ຣັຖບານລາວບໍ່ສົນໃຈ ສິດທິ ມະນຸດ

ວິທະຍຸເອເຊັຍເສລີ: 26 ເມສາ 2016

Phil Robertson-RFA
ທ່ານ Phil Robertson ຮອງ ຫົວໜ້າ ອົງການ ສິດທິມະນຸດ ປະຈຳເຂດ ເອເຊັຽ RFA

ອົງການ ສິດທິມະນຸດ ເຂດ ເອເຊັຽ ວ່າ ຣັຖບານ ຊຸດໃໝ່ ທີ່ ຫາກໍ ປະກອບຂຶ້ນນີ້ ກໍບໍ່ແຕກຕ່າງ ຫຍັງກັບ ເຫລົ້າເກົ່າ ຢູ່ ໃນຂວດ ໃໝ່ ເພາະວ່າ ຣັຖບານ ຊຸດນີ້ ນອກຈາກ ຈະບໍ່ເອົາ ຫົວຊານໍາ ເຣື້ອງ ສິດທິມະນຸດ ສິດ ເສຣີພາບ ພື້ນຖານ ຂອງ ປະຊາຊົນ ແລ້ວ ຍັງຈະສືບ ຕໍ່ ຈໍາກັດ ຮັດແຄບ ສິດ ເສຣີພາບ ຂອງ ປະຊາຊົນ ຕໍ່ໄປ. ດັ່ງ ທ່ານ Phil Robertson ຮອງ ຜູ້ອໍານວຍການ ອົງການ ສິ້ງຊອມ ສິດທິ ມະນຸດ HRW ເຂດ ເອເຊັຽ ໄດ້ກ່າວ:

“ຂ້ອຍຄິດວ່າ ຣັຖບານ ຊຸດໃໝ່ ບໍ່ມີການ ປ່ຽນແປງ ຫຍັງເຣື້ອງ ນະໂຍບາຍ ສິດທິ ມະນຸສຍາຊົນ ກ່າເລີຍ ຂີ້ຮ້າຍ ຄືເກົ່າ, ຄືວ່າ ເຣື້ອງ ສິດທິ ເສຣີພາບ ໃນການ ອອກຄວາມ ຄິດເຫັນ ການຮວມຕົວ ເປັນກຸ່ມ ທີ່ບໍ່ໄດ້ຮັບ ການອານຸຍາດ ຈາກ ຣັຖບານ ຫລືວ່າ ການໂຮມ ຊຸມນຸມ ກໍບໍ່ມີ ຄືເກົ່າ. ຕອນນີ້ ລາວ ກ່າເປັນ ປະທານ ອາຊຽນ ແຕ່ວ່າ ແອັນຈີໂອ ຣະດັບ ພູມີພາກ ບໍ່ກ້າໄປ ປະຊຸມ ຢູ່ລາວ ເພາະວ່າ ມັນ ບໍ່ປອດພັຍ ສໍາລັບ ຄົນລາວ ທີ່ ໄປຮວມກັນ ໃນ ແອັນຈີໂອ ພູມີພາກ. ຄິດວ່າ ຣັຖບານລາວ ອາດຈະ ທໍາຮ້າຍ ປະຊາຊົນລາວ ທີ່ເຂົ້າຮ່ວມ ການປະຊຸມ ເໝືອນ ທ່ານ ສົມບັດ ສົມພອນ ທີ່ ສູນຫາຍ ໄປ”.

ທ່ານວ່າ ຣັຖບານລາວ ບໍ່ສົນໃຈ ນໍາເຣື້ອງ ສິດທິ ມະນຸດ ບໍ່ເຫັນ ຄວາມສໍາຄັນ ຂອງ ສິດ ເສຣີພາບ ຂອງ ປະຊາຊົນ ເພາະ ຣັຖບານ ຄິດວ່າ ຖ້າໃຫ້ ປະຊາຊົນ ມີສິດ ເສຣີພາບ ແລ້ວ ກໍຢ້ານວ່າ ປະຊາຊົນ ຈະບໍ່ ສນັບສນູນ. ເມື່ອຖາມວ່າ ຖ້າລາວ ຫາກດໍາເນີນ ນະໂຍບາຍ ແບບເກົ່າ ໄປຕລອດ ຈະມີຜົນດີ ແນວໃດ ຕໍ່ ປະເທດຊາຕ ທ່ານຕອບວ່າ:

“ຄິດວ່າ ຣັຖບານຊຸດໃໝ່ ກໍຄົງເຂົ້າໃຈ ວ່າການເປັນ ຜະເດັດການ ຈະບໍ່ຖາວອນ ຕລອດໄປ ໃນທີ່ສຸດ ກໍຕ້ອງມີການ ປະຕິຮູບ ປ່ຽນແປງ”.

ພ້ອມດຽວກັນ ທ່ານກໍວ່າ ຣັຖບານ ຄວນປ່ຽນແປງ ນະໂຍບາຍ ເປີດກ້ວາງ ໃຫ້ ປະຊາຊົນ ມີສິດ ເສຣີພາບ ຫຼາຍຂຶ້ນ ເພາະວ່າ ປະເທດ ລາວ ນັບມື້ ຢູ່ໃນ ເວທີ ສາກົນ ແລະ ລາວ ກໍຄວນມີ ມາຕຖານ ດ້ານ ສິດທິ ມະນຸດ ແລະ ສິດ ເສຣີພາບ ແກ່ ປະຊາຊົນ ໂດຍສະເພາະ ໃນປີທີ່ ລາວ ເປັນ ປະທານວຽນ ອາຊຽນ ນີ້ ຈະມີຜູ້ນໍາ ຂອງ ໂລກ ຫຼາຍຄົນ ເດີນທາງ ມາຮ່ວມ ກອງປະຊຸມ ສຸດຍອດ ໃຫ່ຍໆ ສອງ ກອງປະຊຸມ ມັນເປັນ ໂອກາດດີ ສໍາລັບລາວ ທີ່ ຄວນປ່ອຍໃຫ້ ປະຊາຊົນ ອອກມາ ໂຮມຊຸມນຸມ ສະແດງ ຄວາມຄິດ ຄວາມເຫັນ ຕໍ່ ຊາວໂລກ.

One Reply to “ຣັຖບານລາວບໍ່ສົນໃຈ ສິດທິ ມະນຸດ”

  1. En effet, on n’entend aucun mot sur les droits des citoyens . Ils n’ont parlé que sur leur volonté d’appliquer les politiques du Parti et toujours une bonne entente (pacifique) avec les autres états, (sous entend le Vietnam et les pays frères socialo-communistes). Vraiment aucun espoir pour changer quoi que ce soit. Lamentable !

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.