ຈົດໝາຍເຖິງຜູ້ເຂົ້າຮ່ວມກອງປະຊຸມໂຕະມົນ ຜູ້ໃຫ້ທຶນຕໍ່ລາວ 2015

5 ພະຈິກ 2015

ໃນຂະນະທີ່ບັນດາທ່ານກະກຽມກອງປະຊຸມໂຕະມົນລະດັບສູງ ໃນປີນີ້, ພວກຂ້າພະເຈົ້າຢາກຂໍໃຫ້ ທ່ານອ່ານ ແລະລະລຶກເຖິງບົດກ່າວທີ່ ສົມບັດ ສົມພອນ ໄດ້ຂຶ້ນສະເໜີໃນກອງປະຊຸມປະຊາຊົນ ອາຊຽນ ຄັ້ງທີ 9 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ສາມປີທີ່ຜ່ານມາ.

ການກ່າວຄັ້ງນັ້ນ ເປັນຄັ້ງສຸດທ້າຍຂອງສົມບັດ ກ່ອນທີ່ເພິ່ນຈະຖືກເອົາຕົວໄປຈາກຖະໜົນກາງເມືອງ ທີ່ບັນດາທ່ານຫຼາຍຄົນໃຊ້ເດີນທາງໄປວຽກຢູ່ທຸກມື້ທຸກວັນ.

ພວກຂ້າພະເຈົ້າຂໍໃຫ້ທ່ານ ກ່າວຄືນຄຳເວົ້າຂອງສົມບັດ ໃນການຂຶ້ນກ່າວຂອງທ່ານທີ່ກອງປະຊຸມ ໂຕະມົນ.

ທີ່ສຳຄັນກວ່ານັ້ນ, ພວກຂ້າພະເຈົ້າຂໍໃຫ້ທ່ານປະສານແນວຄວາມຄິດຂອງສົມບັດ ເຂົ້າໃນ ນະໂຍບາຍ ແລະໂຄງການຂອງພວກທ່ານໃນ ສປປ ລາວ ດ້ວຍ.

ຂອບອົກຂອບໃຈ

  1. ActionAid International
  2. Alliance Sud
  3. Asian Federation Against Involuntary Disappearances
  4. Asia Indigenous People’s Pact
  5. ASEAN Parliamentarians for Human Rights
  6. CCFD-Terre Solidaire
  7. Corner House
  8. Dharmajala
  9. Human Rights Watch
  10. Earth Rights
  11. Equality Myanmar
  12. Equitable Cambodia
  13. FIAN International
  14. FIAN Germany
  15. FIAN Netherlands
  16. Focus on the Global South
  17. Food First
  18. Forum Asia
  19. Friends of the Earth International
  20. Friends of the Earth USA
  21. Global Witness
  22. Indian Social Action Forum
  23. Institute for Advanced Sustainability Studies
  24. International Network of Engaged Buddhists
  25. Justice for Peace Foundation
  26. Lao Movement for Human Rights
  27. Ramon Magsaysay Award Foundation
  28. Re:Common
  29. Mekong Watch
  30. The School for Wellbeing
  31. The Sombath Initiative
  32. Social Action for Change
  33. Spirit in Education Movement
  34. Transnational Institute
  35. War on Want

  1. Walden Bello, former Representative, Akbayan Party, The Philippines
  2. Son Chhay, Member of Parliament, Cambodia
  3. Charles Chong, Member of Parliament, Singapore
  4. Kraisak Choonhavan, Former Senator, Thailand
  5. Paul‐Emile Dupret, Political Advisor, European United Left-­Nordic Green Left
  6. Murray Hiebert, Center for Strategic & International Studies
  7. U Shwe Maung, Member of Parliament, Myanmar
  8. Lee Rhiannon, Senator for New South Wales, Australian Greens Party
  9. Charles Santiago, Member of Parliament, Malaysia
  10. Helmut Scholz, Member of the European Parliament for Germany
  11. Ng Shui Meng, Spouse of Sombath Somphone
  12. Mu Sochua, Member of Parliament, Cambodia
  13. Søren Søndergaard Member of Parliament, Denmark

—————————————

ສິ່ງທ້າທາຍຕໍ່ການຫຼຸດຜ່ອນຄວາມທຸກຍາກແລະການພັດທະນາແບບຍື ນຍົງ – ມຸມມອງຈາກປະເທດລາວ

ໂດຍ

ອາຈານ ສົມບັດ ສົມພອນ

ຜູ້ກໍ່ຕັ້ງແລະທີ່ປຶກສາໃຫ້ແກ່ສູນຝກຶ ອົບຮົມຮ່ວມພັດທະນາແບບມີສ່ວນຮ່ວມ (PADETC)

ກອງປະຊຸມເວທີພາກປະຊາຊົນອາຊີ-ເອີຣົບຄັ້ງທີ 9 16-19 ເດືອນຕຸລາປີ 2012

ທີ່ນະຄອນຫຼວງວຽງຈັນ, ສ.ປ.ປລາວ

 

ຮຽນພະນະທ່ານ. ດຣ. ທອງລຸນ ສີສຸລິດ, ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທີ່ນັບຖື;

ສະແດງຄວາມນັບຖືມາຍັງບັນດາຫມູ່ເພື່ອນ ແລະ ເພື່ອນຮ່ວມງານໃນ ສ.ປ.ປລາວ, ຈາກທະວີບອາຊີ ແລະ ເອີຣົບ;

ບັນດາທ່ານຍິງ ແລະ ທ່ານຊາຍທີ່ນັບຖືແລະຮັກແພງ!

