ກອງປະຊຸມ ພາກປະຊາສັງຄົມ ບໍ່ຈັດ ຢູ່ລາວ

ວິທະຍຸເອເຊຍເສລີ: 14 ກໍລະກົດ 2016

Phil Robertson
ທ່ານ ຟີລ໌ ໂຣເບີຣດ໌ເຊິ໊ນ (Phil Robertson), ຮອງຜູ້ອຳນວຍການອົງການສິດທິມະນຸດ (Human Rights Watch) ປະຈຳພາກພື້ນເອເຊັຍຕາວັນອອກ

ຕາມທີ່ເຄີຍປະຕິບັດກັນມາ ຖ້າປະເທດໃດ ເປັນປະທານວຽນ ອາຊ່ຽນ ປະເທດນັ້ນ ຈະອະນຸຍາດ ໃຫ້ຈັດກອງປະຊຸມ ພາກປະຊາສັງຄົມຂຶ້ນ ໃນປະເທດຂອງຕົນ ພ້ອມໆກັບ ກອງປະຊຸມສຸດຍອດອາຊ່ຽນ. ແຕ່ປີນີ້ ຊຶ່ງສປປລາວ ເປັນປະທານວຽນອາຊ່ຽນ, ເຈົ້າໜ້າທີ່ ທາງການລາວ ໄດ້ຕັດສິນໃຈ ບໍ່ຍອມໃຫ້ ອົງການປະຊາສັງຄົມ ຈັດກອງປະຊຸມ ຢູ່ລາວ. ກອງປະຊຸມ ພາກປະຊາສັງຄົມ ເປັນກອງປະຊຸມ ຂອງຜູ້ຕາງໜ້າບັນດາ ອົງການຈັດຕັ້ງ ທາງສັງຄົມ ທັງໃນລາວ ໃນອາຊ່ຽນ ແລະ ໃນໂລກ, ຊຶ່ງສ່ວນຫລາຍນຶ່ງ ແມ່ນອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຫຼື NGOs ມາປະຊຸມກັນ ກ່ຽວກັບ ບັນຫາຕ່າງໆ ທີ່ພວກເຂົາ ຢາກຮຽກຮ້ອງ ໃຫ້ຄະນະ ຜູ້ນຳອາຊ່ຽນ ພິຈາຣະຈາ ແກ້ໄຂ ຕົວຢ່າງ ບັນຫາການຍຶດທີ່ດິນ, ການປາບປາມປະຊາຊົນ ແລະ ການຈຳກັດ ສິດເສຣີພາບ ໃນການປາກເວົ້າ ອອກຂ່າວ.

ທ່ານ ໄມດົມ ຈັນທະນາສິນ, ປະທານ ຄະນະກັມມະການ ອົງການປະຊາສັງຄົມ ຂອງລາວ ໃຫ້ ເຫດຜົນຕໍ່ການຕັດສິນໃຈ ເມື່ອປີກາຍວ່າ ທາງການລາວ ບໍ່ອະນຸຍາດ ໃຫ້ຈັດກອງປະຊຸມ ພາກປະຊາສັງຄົມ ຢູ່ນະຄອນຫລວງວຽງຈັນ ໃນປີນີ້ ກໍເພາະ 5 ເຫດຜົນໃຫຍ່ໆ ຄື:

  1.  ຄະນະ ກັມມະການຈັດ ກອງປະຊຸມ ພາກປະຊາສັງຄົມ ບໍ່ຍອມມອບທຸງ ກອງປະຊຸມ ໃຫ້ແກ່ ທາງຝ່າຍລາວ. ຕາມທັມມະດາ ຄະນະ ກັມມະການ ທີ່ຈັດກອງປະຊຸມ ຢູ່ມາເລເຊັຍ ເມື່ອປີກາຍ ເມື່ອຈັດແລ້ວ ກໍຕ້ອງມອບທຸງ ໃຫ້ລາວຕໍ່ ແຕ່ບໍ່ໄດ້ມອບ.
  2. ອົງການ ພາກປະຊາສັງຄົມ ໃນລາວ ບໍ່ມີເວລາ ພຽງພໍ ທີ່ຈະກະຕຽມ ຈັດກອງປະຊຸມ ດັ່ງກ່າວ.
  3. ທາງການລາວ ແລະ ອົງການ ປະຊາສັງຄົມ ໃນລາວ ບໍ່ມີເງິນ ບໍ່ມີງົບປະມານ ທີ່ຈັດ ກອງປະຊຸມ ອັນໃຫຍ່ໂຕນັ້ນ.
  4. ທາງການລາວ ບໍ່ຢາກໃຫ້ ຊາວຕ່າງປະເທດ ໃຊ້ກອງປະຊຸມ ພາກປະຊາສັງຄົມນີ້ ເປັນບ່ອນຕຳນິຕິຕຽນ ພັກ ແລະ ຣັຖບານ ສປປລາວ. ແລະ
  5. ທາງການລາວ ບໍ່ສາມາດ ຮັບປະກັນ ຮັກສາຄວາມສງົບ ແລະ ຄວາມປອດໄພ ໃຫ້ແກ່ບັນດາຜູ້ແທນ ທີ່ມາຮວມ ກອງປະຊຸມ ນັ້ນໄດ້ ເພາະອາດ ຈະມີຄົນ ບໍ່ຫວັງດີ ສ້າງຄວາມວຸ້ນວາຍຂຶ້ນ ກໍເປັນໄດ້.

