ບົດຄຳເຫັນ ສະແດງຄວາມເປັນຫ່ວງ ຕໍ່ ສປປ ລາວ ແລະ ACSC/APF 2016

ACSC-APFເຖິງ ຄະນະກຳມະການຂັ້ນພາກພື້ນຂອງ ACSC/APF 2015 ມາເລເຊຍ

Mr. Jerald Joseph, Malaysia, RSC Chair
Pengiran Datin Paduka Hajah Mariam Pg Hj Matarsat, Brunei Darussalam, RSC Member Mr. Pen Somony, Cambodia, RSC Member
Ms. Mida Saragih, Indonesia, RSC Member
Dr. Maydom Chanthanasinh, Lao PDR, RSC Member
Mr. Aung Myo Min, Myanmar, RSC Member
Mr. Eduardo C. Tadem, Philippines, RSC Member
Mr. Soe Min Than, Singapore, RSC Member
Ms. Wanun Permpibul, Thailand, RSC Member
Ms. Nguyen Thi Hoang Van, Vietnam, RSC Member
Ms. Reileen Dulay, Regional, RSC Member
Ms. Nalini Singh, Regional, RSC Member
Mr. Gus Miclat, Regional, RSC Member

sapaພວກຂ້າພະເຈົ້າ ທີ່ລົງລາຍເຊັນຂ້າງລຸ່ມນີ້ ແມ່ນອົງການຈັດຕັ້ງທາງສັງຄົມ, ເຄືອຂ່າຍ, ແລະພັນທະ ມິດ ລະດັບຊາດ, ພາກພື້ນ, ແລະສາກົນ ທີ່ເຮັດວຽກໃນບັນດາປະເທດເອເຊຍຕາເວັນອອກສຽງໃຕ້, ແລະທັງເປັນຜູ້ຊຸກຍູ້ຂະບວນການຈັດຕັ້ງກອງປະຊຸມອົງການຈັດຕັ້ງທາງສັງຄົມອາຊຽນ ແລະກອງປະ ຊຸມ ປະຊາຊົນອາຊຽນ (ACSC/APF) ຕະຫຼອດໄລຍະ 10 ຜ່ານມາ, ຈາກ 2005 ຫາ 2015. ພ້ອມ ກັນກັບທ່ານ, ພວກຂ້າພະເຈົ້າມຸ່ງໝັ້ນໃນການສົ່ງເສີມ ACSC/APF ໃຫ້ເປັນຂະບວນການທີ່ຂັບ ເຄື່ອນ ໂດຍອົງການຈັດຕັ້ງທາງສັງຄົມ, ມີອິສະຫຼະ, ແລະເປັນບ່ອນທີ່ເປີດຮັບເອົາການສ້າງຊຸມຊົນ ແລະຄວາມສາມັກຄີກັນລະຫວ່າງປະຊາຊົນເອເຊຍຕາເວັນອອກສຽງໃຕ້.

ເຖິງແມ່ນວ່າພວກຂ້າພະເຈົ້າໄດ້ສະແດງຄວາມມຸ່ງໝັ້ນຕໍ່ຂະບວນການ ACSC/APF ຜ່ານມາໂດຍ ຕະຫຼອດ, ພວກຂ້າພະເຈົ້າຍັງຢາກຂໍສະແດງຄວາມກັງວົນຕື່ມອີກ ຕໍ່ກັບສະພາບຄວາມເປັນປະຊາທິ ປະໄຕ ແລະສິທິມະນຸດໃນ ສປປ ລາວ, ແລະຄວາມຫຍຸ້ງຍາກທີ່ພວກຂ້າພະເຈົ້າມອງເຫັນໃນການ ຈັດກອງປະຊຸມ ACSC/APF ໃນ ສປປ ລາວ ໃນປີ 2016 ນີ້.