ຂ້າພະເຈົ້າຮູ້ສຶກ ເປັນກຽດ ແລະ ມີຄວາມປິຕິຍິນດີ ເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບບັນດາທ່ານສູ່ປະເທດນ້ອຍໆຂອງພວກຂ້າພະເຈົ້າ ທີ່ມີປະຊາຊົນທີ່ມີນິໄສອ່ອນໂຍນ ແລະເຕັມດ້ວຍນ້ໍາໃຈອັນດີງາມ. ຂ້າພະເຈົ້າໄດ້ຮັບກຽດເປັນຕົວແທນຄົນລາວເຂົ້າຮ່ວມໃນກອງປະຊຸມພາກປະຊາຊົນ ອາຊີ- ເອີຣົບ ເພື່ອແລກປ່ຽນຄວາມຄິດເຫັນກັບບັນດາທ່ານ ໃນການເຮັດວຽກຮ່ວມກັນ ເພື່ອກ້າວໄປສູ່ການຫຼຸດຜ່ອນຄວາມທຸກຍາກ ແລະ ການສ້າງອະນາຄົດທີ່ຍືນຍົງເພື່ອພວກເຮົາເອງ ແລະເພື່ອລູກຫຼານ.

ເຖິງວ່າ ພວກເຮົາຈະມາຈາກປະເທດທີ່ນ້ອຍຫຼືໃຫຍ່ກໍຕາມ, ຈາກທະວີບອາຊີ ຫຼືເອີຣົບກໍດີ ພວກເຮົາລ້ວນແຕ່ເປັນມະນຸດ ຮ່ວມໂລກໃບດຽວກັນ. ດັ່ງນັ້ນ,ໃນນາມຄວາມເປັນມະນຸດ, ຂໍຈົ່ງມາສາມັກຄີປອງດອງ ແລະ ຮ່ວມມືປະສານກົມກຽວເປັນຈິດຫນຶ່ງໃຈດຽວ ເພື່ອຮຽນຮູ້ ເພື່ອແລກປ່ຽນ ແລະ ເພື່ອຊອກທາງເລືອກເຊີງປະຕິບັດ ແລະຊ່ວຍກັນບຸກທະລຸ ແກ້ບັນຫາທາງດ້ານການເມືອງການປົກຄອງ, ເສດຖະກິດ, ສັງຄົມ ແລະຈິດໃຈ ທີ່ກຳລັງທ້າທາຍຕໍ່ຄົນເຮົາ,ແລະ ໂດຍສະເພາະຕໍ່ປະຊາຊົນຜູ້ທຸກຍາກໃນທະວີບອາຊີແລະເອີຣົບຢູ່ທຸກມື້ນີ້.

ເວົ້າລວມແລ້ວ,ໃນສະຕະວັດທີ່ຜ່ານມາ ມະນຸດເຮົາ ໄດ້ພັດທະນກ້າວຫນ້າມະຫາສານ ຫລາຍຢ່າງ ທາງດ້ານວິທະຍາສາດແລະເຕັກໂນໂລຢີ. ພວກເຮົາໄດ້ສ້າງພື້ນຖານໂຄງລ່າງ, ລະບົບການສື່ສານ, ເອົານໍ້າຫລໍ່ລ້ຽງເຂົ້າທະເລຊາຍ, ສົ່ງມະນຸດໄປຍັງດວງເດືອນ, ວິທະຍາສາດທາງການແພດທີ່ກ້າວຫນ້າທີ່ນັບມື້ນັບດີຂຶ້ນກວ່າເກົ່າ,ແລະຍັງສາມາດຜະລິດອາວຸດ ສົງຄາມທີ່ສາມາດທຳລາຍລ້າງໂລກໃບນີ້ໃດ້,ຖ້າເຫັນວ່າຈຳເປັນ. ຄວາມຫນ້າດັ່ງກ່າວໄດ້ເຮັດໃຫ້ຊີວິດທາງດ້ານກາຍຍະພາບຂອງພວກເຮົາສະດວກ ແລະ ສະບາຍ ຂຶ້ນຫລາຍ. ທີ່ຈິງແລ້ວ ຍ້ອນມີເຮົາສະດວກ ສະບາຍຫລາຍໂພດ ມະນຸດເຮົາຈຶ່ງເລີ້ມອ່ອນແອທາງດ້ານຈິດວິນຍານ ແລະກໍພາໃຫ້ສຸກຂະພາບຂອງໂລກໃບນີ້ອ່ອນເພຍໄປນຳ. ແຕ່ໃນຄະນະດຽວກັນ ຍັງມີຄົນເກືອບ ນຶ່ງຕື້ຍັງຂາດເຂີນທາງດ້ານສະບຽງອາຫານຢູ່. ເຮົາອາດພັດທະນາສູງຈົນສາມາດຕໍ່ອາຍຸຄົນປ່ວຍໃດ້ ແຕ່ການບໍລິການທາງດ້ານສາທາລະນະສຸກຂັ້ນພື້ນຖານກໍຍັງບໍ່ທົ່ວເຖິງປະຊາຊົນທີ່ທຸກຈົນເທື່ອ. ການບໍລິການທາງດ້ານສຶກສາຂັ້ນພື້ນຖານ ທີ່ມີຄຸນນະພາບກໍມີລັກສະນະບໍ່ທົ່າເຖິງຄ້າຍຄືກັນ.

