ຈົດໝາຍເປີດ ເຖິງຄະນະກຳມະການຄຸ້ມຄອງ ກອງປະຊຸມອົງການຈັດຕັ້ງທາງສັງຄົມອາຊຽນ/ກອງປະຊຸມພາກປະຊາສັງຄົມອາຊຽນ (ACSC/APF)

22 ພຶສະພາ 2015
ACSC-APF

ສະມາຊິກຄະນະກຳມະການຄຸ້ມຄອງກອງປະຊຸມທີ່ຮັກແພງ,

ອີງຕາມສິ່ງທີ່ພວກເຮົາເຂົ້າໃຈ, ໃນຂະນະນີ້ ທ່ານກຳລັງປະເຊີນກັບການຕັດສິນໃຈ ວ່າຈະຈັດກອງ ປະຊຸມປະຈຳປີ 2015 ຂອງທ່ານທີ່ ສປປ ລາວ ຫຼືບໍ່. ພວກເຮົາຂໍສະເໜີປະສົບການ ແລະຄວາມເປັນ ຫ່ວງເປັນໃຍຂອງພວກເຮົາໃນເລື່ອງນີ້.

ຊ່ວງເວລາກ່ອນກອງປະຊຸມພາກປະຊາສັງຄົມເອເຊຍ-ຢູໂຣບ ຄັ້ງທີ 9 (AEPF9) ທີ່ໄດ້ຈັດຂຶ້ນໃນປີ 2012, ຫຼາຍຄົນໄດ້ຕັ້ງຄຳຖາມວ່າ ສປປ ລາວ ເປັນບ່ອນຈັດທີ່ເໝາະສົມບໍ່. ສ່ວນຄົນອື່ນ, ລວມທັງ ສົມບົດ ສົມພອນ, ຜູ້ທຳໜ້າທີ່ເປັນຜູ້ຮ່ວມຈັດຝ່າຍລາວ, ໂຕ້ວ່າ ເຖິງແມ່ນວ່າຈະມີສິ່ງທ້າທາຍຫຼາຍ ອັນ, ກອງປະຊຸມອາດເປັນໂອກາດອັນດີສຳລັບອົງການຈັດຕັ້ງທາງສັງຄົມລາວທີ່ຈະໄດ້ພັດທະນາ ຄວາມສຳພັນທັງພາຍ ແລະກັບຕ່າງປະເທດ.

AEPF-9

ຕະຫຼອດໄລຍະຂອງຂະບວນການວາງແຜນ, ສະມາຊິກ AEPF ໄດ້ຮັບການຢືນຢັນຈາກລັດຖະບານ ລາວ ວ່າຈະບໍ່ມີການແຊກແຊງໃດໆທັງນັ້ນ. ເນື້ອໃນເອກະສານທີ່ແຈກຢາຍໃຫ້ກັບຜູ້ເຂົ້າຮ່ວມກໍ່ຍັງ ລະບຸວ່າ:

AEPF9 ແນໃສ່ຮັບປະກັນສະພາບແວດລ້ອມທີ່ປອດໄພ ທີ່ຜັກດັນການຮຽນຮູ້ ແລະການທົບທວນ, ແລະສະໜອງ ພື້ນທີ່ໃຫ້ກັບການແລກປ່ຽນທີ່ເປີດເຜີຍ, ເຄົາຣົບເຊິ່ງກັນ ແລະກັນ, ມີຄວາມຫຼາກຫຼາຍ, ແລະສ້າງສັນ. ພວກເຮົາສະໜັບສະໜຸນ ຄວາມສາມັກຄີ, ຄວາມເຫັນອົກເຫັນໃຈ, ແລະຄວາມເຂົ້າ ໃຈ, ໃນຂະນະທີ່ຮັບຮູ້ເຖິງຈຸດແຂງຂອງຄວາມຫຼາກຫຼາຍ ແລະຄວາມສາມັກຄີ ເພື່ອການພັດທະນາທີ່ ສັນຕິ ແລະຍືນຍົງ.

ໜ້າເສຍດາຍທີ່ຄວາມເປັນຈິງປາກົດອອກມາຕ່າງຈາກນັ້ນ. ພະນັກງານລັດຖະບານ ມີໜ້າຢູ່ທຸກງານ, ຫຼາຍຄັ້ງສວມບົດບາດເປັນປະຊາຊົນ. ຜູ້ເຂົ້າຮ່ວມຄົນລາວທີ່ກ່າວຄຳເຫັນຂອງຕົນ ຫຼາຍຄັ້ງຖືກຕໍ່ວ່າ ຫຼືຕຳໜິ, ແລະມີກໍລະນີໜຶ່ງທີ່ຖືກດ່າ ແລະຮັບຂໍ້ຄວາມຂູ່ເຂັ້ນ. ການແປພາສາຈາກພາສາລາວ ຫຼືເປັນ ພາສາລາວ ຫຼາຍຄັ້ງແມ່ນຖືກຄັດຈ້ອນ ຫຼືບິດເບືອນ, ແລະການແຈກຢາຍເອກະສານສຳຄັນກໍ່ຖືກ ຫ້າມ.