ໃນລະຫວ່າງກອງປະຊຸມປຶກສາຫາລື ກ່ອນ ແລະລະຫວ່າງກອງປະຊຸມ APF 2015, ໂດຍສະເພາະ ໃນລະຫວ່າງກອງປະຊຸມຄະນະຈັດກອງປະຊຸມຂັ້ນພາກພື້ນຄັ້ງທີ 3 ໃນເດືອນມີນາ 2015, ກຸ່ມອົງ ການຈັດຕັ້ງທາງສັງຄົມລາວ ໄດ້ສະແດງຄວາມບໍ່ເຫັນດີຕໍ່ຈຸດຢືນຂອງ ACSC/APF ຕໍ່ບັນຫາ (1) ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ/ຮັກຮ່ວມເພດ ຊາຍ/ຍິງ, ຮັກຫຼາຍເພດ, ແປງເພດ, ອະເພດ, (2) ຄົນພື້ນເມືອງ ແລະເຂື່ອນ, (3) ລະບົບການເມືອງຫຼາຍພັກ ແລະປະຊາທິປະໄຕ, ແລະ (4) ການ ຫາຍສາບສູນຂອງທ່ານ ສົມບັດ ສົມພອນ. ດຣ ໄມດົມ ຈັນທະນະສິນ, ຜູ້ຕາງໜ້າຝ່າຍລາວ ໃນຄະ ນະກຳມະການຂັ້ນພາກພື້ນ, ໄດ້ຢືນຢັນໃນກອງປະຊຸມປຶກສາຫາລືຂອງຄະນະຈັດກອງປະຊຸມຂັ້ນ ພາກພື້ນ ວ່າການສົນທະນາໃນຫົວຂໍ້ເຫຼົ່ານີ້ ຈະເກີດຂຶ້ນບໍ່ໄດ້ໃນລາວ.

ໂດຍອີງໃສ່ຈຸດນີ້, ພວກຂ້າພະເຈົ້າມອງເຫັນ ແລະມີເຫດຜົນພຽງພໍທີ່ຈະເຊື່ອວ່າ ການສົນທະນາຢ່າງ ອິສະຫຼະ ແລະການແລກປ່ຽນກ່ຽວກັບບັນຫາສຳຄັນໆ ຂອງພາກພື້ນ ເຊັ່ນ ຄວາມສະເໝີພາບ ແລະ ຄວາມຫຼາກຫຼາຍ, ໂຄງການພັດທະນາ ແລະຜົນກະທົບຕໍ່ປະຊາຊົນ ແລະສິ່ງແວດລ້ອມ, ອິສະລະ ພາບ ແລະສິທິມະນຸດ, ຈະບໍ່ສະມາດເກີດຂຶ້ນໄດ້ໃນລາວ.

ໂດຍອີງໃສ່ປະສົບການທີ່ຜ່ານມາໃນກອງປະຊຸມປະຊາຊົນເອເຊຍ-ຢູໂຣບ (AEPF9), ພວກຂ້າພະ ເຈົ້າ ບໍ່ເຫັນຄວາມໝັ້ນໃຈຈາກອົງການຈັດຕັ້ງທາງສັງຄົມທີ່ສັງກັດໃນລາວ ເລີຍວ່າການຈັດກອງປະ ຊຸມ ACSC/APF 2016 ໃນລາວ ຈະບໍ່ຖືກລົບກວນຈາກປັນຫາທີ່ຄ້າຍຄືກັບທີ່ໄດ້ປະເຊີນມາແລ້ວ ໃນກອງປະຊຸມ AEPF9.

ພວກຂ້າພະເຈົ້າໝັ້ນໃຈວ່າ ກອງປະຊຸມ ACSC/APF 2016 ຈະບໍ່ແມ່ນອົງການຈັດຕັ້ງທາງສັງຄົມ ລາວ ເປັນຜູ້ຈັດ. ແຕ່ລັດຖະບານລາວ ຈະຄວບຄຸມທຸກຢ່າງໃນກອງປະຊຸມ ACSC/APF 2016, ເຊິ່ງກົງກັນຂ້າມກັບຈິດໃຈຂອງງານທີ່ຄວນຈະເປັນອົງການຈັດຕັ້ງທາງສັງຄົມເປັນຜູ້ຈັດ. ເຖິງແມ່ນວ່າ ຜູ້ຕາງໜ້າອົງການຈັດຕັ້ງທາງສັງຄົມຈາກລາວ, ຫຼືລັດຖະບານລາວ ຈະຈິງໃຈໃຊ້ໂອກາດນີ້ເພື່ອດຶງ ເອົາຄວາມເຊື່ອຖືໃນການຈັດງານລັກສະນະ ACSC/APF ນີ້ຄືນມາ, ພວກເພິ່ນກໍ່ຍັງຕ້ອງໄດ້ແກ້ໄຂ ມາຕະການທີ່ຈະປ້ອງກັນການລ່ວງລະເມີດ ໂດຍທີ່ບໍ່ຕ້ອງໄດ້ຮັບໂທດ ຂອງພະນັກງານລັດໃນລະ ຫວ່າງ ແລະພາຍຫຼັງກອງປະຊຸມ AEPF9 ທີ່ຜ່ານມາ.