ໃນເວລາດຽວກັນນັ້ນ ເຫັນວ່າ ນຳ້ໃຈຂອງມະນຸດເຮົານັ້ນເກີດມີລັກສະນະຫລຸດນ້ອຍຖອນລົງ. ພວກເຮົາເກີດມີຄວາມໂລບມາກໂລພາ, ການສໍ້ລາດບັງຫຼວງ, ໃຈຄັບແຄບ ແລະ ບໍ່ເພື່ອແຜ່, ແລະ ຄວາມຮຸນແຮງ ປາກົດຂຶ້ນຫຼາຍໃນບາງພາກສ່ວນຂອງອາຊີແລະເອີຣົບ. ຄວາມສະດວກສະບາຍທາງດ້ານກາຍນັ້ນ ໃດ້ເຮັດໃຫ້ເຮົາອ່ອນແອທາງດ້ານຈິດວິນຍານຂອງຄວາມເປັນມະນຸດ. ພວກເຮົາຫ່ວງໃຍກັນຫນ້ອຍລົງ,ຄວາມເມດຕາຕໍ່ກັນຫຼຸດລົງ,ແລະ ເຫັນແກ່ຕົວຫຼາຍຂຶ້ນ. ພວກເຮົາມັກຕັດສິນໃຈ ໂດຍອິງໄສ່ອາລົມ ແທນທີ່ຈະອິງໄສ່ສະຕິປັນຍາ. ພວກເຮົາປ່ອຍໃຫ້ຕັນຫາ ແລະຄວາມສຸກສະເພາະຫນ້າ ເຂົ້າມາປິດຫບູ ັງຕາພວກເຮົາໄວ້ບໍ່ໃຫ້ເຫັນວ່າສິ່ງໃດກັນແທ້ທີ່ສຳຄັນແລະຈຳເປັນແທ້ຕໍ່ຄວາມຢູ່ດີ ມີສຸກແບບຍາວນານຂອງຄອບຄົວແລະສັງຄົມ. ອັນນີ້ແມ່ນມີຄວາມແຕກຕ່າງກັນຫຼາຍກັບຄົນຍຸກເກົ່າ. ແຕ່ກ່ອນ ເພີ່ນມີຊີວິດທີ່ຫຍຸ້ງຍາກລຳບາກ,ແຕ່ພວກເພີ່ນຍັງມີນຳ້ໃຈສະມັກຄີແຮງກ້າຕໍ່ການສ້າງຄວາມຜາ ສຸກແບບລວມຫມູ່,ຮູ້ຈັກຖະນຸຖະຫນອມຕໍ່ທໍາມະຊາດ,ແລະມີຈັນຍາບັນຕໍ່ກັນແລະກັນ.

ພວກເຮົາມາຮອດຈຸດນີ້ໄດ້ແນວໃດ?

ມີສອງປັດໃຈ, ອັນທີນຶ່ງ ແມ່ນຍ້ອນວທິ ີການສຶກສາຂອງພວກເຮົາມີຄຸນນະພາບຕໍ່າ ແລະອັນທີສອງ ແມ່ນຮູບແບບການພັດທະນາພວກເຮົາທີ່ບໍ່ມີຄວາມສົມດຸນດີ. ລະບົບການສຶກສາທີ່ທັນສະໄຫມຂອງພວກເຮົາໃນປະຈຸບັນ ມັນເປັນໂຮງສອນ ບໍ່ແມ່ນໂຮງຮຽນ ແລະປະຕິບັດແບບໂດດດ່ຽວ ແຍກຕົວອອກຈາກຊຸມຊົນ. ສອນແບບແຍກເປັນລາຍວິຊາ ເນັ້ນໄສ່ເຕັກນິກ ມັນບໍ່ເປັນອົງລວມ, ບ່ໍໄດ້ເອົາໃຈໃສ່ໃນການພັດທະນາທັກສະການຄິດ ແລະການວິເຄາະໃຫ້ພໍຄວນ. ຄູອາຈານສ່ວນຫຼາຍແມ່ນສົນໃຈສອນໃຫ້ຈົບຫຼັກສູດ ແລະການເສັງຜ່ານ ແທນທີ່ຈະນໍາພານັກຮຽນໃຫ້ຮູ້ຄິດ, ໃຫ້ຮູ້ວິເຄາະແລະຮຽນຮູ້ບັນດາທັກສະຕ່າງໆທີ່ກ່ຽວຂ້ອງກັບສັງຄົມ, ວັດທະນາທໍາ ແລະທໍາມະຊາດ. ດັ່ງນັ້ນ ຊາວຫນຸ່ມເຍົາວະຊົນທີ່ຈົບຈາກລະບົບໂຮງຮຽນຕ່າງໆໃນປະຈຸບັນນີ້ມີຄວາມຮູ້ຫຼາຍກ່ຽວກັບຂໍ້ມູນ ເທົ່ານັ້ນ ແລະອາດຈະມີສີມືທັກສະໃຊ້ສື່ທັນສະໄຫມ,ແຕ່ໂດຍສ່ວນໃຫຍ່ແລ້ວ ພວກເຂົາເຈົ້າແມ່ນມີຄວາມຮູ້ທີ່ແຄບຫຼາຍແລະຕື້ນ. ເຂົາເຈົ້ານັບມື້ນັບກາຍເປັນຄືກັນກັບຫຸ່ນຍົນທີ່ຮູ້ພຽງແຕ່ຜະລິດແລະບໍລິໂພກເທົ່ານັ້ນເອງ. ເຖິງຢ່າງໃດກໍ່ຕາມການສຶກສາທີ່ດີ ຕ້ອງຊ່ວຍພັດທະນາ ຄວາມອາດສາມາດດ້ານສະຕິປັນຍາຂອງເດັກໃຫ້ເຕັມສ່ວນໄດ້. ແລະເປັນການພັດທະນາ ຄວາມອົດທົນພະຍາຍາມ ແລະຄວາມເມດຕາກະລຸນນາໄປພ້ອມໆກັນ. ເມື່ອຄົນເຮົາມີຄວາມພາກພຽນ ພະຍາຍາມ ສູ້ຊົນ ແລະມີເມດຕາທຳ ຄວາມສຸກອັນແທ້ຈິງກໍຈະຕາມມາ ຊີວິດຈະມີຄຸນຄ່າເພີ້ມຂື້ນ ຄວາມຫມັ້ນໃຈກໍມີສູງ. ເຊິ່ງທັງຫມົດນີ້ ຈະຊວ່ຍບັນເທົາເອົາຄວາມກົດດັນ, ຄວາມກັງວົນ, ຄວາມໂຮດຮ້າຍແລະຄວາມກຽດຊັງ ອອກຈາກຕົວເຮົາໄດ້.

