ສິດທິມະນຸດຢູ່ລາວຕ້ອງ ທົບທວນ

ວິທະຍຸເອເຊຍເສລີ: 01 ກັນຍາ 2016

RFA-FCCT-2016
(ຊ້າຍສຸດ)ທ່ານ Laurent Meillan ຜູ້ຮັກສາການແທນ ຂ້າຫຼວງໃຫຍ່ ດ້ານສິດທິມະນຸດ ສະຫະປະຊາຊາດ ປະຈຳ ພູມີພາກ ເອເຊັຍຕາເວັນອອກ ສ່ຽງໃຕ້

ສຳນັກງານຂ້າຫຼວງໃຫຍ່ ດ້ານສິດທິມະນຸດ ສະຫະປະຊາຊາດ ປະຈຳ ພູມີພາກ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ສເນີໃຫ້ ມີການ ທົບທວນເບິ່ງ ການຣະເມີດ ສິດທິມະນຸດ ໃນ 4 ເຣຶ່ອງຢູ່ ສປປລາວ ໃນຣະຫວ່າງ ກອງປະຊຸມ ສຸດຍອດ ອາຊຽນ ທີ່ຈະຈັດຂຶ້ນ ຢູ່ ນະຄອນຫຼວງ ວຽງຈັນ ໃນຕົ້ນເດືອນ ກັນຍາ ນີ້ ຄື:

1.ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນດີເດັ່ນ ຂອງລາວ ທີ່ຍັງບໍ່ມີ ຄວາມຄືບໜ້າ ຈາກ ທາງການລາວ.

2.ຄະດີ ຂອງຄົນງານລາວ 3 ຄົນ ທີ່ຖືກ ທາງການລາວ ຈັບໃນເດືອນ ມິນາ 2016 ໃນຂໍ້ຫາ ລົງຂ່າວ ທາງເຟສບຸກ ວິຈານ ຣັຖບານ ສປປລາວ ຊຶ່ງ ທາງການລາວ ບໍ່ອະນຸຍາດ ໃຫ້ຕິດຕໍ່ ກັບ ຄອບຄົວ ແລະ ທະນາຍຄວາມ.

3.ກົດໝາຍ ທີ່ຂັດກັບ ເສຣີພາບ ໃນການຊຸມນຸມ, ເສຣີພາບ ຂອງ ສື່ມວນຊົນ ແລະ ການປະຕິບັດງານ ຂອງອົງການ ຣະຫວ່າງ ປະເທດ ແລະ ໃຫ້ມີການ ປັບປຸງ ຕາມມາຕຖານ ສາກົນ.

4.ຜົນກະທົບ ຈາກໂຄງການ ພັທນາ ຕໍ່ທີ່ດິນ ແລະ ຊັພຍາກອນ ທັມມະຊາດ ອັນເຮັດໃຫ້ ເກີດຄວາມເສັຽຫາຍ ຕໍ່ ປະຊາຊົນ ຢ່າງຮຸນແຮງ.

ທ່ານ Laurent Meillan ຜູ້ຮັກສາການແທນ ຂ້າຫຼວງໃຫຍ່ ດ້ານ ສິດທິມະນຸດ ສະຫະປະຊາຊາດ ປະຈຳ ພູມີພາກ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ໄດ້ກ່າວ ໃນຣະຫວ່າງ ຖແລງຂ່າວ ເຣື່ອງ ບັນຫາ ສິດທິມະນຸດ ໃນລາວ ໃນຫົວຂໍ້ ອາຊຽນໃນລາວ ຄວາມທ້າທາຍ ດ້ານການ ເປັນຜູ້ນຳ, ສິດທິມະນຸດ ແລະ ປະຊາທິປະຕັຍ ທີ່ ສະໂມສອນ ນັກຂ່າວ ຕ່າງປະເທດ ຢູ່ ບາງກອກ ວ່າ, ຜູ້ຕ້ອງຫາ ຖືກ ຄຸມຂັງ ເປັນເວລານານ ກ່ອນຈະມີ ການດຳເນີນ ຄະດີ ໃນສານ ໂດຍ ບໍ່ໄດ້ຮັບ ອະນຸຍາດ ໃຫ້ພົບກັບ ຄອບຄົວ ແລະ ທະນາຍຄວາມ.

