ສາກົນທວງຖາມເຣື້ອງ ທ.ສົມບັດ ສົມພອນ

ວິທະຍຸເອເຊຍເສລີ: 30 ສິງຫາ 2017

ນທີ 30 ສິງຫາ ຢູ່ບາງກອກ ປະເທດໄທ ຈັດງານລຳລຶກ ວັນສາກົນ ເພື່ອ ຜູ້ເຄາະຮ້າຍ ຈາກການຖືກບັງຄັບ ໃຫ້ຫາຍສາບສູນ. (Note: The event was about enforced disappearance in Thailand, and did not address Sombath or Laos specifically.)

ເນື່ອງໃນວັນສາກົນ ເພື່ອຜູ້ເຄາະຮ້າຍ ຈາກການຖືກບັງຄັບ ໃຫ້ຫາຍສາບສູນ ວັນທີ 30 ສິງຫາ, ກຸ່ມອົງການ ສິດທິມະນຸດ ຍັງຄົງຮວມ ໂຕກັນ ເພື່ອ ທວງຖາມເລື້ອງ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ຂອງລາວ ຜູ້ທີ່ຖືກລັກພາໄປ ເປັນເວລາ ເກືອບ 5 ປີ.

ທ່າວ ຟິລ ໂຣເບິດເຊິນ, ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິດທິມະນຸດປະຈຳເຂດ ເອເຊັຽປາຊິຝິກ ທີ່ມີຫ້ອງການຢູ່ບາງກອກ ປະເທດໄທ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

“ເຮົາກະເລີຍ ຕ້ອງວາງແຜນ ກັບຄອບຄົວ ຂອງທ່ານ ສົມບັດ ແລະກໍຂອງພັນທະມິດ ໃນພາກເອກຊົນ ແລະກໍພາກ… ສັງຄົມ ທັງຫຼາຍ  ທີ່ເຂົາຈະຮວມໂຕກັນ ເພື່ອຈະຜັກດັນ ໃຫ້ຣັຖບານ ທາງອີ່ຢູ໋, ອະເມຣິກາ, ອັອສເຕຣເລັຽ, ນິວ ຊີແລນດ໌, ຄານາດາ ແລະ ປະເທສອື່ນໆ ທີ່ກໍເປັນ ຄົນທີ່ລົງທຶນ ໃນປະເທສລາວ ຍົກປະເດັນ ນີ້ ຂຶ້ນມາ.”

ເຖິງເວລາຈະຜ່ານໄປ ແຕ່ກໍຍັງບໍ່ມີໃຜລືມ ທ່ານ ສົມບັດ ຍ້ອນວ່າ ທ່ານເປັນບຸກຄົນ ທີ່ມີບົດບາດໃນອາຊຽນ, ດັ່ງ ທ່ານ ຟິລ ໂຣເບິດເຊິນ ໄດ້ກ່າວຕື່ມອີກວ່າ:

“ຕ້ອງມີການຣະດົມ ແບບເຕັມທີ່ ເພາະວ່າ ບັນຫາ… ຖ້າມັນ ອີກຫຼາຍປີໄປ, ຣັຖບານລາວ ກໍຢາກໃຫ້ ທຸກຄົນລືມ, ເຂົາເວົ້າ ແບບນັ້ນ ໂດຍກົງ… ເຮົາກະເລີຍ ລືມບໍ່ໄດ້… ທ່ານ ສົມ ບັດ ສົມພອນ ເປັນເພື່ອນ, ເປັນອ້າຍ, ເປັນຄົນທີ່ສອນ, ເປັນຄຣູ, ເປັນອາຈານ… ມີຫຼາຍ ບົດບາດ ໃນສັງຄົມລາວ ແລະ  ສັງຄົມ ຂອງເອເຊັຽ ຕາເວັນອອກ ສ່ຽງໃຕ້, ເຮົາເຫັນວ່າເຂົາກໍຕ້ອງຮັບກຽດ ທີ່ຈະມີຄວາມຈິງ ຄວາມແຈ່ມ ແຈ້ງ ໃນສິ່ງທີ່ເກີດຂຶ້ນ ກັບເຂົາ ແລະ ແມ່ນໃຜ ເປັນຜູ້ກະທໍາ ໃຫ້ເຂົາ… ເປັນແນວນັ້ນນະ.”

ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສ ດີເດັ່ນຂອງລາວ ເຈົ້າຂອງຣາງວັນ ແມັກໄຊໄຊ ອາວອດ ສາຂາການພັທນາຊຸມຊົນ ຖືກລັກພາ ຕົວໄປໃນວັນທີ 15 ທັນວາ 2012 ເວລາປະມານ 6 ໂມງແລງ ຢູ່ຕໍ່ໜ້າປ້ອມຍາມ ຕຳຣວດ ໃກ້ກັບໂຮງຮຽນ ການຊ່າງ ລາວເຢັຽຣະມັນ ຖະໜົນທ່າເດືອນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ. ອີງຕາມຫລັກຖານ ຈາກກ້ອງວົງຈອນປິດ.

ນອກຈາກນີ້ ໃນວັນທີ 30 ສິງຫາ ຢູ່ບາງກອກ, ປະເທດໄທ ຈະມີງານລຳລຶກ ວັນສາກົນ ເພື່ອຜູ້ເຄາະຮ້າຍ ຈາກການຖືກບັງຄັບ ໃຫ້ຫາຍ ສາບສູນ ໂດຍແມ່ນ ອົງການ ມູລນິທິ ວັທນະທັມຂ້າມຊາດ ຫລື CrCF, ສະມາຄົມ ທະນາຍຄວາມ ເພື່ອສິດທິມະນຸດ, ເຄືອຂ່າຍ ປະຕິ ຮູບທີ່ດິນ ພາກອີ່ສານ, ອົງການ ນິຣະໂທສກັມ ສາກົນ ປະເທດໄທ, ຫ້ອງການ ສິດທິມະນຸດ ຂອງ ສະຫະປະຊາຊາດ ປະຈຳ ປະເທດໄທ ເປັນຜູ້ຈັດ.

ໃນງານດັ່ງກ່າວ ບັນດາຜູ້ເຂົ້າຮ່ວມ ຈະເວົ້າເລື້ອງບັນຫາ ການບັງຄັບບຸກຄົນ ໃຫ້ຫາຍສາບສູນ ແລະ ຈະມີການອອກຖະແຫລງການ ຮ່ວມກັນ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.