ຄ້າຍຄຽງກັນນີ້ແມ່ນຮູບແບບການພັດທະນາທີ່ບໍ່ສົມດຸນ, ບໍ່ເຊື່ອມໂຍງແລະບໍ່ເປັນອົງລວມ. ພວກເຮົາສຸມໃສ່ການຈະເລີນເຕີບໂຕດ້ານເສດຖະກິດຫຼາຍໂພດແລະບໍ່ໄດ້ຄໍານຶງເຖິງຜົນກະທົບ ທາງລົບຕໍ່ດ້ານສັງຄົມ, ສິ່ງແວດລ້ອມແລະຈິດໃຈ. ຮູບແບບການພັດທະນາທີ່ບໍ່ສົມດຸນນີ້ ເປັນສາເຫດພາໃຫ້ເກີດຄວາມບໍ່ສະເຫມີພາບ, ຄວາມບໍ່ຍຸຕິທໍາ, ວິກິດການທາງດ້ານການເງິນ, ພາວະໂລກຮ້ອນ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ການສູນເສຍຂອງຊີວະນາໆພັນນໍາໄປສູ່ການສູນເສຍຄວາມເປັນມະນຸດ ແລະຈິດໃຈວິນຍານ. ຍົກຕົວຢ່າງ,ພວກເຮົາຕ່າງກໍ່ຮູ້ວ່າພາວະໂລກຮ້ອນແລະການສູນເສຍຄວາມຫຼາກຫຼາຍທາງດ້ານ ຊີວະນາໆພັນແມ່ນຢູ່ໃນລະດັບເຕືອນໄພ,ແລະ ຢູ່ໃນພາວະຄວາມສ່ຽງສູງ. ແຕ່ບັນດາຜູ້ນຳຂອງບັນດາປະເທດທັງຫລາຍ ກໍຍັງບໍ່ສາມາດຕົກລົງກັນພາກັນແກ້ຮ່ວມກັນເປັນເອກະພາບກັນ ຍັງບໍ່ໃດ້ເທື່ອ. ອັນນີ້ມັນຢັ້ງຢືນ ເຖີງຄວາມອ່ອນແອທາງດ້ານປັນຍາແລະຄວາມເປັນມະນຸດ. ພວກເຮົາຖືກຄອບງໍາໂດຍອໍານາດຂອງເງິນແລະປ່ອຍໃຫ້ບັນດາບໍລິດສັດໃຫຍ່ໆຄອບງຳໂລກ. ພວກເຂົາມີອໍານາດເຫນືອລັດຖະບານ. ພົນລະເມືອງທົ່ວໄປແລະການຈັດຕັ້ງທາງສັງຄົມແມ່ນບໍ່ມີສຽງເວົ້າໄດ້. ຄວາມຄິດເຫັນຂອງເຂົາປະຊາຊົນບໍ່ຄ່ອຍໄດ້ຖືກຮັບຟັງໂດຍລັດຖະບານແລະບັນດາບໍລິສັດ. ໃນກອງປະຊຸມສຸດຍອດຂອງໂລກໃນຫົວຂໍ້ສິ່ງແວດລ້ອມທີ່ Rio de Janerio ໃນປີ 1992, ເດັກນ້ອຍຍິງອາຍຸ 16 ປີໄດ້ກ່າວຕໍ່ຜູ້ນໍາໂລກວ່າ: “ຖ້າວ່າພວກທ່ານບໍ່ຮູ້ປົວແປງໂລກ ພວກທ່ານຄວນຢຸດທຳລາຍມັນຕໍ່ໄປອີກ”. ເປັນເວລາ 20 ປີຜ່ານມາແລ້ວ,ຜູ້ນໍາໂລກຂອງພວກເຮົາຍັງບໍ່ສາມາດປົວແປງໂລກໄດ້ເທົ່າໃດ ແຕ່ເຫັນຊັດເຈນວ່າຍັງບໍ່ໄດ້ຢຸດຍັ້ງການທໍາລາຍມັນເທື່ອ. ປະຈຸບັນນີ້ພວກເຮົາບໍລິໂພກຫຼາຍກວ່າ 150% ຂອງສິ່ງທີ່ໂລກສາມາດ ສ້າງຟື້ນຄືນມາໃຫມ່ໄດ້. ຫມາຍຄວາມວ່າປະຈຸບັນນີ້ພວກເຮົາຊົມໃຊ້ຫນຶ່ງຫນ່ວຍໂລກເຄິ່ງ. ອັນນີ້ມັນບໍ່ຍືນຍົງແທ້,ແລະ ພວກເຮົາຈະມີຫຍັງປະໄວ້ໃຫ້ຄົນຮຸ່ນຕໍ່ໄປ. ເພາະພວກເຮົາມີໂລກພຽງແຕ່ໃບດຽວເທົ່ານັ້ນ. ນະໂຍບາຍເບິ່ງຄືວ່າຟ້າວກອບໂກຍເອົາສິ່ງທີ່ເຮົາສາມາດເອົາໄດ້ດຽວນີ້ ແລ້ວປ່ອຍໃຫ້ລູກຫຼານແກ້ບັນຫາດ້ວຍເຂົາເອງໃນອະນາຄົດ!