ບັນຫາການລັກພາຕົວທ່ານ ສົມບັດ ສົມພອນ, ແລະສິ່ງທີ່ເກີດຂຶ້ນອ້ອມແອ້ມກອງປະຊຸມ AEPF9, ໂດຍສະເພາະການທີ່ລັດຖະບານລາວ ບໍ່ປະຕິບັດຕາມຄຳສັນຍາທີ່ຈະອະນຸຍາດໃຫ້ງານນີ້ຈັດຂຶ້ນ ຢ່າງມີອິສະຫຼະ, ປາສະຈາກການແຊກແຊງ, ລ້ວນແຕ່ແມ່ນສັນຍານເຕືອນກ່ຽວກັບສະພາບຂອງອົງ ການຈັດຕັ້ງທາງສັງຄົມລາວໃນປະຈຸບັນ, ລວມທັງທັດສະນະຂອງລັດຖະບານລາວ ຕໍ່ກັບອົງການຈັດ ຕັ້ງທາງສັງຄົມ ແລະວຽກຖືກກົດໝາຍທີ່ເຂົາເຈົ້າເຮັດ. ການທີ່ອົງການຈັດຕັ້ງທາງສັງຄົມລາວ ບໍ່ເຕັມ ໃຈ ທີ່ຈະເຂົ້າຮ່ວມ, ລວມເຖິງຄວາມບໍ່ອາດສາມາດທີ່ຈະເຂົ້າຮ່ວມໄດ້ ໃນສະພາບພາຍຫຼັງກອງປະ ຊຸມ AEPF9 ນີ້, ເນັ້ນໜັກໃຫ້ເຫັນຢ່າງຈະແຈ້ງເຖິງຜົນສະທ້ອນຈາກເຫດການສະຫຼົດທີ່ເກີດຂຶ້ນຂອງ ກອງປະຊຸມ AEPF9. ພວກເຮົາບໍ່ຄວນຖືເບົາຕໍ່ຄວາມເປັນຈິງກ່ຽວກັບຄວາມຢ້ານກົວທີ່ແຜ່ຫຼາຍໃນ ວົງການອົງການຈັດຕັ້ງທາງສັງຄົມລາວ ຕໍ່ການເວົ້າກ່ຽວກັບບັນຫາລະອຽດອ່ອນ ເຊັ່ນ ສົມບັດ ແລະ ການລັກພາຕົວ, ປະຊາຊົນພື້ນເມືອງ, ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ, ລະບົບການເມືອງຫຼາຍ ພັກ ແລະປະຊາທິປະໄຕ.

ບົດຄຳເຫັນຈາກຄະນະກຳມະການຈັດຕັ້ງສາກົນຂອງ AEPF ແລະບົດຄຳເຫັນອື່ນໆຂອງອົງການ ຈັດຕັ້ງທາງສັງຄົມສາກົນ ທີ່ຖືກໄລ່ອອກຈາກປະເທດ ຄວນເປັນສິ່ງເຕືອນໃຈຕໍ່ການມີສ່ວນຮ່ວມຂອງ ລັດ ໃນສະຖານະການທີ່ໜ້າເປັນຫ່ວງໃນປະຈຸບັນ ກ່ຽວກັບການລະເມີດສິທິມະນຸດ ແລະອັນຕະ ລາຍ ທີ່ມີຕໍ່ອົງການຈັດຕັ້ງທາງສັງຄົມໃນລາວ.