ນອກຈາກນັ້ນ, ການລ່ວງລະເມີດຕໍ່ຜູ້ເຂົ້າຮ່ວມຍັງສືບຕໍ່ພາຍຫຼັງກອງປະຊຸມແລ້ວ, ແລະລາມໄປຮອດ ບ້ານເກີດເມືອງນອນຂອງເຂົາເຈົ້າ. ສົມບັດ ໄດ້ຕິດຕາມບັນຫາເຫຼົ່ານີ້ ແລະຍົກບັນຫາຂຶ້ນສູ່ຄູ່ຮ່ວມ ງານພາກລັດ ກ່ອນທີ່ເພິ່ນຈະຖືກລັກພາຕົວ.

ຕໍ່ມາ, ຄະນະກຳມະການຈັດຕັ້ງ AEPF9 ສາກົນ ໄດ້ອອກຖະແຫຼງການ ທີ່ມີເນື້ອໃນສ່ວນໜຶ່ງວ່າ:

…ທາງຄະນະກຳມະການຂອງ AEPF ຈຳເປັນຕ້ອງໄດ້ກ່າວວ່າ ສິ່ງທີ່ເກີດຂຶ້ນກັບ AEPF9 ໃນ ລາວ ເປັນອັນຕະລາຍອັນຍິ່ງໃຫຍ່. ຄວາມເປັນຈິງທີ່ຄົນລາວ ຫຼາຍຄົນກຳລັງປະເຊີນຢູ່ທຸກວັນນີ້ ແຕກໂຕນຈາກຊັບສຳນວນໃນເອກະສານ ຖະແຫຼງການວຽງຈັນ ກ່ຽວກັບການຊຸກຍູ້ການຮ່ວມມືເພື່ອ ສັນຕິ ແລະການພັດທະນາ ທີ່ໄດ້ຕົກລົງກັນໃນຕອນທ້າຍຂອງ ASEM9 ຢ່າງສິ້ນເຊີງ.

ບໍ່ເຫັນມີສະພາບແວດລ້ອມທີ່ຜັກດັນການຮຽນຮູ້ ແລະທົບທວນ, ຫຼືສະໜອງພື້ນທີ່ສຳລັບການແລກ ປ່ຽນທີ່ເປີດເຜີຍ, ນັບຖືເຊິ່ງກັນ ແລະກັນ, ມີຄວາມຫຼາກຫຼາຍ ຫຼືສ້າງສັນ.

ຖະແຫຼງການສະບັບເຕັມ ໂດຍຄະນະກຳມະການຈັດຕັ້ງ AEPF9 ສາກົນ ທີ່ໄດ້ສົ່ງເຖິງ ຄະນະກຳມະ ການຈັດຕັ້ງ AEPF ຝ່າຍລາວ ແລະລັດຖະບານລາວ ແມ່ນສາມາດອ່ານໄດ້ທີ່: http://www.aepf.info/aepf9/99-aepf9-reflections-and-lesson-learning ແລະຂໍ້ມູນເພີ່ມ ເຕີມກ່ຽວກັບຄະນະຜູ້ແທນ ສາມທ່ານ ທີ່ຕ້ອງຕິດຕາມ ແມ່ນສາມາດອ່ານໄດ້ທີ່: https://www.sombath.org/lo/tag/parliamentary-delegations-lo/

ຕົວຊີ້ວັດທີ່ອອກມາຫວ່າງມໍ່ໆນີ້ຊີ້ໃຫ້ເຫັນວ່າສະພາບການໄດ້ເຮວຮ້າຍກວ່າເກົ່າ. ສົມບັດ ຍັງບໍ່ຄືນຫາ ຄອບຄົວເພິ່ນຢ່າງປອດໄພເທື່ອ, ແລະສຳນັກງານຂ້າຫຼວງໃຫຍ່ດ້ານສິທິມະນຸດຂອງອົງການສະຫະ ປະຊາຊາດ ແລະອົງການດ້ານສິທິມະນຸດສາກົນຫຼາຍແຫ່ງ ໄດ້ກ່າວວ່າການລັກພາຕົວເພິ່ນ ເປັນການ ບັງຄັບໃຫ້ສູນຫາຍ.

ລັດຖະບານລາວ ຍັງສືບຕໍ່ອ້າງວ່າກຳລັງສືບສວນການຫາຍສາບສູນຂອງສົມບັດ ຢ່າງຈິງຈັງ, ແຕ່ຍັງ ບໍ່ເຜີຍຜົນຫຍັງອອກມາ, ນອກຈາກວ່າຕົນບໍ່ໄດ້ມີສ່ວນກ່ຽວຂ້ອງ. ປະຕິກິລິຍາຂອງສາກົນຕໍ່ກັບການ ຫາຍສາບສູນຂອງເພິ່ນບໍ່ໄດ້ຖືກກ່າວຢູ່ໃນສື່ຂອງລາວເລີຍ, ແລະອົງການຈັດຕັ້ງທາງສັງຄົມລາວ ສ່ວນຫຼາຍ ບໍ່ກ້າແມ່ນແຕ່ຈະກ່າວຊື່ຂອງເພິ່ນໃນສະຖານທີ່ສາທາລະນະ.