ພວກເຮົາຈະອອກຈາກສະພາບນີ້ໄດ້ແນວໃດ?

ທີ່ຈິງແລ້ວການຕໍານິຖົກຖຽງກັນ ຈະບໍ່ນໍາພາພວກເຮົາໄປສູ່ການເຮັດວຽກຮ່ວມກັນໄດ້. ການຮຽກຮ້ອງໃຫ້ບັນດາປະເທດທີ່ພັດທະນາແລ້ວເຊິ່ງປະຈຸບັນໄດ້ໃຊ້ຊັບພະຍາກອນໂລກເຖິງ 3-5 ຫນ່ວຍໂລກຢູ່ນັ້ນ ໃຫ້ມາຊ່ວຍເຫຼືອເບິ່ງແຍງແບ່ງປັນກັນແມ່ນຄົງຈະເປັນໄປໄດ້ຍາກ. ພວກເຂົາຄຸ້ນເຄີຍກັບວີຖີຊີວິດແບບຟູມເຟືອຍມາດົນໂພດແລ້ວ ແມ່ນຈະປ່ຽນໃດ້ຍາກຫລາຍ. ແລະຖ້າຈະມາຮຽກຮ້ອງຈາກບັນດາປະເທດທີ່ກໍາລັງພັດທະນາຢຸດຈື້ງ ກໍບໍ່ໄດ້ ເພາະເຂົາເຈົ້າ ກໍຢາກໃດ້ຢາກໃດ້ຄວາມສະດວກ ສະບາຍຄືກັນ.

ເພື່ອຜີກຕົວໃຫ້ຫຼູດພົ້ນອອກຈາກສະພາບດັ່ງກ່າວ ມັນຮຽກຮ້ອງໃຫ້ມີການປ່ຽນແປງສາມຢ່າງ. ອັນທໍາອິດແມ່ນຈໍາເປັນຕ້ອງມີການປັບສາຍພົວພັນທາງດ້ານອໍານາດໃນປະຈຸບັນ. ພວກເຮົາບໍ່ຄວນປ່ອຍໃຫ້ບໍລິສັດໃຫຍ່ສືບຕໍ່ບັນຊາແລະບົ່ງບອກລັດຖະບານທາງດ້ານການລົງທຶ ນ. ລັດຖະບານບໍ່ຄວນສືບຕໍ່ຮັບໃຊ້ຮັບຟັງອໍານາດຂອງເງິນ ຫລາຍກວ່າຟັງພໍ່ແມ່ປະຊາຊົນແລະການຈັດຕັ້ງທາງສັງຄົມ. ທັງສາມຝ່າຍເຊິ່ງລວມມີລັດຖະບານ, ບໍລິສັດແລະການຈັດຕັ້ງທາງສັງຄົມຄວນເຮັດວຽກນໍາກັນດ້ວຍຄວາມສະເຫມີພາບ ແລະໃຫ້ກຽດນັບຖືເຊິ່ງກັນແລະກັນແລະຂັບເຄື່ອນທິດທາງຂອງການພັດທະນາໄປສູ່ທິດທາງທີ່ ສົມດູນຍິ່ງຂຶ້ນ.

ພວກເຮົາສາມາດເລີ່ມຕົ້ນດ້ວຍການສ້າງເຄືອຄ່າຍຂອງບັນດາອົງການຈັດຕັ້ງທາງສັງຄົມໃນລະ ດັບທ້ອງຖິ່ນ, ພາກພື້ນ ແລະສາກົນ. ພວກເຮົາຕ້ອງຈັບມືຮ່ວມງານ ກັບຄົນບຸກຄົນຜູ້ດີ ໃນລັດຖະບານແລະໃນບໍລິສັດຕ່າງໆ ທີມີຄວາມສົນໃຈໃນຄວາມຢູ່ດີມີສຸກຂອງສັງຄົມໃນໄລຍະຍາວ.

