6 ປີ ຊອກຫາ ທ. ສົມບັດ ບໍ່ມີຄວາມຄືບໜ້າ

ວິທະຍຸເອເຊຍເສລີ: 17 ທັນວາ 2018

ຜ່ານໄປເປັນເວລາ 6 ປີ ພໍດີ ພາຍຫຼັງທີ່ທ່ານ ສົມບັດ ສົມພອນ, ນັກພັທນາອາວຸໂສດີເດັ່ນ ໄດ້ຖືກລັກພາໂຕ ຢູ່ຕໍ່ໜ້າປ້ອມຍາມຕຳຣວຈ ກົງກັນຂ້າມ ກັບວິທຍາລັຍການຊ່າງລາວ-ເຢັຽຣະມັນ ໃນຕອນແລງ ວັນທີ 15 ທັນວາ 2012. ຈົນເທົ້າຊູ່ມື້ນີ້, ກໍຍັງບໍ່ມີໃຜ ຮູ້ຊະຕາກັມ ຂອງທ່ານ ສົມບັດ ວ່າ ທ່ານ ຖືກລັກພາໂຕໄປໃສ? ແມ່ນໃຜເອົາໄປ ແລະ ຍັງມີຊີວິຕຢູ່ ຫຼືບໍ່? ແມ່ນໃຜ ຈະເປັນຜູ້ຮັບຜິດຊອບ? ທຸກຢ່າງ ກໍຍັງເປັນ ປິສນາ. ໃນຖານະພັລຍາ, ມາດາມ ອຶ້ງ ຊຸຍ-ເມັ້ງ ກໍຍັງບໍ່ໄດ້ຮັບຄຳຕອບໃດໆ ຈາກທາງການລາວ ກ່ຽວກັບຊະຕາກັມ ຂອງຜູ້ເປັນສາມີຂອງຕົນ. ມາດາມ ໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ທີ່ນະຄອນຫຼວງບາງກອກ, ປະເທສໄທ ເມື່ອວັນທີ 12 ທັນວາ ທີ່ຫາ ກໍຜ່ານມານີ້ວ່າ:

“ຫຼັງຈາກ 6 ປີແລ້ວ, ກະບໍ່ມີຮ່ອງຮອຍຫຍັງ ລະກະບໍ່ມີຄຳຕອບ. ແນ່ນອນ, ມັນກະເປັນໂສກເສົ້າເສັຽໃຈ ລະກະອຸກໃຈຫຼາຍ, ທຸກມື້ກະຍັງ ອຸກໃຈ ເພາະວ່າ ບໍ່ມີຄຳຕອບ ແລະ ບໍ່ຮູ້ວ່າເພິ່ນຢູ່ໃສ? ບໍ່ຮູ້ວ່າຊະຕາກັມ ຂອງເພິ່ນເປັນແນວໃດ? (ນັກ​ຂ່າວ​ ວິ​ທ​ຍຸເອ​ເຊັຽ​ເສ​ຣີ: ທ່ານຮູ້ບໍ່ວ່າ ເປັນຍ້ອນສາເຫຕຫຍັງ ຈຶ່ງບໍ່ມີຄວາມຄືບໜ້າ?) ອັນນີ້ ກະບໍ່ຮູ້ເນາະ ມັນກະເປັນ ເຈົ້າໜ້າທີ່ ຈຶ່ງຮູ້ແລ້ວ, ຜູ້ເປັນຣັຖບານ ຂະເຈົ້າຕ້ອງຮູ້ຊັດເຈນ.”

ຂນະດຽວກັນ, ຖ່າມກາງ ທີ່ອົງການຈັດຕັ້ງ ພາກປະຊາຊົນສັງຄົມ ແລະ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານຫຼາຍອົງການ ທັງພາຍໃນລາວ ແລະ ຕ່າງປະເທສ ຍັງສືບຕໍ່ທວງຖາມ ເຖິງຊະຕາກັມ ຂອງທ່ານ ສົມບັດ ສົມພອນ ແລະ ຢາກໃຫ້ທາງການລາວ ຊອກຫາກຸ່ມຄົນບໍ່ດີ ທີ່ລັກພາໂຕທ່ານໄປ ມາລົງໂທສ ໃຫ້ໄດ້ນັ້ນ, ແຕ່ເບື້ອງທາງການລາວ ໃນຖານະ ຜູ້ທີ່ຮັບຜິດຊອບ ຕໍ່ພົລເມືອງລາວ ໂດຍຕຣົງ, ຊ້ຳພັດ ຍັງບໍ່ມີ ຄຳຕອບໃດໆ ກ່ຽວກັບຄວາມຄືບໜ້າ ໃນການຊອກຫາ ທ່ານ ສົມບັດ ແລະ ນຳຜູ້ຮ້າຍນັ້ນ ມາລົງໂທສ.