ແຕ່ ທ່ານ ຟີລ໌ ໂຣເບີຣດ໌ເຊິ໊ນ (Phil Robertson), ຮອງຜູ້ອຳນວຍການອົງການສິດທິມະນຸດ (Human Rights Watch) ປະຈຳພາກພື້ນເອເຊັຍຕາວັນອອກ, ໃຫ້ສຳພາດ ຕໍ່ວິທຍຸເອເຊັຍເສຣີ ເມື່ອວັນທີ່ 12 ເດືອນກໍຣະກະດາ ປີ 2016 ນີ້ວ່າ:

“ພວກເຮົາ ບໍ່ຈັດກອງປະຊຸມ ຢູ່ລາວ ກໍເພາະວ່າ ຣັຖບານລາວ ວາງເງື່ອນໄຂ ຫລາຍຂໍ້ ທີ່ທາງອົງການປະຊາສັງຄົມ ອາຊ່ຽນ ບໍ່ສາມາດຮັບໄດ້, ຕົວຢ່າງ ຣັຖບານລາວ ຫ້າມຫາລືກັນ ກ່ຽວກັບ ການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ, ການສ້າງເຂື່ອນໄຟຟ້າ ແລະ ໂຄງການສ້າງໂຄງຮ່າງພື້ນຖານ ອື່ນໆ ໃນລາວ. ບັນຫາເຫລົ່ານີ້ ລ້ວນແລ້ວ ແຕ່ແມ່ນບັນຫາ ທີ່ອົງການພາກປະຊາສັງຄົມ ຢາກປຶກສາຫາລືກັນ ທັງນັ້ນ. ບັນດາ ອົງການຈັດຕັ້ງ ເຫລົ່ານີ້ ບໍ່ໃຫ້ຣັຖບານລາວ ຄວບຄຸມ ແລະ ຈຳກັດ ການຫາລືຂອງພວກເຂົາ. ສະນັ້ນ ອົງການປະຊາສັງຄົມ ໃນທົ່ວອາຊ່ຽນ ຈຶ່ງເຂົ້າໃຈວ່າ ຄືຈະເປັນໄປບໍ່ໄດ້ ທີ່ຈະຈັດກອງປະຊຸມ ຢູ່ລາວ. ໃນຂະນະດຽວກັນ ທາງຝ່າຍລາວ ກໍໃຫ້ຂໍ້ອ້າງ ມາຫລາຍຢ່າງ ເຊັ່ນ ລາວຍັງບໍ່ສະດວກ ທີ່ຈະຈັດ; ຍັງບໍ່ທັນມີ ຄວາມສາມາດພຽງພໍ. ໃນຣະຍະຜ່ານມາ, ຣັຖບານລາວ ໄດ້ສົ່ງສະມາຊິກອົງການ ປະຊາສັງຄົມ ໄປຮ່ວມ ກອງປະຊຸມ ຫລາຍຄັ້ງ ແຕ່ຄວາມຈິງແລ້ວ ສະມາຊິກ ເຫລົ່ານັ້ນລ້ວນແລ້ວ ແຕ່ແມ່ນ ເຈົ້າຂອງຣັຖບານລາວ ທັງນັ້ນ. ເຈົ້າໜ້າທີ່ ເຫລົ່ານີ້ແຫລະ ທີ່ປະຕິເສດ ຄຳສເນີ ຂອງຜູ້ຕາງໜ້າອົງການອື່ນໆ ທີ່ຢາກ ຈັດກອງປະຊຸມ ຢູ່ນະຄອນຫລວງວຽງຈັນ.

ທ່ານ ຟີລ໌ ໂຣເບີຣດ໌ເຊິ໊ນ ອະທິບາຍ ຕໍ່ວ່າ ໃນເມື່ອ ບໍ່ສາມາດ ຈັດກອງປະຊຸມ ພາກປະຊາສັງຄົມ ຢູ່ລາວໄດ້ ຄະນະ ຈັດກອງປະຊຸມ ກໍຍ້າຍໄປຈັດ ຢູ່ປະເທດ ຕີມໍຕາວັນອອກ ຫລື ຕີມໍແລສເຕ່, ຊຶ່ງກຳລັງກະຕຽມ ຈະເຂົ້າເປັນສະມາຊິກໃໝ່ ຂອງອາຊ່ຽນ. ການທີ່ ທາງການລາວ ບໍ່ຍອມໃຫ້ ມີກອງປະຊຸມ ພາກປະຊາສັງຄົມ ໃນປະເທດຂອງຕົນ ອາດຈະເປັນ ຕົວຢ່າງບໍ່ດີ ຕໍ່ປະເທດອາຊ່ຽນ ອື່ນໆ. ອົງການປະຊາສັງຄົມ ຄິດເປັນຫ່ວງວ່າ ໃນອານາຄົດ ສະມາຊິກອາຊ່ຽນ ປະເທດອື່ນ ອາດຈະຄິດ ຄືລາວ ຖ້າບໍ່ຢາກຈັດ ກໍບໍ່ຈັດ. ການຄິດແບບນັ້ນ ຈະເປັນ ອັນຕະຣາຍ ຕໍ່ປະຊາຊົນ ໃນພາກພື້ນ ທີ່ມີຖານະບົດບາດໜ້ອຍ ຢູ່ແລ້ວ ໃນການປົກຄອງ ແລະ ບໍຣິຫານ ປະເທດ.