ສປປລາວ ຍັງບໍ່ມີ ໜ່ວຍງານດ້ານ ສິດທິມະນຸດ ຣະດັບຊາດ ທີ່ ເປັນອິສຣະ ຈາກ ຣັຖບານ ເພື່ອປັບປຸງ ແລະ ກວດກາ ການຣະເມີດ ສິດທິມະນຸດ ໃນ ປະເທດ ຮວມທັງ ຍັງມີການ ຈຳກັດ ການ ປະຕິບັດງານ ຂອງ ພາກ ປະຊາສັງຄົມ ນຳດ້ວຍ.

ພ້ອມກັນນັ້ນ ສິດທິ ທາງເສຖກິດ, ສັງຄົມ, ວັທນະທັມ ແລະ ສິດທິ ຂອງຊົນເຜົ່າ ສ່ວນນ້ອຍ ກໍກຳລັງ ຖືກຣະເມີດ ຢ່າງຮຸນແຮງ ຈາກໂຄງການ ພັທນາ ແລະ ການໃຫ້ ສໍາປະທານ ທີ່ດິນ ຈາກ ຣັຖບານ. ດັ່ງ ທີ່ທ່ານ ກ່າວວ່າ ການລະເມີດ ສິດທິ ມະນຸດ ໃນ ປະເທສລາວ ມີຫລາຍກວ່າ ການຈໍາກັດ ເສຣີພາບ ທາງດ້ານ ການສະແດງອອກ ແລະ ການດໍາເນີນ ຄະດີ ທີ່ເປັນທັມ ແຕ່ຮວມໄປ ເຖິງ ການລະເມີດ ສິດທິ ທາງດ້ານ ເສຖກິດ ສັງຄົມ ແລະ ວັທນະທັມ ແລະ ສິດທິ ຂອງຊົນເຜົ່າ ສ່ວນນ້ອຍ; ໂຄງການ ພັທນາ ຂນາດໃຫຍ່ ແລະ ການຍຶດຄອງ ທີ່ດິນ ກໍາລັງ ສົ່ງ ຜົລກະທົບ ຢ່າງ ຫຼວງຫຼາຍ ຕໍ່ສິດທິ ຂອງ ປະຊາຊົນ ລາວ.

ຕັ້ງແຕ່ປີ 2012 ມາ ສໍານັກງານ ຂ້າຫຼວງໃຫຍ່ ດ້ານ ສິດທິມະນຸດ ສະຫະປະຊາຊາດ ປະຈໍາ ພູມີພາກ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ໄດ້ ປະຕິບັດ ງານ ຮ່ວມກັບ ຣັຖບານລາວ ເພື່ອປັບປຸງ ສິດທິ ມະນຸດ ໃນລາວ ໃຫ້ດີຂຶ້ນ, ແຕ່ກໍເຫັນວ່າ ດີຂຶ້ນ ພຽງເລັກນ້ອຍ ຍ້ອນຂໍ້ ຈໍາກັດ ຂອງ ຣັຖບານລາວ.

ໃນ 18 ປີຜ່ານມາ ມີຜູ້ຊ່ຽວຊານ ດ້ານ ສິດທິມະນຸດ ຈາກອົງການ ສະຫະປະຊາຊາດ ພຽງ 2 ຄົນ ທີ່ໄດ້ຮັບ ອະນຸຍາດ ຈາກ ທາງການລາວ ໃຫ້ ໄປຢ້ຽມຢາມ ສປປລາວ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.