ອັນທີສອງພວກເຮົາຕ້ອງປ່ຽນແນວຄວາມຄິດແລະສ້າງຮູບແບບການພັດທະນາໃຫມ່ທີ່ແຕກຕ່າງ. ຮູບແບບການພັດທະນາໃຫມ່ນີ້ຄວນຈະສຸມໃສ່ຄວາມສົມດູນແລະຄວາມກ່ຽວພັນກັນລະຫວ່າງບັນ ດາອົງປະກອບຂອງສີ່ເສົາຄໍ້າຂອງການພັດທະນາ,ທີ່ເອີ້ນກັນວ່າ:ເສດຖະກິດ, ສິ່ງແວດລ້ອມ, ສັງຄົມແລະການເມືອງ (ຫຼືການປົກຄອງ ເຊິ່ງໃນນັ້ນກວມເອົາເທິງການເປັນຕົວແບບ ຫລືການປົກຄອງຕົນເອງທີ່ດີພ້ອມ). ການພັດທະນາຂອງເສົາຄໍ້າອັນຫນຶ່ງບໍ່ຄວນມີຜົນກະທົບທາງລົບໃຫ້ແກ່ເສົາຄໍ້າອື່ນໆ. ຖ້າວ່າການພັດທະນາຂອງເສົາຄ້ໍາໃດຫນຶ່ງສົ່ງຜົນກະທົບທາງລົບແລະສ້າງຄວາມເສຍຫາຍໃຫ້ກັ ບເສົາຄໍ້າອື່ນ, ຄວາມເສຍຫາຍດັ່ງກ່າວແມ່ນຈໍາເປັນຕ້ອງ ຄິດໄລ່ເຂົ້າເປັນຕົ້ນທຶນເພີ່ມ.

ອັນທີສາມພວກເຮົາຕ້ອງເປີດກວ້າງໃຫ້ປະຊາຊົນທໍາມະດາທົ່ວໄປ,ແລະຄົນຮຸ່ນໃຫມ່ໄດ້ເຂົ້າຮ່ວມ ເປັນຕົວຂັບເຄື່ອນໃນການປັບປ່ຽນ. ເຮົາຄວນຄໍານຶງເຖິງຄວາມຕ້ອງການຂອງເຂົາເຈົ້າຄືກັນ.ການຮັບຟັງຄວາມຄິດເຫັນຄວາມຕ້ອງ ການຂອງຊາວຫນຸ່ມເຍົາວະຊົນແມ່ນມີຄວາມສໍາຄັນ. ເພາະວ່າຊາວຫນຸ່ມເຍົາວະຊົນ ມີພະລັງຫລາຍທີ່ຕ້ອງລະບາຍອອກ ເຂົາຢາກມີສ່ວນຮ່ວມໃນການພັດທະນາສັງຄົມຢູ່ແລ້ວ. ຄວາມຄິດເຫັນ ແລະສຽງຂອງເຂົາຈະມີຄຸນຄ່າ ເພາະເຂົາເຈົ້າຕ້ອງເປັນຜູ້ສ້າງອານາຄົດຂອງເຂົາເຈົ້າເອງ. ເພື່ອສ້າງອະນາຄົດຊາວຫນຸ່ມເຍົາວະຊົນຈໍາເປັນຕ້ອງໄດ້ມີສ່ວນຮ່ວມໃນການວາງແຜນໃນປະຈຸບັ ນແລະຮຽນຮູ້ຈາກຄວາມສໍາເລັດແລະຂໍ້ບົກຜ່ອງໃນອາດີດ ແລະຈາກຜູ້ໃຫຍ່ຜູ້ທີ່ມີປະສົບການ.

ຟັງສຽງຂອງປະຊາຊົນລາວ

ສ.ປ.ປລາວໄດ້ເລີ່ມດຳເນີນບາດກ້າວທຳອິດເພື່ອກ້າວເຂົ້າສູ່ທິດທາງໃຫມ່ນີ້. ເພື່ອຊຸກຍູ້ຄວາມສາມັກຄີຕ້ານຄວາມທຸກຍາກແລະເພື່ອການພັດທະນາແບບຍືນຍົງໃນສ.ປ.ປ ລາວແລະເພື່ອເປັນສ່ວນຫນຶ່ງຂອງການກະກຽມກອງປະຊຸມພາກປະຊາຊົນອາຊີ-ເອີຣົບຄັ້ງທີ 9, ບັນດາອົງການຈັດຕັ້ງທາງສັງຄົມໃນລາວໄດ້ລວມກຸ່ມກັນກັບລັດຖະບານແລະອົງການຈັດຕັ້ງມະ ຫາຊົນຈັດຕັ້ງກອງປະຊຸມປຶກສາຫາລືຂຶ້ນໃນທົ່ວທຸກແຂວງໃນສ.ປ.ປລາວ. ການລົງພື້ນທີ່ຮ່ວມກັນຄ່ອຍໆເພີ່ມຄວາມເຊື່ອຫມັ້ນລະຫວ່າງອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງມະຫາຊົນແລະທໍາລາຍກໍາແພງກັ້ນລະຫວ່າງບັນດາຕົວແທນຈາກກຸ່ມຄົນທາງສັງ ຄົມແລະລັດຖະບານ. ເຂົາເຈົ້າໄດ້ຮຽນຮູ້ນໍາກັນວ່າ ຄວາມທຸກຍາກແມ່ນບັນຫາທີ່ສັບຊ້ອນແລະການພັດທະນາແບບຍືນຍົງແມ່ນເປັນແນວຄວາມຄິ ດທີ່ຂ້ອນຂ້າງທີ່ເຂົ້າຍາກສໍາລັບພົນລະເມືອງທົ່ວໄປ. ຜ່ານການຄິດອອກແບບທີ່ດີ ແລະການນໍາໄຊ້ຄຳຊັບ ທີ່ເຫມາະສົມ ແລະງ່າຍດາຍ ປະຊາຊົນ ກໍເລີ່ມເຂົ້າໃຈ ແລະຮ່ວມມືນຳໄດ້. ຄວາມທຸກຍາກແລະການພັດທະນາແບບຍືນຍົງ ມີຄວາມກ່ຽວພັນກັນ. ຄົນລາວເຂົ້າໃຈຄວາມທຸກໃນລັກສະນະທີ່ເປັນພາບລວມເຊິ່ງຄວາມທຸກມີຢູ່ສາມປະເພດ ຄື: ທຸກທາງກາຍ,ທຸກທາງໃຈ ແລະທຸກປັນຍາ. ຄໍາກົງກັນຂ້າມຂອງຄວາມທຸກນັ້ນແມ່ນ “ຄວາມສຸກ” ຫລືຄວາມເພິ່ງພໍໃຈ. ຄົນລາວມັກຈະປຽບທຽບຄວາມສຸກແລະຄວາມເພິ່ງ ພໍໃຈ ຄືກັນກັບ ການພັດທະນາແບບຍືນຍົງ. ທິດສະດີເວົ້າວ່າ ການພັດທະນາແບບຍືນຍົງສາມາດເກີດຂຶ້ນໄດ້ ໃນເມື່ອມີຄວາມສົມດູນກັນລະຫວ່າງສີ່ເສົາຄ້ໍາຂອງການພັດທະນາຄືດ້ານເສດຖະກິດ, ດ້ານສິ່ງແວດລ້ອມ, ດ້ານສັງຄົມແລະດ້ານການເມືອງ (ຫຼືການປົກຄອງ).

