ເສລີພາບໃນການປາກເວົ້າໃນສປປ ລາວ…ແມ່ນ​ຫຍັງ?

Logo-What isຂຽນໂດຍ International Federation for Human Rights (FIDH)

ເສລີພາບໃນການປາກເວົ້າຖືກຈໍາກັດຢ່າງເຂັ້ມງວດ

ເຈົ້າໜ້າທີ່ທາງການລາວແມ່ນໄດ້ວາງມາດຕະການຈຳກັດເສລີພາບໃນການປາກເວົ້າຢ່າງເຂັ້ມງວດ. ລັດຖະບານ ແມ່ນໄດ້ຄວບຄຸມທຸກສື່ມວນຊົນໃນລາວ. ກົດໝາຍທີ່ເຂັ້ມງວດກໍ່ໄດ້ສະກັດກັ້ນເສລີພາບໃນການປາກເວົ້າແລະເສລີ ພາບໃນການແລກປ່ຽນແນວຄິດເຫັນແລະຂໍ້ມູນຕ່າງໆ. ໃນຕົວຈິງປະຊາຊົນກໍ່ແມ່ນບໍ່ມີໂອກາດທີ່ສະແດງຄວາມ ຄິດເຫັນ, ການສະແດງຄວາມຄິດເຫັນກ່ຽວກັບລັດຖະບານກໍ່ແມ່ນຈະຖືກເຈົ້າໜ້າທີ່ສັ່ງຫ້າມ.

FIDH-Logoໃນປີ 2007 ອົງການ Freedom  House  ໄດ້ຈັດອັນດັບປະເທດລາວເປັນປະເທດທີ່ບໍ່ມີເສລີພາບເນື່ອງມາ ຈາກການບໍ່ມີສິດເສລີພາບໃນປະເທດນັ້ນເອງ. ໜ່ວຍງານ Reporters  Without Borders (RSF) ແມ່ນ ໄດ້ຈັດອັນດັບປະເທດລາວເຂົ້າໃນອັນດັບທີ່ຕ່ຳສຸດໃນຈຳນວນ 15 ປະເທດທີ່ໄດ້ດຳເນີນການສຳຫລວດຕັ້ງແຕ່ ໄດ້ສ້າງຕັ້ງອົງການຂື້ນມາໃນປີ 2002.

ໜ່ວຍງານສື່ມວນຊົນແມ່ນໄດ້ຮັບການຄວບຄຸມຢ່າງເຂັ້ມງວດ

ລັດຖະບານແມ່ນໄດ້ດຳເນີນການຄວບຄຸມທຸກໜ່ວຍງານສື່ມວນຊົນໃນປະເທດ, ໃນນັ້ນມີສື່ທາງທໍລະທັດ, ວິທະຍຸ, ແລະ ສື່ພີມຕ່າງໆ. ເນື່ອງມາຈາກມີມາດຕະການລົງໂທດແລະມີມາດຕະການກວດສອບເນື້ອໃນສື່ພີມຕ່າງໆຈາກ ເຈົ້າໜ້າທີ່ລັດ, ທາງໜ່ວຍງານສື່ພີມອເກະຊົນຕ່າງໆຈຶ່ງພາກັນດຳເນີນການຈຳກັດເນື້ອໃນສື່ພີມບາງຢ່າງເພື່ອ ຫລົບຫລີກຈາກການຖືກນຳໃຊ້ມາດຕະການຕ່າງໆທີ່ກ່າວມານັ້ນ. ພາຍໃຕ້ດຳລັດທີອອກໃນວັນທີ 24 ພະຈິກ 2015 ແລະ ມີຜົນສັກສິດນຳໃຊ້ໃນວັນທີ 14 ມັງກອນ 2016 ກຳນົດວ່າທຸກອົງການສື່ມວນຊົນທີ່ຢາກມາສ້າງຕັ້ງໃນລາວ ແມ່ນ ຕ້ອງໄດ້ຮັບການອານຸມັດເຫັນດີຈາກລັດຖະບານລາວເສຍກ່ອນ. ສຳລັບໜ່ວຍງານສື່ທີ່ຢູ່ນອກປະເທດນັ້ນຖ້າ ຫາກມີ ຈຸດປະສົງຢາກພີມເຜີຍແຜ່ຂໍ້ມູນກ່ຽວຂ້ອງກັນລາວແມ່ນຕ້ອງຂໍອານຸຍາດກັບກະຊວງການຕ່າງປະເທດ ຂອງລາວກ່ອນ ຢ່າງໜ່ວຍ15 ມື້ລ່ວງໜ້າ.

