ລາວແມ່ນ 1 ໃນ 14 ປະເທດ ທີ່​​ຖືກ​ທົບ​ທວນ​ ໂດຍສະພາ ສິດທິມະນຸດ ສປຊ

Voice of America: 30 ມັງກອນ 2015

AEPF-2014-004
ອົງການ Human Rights Watch ​ໄດ້​ປະກາດ​ທ່າ​ທີ​ຢ່າງ​ຊັດ​ເຈນ​ວ່າ ຕົນ​ໄດ້ນຳ​ສະ​ເໜີ​ ກໍລະນີ​ບັນຫາ​ການ​ຫາຍ​ຕົວ​ໄປ ​ຂອງ ທ່ານສົມບັດ ສົມ​ພອນ ເຂົ້າສູ່​ການ​ພິຈາລະນາ​ທົບ​ທວນ​ໃນ​ຄັ້ງນີ້.

ລາວເປັນ 1 ​ໃນ 14 ປະ​ເທດ​ທີ່​ຕົກ​ເປັນ​ເປົ້າໝາຍຂອງ​ການ​ພິຈາລະນາທົບ​ທວນ​ ກ່ຽວ​ກັບ​ສະພາບ​ການ ​ດ້ານ​ສິດທິ​ມະນຸດ ໃນ​ກອງ​ປະຊຸມ​ຄັ້ງທີ 21 ຂອງ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ.

ສະພາ​ສິດທິ​ມະນຸດແຫ່ງ​ສະຫະ​ປະຊາ​ຊາດ (UNHRC) ກຳນົດ​ໃຫ້ ສປປ ລາວ ​ເປັນ​ປະ​ເທດ​ໜຶ່ງ ຈາກ​ທັງ​ໝົດ 14 ປະເທດ​ທີ່​ໄດ້​ຖືກ​ພິຈາລະນາ​ທົບ​ທວນ​ ກ່ຽວ​ກັບ​ສະພາບ​ ການ​ດ້ານ​ສິດທິ​ມະນຸດ​ ​ໃນລະຫວ່າງ​ກອງ​ປະຊຸມ​ຄັ້ງທີ 21 ທີ່​ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 19 ມັງກອນ ​ແລະ​ໄດ້ດຳ​ເນີນ​ການ​ປະ​ຊຸມ​ຕໍ່​ໄປ​ຈົນ​ເຖິງ ​ວັນ​ທີ 30 ມັງກອນມື້​ນີ້
ທີ່​ນະຄອນ​ເຈ​ນີວາ ປະ​ເທດ​ສະ​ວິສ​ເຊີ​ແລນ.

​ໂດຍ​ທີ່​ຖື​ເປັນຄວາມ​ເຄື່ອນ​ໄຫວ ​ທີ່​ສຳຄັນ​ທີ່​ກ່ຽວຂ້ອງ​ກັບ​ລາວ​ ໃນ​ກອງ​ປະຊຸມ​ຄັ້ງນີ້ ກໍ​ຄື​ ກໍລະນີ ທີ່​ອົງການ Human Rights Watch ​ໄດ້​ປະກາດ​ທ່າ​ທີ​ຢ່າງ​ຊັດ​ເຈນ​ວ່າ ຕົນໄດ້​ນຳ​ ສະ​ເໜີ​ກໍລະນີ​ບັນຫາ​ການ​ຫາຍ​ຕົວ​ໄປ ​ຂອງ ທ່ານສົມບັດ ສົມ​ພອນ ນັກ​ພັດທະນາ​ລາວ ​ທີ່​ດີ​ເດັ່ນ​ຂອງ​ອາ​ຊ່ຽນ ​ເຂົ້າສູ່​ການ​ພິຈາລະນາ​ທົບ​ທວນ​ ໃນ​ຄັ້ງນີ້​ດ້ວຍ ທັງ​ນີ້ ​ໂດຍເນັ້ນ ໜັກ​ເນື້ອ​ໃນ​ສຳຄັນ ​ເຖິງ​ຄວາມ​ບໍ່​ເອົາ​ໃຈ​ໃສ່ ຂອງ​ທາງການລາວ​ ຕໍ່​ບັນຫາ​ດັ່ງ​ກ່າວ​ນີ້ ລວມ​ເຖິງ​ການ​ຈຳກັດ​ສິດທິ​ພົນລະ​ເມືອງ​ລາວ ທັງ​ໃນ​ການສະ​ແດງ​ຄວາມ​ຄິດ​ເຫັນ ​ແລະ​ການສະ​ແດງ​ອອກທາງ​ການ​ເມືອງ​ຕາມ​ລັດຖະທຳ​ມະນູນ​ດ້ວຍ.