ເມື່ອພິຈາລະນາເຖິງບັນຫາທີ່ກ່າວມາຂ້າງເທິງ, ພວກຂ້າພະເຈົ້າມອງບໍ່ເຫັນຄວາມເປັນໄປໄດ້ທີ່ຈະ ຈັດກອງປະຊຸມ ACSC/APF ໄດ້ຢ່າງອິສະຫຼະໃນລາວ, ແລະຈະເປັນໄປບໍ່ໄດ້ເລີຍທີ່ຈະປະຕິບັດ ຕາມຂໍ້ຕົກລົງກ່ຽວກັບຮູບແບບການມີສ່ວນຮ່ວມ ແລະແນວທາງຫຼັກການທີ່ໄດ້ລະບຸໄວ້ໃນກອງປະ ຊຸມ ACSC/APF 2015.

ພວກຂ້າພະເຈົ້າ, ອົງການຈັດຕັ້ງທາງສັງຄົມໃນເອເຊຍຕາເວັນອອກສຽງໃຕ້, ຫວັງວ່າ ທາງຄະນະກຳ ມະການຂັ້ນພາກພື້ນຂອງ ACSC/APF 2015 ຈະຊີ້ນຳ ແລະສະໜອງຄຳຕອບຕໍ່ຄຳຖາມລຸ່ມນີ້ ໃຫ້ ກັບຊຸມຊົນ ACSC/APF, ເຊິ່ງເປັນສິ່ງສຳຄັນຕໍ່ວິກິດໃນປະຈຸບັນໃນລາວ, ແລະເປັນສິ່ງສຳຄັນຕໍ່ກັບ ການກ້າວໄປຂ້າງໜ້າຂອງ ACSC/APF:

  • ພວກເຮົາຈະຍອມຮັບກອງປະຊຸມ ACSC/APF ທີ່ບໍ່ໄດ້ຖືກຈັດຕັ້ງຢ່າງມີອິສະຫຼະ ໂດຍອົງ ການຈັດຕັ້ງທາງສັງຄົມໃນພາກພື້ນບໍ? ພວກເຮົາຈະຍອມຮັບການຄວບຄຸມ, ທັງທີ່ເຫັນໄດ້ ແລະທີ່ບໍ່ເຫັນໄດ້, ຈາກລັດຖະບານລາວ ໃນຂະບວນການນີ້ບໍ?
  • ພວກເຮົາເຂົ້າໃຈເຖິງຄວາມສ່ຽງ ແລະອັນຕະລາຍຕໍ່ຜູ້ເຂົ້າຮ່ວມ ຢ່າງເລິກເຊິ່ງແລ້ວບໍ, ໂດຍ ສະເພາະຕໍ່ກັບຜູ້ເຂົ້າຮ່ວມຝ່າຍລາວ,​ຈາກການຈັດກອງປະຊຸມ ACSC/APF ໃນລາວ?
  • ພວກເຮົາຍິນດີທີ່ຈະດຶງສິດໃນການອອກສຽງຈາກຜູ້ເຂົ້າຮ່ວມ ແລະຊຸມຊົນຄົນທີ່ມີຄວາມ ຫຼາກຫຼາຍທາງເພດ, ຄົນພື້ນເມືອງ, ກຸ່ມສິ່ງແວດລ້ອມ, ນັກຕໍ່ຕ້ານເຂື່ອນ, ນັກສົ່ງເສີມປະຊາ ທິປະໄຕ, ແລະນັກປົກປ້ອງສິທິມະນຸດ, ຄອບຄົວຂອງນັກໂທດ ແລະຜູ້ທີ່ຫາຍສາບສູນ, ໂດຍ ການຈັດກອງປະຊຸມ ACSC/APF ໃນລາວບໍ?
  • ເຖິງແມ່ນວ່າພວກເຮົາຈະຢາກປະຕິບັດຕາມແນວຄວາມຄິດດ້ານການສ້າງຜົນປະໂຫຍດໃຫ້ປະຊາຊົນລາວ ໃນປະເທດລາວ, ແລະສະໜັບສະໜຸນອົງການຈັດຕັ້ງທາງສັງຄົມລາວ, ພວກ ເຮົາພ້ອມທີ່ຈະເສຍສະຫຼະຄວາມຖືກຕ້ອງຂອງຂະບວນການຂອງ ACSC/APF ໃນລາວ ແລະເສຍສະຫຼະການປະຕິບັດຕາມແນວທາງຫຼັກການ ແລະຮູບແບບການຮ່ວມມືຂອງ ACSC/APF ບໍ?