ເຖິງຢ່າງໃດກໍຕາມ, ຂໍ້ມູນຫຼ້າສຸດ ຈາກທາງການລາວ ທີ່ໄດ້ກ່າວເຖິງທ່ານ ສົມບັດ ສົມພອນ ແມ່ນໄດ້ເກີດຂຶ້ນ ເມື່ອຄັ້ງທີ່ມີກອງປະຊຸມວ່າດ້ວຍ ສິດທິພົລເມືອງ ແລະ ສິດທິທາງການເມືອງ ຮ່ວມກັບ ຄນະກັມມະການ ດ້ານສິດທິມະນຸສ ອົງການສະຫະປະຊາຊາຕ ທີ່ນະຄອນເຈ່ນິວາ, ປະເທສສວິສເຊີແລນດ໌ ເມື່ອເດືອນກໍຣະກະດາ 2018 ທີ່ຜ່ານມາ, ເຊິ່ງທ່ານ ບຸນເກີດ ສັງສົມສັກ,  ອະດີດຣັຖມົນຕຣີ ກະຊວງຍຸຕິທັມ ຂອງລາວ ແລະ ທັງເປັນ ຫົວໜ້າຄນະຜູ້ແທນ ຣະດັບສູງຂອງລາວ ທີ່ໄດ້ເຂົ້າຮ່ວມກອງປະຊຸມ ໃນເທື່ອນັ້ນ ກໍໄດ້ກ່າວຕອບຄຳຖາມ ຂອງເຈົ້າໜ້າທີ່ສາກົນ ທີ່ຖາມເຖິງ ຄວາມຄືບໜ້າ ໃນການຊອກຫາທ່ານ ສົມບັດ ສົມພອນ ແບບບໍ່ຕຣົງປະເດັນ ແລະ ບໍ່ເປັນປໂຍດ ຕໍ່ການປະຕິບັດສົນທິສັນຍາ ວ່າດ້ວຍ ການບັງຄັບໃຫ້ຫາຍສາບສູນ ທີ່ຣັຖບານລາວ ໄດ້ເຊັນຮ່ວມເປັນພາຄີ.

ນອກຈາກນີ້, ທ່ານ ພູໂຂງ ສີສຸຣາສ, ເອກອະທິບໍດີກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທສຂອງລາວ ກໍໄດ້ຕອບຄຳຖາມ ກ່ຽວກັບ ການຊອກຫາທ່ານ ສົມບັດ ສົມພອນ ໃນກອງປະຊຸມເທື່ອນັ້ນວ່າ ຣັຖບານລາວ ກໍມີຄວາມເປັນຫ່ວງເປັນໃຍ ຢ່າງສູງ ຕໍ່ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ. ທ່ານ​ກ່າວ​ວ່າ:

“ຂ້າພະເຈົ້າ ຂໍຢືນຢັນວ່າ ຣັຖບານ ຍັງເປັນຫ່ວງເປັນໃຍຫຼາຍ ຕໍ່ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຄືດັ່ງກັບພົລເມືອງລາວ ຜູ້ອື່ນໆ. ບໍ່ມີຜູ້ໃດ ຈະເປັນຫ່ວງເປັນໃຍ ຫຼາຍໄປ ກວ່າຣັຖບານລາວ ຫຼື ປະຊາຊົນລາວ ຕໍ່ການຫາຍສາບສູນ ຂອງພົລເມືອງລາວ.”

ທ່ານຍັງກ່າວເພີ້ມວ່າ ເຈົ້າໜ້າທີ່ ກ່ຽວຂ້ອງ ແລະ ຣັຖບານລາວ ຍັງຈະສືບຕໍ່ ຊອກຫາທ່ານ ສົມບັດ ສົມພອນ ນັ້ນຢູ່.

“ເຈົ້າໜ້າທີ່ຄຳຣວຈ ແລະ ຣັຖບານ, ພວກເຮົາຂໍໃຫ້ທ່ານໝັ້ນໃຈວ່າ ພວກເຮົາຍັງຈະສືບຕໍ່ການສືບສວນ-ສອບສວນຕໍ່ກໍຣະນີ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ.”