ກ່ອນ​ໜ້າ​ນີ້ ບັນດາ​ນັກ​ເຄື່ອນ​ໄຫວ ​ເພື່ອ​ປົກ​ປ້ອງ​ສິດທິ​ມະນຸດ​ຂອງ 82 ອົງການ​ຈາກ​ທົ່ວ​ໂລກ ​ໄດ້​ຮ່ວມ​ກັນ​ລົງ​ນາມ​ ໃນ​ຖະ​ແຫລ​ງການ ທີ່​ໄດ້​ສົ່ງ​ເຖິງ​ບັນດາ​ລັດຖະບານ​ຂອງ​ປະ​ເທດ​ສະມາຊິກ​ຂອງ​ອາ​ຊ່ຽນ ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 15 ທັນວາ 2014 ອັນ​ເປັນ​ວັນ​ຄົບ​ຮອບ 2 ປີ ຂອງ​ການ​ຫາຍ​ຕົວ​ໄປ​ຢ່າງ​ບໍ່​ມີ​ຮ່ອງຮອຍ ຂອງ​ທ່ານ​ສົມບັດ ສົມ​ພອນ.

ບັນດານັກເຄື່ອນໄຫວ ໄດ້ປຸກລະດົມ ຮຽກຮ້ອງໃຫ້ ລັດຖະບານລາວ ຊອກຫາ ທ່ານສົມບັດ ສົມພອນ ແລ້ວນຳເອົາທ່ານກັບຄືນມາ ຢ່າງປອດໄພ.
ບັນດານັກເຄື່ອນໄຫວ ໄດ້ປຸກລະດົມ ຮຽກຮ້ອງໃຫ້ ລັດຖະບານລາວ ຊອກຫາ ທ່ານສົມບັດ ສົມພອນ ແລ້ວນຳເອົາທ່ານກັບຄືນມາ ຢ່າງປອດໄພ.

​ໂດ​ຍຖະ​ແຫລ​ງການ​ດັ່ງກ່າວ ​ໄດ້​ຮຽກຮ້ອງ​ຂໍ​ໃຫ້ລັດຖະບານ​ຂອງ​ທຸກປະ​ເທດ​ ໃນ​ອາ​ຊ່ຽນ​ຈົ່ງ​ໄດ້​ຮ່ວມ​ກັນ​ ດຳ​ເນີນ​ມາດ​ຕະການ​ກົດ​ດັນ​ລັດຖະບານ​ລາວ ຕໍ່​ກໍລະນີ​ທີ່​ໄດ້​ມີ​ການລະ​ເມີດ​ສິດທິ​ມະນຸດ​ໃນ​ລາວ ຢ່າງ​ຮຸນ​ແຮງ ທັງ​ຍັງ​ບໍ່​ໄດ້​ດຳ​ເນີນມາດ​ຕະການ​ຢ່າງ​ຈິງ​ຈັງ ​ໃນ​ການ​ສືບສວນ​ຫາ​ຄວາມ​ຈິງ ​ແລະຕິດຕາມ​ຫາ​ທ່ານ​ສົມ​ບັດ ທີ່​ຖືກ​ຄວບ​ຄຸມ​ຕົວ​ໄປ ຈາກ​ດ່ານ ​ຕຳຫລວດ​ແຫ່ງ​ໜຶ່ງ ​ໃນ​ນະຄອນ​ຫລວງ​ວຽງ​ຈັນ ນັບ​ແຕ່​ຕອນ​ແລງ​ວັນ​ທີ 15 ທັນວາ 2012 ​ເປັນຕົ້ນມາ ​ແລະ​ຈົນ​ເຖິງ​ປັດຈຸບັນ​ນີ້ ກໍ​ຍັງ​ຄົງ​ບໍ່​ຮູ້​ຊະ​ຕາ​ກຳ​ຂອງ​ທ່ານ​ສົມບັດ ​ແຕ່​ຢ່າງ​ໃດ.

