ຜູ້ຕາງໜ້າລາວ ຖືກຫ້າມ ຖ່າຍຮູບ ໃນ ສປຊ

ວິທະຍຸເອເຊຍເສລີ: 13 ກໍລະກົດ 2018

ເຈົ້າໜ້າທີ່ຂອງຄນະຜູ້ແທນ ສປປ ລາວ ກໍາລັງຖືກເຈົ້າໜ້າທີ່ ສະຫະປະຊາຊາດ ຫ້າມບໍ່ໃຫ້ຖ່າຍຮູບ ແລະ ຖືກບອກໃຫ້ ລຶບ ວີດີໂອ ຖິ້ມ
Courtesy of : AG@ag_fidh

ເຈົ້າໜ້າທີ່ ໃນຄນະຜູ້ແທນລາວ ຄົນນຶ່ງທີ່ເປັນຜູ້ຍິງ ໄດ້ເຮັດຜິດກົດຣະບຽບ ດ້ວຍການຖ່າຍຮູບ ຢູ່ໃນຫ້ອງປະຊຸມໃຫຍ່ ຄນະກັມມະການ ສິດທິມະນຸດ ຂອງສະຫະປະຊາຊາດ.

ໃນຣະຫວ່າງກອງປະຊຸມ ວ່າ​ດ້ວຍ ສິ​ດ​ທິ​ພົ​ລ​ເມືອງ ແລະ ສິດ​ທ​ິ​ທາງ​ການ​ເມືອງ ຂອງສະຫະປະຊາຊາດ ທີ່ນະຄອນເຈນິວາ ປະເທດສະວິສເຊີແລັນ ໃນວັນທີ 12 ກໍຣະກະດາ ຜ່ານມາ, ມີເຈົ້າໜ້າທີ່ຂອງຄນະ ຜູ້ແທນລາວຄົນນຶ່ງ ທີ່ເປັນຜູ້ຍິງ ໄດ້ຍ່າງເລາະຖ່າຍຮູບ ບັນດາຄນະຜູ້ແທນ ທີ່ມາຮ່ວມກອງປະຊຸມ ຮວມທັງຜູ້ເຂົ້າຮ່ວມ ທີ່ມາຈາກອົງການຈັດຕັ້ງ ທາງສັງຄົມຂອງລາວ.

ດັ່ງ ທ່ານ ອັນເດຣັຽ ຈໍເກັດຕາ Andrea Giogetta ຈາກອົງການສະຫະພັນສາກົນ ເພື່ອສິດທິມະນຸດ ຫລື FIDH ຊຶ່ງເປັນຜູ້ຢູ່ໃນເຫດການ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 13 ກໍຣະກະດາ ນີ້ວ່າ:

“One of the Lao government delegation the woman started walking around the room and taking photos of everybody including the row where Lao civil societies were sitting. ທ່ານກ່າວວ່າ ມີເຈົ້າໜ້າທີ່ຈາກຄນະ ຜູ້ແທນລາວ ທ່ານນຶ່ງ ທີ່ເປັນຜູ້ຍິງ ໄດ້ເລາະຍ່າງຖ່າຍຮູບ ທຸກຄົນ ຢູ່ໃນຫ້ອງປະຊຸມ ຮວມທັງ ເຈົ້າໜ້າທີ່ ຈາກອົງການຈັດຕັ້ງທາງສັງຄົມ ຂອງລາວ ທີ່ນັ່ງຮັບຟັງ ຢູ່ໃນທີ່ປະຊຸມນັ້ນ.”

ທ່ານກ່າວຕື່ມອີກວ່າ ເມື່ອເປັນແນວນັ້ນ ເຈົ້າໜ້າທີ່ຜູ້ຮັບຜິດຊອບກອງປະຊຸມ ໄດ້ຍ່າງໄປບອກເຈົ້າໜ້າທີ່ລາວຄົນນັ້ນ ບໍ່ໃຫ້ຖ່າຍວີດີໂອ ແລະບອກໃຫ້ລືບພາບວີດີໂອ ນັ້ນຖິ້ມ.

ອີງຕາມຫລັກການຢູ່ໃນຫ້ອງປະຊຸມ ຂອງຄນະກຳມະການສິດທິມະນຸດ ຂອງອົງການສະຫະປະຊາຊາດ, ເຂົາເຈົ້າບໍ່ອະນຸຍາດ ໃຫ້ບຸກຄົນ ພາຍນອກ ຖ່າຍຮູບຢູ່ໃນຫ້ອງປະຊຸມ ແລະສະເພາະນັກຂ່າວ ທີ່ມາຣາຍງານຂ່າວກອງປະຊຸມ ຈະຕ້ອງຢູ່ໃນຫ້ອງ ນັກຂ່າວສະເພາະທີ່ ເຈົ້າໜ້າທີ່ໄດ້ຈັດສັນໄວ້ໃຫ້ ແລະນັກຂ່າວ ກໍບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າໄປຖ່າຍຮູບ ໃນຫ້ອງປະຊຸມ ນັ້ນໄດ້.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.