ຕໍ່ຄຳຖາມທີ່ວ່າ ກອງປະຊຸມພາກປະຊາສັງຄົມ ອາຊ່ຽນ ປີນີ້ ທີ່ຈະຈັດຂຶ້ນ ຢູ່ປະເທດຕີມໍຕາວັນອອກ ໃນອາທິດ ທຳອິດ ຂອງເດືອນສິງຫາ ຈະມາເຖິງນີ້ນັ້ນ ຈະປຶກສາຫາລືກັນ ກ່ຽວກັບ ເຣື່ອງໃດແດ່?

ທ່ານ ຟີລ໌ ໂຣເບີຣດ໌ເຊິ໊ນ ຕອບວ່າ:

“ພວກເຮົາ ຈະຫາລືກັນ ກ່ຽວກັບ ຫລາຍເຣື່ອງ ເຊັ່ນການຫາຍສາບສູນ ຂອງຊາວລາວຫລາຍຄົນ ໃນຣະຍະຫລາຍປີ ທີ່ຜ່ານມາ ແລະ ສາເຫດເປັນຫຍັງ ຄົນງານລາວ 3 ຄົນ ຈຶ່ງຖືກຈັບ. ຊາວລາວ ທັງສາມ ໄດ້ໄປປະທ້ວງ ຢູ່ຕໍ່ໜ້າສະຖານທູດລາວ ປະຈຳປະເທດໄທ ເມື່ອ ວັນຊາດ ສປປລາວ ທີ່ຜ່ານມາ ແລະໃຊ້ ເຟສ໌ບຸກຄ໌ (Facebook) ຕຳນິຕິຕຽນ ຣັຖບານລາວ. ຄວາມຈິງ ຊາວລາວເຫລົ່ານີ້ ມີສິດຢ່າງເຕັມທີ່ ທີ່ຈະປະທ້ວງ ແລະ ຕຳນິຕິຕຽນ ຣັຖບານ ຂອງພວກເຂົາເຈົ້າ. ພວກເຂົາ ບໍ່ຄວນຖືກລົງໂທດ ແຕ່ຕົງກັນຂ້າມ ພວກເຂົາ ຖຶກກັກຂັງ ນັບແຕ່ເດືອນ 3 ເປັນຕົ້ນມາ ແລະ ຖືກສເນີໂຕ ຕໍ່ທີວີ (ໂທຣະທັດ) ໃນກອງປະຊຸມ ຖແລງຂ່າວ ທີ່ພວກເຂົາ ໄດ້ຍອມຮັບ ສາຣະພາບ ຄວາມຜິດ. ເບິ່ງແລ້ວ ການກະທຳແບບນັ້ນ ຄືເປັນການກະທຳ ແບບຕະຫລົກ. ຂ້າພະເຈົ້າ ເຊື່ອວ່າ ໄວລຸ້ນ ລາວທັງສາມ ຕ້ອງຖືກທຸບຕີ ທໍຣະມານ ໃນເວລາ ຖືກກັກຂັງ ແລະ ຂ້າພະເຈົ້າ ເຊື່ອວ່າ ການດຳເນີນ ຄະດີ ຕໍ່ພວກເຂົາ ຈະບໍ່ເສຣີ ແລະ ເປັນທັມ. ສານຢູ່ລາວ ເປັນສານກັງກູຣູ ຫລື ສານຕະຫລົກ ທີ່ທາງການ ຕັດສິນລົງໂທດ ກ່ອນສານ ຈະເລິ້ມພິຈາຣະນາຄະດີ.

ສຸດທ້າຍ ທ່ານ ຟີລ໌ ໂຣເບີຣດ໌ເຊິ໊ນ, ຮອງຫົວໜ້າ ອົງການສິດທິມະນຸດ ປະຈຳພາກພື້ນເອເຊັຍຕາເວັນອອກ ກ່າວສລຸບວ່າ ການກະທຳແບບນັ້ນ ເປັນການກະທຳ ຂອງຣັຖບານ ຜະເດັດການ ທີ່ລະເມີດສິດທິມະນຸດ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.