ຜົນຈາກການປຶກສາຫາລືກັບປະຊາຊົນອອກມາວ່າ ຄວາມປາດຖະຫນາຂອງເຂົາເຈົ້າ ໃນສີ່ດ້ານການພັດທະນາ – ເສດຖະກິດ, ສັງຄົມ, ສິ່ງແວດລ້ອມແລະການເມືອງ (ຫຼືການປົກຄອງ),ມີດັ່ງນີ້:

ດ້ານເສດຖະກິດ: ພັດທະນາຊີວິດການເປັນຢູ່ຂອງຄອບຄົວແລະເສດຖະກິດທ້ອງຖິ່ນສຸມໃສ່ການສ້າງລາຍ ໄດ້, ການສ້າງວຽກເຮັດງານທໍາແລະສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດແບບກຸ້ມຕົນເອ ງທີ່ຍືນຍົງ. ການພັດທະນາເສດຖະກິດບໍ່ຄວນນໍາໄປສູ່ການກໍ່ໂຕຂອງຫນີ້ສິນທີ່ເປັນສາເຫດຕົ້ນຕໍກໍ່ໃຫ້ ເກີດຄວາມທຸກຍາກ. ການພັດທະນາເສດຖະກິດແລະການຊຸກຍູ້ການລົງທຶນບໍ່ຄວນມີຜົນກະທົບຕໍ່ກໍາມະສິດທີ່ດິ ນຂອງປະຊາຊົນເຊິ່ງຖືເປັນພື້ນຖານໃນການຄໍ້າປະກັນທາງດ້ານສະບຽງອາຫານ, ເສດຖະກິດຄອບຄົວແລະທ້ອງຖິ່ນແບບຍືນຍົງ.

ດ້ານສັງຄົມ: ການຮັກສາສະຖຽນລະພາບທາງສັງຄົມແລະການພັດທະນາ ຈໍາເປັນຕ້ອງເລັ່ງໃສ່ການປັບປຸງການເຂົ້າເຖິງການບໍລິການສຸຂະພາບທີ່ດີ, ມາດຕະຖານການສຶກສາທີ່ດີກວ່າ ແລະສ້າງຄວາມເຂັ້ມແຂງທ້າງດ້ານຄວາມສາມັກຄີໃນສັງຄົມ. ເອົາໃຈໃສ່ຕື່ມໃນການຕໍ່ສູ້ກັບບັນຫາປະກົດການຫຍໍ້ທໍ້ຕ່າງໆເຊັ່ນຄວາມແຕກແຍກພາຍ ໃນຄອບຄົວ ແລະການເຊື່ອຄຸນຄ່າທາງສິນລະທຳເຊິ່ງນຳໄປສູ່ການຕິດສານເສບຕິດ, ການພະນັນແລະຄວາມສ່ຽງທີ່ຈະຕິດເຊື້ອໂລກເອດສ HIV/AIDS ເປັນຕົ້ນແມ່ນຊາວຫນຸ່ມເຍົາວະຊົນ.

ດ້ານສິ່ງແວດລ້ອມ: ເລັ່ງໃສ່ການປ້ອງກັນແລະປົກປັກຮັກສາຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມຂ ອງລາວ ດ້ວຍການຫຼຸດຜ່ອນການທຳລາຍປ່າ, ການປ້ອງກັນແຫຼ່ງຊັບພະຍາກອນນຳ້ແລະຫຼີກລ້ຽງການປ່ອຍສານເຄມີທີ່ເປັນພິດເຈືອປົນ ລົງດິນ, ນຳ້ແລະອາກາດຈາກການພັດທະນາອຸດສາຫະກຳແລະຕົວເມືອງທີ່ບໍ່ຖືກລະບຽບກົດຫມາຍ .