ຄຳເວົ້າດັ່ງກ່າວ ໄດ້ຟັງແລ້ວ ກໍພອຍຮູ້ສຶກວ່າ ຣັຖບານລາວ ຍັງຮັກ ແລະ ເອົາໃຈໃສ່ ໃນການຊອກຫາບຸກຄົນ ໃດກໍຕາມ ທີ່ເປັນພົລເມືອງລາວ ແມ່ນຈະຖືກປົກປ້ອງ ດ້ວຍກົດໝາຍ ເມື່ອຖືກລັກພາໂຕໄປ ຫຼືຖືກບັງຄັບ ໃຫ້ຫາຍສາບສູນ.

ແຕ່ໃນຄວາມເປັນຈິງແລ້ວ ແມ່ນວ່າ ເມື່ອອົງການຈັດຕັ້ງສາກົນ ແລະ ປະເທສເພື່ອນມິຕ ສເນີຍື່ນມືເຂົ້າມາຊ່ອຍເຫຼືອ ເພື່ອຊ່ອຍຊອກຫາ ທ່ານ ສົມບັດ, ເຈົ້າໜ້າທີ່ ທາງການລາວ ພັດປະຕິເສດ ທີ່ຈະຮັບເອົາ ຄວາມຊ່ອຍເຫຼືອດັ່ງກ່າວ, ໂດຍອ້າງວ່າ ‘ເຈົ້າໜ້າທີ່ຂອງລາວ ມີຄວາມສາມາດພຽງພໍ ໃນການປະຕິບັດໜ້າທີ່ໃນເຣື້ອງນີ້ ແລະ ບໍ່ຈຳເປັນຮັບການຊ່ອຍເຫຼືອ.’

ຮ້າຍໄປກວ່ານີ້, ຊ້ຳພັດມີຂບວນການ ທີ່ບັ່ນທອນ ການຊອກຫາທ່ານ ສົມບັດ ສົມພອນ,  ດ້ວຍການອອກ ຫຼືຕັດ ບັນດານິຕິກັມຕ່າງໆ ທີ່ຈະເປັນບ່ອນອີງ ໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ປະຕິບັດໜ້າທີ່ ຕາມກົດໝາຍ ດັ່ງຈະເຫັນໄດ້ວ່າ ມາດຕຣາ 210, ອີງຕາມກົດໝາຍອາຍາ ສບັບປັບປຸງ ທີ່ກຳລັງຈະຖືກນຳສເນີ ເພື່ອຮັບຮອງ ໃນກອງປະຊຸມ ສະພາແຫ່ງຊາຕ ໃນອະນາຄົດອັນໃກ້ນີ້, ທີ່ຣະບຸເຖິງ ໂທສທາງອາຍາ ທີ່ທາງການລາວເອີ້ນວ່າ ‘ການຫາຍສາບສູນດ້ວຍການບັງຄັບ’ ນັ້ນ, ກໍໄດ້ຖືກສເນີຕັດອອກ ໃນກົດໝາຍ ສບັບດັ່ງກ່າວ. ດັ່ງທີ່ທ່ານ ໄຊສີ ສັນຕິວົງ, ຣັຖມົນຕຣີກະຊວງຍຸຕິທັມ ຂອງລາວ ໄດ້ກ່າວ ເມື່ອກອງປະຊຸມສພາແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 8 ເມື່ອເດືອນພຶສພາ 2017 ທີ່ຜ່ານມານັ້ນວ່າ:

“ການຫາຍສາບສູນ ດ້ວຍການບັງຄັບ, ມາດຕຣາ 212 ໃນເມື່ອກ່ອນ, ໄດ້ຄົ້ນຄວ້າແລ້ວເຫັນວ່າ ຍັງບໍ່ທັນຈຳເປັນກຳນົດ ເຂົ້າໃນກົດໝາຍອາຍາສະບັບນີ້ເທື່ອ ເນື່ອງຈາກວ່າ ສປປລາວ ເຖິງວ່າ ໄດ້ເຊັນສົນທິສັນຍາ ກ່ຽວຂ້ອງກັບບັນຫານີ້, ແຕ່ຍັງບໍ່ທັນໄດ້ໃຫ້ ສັຕຍາບັນ ສະນັ້ນ ຈຶ່ງໄດ້ຕັດມາດຕຣານີ້ອອກ.”

