programme
  45. Justice and Peace Network of Myanmar
  46. Justice for Peace Foundation
  47. Justice for Women
  48. Kachin Peace Network
  49. Kachin Women Peace Network
  50. Khmer Kampuchea Krom for Human Rights and Development Association
  51. Korean House for International Solidarity
  52. Lao Movement for Human Rights
  53. Law and Society Trust
  54. League for the Defence of Human Rights in Iran
  55. LICADHO Canada
  56. LILAK (Purple Action for Indigenous Women’s Rights)
  57. Madaripur Legal Aid Association
  58. MARUAH
  59. National Commission for Justice and Peace
  60. Network for Democracy and Development
  61. Odhikar
  62. Olive Branch Human Rights Initiative
  63. People’s Empowerment Foundation
  64. People’s Solidarity for Participatory Democracy
  65. People’s Vigilance Committee on Human Rights
  66. People’s Watch
  67. Philippine Alliance of Human Rights Advocates
  68. Potahar Organization for Development Advocacy
  69. RTCC Research and Translation Consultancy Cluster
  70. Sehjira Foundation for Persons with Disabilities
  71. SILAKA
  72. Social Action for Change
  73. STAR Kampuchea
  74. Suara Rakyat Malaysia (SUARAM)
  75. Taiwan Association for Human Rights
  76. Task Force Detainees of the Philippines
  77. Think Centre
  78. Transnational Institute
  79. United Sisterhood Alliance – Cambodia
  80. Vietnam Committee on Human Rights
  81. Women Peace Network Arakan
  82. World Rainforest Movement

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.