ບັນດາ​ອົງການ​ປົກ​ປ້ອງ​ສິດທິ​ມະນຸດ​ສາກົນ ​ໄດ້​ໃຫ້​ເຫດຜົນ​ວ່າ ສາ​ເຫດ ທີ່​ລັດຖະບານ​ອາ​ຊ່ຽນທັງ​ກຸ່ມ​ ຈະ​ຕ້ອງ​ກົດ​ດັນ​ຕໍ່​ລັດຖະບານ​ລາວ​ນັ້ນ ກໍ​ລັດຖະບານ​ລາວ​ນັ້ນ ກໍ​ເພາະວ່າ​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດ ນີ້ ບໍ່​ໄດ້​ເປັນ​ພຽງ​ບັນຫາ​ພາຍ​ໃນ​ລາວ​ເທົ່າ​ນັ້ນຫາກ​ແຕ່​ຖື​ເປັນ​ພາລະ​ໜ້າ​ທີ່ ຂອງ​ທັງ​ກຸ່ມ​ອາ​ຊ່ຽນ​ທີ່​ຈະ​ຕ້ອງ​ຮ່ວມ​ກັນ ​ເພື່ອຄົ້ນຫາ​ຄວາມ​ຈິງ​ທີ່​ເກີດຂຶ້ນ​ໃນ​ລາວ ທີ່​ເປັນ​ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ອາ​ຊ່ຽນ​ດ້ວຍ ດັ່ງ​ທີ່​ທ່ານ​ຈັກ​ໄຊ ​ໂສມ​ທອງ​ດີ ນັກ​ເຄື່ອນ​ໄຫວພາກ​ປະຊາ​ສັງຄົມ​ໃນ​ອາ​ຊ່ຽນ ​ໄດ້​ໃຫ້ການ​ອະທິບາຍ​ວ່າ:

“ຂ້າພະເຈົ້າ​ຄິດ​ວ່າ​ເລື້ອງ​ນີ້ ບໍ່​ແມ່ນ​ເລື້ອງ​ຂອງ​ປະ​ເທດ​ລາວ​ປະ​ເທດ​ດຽວ ​ເລື້ອງ​ນີ້​ເປັນ​ເລື້ອງ​ຂອງ​ ໜ້າ​ທີ່​ຂອງ​ພູມິ​ພາກ​ນີ້ຮ່ວມ​ກັນ ຄວາມ​ຮັບຜິດຊອບ​ຮ່ວມ​ກັນ ຈຳ​ເປັນ​ທີ່​ຈະ​ຕ້ອງ​ເກີດ​ຂຶ້ນ ​ເພາະສະນັ້ນ ລັດຖະບານ​ໄທ ​ແລະ​ລັດຖະບານ​ປະຊາ​ຄົມ​ອາ​ຊ່ຽນ ຊຶ່ງ​ຕອນ​ນີ້ ​ເຮົາ​ຊຸກ​ດັນ​ເປີດ​ການ​ຄ້າ​ເສລີ ໜ້າ​ຈະ​ສະ​ແດງ​ອອກ​ຈຸດ​ຢືນເຫຼົ່ານີ້​ຮ່ວມ​ກັນ.”