ດ້ານການເມືອງ (ຫຼືການປົກຄອງ): ເລັ່ງໃສ່ການເພີ່ມຄວາມເຂົ້າໃຈຂອງຄົນໃນດ້ານກົດຫມາຍ ສິດທິ ແລະບົດບາດຄວາມຮັບຜິດຊອບ ຂອງເຂົາເຈົ້າ ເພື່ອເພີ່ມຄວາມເຂັ້ມແຂງທາງດ້ານການປົກຄອງແລະປະຕິບັດລະບຽບກົດຫມາຍ ເຊິ່ງນີ້ຕ້ອງດຳເນີນໄປຄຽງຄູ່ກັບການສ້າງຄວາມເຂັ້ມແຂງທາງດ້ານການປະຕິບັດຕົວບົດ ກົດຫມາຍເພື່ອຫຼີກລ້ຽງການລະເມີດສິດທິຕ່າງໆ. ພວກເຮົາຄວນເພີ່ມການຮັກສາ ຄວາມສະຫງົບສຸກ ແລະພັດທະນາຄວາມໂປ່ງໃສ ດ້ວຍການຊຸກຍູ້ໃຫ້ມີການມີສ່ວນຮ່ວມຈາກທຸກພາກສ່ວນກ່ຽວຂອ້ງ ໃນການຕັດສິນບັນຫາ, ການຕິດຕາມ ແລະການລາຍງານກິດຈະກໍາພັດທະນາທັງຫລາຍ.

ທີ່ເວົ້າມານີ້ ພຽງເປັນບາງຕົວຢ່າງຂອງຄວາມຫວັງຂອງປະຊາຊົນເທົ່ານັ້ນ. ການຟັງສຽງຂອງປະຊາຊົນແມ່ນບາດກ້າວທໍາອິດໃນການໄຕ່ເຕົ້າໄປສູ່ຄວາມສະເຫມີພາບ ດ້ານສາຍພົວພັນ ລະຫວ່າງ ລັດ ບໍລິສັດ ແລະປະຊາຊົນ. ໃນ ສປປ ລາວ ພວກເຮົາໄດ້ເພີ່ມພູນຄວາມເຂັ້ມແຂງຄວາມສາມັກຄີລະຫວ່າງອົງການຈັດຕັ້ງທາງສັງຄົມ,ອົງກາ ນຈັດຕັ້ງມະຫາຊົນແລະບັນດາຜູ້ຕາງຫນ້າຈາກລັດຖະບານ.

ຄຳຖາມກໍຄືວ່າ ພວກເຮົາຈະເຮັດໃຫ້ຄວາມຫວັງຂອງປະຊາຊົນນີ້ ເກີດເປັນຕົວຈິງໃດ້ແນວໃດ? ພວກເຮົາຫວັງວ່າສິ່ງທີ່ພວກເຮົາໄດ້ເຮັດໃນສ.ປ.ປລາວຈະກາຍເປັນແນວຄິດ ເພື່ອກະຕຸ້ນໃຫ້ເກີດການສົນທະນາໃນກອງປະຊຸມຄັ້ງນີ້. ໃນ ສາມມື້ຕໍ່ຫນ້ານີ້ ພວກເຮົາຈະມີໂອກາດແລກປ່ຽນຄວາມຄິດຄວາມເຫັນ, ຮັບຟັງແລະຮຽນຮູ້ປະສົບການທີ່ຫຼາກຫຼາຍຈາກເພື່ອນຮ່ວມງານຂອງພວກເຮົາທີ່ເດີນທາງມາຈາ ກຫຼາຍປະເທດທັງໃນທະວີບອາຊີແລະເອີຣົບ. ນີ້ແມ່ນໂອກາດທີ່ພວກເຮົາຈະໄດ້ສ້າງຄວາມສາມັກຄີການເຮັດວຽກຮ່ວມກັນ, ເພື່ອກ້າວໄປສູ່ການຫຼຸດຜ່ອນຄວາມທຸກຍາກແລະການສ້າງໂລກທີ່ຍືນຍົງ. ການນຳໃຊ້ປະສົບການ ການປະສານປັນຍາ ຈະເປັນພະລັງອັນໃຫມ່ໃຫ້ແກ່ສັດຕະວັດທີ 21. ພວກເຮົາຕອ້ງພາກັນເຮັດໃຫ້ເກີດໃດ້. ຄວນເຮັດໃຫ້ກອງປະຊຸມພາກປະຊາຊົນຢູ່ນະຄອນວຽງຈັນເປັນຈຸດຫມາຍປະວັດສາດຂອງຫົວຄິ ດປະດິດສ້າງອັນໃຫມ່ນີ້. ພວກເຮົາມາຮອດຈຸດທີ່ຕ້ອງຕໍ່ຍອດຈາກ MDG ໃຫ້ກ້າວຂື້ນເປັນ SDG (ເປົ້າຫມາຍຂອງການພັດທະນາແບບຍືນຍົງ). ພວກເຮົາຄວນເອົາ ຄວາມສຸກ ມາເປັນແກ່ນສານຂອງ SDG ແລະຂອງສັດຕະວັດທີ 21.

ຂໍສະແດງຄວາມຂອບອົກຂອບໃຈມາຍັງບັນດາທ່ານທີ່ເຂົ້າຮ່ວມຟັງໃນກອງປະຊຸມນີ້. ແລະຂໍໃຫ້ບັນດາທ່ານຈົ່ງມີຄວາມມ່ວນຊື່ນຕະລອດໄລຍະຢ້ຽມຢາມສ.ປ.ປລາວໃນຄັ້ງນີ້.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.