ໃນເດືອນມັງກອນ 2012 ກະຊວງຖະແຫລງຂ່າງ ແລະ ວັດທະນາທຳໄດ້ອອກມາດຕະການສັ່ງຢຸບເລີກລາຍການ ອອກອາກາດທາງວິທະຍຸໃນລາຍການເວົ້າເລື່ອງຂ່າວໂດຍບໍ່ມີເຫດຜົນມາອະທິບາຍ. ໃນລາຍການຂ່າວດັ່ງກ່າວ ແມ່ນໄດ້ອອກອາກາດກ່ຽວກັບຫົວຂໍ້ສົນທະນາຫລາຍຢ່າງເຊິ່ງລວມມີບັນຫາຄວາມຍຸດຕິທຳ, ບັນຫາທີ່ດິນ, ແລະ ເລື່ອງການສໍ້ລາດລບັງຫລວງ (1). ເນື່ອງຈາກເຈົ້າຂອງຈັດລາຍການວິທະຍຸນັ້ນໄດ້ມີຄວາມຢ້ານກົວຕໍ່ກັບສະພາບ ການດັ່ງກ່າວໂດຍສະເພາະພາຍຫລັງການຫາຍສາບສູນໄປຂອງທ່ານສົມບັດສົມພອນໃນປີ 2012, ເຈົ້າຂອງລາຍ ການດັ່ງກ່າວກໍ່ໄດ້ຕັດສິນໃຈໂຕນໜີອອກນອກປະເທດ (2).

ກອບກົດໝາຍທີ່ເຂັ້ມງວດ

ຫລາຍກົດໝາຍຂອງລາວແມ່ນມີຄວາມເຂັ້ມງວດດ້ານສິດເສລີພາບໃນການປາກເວົ້າ. ມາດຕາ 23 ຂອງລັດຖະທຳມະນູນກຳນົດວ່າທຸກ “ກິດຈະກຳດ້ານສາດສະໜາ ແລະ ສື່ມວນຊົນ” ທີ່ຂັດກັບຜົນປະໂຫຍດຂອງຊາດ ຫຼື ຂັດກັບຮິດຄອງ ແລະ ກຽດສັກສີແມ່ນຖືວ່າຈະບໍ່ໄດ້ຮັບອານຸຍາດໃຫ້ມີ.

ມາດຕາ 65 ຂອງກົດໝາຍອາຍາກຳນົດວ່າ (ການໂຄສະນາຊວນເຊື່ອທີ່ຕ້ານກັບ ສປປ ລາວ) ແມ່ນຈະຖືກຫ້າມ “ຫ້າມມິ່ນປະໝາດຕໍ່ ສປປ ລາວ ຫຼື ຫ້າມບິດເບືອນລະບຽບຫຼັກການຂອງພັກ ແລະ ນະໂຍບາຍຂອງລັດຖະບານ, ຫຼື ສ້າງຄວາມວຸ້ນວາຍໃຫ້ແກ່ລັດຖະບານ” ທີ່ຈະນຳໄປສູ່ການສ້າງຄວາມອ່ອນແອໃຫ້ແກ່ປະເທດ. ຜູ້ທີ່ຝ່າຝືນແມ່ນຈະມີໂທດຈຳຄຸກແຕ່ໜຶ່ງເຖິງຫ້າປີ ແລະ ຈະຖືກປັບໄໝ 500.000ກີບ (62ດອນລ່າ) ເຖິງ 10 ລ້ານກີບ (7,233 ດອນລ່າ).

ໃນປີທີ່ຜ່ານມາໄກ້ໆນີ້ ລັດຖະບານລາວໄດ້ເພີ່ມທະວີສ້າງມາດຕະການທາງກົດໝາຍທີ່ເຂັ້ມງວດຂື້ນໂດຍແນໃສ່ ການຈຳກັດການສື່ສານ ທາງອິນເຕີເນັດ. ພາຍໃຕ້ດຳລັດເລກທີ 327 ທີ່ຮັບຮອງໃນວັນທີ 16 ກັນຍາ 2014 ແລະ ປະກາດໃຊ້ໃນວັນທີ 10 ຕຸລາ 2014 , ຕາມມາດຕະການແລ້ວຜູ້ທີ່ນຳໃຊ້ເວບໄຊ້ແມ່ນຈະຖືກດຳເນີນຄະດີທາງ ອາຍາສຳລັບ “ການໂຄສະນາຊວນເຊື່ອທີ່ໃຊ້ຂໍ້ມູນທີ່ຕໍ່ຕ້ານກັບລັດຖະບານ ແລະ ຕ້ານພັກປະຊາຊົນ, ກໍ່ກວນເພື່ອມ້າງເພສັນຕິພາບ, ຄວາມເປັນເອກະລາດ, ອຳນາດອະທິປະໄຕ, ຄວາມສາມັກຄີ ແລະ ຄວາມໜັ້ນຄົງຂອງຊາດ” ຫຼື ການໃຊ້ຂໍ້ມູນທີ່ “ເປັນການມ້າງຄວາມສາມັກຄີຂອງບັນດາເຜົ່າ (3).”