ພວກຂ້າພະເຈົ້າຄາດວ່າ ຄຳຕອບຕໍ່ກັບຄຳຖາມຂ້າງເທິງນັ້ນ ຈະອອກມາໃນແງ່ລົບ, ສະນັ້ນ,

ພວກຂ້າພະເຈົ້າຂໍວິງວອນຕໍ່ຄະນະກຳມະການ ACSC/APF 2015 ພິຈາລະນາຢ່າງຈິງຈັງທີ່ຈະບໍ່ ຮັບຮອງເອົາການຈັດກອງປະຊຸມ ACSC/APF 2016 ໃນລາວ.

ພວກຂ້າພະເຈົ້າວິງວອນຕໍ່ຄະນະກຳມະການ ACSC/APF 2015 ໃຫ້ນຳເອົາການສົນທະນາບັນຫາ ນີ້ ກັບຄືນສູ່ກອງປະຊຸມຜູ້ນຳການເມືອງ ທັງໃນລາວ ແລະໃນພາກພື້ນ, ເພື່ອຊອກຫາທາງເລືອກອື່ນ ສຳລັບກອງປະຊຸມ ACSC/APF 2016 ນອກເໜືອຈາກປະເທດລາວ, ເພື່ອຮັບປະກັນວ່າປະຊາຊົນ ລາວ ແລະອົງການຈັດຕັ້ງທາງສັງຄົມລາວ ຈະສາມາດເຂົ້າຮ່ວມໄດ້ຢ່າງມີອິສະຫຼະ ໃນຂະບວນການ ນີ້.

10 ກັນຍາ 2015.

