EU-ລາວ ສົນທະນາ ສິດທິ ມະນຸດ

ວິທະຍຸເອເຊຍເສຣີ: 04 ພະຈິກ 2015

European Unionສະຫະພັນ ສິດທິ ມະນຸດ ສາກົນ FIDH ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ LMDH ໄດ້ອອກ ຖແລງການ ຮ່ວມ ໃນ ວັນທີ 3 ພຶສຈີກາ ນີ້ວ່າ ສະຫະພາບ ຢູໂຣບ ຕ້ອງ ຮັບປະກັນ ວ່າ ຣັຖບານ ລາວ ຢຶດໝັ້ນ ໃນ ພັນທະ ຢ່າງ ເດັດດ່ຽວ, ໃນ ກອງປະຊຸມ ສົນທະນາ ສິດທິ ມະນຸດ ຄັ້ງທີ່ 6 ຣະຫວ່າງ ສອງຝ່າຍ ທີ່ ຈະມີຂຶນ ໃນ ວັນທີ່ 6 ພຶສຈິກາ ນີ້ ທີ່ ນະຄອນຫຼວງ ວຽງຈັນ.

ຄວບຄູ່ ກັບ ກອງປະຊຸມ ສົນທະນາ ເຣື້ອງ ສິດທິ ມະນຸດ ຣະຫ່ວາງ ລາວ ກັບ ສະຫະພາບ ຢູໂຣບ ນີ້ ສະຫະພັນ ສິດທິ ມະນຸດ ສາກົນ ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ໄດ້ ຮວບຮວມ ອັນດັບ ເຫດການ ການ ຣະເມີດ ສິດທິ ມະນຸດ ໃນລາວ ນັບແຕ່ ກອງປະຊຸມ ສົນທະນາ ເດືອນ ພຶສພາ ປີ 2014. ດັ່ງ ຍານາງ ວານິດາ ເທບສຸວັນ ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ, ທີ່ ນະຄອນຫຼວງ ປາຣີ ກ່າວ ໃນ ຕອນນຶ່ງ ວ່າ:

“ຈຳເປັນ ທີ່ສຸດ ທີ່ ສະຫະພາບ ເອີໂຣບ ຕ້ອງຕັ້ງ ເງື່ອນໄຂ ໃຫ້ ທາງການ ສປປ ລາວ ວາງ ມາຕການ ຢ່າງ ຈະແຈ້ງ ແລ້ວ ໄປ ປະຕິບັດ ຕາມ ຕາຕະລາງ ທີ່ ຖືກກໍານົດ ໄວ້ ເພື່ອໃຫ້ ເຫັນຜົນ ຖ້າ ບໍ່ດັ່ງນັ້ນ ກອງປະຊຸມ ກ່ຽວກັບ ສິດທິ ມະນຸດ ນີ້ ກໍຈະກາຍ ເປັນ ຂັ້ນຕອນ ທີ່ ບໍ່ມີ ຄວາມໝາຍ ບໍ່ ນໍາຜົນດີ ອັນໃດເລີຍ ມາສູ່ ປະຊາຊົນ ລາວ”.

ຖແລງການ  ກ່າວ ຕໍ່ໄປວ່າ ນັບແຕ່ ເດືອນ ພຶສພາ ປີ 2014 ຣັຖບານ ລາວ ໄດ້ ອອກ ກົດໝາຍ ເພີ້ມ ເຊັ່ນ, ດໍາຣັຖ 327 ເພີ້ມໃສ່ ກົດໝາຍ ທີ່ ມີຢູ່ແລ້ວ. ທາງການລາວ ໄດ້ ຈັບ ແລະ ລົງໂທດ ຈໍາຄຸກ ບຸກຄົນ ທີ່ ຕຳນິ ຕິຕຽນ ຣັຖບານ ຫລື ຜູ້ ທີ່ເປີດເຜີຍ ການ ສໍ້ຣາສ ບັງຫຼວງ ຂອງ ເຈົ້າໜ້າທີ່.

ທາງການ ລາວ ສືບຕໍ່ ປາບປາມ ສະມາຊິກ ສາສນາ ກຸ່ມນ້ອຍ ຈັບ ກຸ່ມ ນັບຖື ສາສນາ ຄຣິສຕຽນ. ຣັຖບານ ບໍ່ໃຫ້ ຂໍ້ມູນ ຄວາມຄືບໜ້າ ຂອງ ການຖືກ ບັງຄັບ ໃຫ້ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ທີ່ ຜູ້ຄົນ ເຄົາຣົບ ນັບຖື ໂດຍ ບໍ່ແຈ້ງໃຫ້ ຮູ້ເລີຍ ວ່າ ຊະຕາກັມ ຂອງ ທ່ານ ເປັນແນວໃດ ແລະ ເວລານີ້ ຢູ່ໃສ ກໍບໍມີ ຜູ້ໃດ ຮູ້ຈັກ.

ຣັຖບານ ລາວ ຈກັດ ບໍ່ໃຫ້ ອົງການ ຈັດຕັ້ງ ທາງສັງຄົມ ເຄື່ອນໄຫວ ວຽກງານ ແລ້ວ ຍັງສະເໜີ ອອກ ກົດຣະບຽບ ຈຳກັດ ການ ເຄື່ອນໄຫວ ວຽກງານ ຂອງ ສະມາຄົມ ໃນ ທ້ອງຖິ່ນ ແລະ ອົງການ ຈັດຕັ້ງ ອິສຣະ ຂອງ ສາກົນ.

ນອກນັ້ນ ຣັຖບານ ລາວ ໄດ້ ຕັດສີນໃຈ ບໍ່ຈັດ ກອງປະຊຸມ ເວທີ ປະຊາຊົນ ອາຊຽນ ໃນ ປີ 2016 ນີ້ ຊຶ່ງ ເປັນ ກອງປະຊຸມ ທີ່ ຕ້ອງຈັດຂຶ້ນ ໃນ ທຸກໆ ປີ ກ່ອນໜ້າ ກອງປະຊຸມ ສຸດຍອດ ອາຊຽນ. ການ ຕັດສີນໃຈ ນັ້ນ ອ້າງວ່າ ຕ່າງ ປະເທດ ຈະໃຊ້ ເວທີ ກອງປະຊຸມ ໂຈມຕີ ຣັຖບານ ບັນດາ ປະເທດ ສະມາຊິກ ອາຊຽນ, ແລ້ວ ຍັງວ່າ ຈະບໍ່ ຮັບປະກັນ ຄວາມ ປອດພັຍ ຂອງ ກຸ່ມ ຫົວກ້າວໜ້າ ທີ່ ມາຮ່ວມ ກອງປະຊຸມ ນັ້ນ.

One Reply to “EU-ລາວ ສົນທະນາ ສິດທິ ມະນຸດ”

  1. Laos is not elected to the United Nations General Assembly (UNGA), during the session held on October 28, 2015; Due to: The UN General Assembly Elected 18 Members to Human Rights Council to confirm six “States Nominated” to the floor of the Council for the period of 2016-2018. This detailed analysis of 7 out of 9 unqualified candidates: i.e., 1) Burundi; 2) Ecuador; 3) Ethiopia; 4) Laos; 5) United Arab Emirates; 6) Kyrgyzstan; and 7) Togo. Laos also failed into condemnation on Human Rights Violations in Syria and Iran by abstaining from votes regarding these countries in the Un General Assembly and voted against a “Resolution” condemning human rights violations in North Korea. Laos backed for the human rights abusers by voting for a “Resolution” that denies the rights to sanction such regimes. What a shame!!!

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.