ອອກສຽງ!

Logo-Speak Out

 

ບໍ່ມີຫຍັງທີ່ຈະສ້າງຄວາມເຂັ້ມແຂງໃຫ້ກັບ ອຳນາດການປົກຄອງ ໄດ້ດີເທົ່າກັບ ຄວາມງຽບ (ຂອງປະຊາຊົນ).

ລີໂອນາໂດ ດາ ວິນຊີ

ໃນຂະນະທີ່ອຳນາດການປົກຄອງໄດ້ປິດສຽງຂອງສົມບັດ, ຂໍຄວາມກະລຸນາທຸກຄົນມາຊ່ວຍປະຄັບ ປະຄອງສຽງ ແລະວິໄສທັດຂອງເພິ່ນໄວ້ ເພື່ອປະເທດ ແລະປະຊາຊົນຂອງເພິ່ນ.

ທ່ານສາມາດຂຽນຈົດໝາຍເຖິງສົມບັດ. ລາຍລະອຽດສາມາດເບິ່ງໄດ້ທີ່ນີ້, ແລະຕົວຢ່າງທີ່ນີ້. ຂໍ້ຄວາມ ສັ້ນກໍ່ສາມາດສົ່ງໄດ້, ຄືດັ່ງຕົວຢ່າງເຫຼົ່ານີ້ທີ່ໄດ້ສົ່ງໃຫ້ ຕົ້ນໄມ້ບັນດານໃຈ.

ຈົດໝາຍ ແລະຂໍ້ຄວາມສັ້ນ ຄວນເປັນສິ່ງທີ່ກ່ຽວກັບສົມບັດ, ວຽກຂອງເພິ່ນ, ແນວຄວາມຄິດຂອງ ເພິ່ນ, ຫຼືຄວາມໝາຍຂອງສິ່ງເຫຼົ່ານີ້ສຳລັບທ່ານ. ການຂຽນອາດເປັນພາສາລາວ ຫຼືອັງກິດ. ຈົດໝາຍ ສາມາດຍາວໄດ້ເຖິງ 500 ຄຳ, ຂໍ້ຄວາມສັ້ນ 50 ຄຳ.

ຈົດໝາຍ ແລະຂໍ້ຄວາມສັ້ນຄວນສ່ອງແສງເຖິງວິທີການເຮັດວຽກຂອງສົມບັດ: ຂໍ້ຄວາມດ້ານບວກທີ່ ສະແດງເຖິງຄວາມເອົາໃຈໃສ່ ຈະໄດ້ຮັບການພິຈາລະນາເປັນພິເສດ ກວ່າອັນທີ່ເປັນດ້ານລົບ ຫຼືກ່າວ ໂທດ.

ຈົດໝາຍ ແລະຂໍ້ຄວາມ ຄວນສົ່ງຫາ [email protected]. ຖ້າເປັນໄປໄດ້, ກະລຸນາສົ່ງຊື່ເຕັມຂອງ ທ່ານມາພ້ອມ. ແຕ່ທ່ານກໍ່ສາມາດສົ່ງມາແບບນິລະນາມ ຫຼືໃສ່ນາມປາກກາກໍ່ໄດ້ຖ້າຈຳເປັນ.

ຈົດໝາຍ ແລະຂໍ້ຄວາມສັ້ນທີ່ຖືກຄັດເລືອກຈະໄດ້ຖືກນຳລົງເວັບໄຊ Sombath.org. ແຕ່ລາຍລະອຽດຂອງທ່ານຈະບໍ່ໄດ້ຖືກ ເອົາລົງ.

One Reply to “ອອກສຽງ!”

  1. ການທີ່ຈະພັດທະນາປະເທດຊາດຫລືພັດທະນາອົງກອນໃດ໋ຫນຶ່ງ,ຫລືຈະເປັນການພັດທະນາຊຸມຊົນ,ຫລືພັດທະນາຕົນເອງກໍ່ຕາມ ການສຶກສາແລະຄວາມຮູ້ຄວາມສາມາດ,ຄວາມເຂົ້າໃຈ,ເປັນປັດໃຈຫລັກໆທີ່ຜູ້ພັດທະນາຄວນມີແລະເຂົ້າໃຈເປັນຢ່າງດີ.

    ບໍ່ວ່າຈະພັດທະນາສິ່ງໃດ໋ໆກໍ່ຕາມ,ການສຶກສາຄວນຈະໄດ້ຮັບການພັດທະນາເປັນຈຸດຫນັກ,ເພື່ອສຶກສາໃຫ້ປຊຊມີຄວາມຮູ້ຮອບດ້ານແລະຮອບຕົວ,ເພື່ອປຊຊຈະໄດ້ນຳໃຊ້ຄວາມຮູ້ນັ້ນໆເຂົ້າໃນການນຳໃຊ້ຊີວິດແລະສາມາດໃຊ້ພັດທະນາຊຸມຊົນທີ່ຕົນຢູ່ໃຫ້ພັດທະນາຈົນຈະເຣີນແລະກ້າວຫນ້າທຽມທັນເທົ່າກັບບັນດາຂົງເຂດທີ່ຈະເຣີນແລະພັດທະນາແລ້ວ,ຫລືທຽມທັນກັບປະເທດເພື່ອນບ້ານ.

    ດຶກ,ອະດີດມືກິຕ້າ,ນັກກິລາຄິກບັ໊ອກຊິ້ງ,ນັກສະແດງສະຕັ້ນຕ໌,ສິລະປິນອິສລະ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.