ອົງການຈັດຕັ້ງທີ່ລົງລາຍເຊັນ

Aliansi Masyarakat Adat Nusantara (AMAN) Aravati, Myanmar
ASEAN Parliamentarians for Human Rights (APHR) ASEAN SOGIE Caucus
Asia Democracy Network (ADN)
Asia Indigenous Peoples Network on Extractive Industries and Energy (AIPNEE) Asia Indigenous Peoples Pact (AIPP)
Asia Pacific Indigenous Youth Network (APIYN)
Asian Federation Against Involuntary Disappearances (AFAD)
Asian Forum for Human Rights and Development (FORUM-ASIA) Asian Network for Free Elections (ANFREL)
Association to Protect Religious Freedom, Vietnam
Ayar West Development Organization, Minbu, Myanmar Ayeyarwady MATA, Myanmar
BAI National Alliance of Indigenous Women, Philippines Boat People SOS (BPSOS)
Burma Partnership (BP)
Cambodia Indigenous Peoples Organization (CIPO) Cambodia Indigenous Youth Association (CIYA)
Cambodian Civil Society Working Group on ASEAN (CCWA) Cambodian Food and Service Workers’ Federation (CFSWF) Cambodian Volunteers for Society (CVS)
Cambodian Youth Network (CYN)
Capacity Building Initiative, Myanmar
Center for Sustainable Development in Mountainous Areas (CSDM), Vietnam
Civil Society Forum, Vietnam
Coalition of Cambodian Farmers Community (CCFC)
Coalition to Abolish Modern-day Slavery in Asia (CAMSA)
Colors Rainbow, Myanmar
Community Response Group (COMREG), Myanmar
Cooperation Committee for Cambodia (CCC)
Cordillera Women’s Education Action Research Center (CWEARC), Cordillera Region, Philippines
Defend the Defenders, Vietnam
ECCD Network, Pwint Phyu, Myanmar
Education Garden, Magway, Myanmar
Equality Myanmar
Farmer Rights and Development Organization, Magway, Myanmar
Focus on the Global South
Free Jonas Burgos Movement, AFAD, Philippines
Fundação Feto iha Kbiit Servisu Hamutuk (FFKSH), Timor Leste
Genuine People’s Servants (GPS), Myanmar
Green Future Environmental Activities Group, Yenangyaung, Myanmar
Green Network Sustainable Environment Group, Magway, Myanmar
Green Peasant Institute (GPI), Myanmar
Guardian Network, Pakokku, Myanmar
Hands of Unity Group, Magway, Myanmar
Harmony Volunteer Group, Magway, Myanmar
Highlander Associations (HA), Cambodia
HuMa, Indonesia
IFI Watch, Magway, Myanmar
Ikohi, AFAD, Indonesia
Imparsial, Indonesia
Indigenous Peoples Human Rights Defenders (IPHRD)
Indigenous Peoples Task Force on ASEAN
Ingyin Thar Social Service, Myo Thit, Myanmar
Innabuyog Federation of Indigenous Women in Cordillera, Philippines Institut Titian Perdamaian (ITP / Peacebuilding Institute), Indonesia International NGO Forum on Indonesian Development (INFID) International Gay and Lesbian Human Rights Commission (IGLHRC) International Network of Engaged Buddhists (INEB)
International Rivers (IR)
Internet Law Reform Dialogue (iLaw), Thailand
Jaringan Orang Asal SeMalaysia (JOAS)
Justice for Peace Foundation, AFAD, Thailand
Kachin Peace Network, Myanmar
Kachin Women Peace Network, Myanmar
Karen Environment and Social Action Network, Myanmar
Khối Nhơn Sanh (KNS) CAODAISM, Vietnam
Koalisyon ng mga Katutubo at Samahan ng Pilipinas/National Coaltion of Indigenous Peoples in the Philippines (KASAPI, Inc.)
Kontras, Indonesia
Kusog sa Katawhang Lumad sa Mindanao (KALUMARAN), Philippines
Land Core Group, Myanmar
Lands In Our Hand, Myanmar
Lighthouse, Myanmar
Local Resource Center, Myanmar
Magway EITI Watch Group, Magway, Myanmar
Magway Farmer Union, Myanmar
Magway Youth Network, Myanmar
Manaw Thukha Social Service, Yesagyo, Myanmar
MATA (Mdy working group), Myanmar
ME, Community Development Center, Magway, Myanmar
Metta Development Foundation, Myanmar
Migrant Forum in Asia (MFA)
Mintae Development Group, Mintae , Pwint Phyu, Myanmar
Myaing Youth Development Organization, Myaing, Myanmar
Myanmar China Pipeline Watch Committee
Myanmar Civil Society Coordinating Group on ASEAN
Myanmar Social Initiative Group, Magway, Myanmar
Nationalities Youth Forum, Myanmar
Organic Agro and Farmer Affair Development Group, Pwint Phyu, Myanmar Organisation for the Promotion of Kui Culture (OKC), Cambodia
Pan Pyoe Lat Social Organization, Pwint Phyu, Myanmar
Paung Ku, Myanmar
Peace and Justice, Myanmar
Peace & Open Society, Kyaukse Township, Myanmar
People’s Empowerment Foundation (PEF), Thailand Pikhumpongan Dlibon Subanen, Inc. (PDSI), Philippines Pioneer Star, Seik Phyu, Myanmar
Pyo Khinn Thit , Myanmar
Relatives Committee of the May 1992 Heroes, AFAD
Religion and Ethnic Minorities Defenders, Vietnam
SAVE Rivers, Sarawak
School for Wellbeing Studies and Research, Thailand
Shwe Ye’ Na Thar Labour Group, Yenangyaung, Myanmar
Social Care Volunteer Group, Magway, Myanmar
Solidarity for Asian Peoples’ Advocacies (SAPA) Working Group on ASEAN South East Asian Committee for Advocacy (SEACA)
Task Force Detainees of the Philippines (TFDP) The Sombath Initiative
Thirst Aid, Myanmar
Triangle Women Group, Myanmar
U Chit Maung Library and Community Forestry Group, Minhla, Myanmar United ACT, Myanmar
Vietnamese League for Human Rights in Switzerland
Vietnamese Prisoners of Conscience (FVPoC)
Vietnamese Women for Human Rights (VNWHR) VOICE Vietnam
Women for Human Rights in Vietnam (WFHR) Yayasan Lintas Nusa Batam, Indonesia
Yoema Yape, Ngaphe’, Myanmar
Youth Current Group, Taung Dwin Gyi, Myanmar