ທາງ​ດ້ານ​ທ່ານ​ນາງ Ng Shui Meng ພັນ​ລະ​ຍາ​ຊາວ​ສິງກະ​ໂປ ຂອງ​ທ່ານ​ສົມບັດ ກໍ​ໄດ້​ຮຽກຮ້ອງ​ຂໍ​ໃຫ້​ຜູ້​ທີ່​ຮັກ​ຄວາມ ເປັນ​ທຳ​ທັງ​ໃນ​ລາວ ​ແລະ​ຕ່າງປະ​ເທດ​ຈົ່ງ​ໄດ້​ພາກັນ​ສືບ​ຕໍ່​ຂຽນ​ຈົດໝາຍ​ເຖິງ​ທ່ານ​ສົມບັດ ທີ່​ມີ​ເນື້ອ​ຫາກ່ຽວ​ກັບ​ຊີວິດ ຜົນງານ ​ແນວ​ຄິດ ອຸດົມ​ການ ​ແລະ​ວິທີ​ການ​ປະຕິບັດ​ງານ​ຂອງ​ທ່ານ​ສົມບັດ ​ເພື່ອ​ເຜີຍ​ແຜ່​ອອກ​ສູ່​ການ​ຮຽນ​ຮູ້​ ຂອງ ເຍົາວະ​ຊົນ ​ແລະ​ສາທາລະນະຊົນ​ ໃນ​ວົງ​ກວ້າງ​ຕໍ່​ໄປ ຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ຖື​ວ່າ​ເປັນ​ກິດຈະກຳ​ໜຶ່ງ ​ເພື່ອ​ທວງ ຖາມ​ຄວາມ​ຍຸດຕິ​ທຳ ​ໃຫ້​ກັບ​ທ່ານ​ສົມບັດ ນັ້ນ​ເອງ.

ທັງ​ນີ້ ​ໂດຍ​ກໍລະ​ນີ້​ທີ່​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ຈິງ​ຈັງ ຂອງ​ທາງ​ການ​ລາວ ​ໄດ້​ຢ່າງ​ຊັດ​ເຈນ ກໍ​ຄື​ການ​ທີ່​ບໍ່​ໄດ້​ໃຊ້​ປະ​ໂຫຍ​ດຈາກ​ພາບ​ທີ່​ກ້ອງ​ວົງ​ຈອນ​ປິດ ຂອງ​ທາງ​ການ​ລາວ​ບັນທຶກ​ໄວ້​ໄດ້ ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 15 ທັນ​ວາ 2012 ຊຶ່ງ​ເປັນ​ມື້​ທີ່​ທ່ານ​ສົມ​ບັດ​ ຖືກ​ລັກ​ພາ​ຕົວ​ໄປ​ຈາກ​ປ້ອມ​ຕຳຫລວດ​ໃນ​ເຂດ​ນະຄອນຫລວງ​ວຽງ​ຈັນ.

ກ່ອນ​ໜ້າ​ນີ້ ພັນ​ເອກ​ ​ເພັງ​ສະຫວັນ ທິບ​ພະ​ວົງ​ໄຊ ຮອງ​ຫົວ​ວໜ້າ​ກົມ​ໃຫຍ່​ຕຳຫລວດ ກະຊວງ​ປ້ອງ​ກັນ​ຄວາມ​ສະ​ງົບ​ພາຍ​ໃນ ກໍ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ທ່າ​ງການ​ລາວ​ໄດ້​ດຳ​ເນີນ​ການ​ສືບສວນ​ສອບ​ສວນ ​ເພື່ອ​ຄົ້ນຫາ​ຄວາມ​ຈິງ​ກ່ຽວ​ກັບ​ກໍລະນີ​ດັ່ງກ່າວ​ນີ້ ຢູ່​ເລື້ອ​ຍມາ ຫາກ​ແຕ່​ວ່າກໍ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ແຕ່​ຢ່າງ​ໃດ​ເລີຍ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.