ຂໍ້ກຳນົດແລະມາດຕະການທີ່ກ່າວມານີ້ແມ່ນແມ່ນຖືວ່າເປັນຫຼັກການທີ່ບໍ່ສອດຄ່ອງກັບຫຼັກການສາກົນວ່າດ້ວຍສິດທິມະນຸດໂດຍສະເພາະແມ່ນດ້ານສິດແລະເສລີພາບໃນການປາກເວົ້າຕາມມາດຕະຖານສາກົນ.

ການຕຳນິລັດຖະບານດ້ານການກັກຂັງທີ່ບໍ່ສົມເຫດສົມຜົນ

ໃນໄລຍະ 15 ເດືອນທີ່ຜ່ານມາ, ເຈົ້າໜ້າທີ່ໄດ້ດຳເນີນການຈັບກຸມ ແລະ ຄຸມຂັງບຸກຄົນຈຳນວນໜຶ່ງທີ່ຖືກຂໍ້ຫາວ່າມີຄວາມຜິດໃນການນຳໄຊ້ອິນເຕີເນັດທີ່ໃຊ້ໃນທາງຕໍ່ຕ້ານກັບລັດຖະບານ ຫຼື ຕ້ານບັນຫາການສໍ້ລາດບັງຫລວງໃນລາວ.

ໃນວັນທີ 21 ເມສາ 2015 ເຈົ້າໜ້າທີ່ຕຳຫລວດໃນເມືອງພຽງ ແຂວງໄຊຍະບູລີ ໄດ້ດຳເນີນການກັກຂັງທ່ານ ພຸດມີທັນ ໂດຍບໍ່ໄດ້ມີໜັງສືໝາຍຈັບແຕ່ຢ່າງໃດ. ທາງຕຳຫລວດໄດ້ກ່າວຫາທ່ານດັ່ງກ່າວທີ່ເປັນແມ່ຍິງອາຍຸພຽງ 26 ປີ ວ່ານາງໃດ້ດຳເນີນການໂພສຮູບໃນແຟສບຸກທີ່ເປັນຫລັກຖານວ່າເຈົ້າໜ້າທີ່ຕຳຫລວດໄດ້ກຳລັງຂໍກິນສິນບົນ ຈາກອ້າຍຂອງລາວໃນເວລາທີ່ອ້າຍຂອງລາວໄດ້ກະທຳຜິດກົດຈໍລະຈອນຢູ່ (4). ຕໍ່ມານາງພຸດໄດ້ຖືກປ່ອຍຕົວໃນວັນ ທີ 4 ສິງຫາ 2015 ແລະ ຖືກປັບໄໝໜຶ່ງລ້ານກີບ (123 ດອນລ່າ) ຫລັງຈາກ ທີ່ທາງເຈົ້າໜ້າທີ່ໄດ້ດຳເນີນການ ສືບສວນວ່ານາງມີຄວາມຜິດທີ່ຖ່າຍຮູບເຖິງວ່າບໍ່ໄດ້ໂພສລົງໃນແຟສບຸກກໍ່ຕາມ (5).

ໃນວັນທີ 25 ມີຖຸນາ 2015 ເຈົ້າໜ້າທີ່ຕຳຫລວດຢູ່ທີ່ຫລວງພະບາງໄດ້ກັກຂັງທ່ານ ພັນທະພອນ ທີ່ເປັນພະນັກງານ ຂອງພະແນກສິ່ງແວດລ້ວມແລະຊັບພະຍາກອນຂອງແຂວງໃນຂໍ້ຫາທີ່ລາວໄດ້ໂພສເອກະສານລັບໃນແຟສບຸກ (6). ເອກະສານທີ່ວ່ານັ້ນແມ່ນກ່ຽວກັບເນື້ອໃນທີ່ທາງແຂວງໄດ້ອານຸຍາດໃຫ້ນັກລົງທຶນຈີນສຳປະທານທີ່ດີນທີ່ເປັນຊັບ ພະຍາກອນແຫ່ງຊາດໃນຕອນທີ່ຕິດກັບນ້ຳຕົກຕາດກວາງຊີທີ່ແຂວງຫລວງພະບາງ (7).

