ທາງການລາວກວດ ຊັບສິນ ທ.ສົມບັດ

ວິທະຍຸເອເຊຍເສລີ: 18 ພຶດສະພາ 2019

ເຈົ້າໜ້າທີ່ທາງການລາວ ກຳລັງກວດສອບຊັບສິນ ຂອງ ທ່ານ ສົມບັດ ສົມພອນ ສ່ວນການຊອກຫາ ທ່ານ ສົມບັດ ສົມພອນ ນັ້ນຍັງບໍ່ທັນ ມີຄວາມຄືບໜ້າ, ດັ່ງ ຍານາງ ອຶງ ຊຸຍ ເມັງ ພັລຍາຂອງທ່ານ ສົມບັດ ສົມພອນ ໄດ້ເວົ້າຕໍ່ວິທຍຸເອເຊັຽຍເສຣີ ເນື່ືອງໃນສັປດາສາກົລ ວ່າດ້ວຍການ ຕ້ານການບັງຄັັບບຸກຄົນ ຫາຍສາບສູນ ເມື່ອ 28 ພຶສພາ ວ່າ:

“ປັດຈຸບັນ ເຈົ້າໜ້າທີ່ລາວເວົ້າວ່າ ພວກເຂົາກຳລັງກວດສອບຊັບສິນ ຂອງທ່ານ ສົມບັດ ສົມພອນ ເພາະວ່າພວກເພິ່ນຮູ້ສຶກ ແລະ ເວົ້າວ່າ ທ່ານ ສົມບັດ ມີຊັບສິນຫຼາຍ ແລະ ທາງເຈົ້າໜ້າທີ່ ກໍຢາກຮູ້ວ່າ ທ່ານໄດ້ຊັບສິນເລົ່ານີ້ມາແນວໃດ.”

ຍາງນາງ ອຶງ ຊຸຍ ເມັງ ເວົ້າຕື່ມວ່າ ເຈົ້າໜ້າທີ່ທາງການລາວ ແຈ້ງໃຫ້ເຈົ້າໜ້າທີ່ການທູດຮູ້ວ່າ ຕອນນີ້ ເຈົ້າໜ້າທີ່ກຳລັງກວດສອບຊັບສິນ ຂອງທ່ານສົມບັດ ຍ້ອນຂະເຈົ້າຢາກຮູ້ວ່າຊັບສິນນັ້ນ ໄດ້ມາແນວໃດ ແທນທີ່ເຈົ້າໜ້າທີ່ ຈະເວົ້ານຳຂ້ອຍ ກ່ຽວກັບວ່າ ສົມບັດ ມີຊັບສິນ ຫຍັງແດ່ ແຕ່ພັດໄປເວົ້າ ກັບນັກການທູດ:

“ກໍຣະນີລັກພາໂຕ ທ່ານສົມບັດ ສົມພອນ ໄດ້ຖືກຍົກຂຶ້ນມາເວົ້າ ຢູ່ໃນກອງປະຊຸມ ວ່າດ້ວຍການຕ້ານ ການການບັງຄັບ ບຸກຄົນໃຫ້ ຫາຍສາບສູນ ແຕ່ວ່າຣັຖບານລາວ ບໍ່ເຮັດຫຍັງ ແລະ ມັນແຈ້ງຂາວ ແລ້ວວ່າ ຣັຖບາລາ ວບໍ່ແກ້ໄຂບັນຫານີ້.”

ສ່ວນເຈົ້າໜ້າທີ່ການທູດສາກົລ ຈາກສະຫະພາບຢູໂຣບ, ອັງກິດ ຢູ່ລາວ ກໍໄດ້ທວງຖາມເຈົ້າໜ້າທີ່ທາງການລາວ ແຕ່ກໍໄດ້ຮັບຄຳຕອບວ່າ ກຳລັງສອບສວນຢູ່ ດັ່ງທ່ານ Phil Robertson ຮອງຜູ້ອຳນວຍການ ອົງການອົງການສີ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດ ເອເຊັຽ-ແປຊີຟິກ ໃຫ້ຄຳຄິດເຫັນຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ທາງການລາວ ຍັງປົກປິດຄວາມຮັບຜິດຊອບ ໃນການຊອກຫາທ່ານສົມບັດ ສົມພອນ ຢ່າງເປັນຣະບົບ ແລະ ຜູ້ມີອຳນາດກໍພະຍາຍາມ ເຮັດໃຫ້ຄວາມຫວັງຂອງຄອບຄົວ ທ່ານສົມບັດ ເຫຼືອໜ້ອຍລົງ ໃນຂນະທີ່ ເຈົ້າໜ້າທີ່ພະຍາຍາມຫຼີ້ນເກມ ດ້ວຍການການກວດສອບ ຊັບສິນ ຂອງສົມບັດ ໂດຍບໍ່ໄດ້ຂໍຄຳຍິນຍອມ ຄອບຄົວຂອງທ່ານ.

ຕໍ່ບັນຫາດັ່ງກ່າວ ທາງການລາວ ຍັງບໍ່ທັນໄດ້ອອກມາຖແລງ ເຖິງຣາຍຣະອຽດກ່ຽວກັບທ່ານ ສົມບັດ ສົມພອນ ຫາຍສາບສູນ ໂດຍສະເພາະ ແມ່ນ ພາກສ່ວນທີ່ກ່ຽວຂ້ອງກັບວຽກງານສິດທິມະນຸດ.

ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ຢູ່່ຕໍ່ໜ້າປ້ອມຍາມຕຳຣວດ ເຂດໂຮງຮຽນການຊ່າງ ລາວ-ເຢັຽລະມັນ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ເມື່ອວັນທີ 15 ທັນວາ 2012. ປັດຈຸບັນ ທ່ານໄດ້ຫາຍສາບສູນເປັນເວລາ 6 ປີເຄີ່ງແລ້ວ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.