ກ່ຽວກັບ ຈຸດນີ້, ທ່ານ ວັນລັງ ຄຳສຸກ, ນັກເຄື່ອນໄຫວ ດ້ານສິດທິມະນຸສ ແລະ ຮອງປະທານອົງການ ພັນທມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສະຫະຣັຖອາເມຣິກາ, ໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ໃນວັນທີ 13 ທັນວາ ນີ້ວ່າ ໃນເມື່ອທາງການລາວ ພຍາມທີ່ ຈະຕັດບາງມາຕຣາ ກ່ຽວກັບ ການບັງຄັບໃຫ້ຫາຍສາບສູນ ອອກຈາກກົດໝາຍອາຍາ ສບັບປັບປຸງ ມັນໄດ້ສແດງໃຫ້ເຫັນເຈຕນາ ທີ່ຈະແຈ້ງວ່າ ຣັຖບານລາວ ຂາດຄວາມຮັບຜິດຊອບ ຕໍ່ພົລເມືອງ ຂອງຕົນເອງ.

“ກ່ຽວກັບ ເຣື້ອງບັງຄັບໃຫ້ຫາຍສາບສູນ ມັນເປັນເຣື້ອງ ທີ່ຜິດກົດໝາຍ ຕໍ່ປະຊາຊົນ. ບາດນີ້, ໄລຍະໃໝ່ໆມານີ້ ຕາມອ້າງອີງ ຄຳປະກາດສະຫາຍ ໄຊສີ ສັນຕິວົງ ຢູ່ໃນກອງປະຊຸມສພາຫັ້ນ ຢາກມີ ຄວາມພຍາຍາມ ຢາກຈະລົບລ້າງກົດໝາຍ 212 ນີ້ ຫຼືວ່າ ສບັບປັບປຸງໃໝ່ນີ້ ເພິ່ນກະຢາກເວົ້າຢູ່. ແຕ່ວ່າ ທີ່ຈິງ ແລ້ວ ເນື້ອໃນ ລະຢາກຈະລົບລ້າງກົດໝາຍ ກ່ຽວກັບ ເຣື່ອງການບັງຄັບ ໃຫ້ຫາຍສາບສູນ ບໍ່ໃຫ້ມີຢູ່ໃນ ມາຕຣາຂອງກົດໝາຍລາວເລີຍ. ຄັນມີ ເຈຕນາ ດັ່ງກ່າວນີ້ແລ້ວ, ກະສແດງວ່າ ທາງຣັຖບານລາວ ຫຼືວ່າ ຄນະ ສປປລາວນີ້ ທາງການ ຂອງລາວນີ້ ຢາກຈະຕັດກົດໝາຍນີ້ອອກ: 1 ເພື່ອບໍ່ຢາກຈະມີ ບັນຫາ ລະກະບໍ່ຢາກເອົາ ຄວາມຮັບຜິດຊອບ. 2 ມາກະຢາກຕັດບັນຫາ ກ່ຽວກັບ ການບັງຄັບໃຊ້ ຂອງສາກົນກົດສິທທິ ຂອງມະນຸສ, ເຊິ່ງວ່າ ເປັນກົດໝາຍ ອັນສຳຄັນ ໃນການຫາຍສາບສູນ ແລະ ລາວນີ້ ພຍາຍາມຈະອອກຈາກ ບ້ວງການຮັດກຸມ ດັ່ງກ່າວນີ້ ບໍ່ຢາກຕອບບັນຫານີ້ ກັບສາກົນ ເນື່ອງຈາກວ່າ ລາວເອງກະມີ ບັນຫາມາແລ້ວ ໃນການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ.”

ເຖິງວ່າ ການລັກພາໂຕທ່ານ ສົມບັດ ສົມພອນ ຈະໄດ້ຜ່ານໄປເປັນເວລາ 2 ພັນປາຍມື້ ແລ້ວກໍຕາມ, ແຕ່ກຸ່ມນັກເຄື່ອນໄຫວ ແລະ ປົກປ້ອງສິທທິມນຸສສາກົນ ກໍຍັງສືບຕໍ່ ທວງຖາມ ຣັຖບານລາວ ໃຫ້ເປີດເຜີຍ ການສືບສວນ-ສອບສວນ ກໍຣະນີດັ່ງກ່າວ ຢ່າງກົງໄປກົງມາ ແລະ ເປັນຮູບປະທັມ ເພາະມັນເປັນ ໜ້າທີ່ຮັບຜິດຊອບ ໂດຍກົງ ຂອງຣັຖບານລາວ ທີ່ຕ້ອງໄດ້ຊອກຫາ ແລະ ຊ່ອຍເຫຼືອ ພົລເມືອງ ຂອງຕົນ ເມື່ອເຂົາເຈົ້າ ຕົກຢູ່ໃນພັຍອັນຕະຣາຍ.
ສບາຍດີ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.