ໃນວັນທີ 18 ກັນຍາ 2015, ສານທີ່ແຂວງວຽງຈັນໄດ້ຕັດສິນຈຳຄຸກຜູ້ເຖົ້າອາຍຸ 52 ປີ ທີ່ເປັນນັກເຄື່ອນໄຫວເພື່ອ ປະຊາທິປະໄຕຄືທ່ານ ບຸນທັນ ຄຳມະວົງ ໃຫ້ຈຳຄຸກສີ່ປີກັບເກົ້າເດືອນໃນຂໍ້ຫາທີ່ທ່ານໄດ້ໃຊ້ຄຳເວົ້າທີ່ຕຳນິລັດຖະ ບານໃນແຟສບຸກ. ຈຳເລີຍອີກຄົນແມ່ນເປັນຄົນຖືສັນຊາດໂປແລນທີ່ເກີດໃນລາວ ຖືກຈັບກຸມໃນເດືອນຫົກ 2015 ທີ່ວຽງຈັນ ແລະ ຖືກຂໍ້ຫາວ່າເປັນຜູ້ “ໂຄສະນາຊວນເຊື່ອຕໍ່ຕ້ານລັດຖະບານທີ່ຕັ້ງໃຈທຳລາຍປະເທດຊາດບ້ານເມືອງ” ໂດຍອິງຕາມມາດຕາທີ 65 ຂອງກົດໝາຍອາຍາ ທີ່ມັນໂຍງໄປໃສ່ການໂພສຂໍ້ຄວາມໃນແຟສບຸກທີ່ “ໄດ້ຕຳນິວິຈານແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ (9).”

ໃນເດືອນມີນາ 2016 ເຈົ້າໜ້າທີ່ຕຳຫລວດໄດ້ດຳເນີນການຈັບກຸມທ່ານ ສົມພອນພີມມະສອນ ອາຍຸ 29 ປີ, ທ່ານ ລອດຄຳທຳມະວົງ ອາຍຸ 30 ປີ ແລະ ທ່ານ ຊູກັນ ໃຈທາດ ອາຍຸ 32 ພາຍຫລັງທີ່ໄດ້ເດີນທາງກັບລາວ ຈາກປະເທດໄທເພື່ອມາເຮັດໜັງສືຜ່ານແດນເຫຼັ້ມໃໝ່ (10). ທັງສາມຄົນນັ້ນແມ່ນໄດ້ໂພສຂໍ້ຄວາມຫລາຍຢ່າງ ໃນແຟສບຸກທີ່ບໍ່ເຫັນດີນຳແນວທາງຂອງລັດຖະບານທີ່ມີການສໍ້ລາດບັງຫລວງ, ການທຳລາຍປ່າໄມ້, ແລະ ການລະເມີດສິດທິມະນຸດ. ທາງເຈົ້າໜ້າທີ່ແມ່ນໄດ້ກັກຂັກພວດເຂົາໂດຍບໍ່ໃຫ້ມີການຕິດຕໍ່ກັບພາຍນອກ ເປັນເວລາຫລາຍວັນ (11). ໃນປະຈຸບັນບຸກຄົນດັ່ງກ່າວແມ່ນຖືກຄຸກຢູ່ບ້ານໂພນທັນ ນະຄອນຫລວງວຽງຈັນ (12).

  1. Asia Times Online, Off the air in Laos, 22 February 2012
  2. Economist, Radio silence, 23 July 2016
  3. Vientiane Times, Internet abusers to face punitive measures, 22 September 2014
  4. RFA, Lao Woman Detained After Posting Police Extortion Photos to Facebook, 28 May 2015
  5. RFA, Lao Authorities Free Woman Detained For Alleged Extortion Photos, 12 August 2015
  6. RFA, Laos Frees Woman Detained For Publishing Concession Document Online, 6 August 2015
  7. RFA, Laos Frees Woman Detained For Publishing Concession Document Online, 6 August 2015
  8. RFA, Lao Court Jails Polish Activist Following Online Criticism of Government, 1 October 2015; RFA, Wife of Jailed Lao Activist Asks Poland’s Justice Ministry For Help With Extradition, 8 October 2015
  9. RFA, Lao Court Jails Polish Activist Following Online Criticism of Government, 1 October 2015; RFA, Wife of Jailed Lao Activist Asks Poland’s Justice Ministry For Help With Extradition, 8 October 2015
  10. RFA, Lao Police Publicly Confirm Arrest of Trio of Workers For Criticizing State, 27 May 2016
  11. RFA, Three Lao Nationals Are Latest Victims of Forced Disappearances, 16 May 2016
  12. RFA, Three Lao Workers Held in Vientiane Are Denied Family Visits, 21 July 2016

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.