ໂດຍໄດ້ຮັບຄວາມສາມັກຄີຊ່ວຍເຫຼືອຈາກອົງການຈັດຕັ້ງໃນເອເຊຍ ແລະສາກົນ, ແລະຝ່າຍບຸກຄົນ:

Active Society Nepal (ASN), Nepal
Adivasi Women’s Network
Advocacy Forum, AFAD, Nepal
Association of Parents of Disappeared Persons, AFAD, Kashmir, India
Borok Peoples Human Rights Organisation/Borok Indigenous /Tribal Peoples Development Center (BPHRO/BITPDC), India
Chittagong Hill Tracts Citizens’ Committee (CHTCC), Bangladesh
CHT Indigenous Jumma Association Australia (CHTIJAA)
Civil Society Women Organization (CSWO), Meghalaya, North East India Conflict Victims Society for Justice, AFAD, Nepal
Defence for Human Rights, AFAD, Pakistan
Families of the Disappeared, AFAD, Sri Lanka
Finnish Asiatic Society
Indigenous Peoples Movement for Self Determination and Liberation (IPMSDL) Indigenous Women’s Forum Northeast India (IWFNEI)
International Coalition Against Enforced Disappearances (ICAED)
International Council for the Indigenous Peoples of CHT (ICIP-CHT), France Kapaeeng Foundation, Bangladesh
Karbi Human Rights Watch, NE India
Kirat Chamling Language Culture Development Association (KCLCDA), Nepal
Kirat Welfare Society (KWS), Nepal
Kirat Youth Society (KYS), Nepal
Knights for Peace, International
Kulung Mimchha Guskham (KMG), Nepal
La Voix des Jummas, France
Lawyers for the Human Rights of Nepalese Indigenous Peoples (LAHURNIP), Nepal Naga Peoples Movement for Human Rights (NPMHR), North East India
Naga Women’s Union, Manipur, India
National Indigenous Woman’s Federation (NIWF), Nepal
Nepal Federation of Indigenous Nationalities (NEFIN)
Nepal Kirat Kulung Bhasa Sanskriti Utthan Sangh (NKKBSUS)
NGO-Federation of Nepalese Indigenous Nationalities (NGO-FONIN)
North South Initiative
Odhikar, AFAD, Bangladesh
Papora Indigenous Development Association (PIDA), Taiwan/China
People Unity Youth Society (PUYS), Nepal
Youth Awareness Society Nepal (YASN)
Youth Federation of Indigenous Nationalities (YFIN), Nepal

One Reply to “ບົດຄຳເຫັນ ສະແດງຄວາມເປັນຫ່ວງ ຕໍ່ ສປປ ລາວ ແລະ ACSC/APF 2016”

  1. ຂ້າພະເຈົ້າ ສະແດງ ຄວາມ ຍິນດີ ແລະ ເຫັນ ພ້ອມ ນຳ້ ຂໍ້ ສະເໜີ ຂອງ ອົງການ. ເພາະ ຫາກວ່າ ລັດຖະບານ ລາວ ບໍ່ ຮັບຮອງ ຄວາມ ປອດໃພ ຂອງ ຜູ່ ເຂົ້າຮ່ວມ ແລະ ຜູ່ ສະໜັບ ສະໜູນ ອື່ນໆ ທີ່ຕໍ່ສູ້ ແລະ ເຜີຍແຜ່ ຮຽກຮ້ອງ ອິດສະຫລະ ພາບ ເພື່ອ ການເປັນ ຄົນ ຢ່າງ ເສຣີ ຢູ່ໃນລາວ ແລ້ວ ກໍ ບໍ່ຄວນ ມີ ກອງປະຊຸມ ດັ່ງກ່າວ ໃນລາວ. ເຖິງ ມີ ກໍ ບໍ່ມີ ຄວາມໝາຍ ເພາະ ຈະ ບໍ່ຕອບສະໜອງ ຈຸດປະສົງ ຂອງ ອົງການ. ແຕ່ ຈະ ເປັນ ເຄື່ອງມື ປາບປາມ ຂອງ ລັດຖະບານ ລາວ ຕໍ່ ປະຊາຊົນ ລາວ ຕໍ່ໃປ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.