ຜູ້ລາຍງານພິເສດຂອງສະຫະປະຊາຊາດ: ຮ່າງດຳລັດວ່າດ້ວຍອົງການຈັດຕັ້ງທາງສັງຄົມ ອາດຂັດກັບກົດໝາຍສາກົນ

UN Logoວັນທີ 29 ພຶສະພາ, ຜູ້ລາຍງານພິເສດຂອງອົງການສະຫະປະຊາຊາດດ້ານສິດເສລີພາບໃນການອອກສຽງ, ເສລີພາບໃນການໂຮມຊຸມນຸມ ແລະສະມາຄົມຢ່າງສັນຕິ, ແລະສະພາບຂອງນັກປົກປັກຮັກສາສິທິມະນຸດ ໄດ້ສົ່ງຈົດໝາຍເຖິງລັດຖະບານລາວ ເພື່ອສະເໜີກ່ຽວກັບຄວາມກັງວົນຕໍ່ກັບຮ່າງດຳລັດວ່າດ້ວຍສະມາຄົມ ແລະມູນິທິ. ສ່ວນໜຶ່ງຂອງຈົດໝາຍໄດ້ຂຽນວ່າ:

…ພວກຂ້າພະເຈົ້າມີຈຸດປະສົງນຳສະເໜີຕໍ່ບັນດາທ່ານຕາງໜ້າລັດຖະ-ບານ ຜູ້ມີກຽດ ກ່ຽວກັບຂໍ້ມູນທີ່ພວກຂ້າພະເຈົ້າໄດ້ຮັບກ່ຽວກັບຮ່າງດຳລັດວ່າດ້ວຍສະມາຄົມ ແລະ ມູນິທິ ທີ່ຈະຂັດກັບກົດໝາຍ ແລະມາດຖານສາກົນທີ່ກ່ຽວຂ້ອງກັບສິດເສລີພາບດ້ານການພົວພັນ ແລະສິດເສລີພາບດ້ານການອອກສຽງ, ຖ້າຫາກວ່າດຳລັດສະບັບນີ້ໄດ້ຮັບການຮັບຮອງໂດຍບໍ່ມີການ ປ່ຽນແປງ.

ໄດ້ມີການແຈ້ງຄວາມກັງວົນວ່າຂໍ້ກຳນົດໃນຮ່າງດຳລັດນີ້ ບໍ່ສອດຄ່ອງກັບກົດໝາຍ ແລະ ມາດຖານດ້ານສິທິມະນຸດສາກົນ ທີ່ກ່ຽວພັນເຖິງອິສະຫຼະດ້ານການອອກສຽງ ແລະອິສະຫຼະດ້ານການ ສະມາຄົມ ລວມເຖິງຄວາມສາມາດຂອງສະມາຄົມ ທີ່ຈະເຮັດວຽກຢ່າງອິສະຫຼະ ປາສະຈາກການ ແຊກແຊງທີ່ເກີນຄວນຈາກລັດ.

ຈົດໝາຍສະບັບເຕັມ ແມ່ນສາມາດອ່ານໄດ້ທີ່ນີ້.

 

One Reply to “ຜູ້ລາຍງານພິເສດຂອງສະຫະປະຊາຊາດ: ຮ່າງດຳລັດວ່າດ້ວຍອົງການຈັດຕັ້ງທາງສັງຄົມ ອາດຂັດກັບກົດໝາຍສາກົນ”

  1. ເຫັນດີ ແລະ ເຫັນພ້ອມ ໃນການຄົ້ນຫາຕົວ ທ່ານສົມບັດ ສົມພອນ ແລະ ຂໍໃຫ້ ຣັຖບານ ສປປລ ຈ່ົງເປັນຜູ້ຮັບຜິດຊອບທັງຫມົດໃນການຫາຍສາບສູນຂອງ ທ່ານສົມບັດສົມພອນ ໃນຄັ້ງນີ້ດ້ວຍ.
    ໂພສີ ສັກດາ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.