ປະເທດລາວ ຈັດຢູ່ໃນແຖວທ້າຍ ຂອງລາຍການ “ປະເທດທີ່ດີທີ່ສຸດສຳລັບທຸລະກິດ” ຂອງວາລະສານ Forbes

[et_pb_section bb_built=”1″][et_pb_row _builder_version=”3.0.76″ use_custom_gutter=”on” gutter_width=”2″][et_pb_column type=”1_3″][et_pb_text _builder_version=”3.0.76″ text_font_size=”20″ header_font_size=”75px” background_layout=”light” border_style=”solid” module_alignment=”left” saved_tabs=”all”]

ອັນດັບ

134

ຈາກ

139

ປະເທດ

ປະເທດລາວ ຈາກການຈັດອັນດັບ “ລາຍການ ປະເທດທີ່ດີທີ່ສຸດສຳລັບທຸລະກິດ” ຂອງວາລະສານ Forbes ປີ 2017

[/et_pb_text][et_pb_text _builder_version=”3.0.76″ custom_padding=”20px|||” saved_tabs=”all” background_layout=”light” border_style=”solid”]

ຫມາຍ​ເຫດ​: ນີ້ແມ່ນຫົວຂໍ້ທໍາອິດໃນຊຸດຫົວຂໍ້ວ່າດ້ວຍ “ປະເທດລາວ ໃນດ້ານຕົວເລກ”

ພວກເຮົາຍິນດີຮັບຄຳເຫັນ ແລະຄຳແນະນຳ.

[/et_pb_text][/et_pb_column][et_pb_column type=”2_3″][et_pb_text _builder_version=”3.0.76″ background_layout=”light” border_style=”solid”]

ວາລະສານ Forbes ໄດ້ຈັດອັນດັບປະເທດລາວ ເກືອບຕ່ໍາສຸດໃນລາຍການ ປະເທດທີ່ດີທີ່ສຸດສຳລັບ ທຸລະກິດ ສຳລັບປີ 2017. ມີແຕ່ເວເນຊູເອລາ, ຢີເມັນ, ໄຮຕິ, ແກມເບຍ, ຊາດ ເທົ່ານັ້ນທີ່ຖືກຈັດຢູ່ຕ່ຳ ກວ່າ. ປະເທດເພື່ອນບ້ານຄື ກຳປູເຈຍ ຖືກຈັດຢູ່ທີ 123, ຈີນ ຢູ່ທີ 102, ຫວຽດນາມ ທີ່ 98, ແລະໄທ ທີ່ 67. ສະວີເດັນ, ນິວ ຊີແລນ, ແລະຮ່ອງກົງ ຖືກຈັດຢູ່ ສູງທີ່ສຸດ.

ປະເທດລາວ ຍັງຖືກຈັດຢູ່ໃນອັນດັບຕ່ຳຫຼາຍ ທາງ ດ້ານຕົວຊີ້ວັດຮອງ ໃນດ້ານເສລີພາບການຄ້າ (ອັນດັບ 124), ເທັກໂນໂລຈີ (ອັນດັບ 120), ລະບຽບລັດ (ອັນດັບ 123), ການປົກປ້ອງນັກລົງທຶນ (ອັນດັບ 127), ການສໍ້ລາດບັງຫຼວງ (ອັນດັບ 127), ແລະເສລີພາບສ່ວນບຸກຄົນ (ອັນດັບ 128). ອັນດັບ ທີ່ລາວ ໄດ້ຖືກຈັດສູງທີ່ສຸດແມ່ນດ້ານຜົນໄດ້ຮັບທາງ ການຕະຫຼາດ, ທີ່ອັນດັບ 87.

ເນື້ອໃນກ່ຽວກັບປະເທດ ທີ່ປະກອບໃສ່ໃນການຈັດ ອັນດັບມີຄື:

ລັດຖະບານລາວ, ໜຶ່ງໃນປະເທດຄອມມູນິສ໌ ພັກດຽວ ທີ່ເຫຼືອບໍ່ພໍເທົ່າໃດປະເທດ, ໄດ້ເລີ່ມຫັນຈາກການ ຄຸ້ມຄອງແບບລວມສູນ ແລະສົ່ງເສີມທຸລະກິດ ເອກະຊົນ ໃນປີ 1986. ການຂະຫຍາຍຕົວເສຖະກິດ ສະເລ່ຍຢູ່ທີ່ 6% ຕໍ່ປີ ໃນຊ່ວງປີ 1988-2008 ຍົກ ເວັ້ນໃນຊ່ວງຕົກຕ່ຳໄລຍະສັ້ນ ທີ່ມີສາເຫດມາຈາກ ວິກິດການເງິນເອເຊຍ ທີ່ເລີ່ມໃນປີ 1997. ການ ຂະຫຍາຍຕົວຂອງປະເທດລາວ ໃນຊ່ວງຫຼັງນີ້ ຖືວ່າ ເປັນອັນໜຶ່ງທີ່ໄວທີ່ສຸດໃນເອເຊຍ ແລະສະເລ່ຍ ເກືອບ 8% ຕໍ່ປີ ໃນທົດສະວັດຜ່ານມານີ້. ເຖິງແນວ ນັ້ນ, ປະເທດລາວ ຍັງຄົງເປັນປະເທດທີ່ມີການ ພັດທະນາໂຄງລ່າງພື້ນຖານຕ່ຳ, ໂດຍສະເພາະໃນ ເຂດຫ່າງໄກ. ມີລະບົບຫົນທາງແບບພື້ນຖານ ເຊິ່ງ ກຳລັງໄດ້ຮັບການປັບປຸງ, ແລະມີສາຍໂທລະຄົມ ພາຍໃນ ແລະຕ່າງປະເທດທີ່ຈຳກັດ. ໄຟຟ້າສະໜອງ ໃຫ້ໄດ້ 83% ຂອງປະຊາກອນ. ກະສິກຳ ທີ່ກວມເອົາ ການປູກເຂົ້າໃນພື້ນທີ່ຮາບພຽງເປັນສ່ວນຫຼາຍ ນັບ ເປັນປະມານ 25% ຂອງຜະລິຕະພັນພາຍໃນ ແລະ 73% ຂອງວຽກ. ເສຖະກິດລາວ ອີງໃສ່ການສົ່ງອອກ ຊັບພະຍາກອນທຳມະຊາດທີ່ຕ້ອງໃຊ້ການລົງທຶນສູງ. ເສຖະກິດຂອງປະເທດ ໄດ້ປະໂຫຍດຈາກການລົງ ທຶນໂດຍກົງຈາກສາກົນທີ່ມີຊື່ສຽງໂດ່ງດັງ ໃນດ້ານ ເຂື່ອນໄຟຟ້າຕາມລຳແມ່ນ້ຳຂອງ, ການຂຸດຄົ້ນທອງ ແດງ ແລະຄຳ, ການຕັດໄມ້, ແລະການກໍ່ສ້າງ. ແຕ່ ບາງໂຄງການເຫຼົ່ານີ້ ໄດ້ຮັບການວິຈານກ່ຽວກັບຜົນ ກະທົບທາງສິ່ງແວດລ້ອມ. ປະເທດລາວ ໄດ້ຮັບ ສະຖານະ ຄວາມສຳພັນດ້ານການຄ້າປົກກະຕິ ກັບ ສະຫະລັດ ໃນປີ 2004 ແລະໄດ້ຍື່ນຂໍຮ່ວມ Generalised System of Preferences ໃນປີ 2013 ພາຍຫຼັງທີ່ໄດ້ຖືກຮັບເຂົ້າເປັນສະມາຊິກຂອງ ອົງການການຄ້າໂລກ. ປະເທດລາວ ໄດ້ເລີ່ມເປັນ ປະທານອາຊຽນ ໃນເດືອນມັງກອນ 2016. ປະເທດ ລາວ ກຳລັງຢູ່ໃນຂະບວນການຈັດຕັ້ງປະຕິບັດລະບົບ ພາສີມູນຄ່າເພີ່ມ. ລັດຖະບານ ເບິ່ງຄືຈະເອົາໃຈໃສ່ຕໍ່ ການຍົກລະດັບຊື່ສຽງຂອງປະເທດ ຕໍ່ໜ້ານັກລົງທຶນ ຕ່າງປະເທດ ແລະໄດ້ສ້າງເຂດເສຖະກິດພິເສດທີ່ ເຕັມໄປດ້ວຍອັດຕາພາສີທີ່ໜ້າດຶງດູດ, ແຕ່ກຳລັງ ແຮງງານທີ່ມີໜ້ອຍ ຍັງຄົງເປັນອຸປະສັກຕໍ່ການລົງ ທຶນ. ປະເທດລາວ ຍັງສືບຕໍ່ມີປັນຫາ ດ້ານສິ່ງແວດ ລ້ອມທຸລະກິດ ເຊິ່ງລວມມີການຂຶ້ນທະບຽນທຸລະກິດ ທີ່ຍາກລຳບາກ, ຊ່ອງຫວ່າງລະຫວ່າງນິຕິກຳ ກັບ ການຈັດຕັ້ງປະຕິບັດ, ແລະລະບຽບການແກ້ໄຂຂໍ້ ຂັດແຍ່ງທີ່ບໍ່ຈະແຈ້ງ.

[/et_pb_text][et_pb_comments _builder_version=”3.0.76″ show_avatar=”on” show_reply=”on” show_count=”on” background_layout=”light” border_style=”solid” custom_button=”off” button_letter_spacing=”0″ button_icon_placement=”right” button_letter_spacing_hover=”0″ /][/et_pb_column][/et_pb_row][/et_pb_section]