ຊຸຍ ເມັງ ຮຽກຮ້ອງສາກົນ ຢ່າລືມ ສົມບັດ

ວິທະຍຸເອເຊຍເສລີ: 12 ທັນວາ 2018

ມາດາມ ອຶງ ຊຸຍ ເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ຮຽກຮ້ອງ ໃຫ້ອົງກອນນາໆຊາດ ສືບຕໍ່ທວງຖາມ ຣັຖບານລາວ ໃຫ້ເລັ່ງ ສືບຫາ ທ່ານ ສົມບັດ ສົມພອນ ທີ່ຖືກລັກພາໂຕ ແລະ ຫາຍສາບສູນ ໄປເປັນເວລາ 06 ປີ ແລ້ວ ແຕ່ການສືບສວນ ຍັງບໍ່ມີຄວາມຄືບໜ້າ ຈາກທາງການລາວ, ດັ່ງ ມາດາມ ອຶງ ຊຸຍ ເມັງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 12 ທັນວາ ນີ້ວ່າ:

“ການຮຽກຮ້ອງຂອງ ຊຸຍ ເມັງ ກາໃຫ້ອົງກອນນານາຊາດ ຈະຕ້ອງສືບຕໍ່ ຕ້ອງຊ່ອຍ ຊຸຍເມັງ ວ່າເປັນຫຍັງ ສົມບັດ ສົມພອນ ສາບສູນໄປ 6 ປີ ມື້ໜ້າ 7 ປີ ເທົ່າໃດປີກະຢ່າ ຕ້ອງໄດ້ຂໍ້ມູນເພາະວ່າ ເຮົາຫລີກເວັ້ນບໍ່ໄດ້ ສິ່ງທີ່ເປັນແທ້ ເປັນແທ້ ສີ່ງທີ່ແມ່ນປອມ ເປັນປອມ.”

ມາດາມ ກ່າວຕື່ມວ່າຜ່ານມາຕົນໄດ້ຮ້ອງຂໍ ອົງກອນນານາຊາດ ຫລາຍເທື່ອແລ້ວ ແລະ ເມື່ອອົງກອນນານາຊາດ ຖາມໄປຍັງຣັຖບານລາວ ກ່ຽວກັບການສືບສວນຫາ ທ່ານ ສົມບັດ ແຕ່ກໍໄດ້ຮັບຄຳຕອບ ຄືເກົ່າວ່າ ກຳລັງຊອກຢູ່ ບໍ່ທັນມີຄວາມຄືບໜ້າ.

ເຖິງຢ່າງໃດກໍຕາມໃນການຮ່ວມມືຣະຫວ່າງ ສາກົລກັບຣັຖບານລາວ ມີເງື່ອນໄຂອັນນຶ່ງຄືຕ້ອງນັບຖືສິດທິມະນຸດ; ດັ່ງນັ້ນ ທາງການລາວ ຈຶ່ງຕ້ອງໃຫ້ຄວາມສຳຄັນ ແລະ ເລັ່ງສືບສວນຫາ ທ່ານ ສົມບັດ.

ມາດາມຍັງກ່າວຕື່ມວ່າ ເຈົ້າໜ້າທີ່ລາວຜູ້ເຮັດການສືບສວນຫາ ທ່ານ ສົມບັດ ໃຫ້ຂໍ້ມູນວ່າ ທາງການບໍ່ຮູ້ຂໍ້ມູນ ຂອງຣົດຄັນທີ່ລັກເອົາ ທ່ານ ສົມບັດ ຫາຍສາບສູນໄປ ຍ້ອນບໍ່ສາມາດ ເຫັນປ້າຍທະບຽນ ຣົດຈາກກ້ອງວົງຈອນປິດໄດ້ຊັດເຈັນ ແຕ່ເມື່ອອົງກອນ ຕ່າງປະເທດສເນີ ໃຫ້ຄວາມຊ່ອຍເຫລືອ ໃນສືບສວນເຣື່ອງນີ້ ທາງການລາວປະຕິເສດ ໂດຍໃຫ້ເຫດຜົລວ່າ ເຈົ້າໜ້າທີ່ລາວ ມີຄວາມສາມາດພຽງພໍ.

ທ່ານ ສົມບັດ ສົມພອນ ຖືກລັກພາໂຕຫາຍສາບສູນ ຢຸູ່ຕໍ່ໜ້າປ້ອມຕຳຣວດ ຫລັກ 3 ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເມື່ອວັນທີ 15 ທັນວາ 2012, ຊຶ່ງວ່າກ່ອນການຫາຍສາບສູນ ສອງເດືອນນັ້ນ ທ່ານ ສົມບັດ ໄດ້ເຂົ້າຮ່ວມກອງປະຊຸມເວທີ ປະຊາຊົນ ເອເຊັຍ-ຢູໂຣບ ຄັ້ງທີ 9 ທີ່ ສປປ ລາວ ເປັນເຈົ້າພາບ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.