ການມີສ່ວນຮ່ວມຂອງລາວ ໃນ AEPF10 ທີ່ມິລານ, ລວມທັງການແລກປ່ຽນ ແລະສົນທະນາທີ່ ASCS/APF ປີກາຍນີ້ທີ່ຢ້າງກຸ້ງ, ແລະຫວ່າງມໍ່ໆມານີ້ທີ່ ກົວລາ ລຳເປີ ກໍ່ມີຂໍ້ຈຳກັດຫຼາຍ. ອົງການ ຈັດຕັ້ງທາງສັງຄົມຂອງລາວ ສ່ວນຫຼາຍບໍ່ຢາກຮອດເຂົ້າຮ່ວມ, ຢ່າວ່າແຕ່ປະກອບສ່ວນໃນການສົນ ທະນາກ່ຽວກັບບັນຫາລະອຽດອ່ອນເລີຍ.

ພວກເຮົາຍິ່ງຕົກໃຈທີ່ໄດ້ຮູ້ວ່າ ຄົນທີ່ສະແດງຕົວວ່າ ເປັນຕາງໜ້າໃຫ້ອົງການຈັດຕັ້ງທາງສັງຄົມຂອງ ລາວ ໄດ້ພະຍາຍາມຖອດຂໍ້ຄວາມທີ່ກ່ຽວພັນເຖິງສົມບົດ, ປະຊາຊົນທ້ອງຖິ່ນ, ກຸ່ມທາງເພດທີ່ຫຼາກ ຫຼາຍ, ແລະລະບົບຫຼາຍພັກການເມືອງອອກຈາກຖະແຫຼງການຕໍ່ກອງປະຊຸມ ACSC/APF 2015.

ຈາກປະສົບການໃນອາດີດ, ບວກກັບສິ່ງທີ່ເກີດຂຶ້ນໃນມໍ່ໆນີ້, ພວກເຮົາຂໍແນະນຳໃຫ້ຍຸຕິການຈັດ ACSC/APF 2016 ໃນ ສປປ ລາວ ເປັນທີ່ສຸດ.

ເຫັນໄດ້ແຈ້ງວ່າ ຈະບໍ່ມີໂອກາດທີ່ປະຊາຊົນ ແລະອົງການຈັດຕັ້ງທາງສັງຄົມລາວ ຈະໄດ້ປະກອບ ສ່ວນຢ່າງມີຄວາມໝາຍໃນງານນີ້. ທີ່ສຳຄັນກວ່ານັ້ນ, ພວກເຮົາເປັນຫ່ວງຢ່າງຍິ່ງວ່າ ຖ້າມີໃຜທີ່ເຂົ້າ ຮ່ວມຢ່າງເຕັມທີ່, ທີ່ສະແດງຄຳເຫັນ, ຫຼືແຈ້ງຄວາມກັງວົນຂອງຕົນ ອາດໄດ້ຮັບຜົນກະທົບທາງລົບ.

ການຕັດສິນໃຈຂອງທ່ານ ເປັນຄວາມຮັບຜິດຊອບອັນຍິ່ງໃຫຍ່. ພວກເຮົາຈິ່ງຢາກຂໍການພິຈາລະນາ ຢ່າງຈິງຈັງຈາກທ່ານ ຕໍ່ກັບຄວາມສ່ຽງທີ່ຈະຕາມມາ ຕາມທາງຄວນດ້ວຍ.

ຂໍຂອບໃຈ.

ສຳລັບຄະນະກຳມະການຈັດຕັ້ງ AEPF ສາກົນ:

  • Charles Santiago
  • Pietje Vervest
  • Tina Ebro

ສຳລັບຄະນະຜູ້ແທນຕິດຕາມ ເດືອນມັງກອນ 2013 ສູ່ ສປປ ລາວ:

  • Walden Bello, former Congressman, Akbayan Party, the Philippines
  • Charles Santiago, Member of Parliament, Democratic Action Party, Malaysia & Chair, ASEAN Parliamentarians for Human Rights

ສຳລັບຄະນະຜູ້ແທນຕິດຕາມ ເດືອນມີນາ 2013 ສູ່ ສປປ ລາວ:

  • Tuur Elzinga, Senator, the Netherlands
  • Andy Rutherford, AEPF International Organising Committee

ສຳລັບຄະນະຜູ້ແທນຕິດຕາມ ເດືອນສິງຫາ 2013 ສູ່ ສປປ ລາວ:

  • Mugiyanto, Senior Program Officer for Human Rights and Democracy, International NGO Forum On Indonesian Development
  • Paul-Emile Dupret, Lawyer, Belgium

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.