ບໍ່ມີຄວາມເອົາໃຈໃສ່ຈາກລັດຖະບານຈັກໜ້ອຍ…

Charles Santiago-FCCT

“ມື້ວານນີ້ ແມ່ນຄົບຮອບໜຶ່ງເດືອນຂອງການຫາຍຕົວໄປຂອງສົມບັດ… ເມຍຂອງລາວຖືກເອີ້ນໄປ ລົມກັບຕຳຫຼວດ ເພື່ອເປັນສ່ວນໜຶ່ງຂອງຂະບວນການສືບສວນ. ນາງໄປຮອດສະຖານີຕຳຫຼວດຕອນ 9 ໂມງເຊົ້າ, ແລ້ວຄຳຖາມທີ່ເພິ່ນຖາມນາງ, ພາຍຫຼັງຈາກການສືບສວນມາໄດ້ໜຶ່ງເດືອນ, ແມ່ນ: “ເຈົ້າສົມລົດກັບສົມບັດ ເມື່ອໃດ? ພວກເຈົ້າພົບກັນໄດ້ແນວໃດ? ພວກເຈົ້າອາໄສຢູ່ໃສ, ມີລູກບໍ່?” … ແລ້ວການສອບຖາມກໍ່ຈົບລົງ, ແລະການສືບສວນກໍ່ແມ່ນດຳເນີນໂດຍເຈົ້າໜ້າທີ່ຂັ້ນຕົ້ນສຸດຂອງສະ ຖານີຕຳຫຼວດ ແຫ່ງນັ້ນ.

ສິ່ງນີ້ ກໍ່ໃຫ້ເກີດຄຳຖາມສຳຄັນຂຶ້ນມາ. ຂໍ້ທຳອິດແມ່ນ ມັນໄດ້ຍົກປະເດັນທີ່ວ່າ, ພາຍຫຼັງຈາກໜຶ່ງ ເດືອນ ເຈົ້າເອີ້ນເມຍລາວມາ ແລ້ວເວົ້າວ່າ “ພວກເຈົ້າເອົາກັນມື້ໃດ, ຫຼືພົບກັນຄັ້ງທຳອິດເມື່ອໃດ?” ເຊິ່ງສະແດງໃຫ້ເຫັນວ່າຕຳຫຼວດ ແລະຄະນະບໍລິຫານປະເທດ ບໍ່ໄດ້ມີຄວາມສົນໃຈເລີຍ, ບໍ່ມີຄວາມ ເອົາໃຈໃສ່ ທີ່ຈະຄົ້ນຫາຮາກເຫງົ້າຂອງປັນຫານີ້. ບໍ່ມີຄວາມສົນໃຈເລີຍ, ແລະບໍ່ມີຄວາມເອົາໃຈໃສ່ ທີ່ ຈະແກ້ບັນຫານີ້, ຍົກເວັ້ນແຕ່ເວົ້າໃນທຸກໆກອງປະຊຸມວ່າ “ພວກເຮົາຢາກເຂົ້າໃຫ້ເຖິງຮາກເຫງົ້າຂອງ ປັນຫາ ເພາະວ່າຄວາມເຊື່ອໝັ້ນຕໍ່ປະເທດລາວ ໄດ້ຖືກກະທົບ, ສະນັ້ນ ພວກເຮົາຈິ່ງຢາກແກ້ໄຂປັນຫາ ນີ້ໃຫ້ໄວເທົ່າທີ່ຈະໄວໄດ້.”

ແຕ່ເມື່ອຖືກຖາມກ່ຽວກັບການສືບສວນ, ພັດບໍ່ມີຫຍັງຄືບໜ້າ, ແລະຄຳເວົ້າອັນເກົ່າກໍ່ລຸຫຼັ່ງອອກມາຢູ່ ຄືແນວນັ້ນ.

ຊາລ ຊານທີເອໂກ (Charles Santiago), ສະມາຊິກສະພາມາເລເຊຍ, ທີ່ກອງປະຊຸມຖະແຫຼງຂ່າວທີ່ FCCT ພາຍຫຼັງຈາກ ທີ່ໄດ້ເດີນທາງໄປລາວ ໃນເດືອນມັງກອນ 2013.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.