ວັນຜູ້ຫາຍສາບສູນ ສາກົນ 30 ສິງຫາ

ວິທະຍຸເອເຊຍເສລີ: 30 ສິງຫາ 2019

ເນື່ອງໃນ “ວັນຜູ້ຫາຍສາບສູນ ສາກົນ” ຫຼາຍອົງກອນ ໄດ້ມີການຈັດເສວະນາ ເພື່ອຊຸກຍູ້ ໃຫ້ ຜູ້ນໍາຂອງທຸກປະເທດ ເອົາໃຈໃສ່ ໃນບັນຫານີ້ ຢ່າງຈິງຈັງ.

ນັບຕັ້ງແຕ່ ທ່ານ ສົມບັດ ສົມພອນ ນັກພັທນາກອນ ດີເດັ່ນ ຂອງລາວ ໄດ້ຖືກລັກພາຕົວໄປ ຢູ່ຕໍ່ໜ້າປ້ອມຕໍາຣວດ ໃນ ນະຄອນຫລວງ ວຽງຈັນ ເມື່ອວັນທີ 15 ທັນວາ ປີ 2012 ຈົນມາຮອດມື້ນີ້ ໃກ້ຄົບຮອບ 7 ປີ ແລ້ວແຕ່ກໍຍັງບໍ່ມີຮ່ອງຮອຍໃດໆເທື່ອ. ແລະການສືບສວນຫາ ທ່ານ ຂອງທາງການລາວ ກໍຍັງບໍ່ມີຄວາມຄືບໜ້າ ແນວໃດເລີຍ, ດັ່ງ ມາດາມ ອຶງ ຊຸຍເມັງ ພັລຍາ ຂອງ ທ່ານ ກ່າວຕໍ່ RFA ທີ່ ມະຫາວິທຍາໄລ ທັມມະສາດ ບາງກອກ ປະເທດໄທ ໃນມື້ວັນທີ 30 ສິງຫາ ຊຶ່ງກົງກັບວັນສາກົລ ເພື່ອຜູ້ຫາຍສາບສູນນັ້ນ ວ່າ

“ໜ້າເສົ້າແລະເສັຽໃຈຫລາຍ ເພາະວ່າຫລັງຈາກ 7 ປີ ແລ້ວບໍ່ມີອັນໃດທີ່ວ່າ ຄືບໜ້າ ເຈົ້າໜ້າທີ່ກະບໍ່ໄດ້ ເອົາຈິງເອົາຈັງ ເຈົ້າໜ້າທີ່ກະວ່າ ຍັງສືບສວນ ຢູ່. ຖ້າວ່າເຈົ້າໜ້າທີ່ ເອົາຈິງ ເອົາຈັງ ຂ້າພະເຈົ້າ ຄຶດວ່າຕ້ອງມີ ຂໍ້ມູນອັນໃດອັນນຶ່ງ ສູ່ຄອບຄົວ ແຕ່ວ່າຫລັງຈາກ 7 ປີ ກະມີແຕ່ວ່າບໍ່ມີ ຫຍັງບໍ່ຮູ້ບໍ່ເຫັນ.”

ພ້ອມດຽວກັນນີ້ມາດາມ ຍັງຢືນຢັນວ່າຈະສືບຕໍ່ ຖາມຄວາມຄືບໜ້າ ຈາກຣັຖບານລາວ ຈົນກວ່າຈະຮູ້ຄໍາຕອບ ຄັກແນ່ກ່ຽວກັບທ່ານ ສົມບັດ ສົມພອນ ເຖິງເວລາຈະຜ່ານໄປ ດົນປານໃດກໍຕາມ ຍ້ອນເປັນວິທີດຽວທີ່ ມາດາມ ສາມາດເຮັດໄດ້.

ພ້ອມດຽວກັນນີ້ ມາດາມກໍຮຽກ ຮ້ອງບໍ່ໃຫ້ຊາວໂລກ ລືມຊື່ ສົມບັດ ສົມພອນ ຜູ້ໄດ້ຖືກໃຫ້ຫາຍສາບສູນໄປ, ແລະກໍຊ່ວຍເປັນກໍາລັງໃຈ ໃນການຕິດຕາມຄວາມຄືບໜ້າ ໃນເຣື່ອງນີ້ ນໍາດ້ວຍ.

ທາງດ້ານ ຍານາງ ອັງຄະນາ ນີລະໄພຈິດ ຕົວແທນ ຜູ້ເສັຽຫາຍ ຈາກການບັງຄັບໃຫ້ຫາຍສາບສູນ ໃນປະເທດໄທ ກໍກ່າວໃນມື້ດຽວກັນນີ້ ໂດຍຮຽກຮ້ອງໃຫ້ຣັຖບານ ຫຼາຍປະເທດ ໃນອາຊຽນ ອອກກົດໝາຍຄຸ້ມຄອງ ແລະຮັກສາຄວາມປອດໄພ ຂອງຄົນພາຍໃນປະເທດ, ດັ່ງຍານາງກ່າວຕອນນຶ່ງວ່າ:

“ຂ້າພະເຈົ້າຢາກຂໍໃຫ້ຫລາຍປະເທດ ໃນອາຊຽນ ໃຫ້ສັດຕະຍາບັນ ອະນຸສັນຍາ ຄົນຫາຍສາບສູນ ຂອງ ສະຫະປະຊາຊາດ, ໃຫ້ມີກົດໝາຍພາຍ ໃນປະເທດ ເພື່ອຄຸ້ມຄອງ ບໍ່ໃຫ້ ເຈົ້າໜ້າທີ່ ບາງຄົນລັກພາຕົວ ແລະເຮັດໃຫ້ມີຄົນຫາຍສາບສູນ ຕື່ມອີກ ພ້ອມທັງໃຫ້ມີການເບິ່ງແຍງຄອບຄົວ ຂອງຜູ້ຖືກບັງຄັບໃຫ້ຫາຍສາບສູນນໍາ.”

ທາງດ້ານ ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການ ສິດທິມະນຸດ Human Rights Watch ປະຈໍາຂົງເຂດເອເຊັຽ-ປາຊີຟິກ ກໍກ່າວເຖິງການຊອກຫາ ທ່ານ ສົມບັດ ສົມພອນ ວ່າປັດຈຸບັນ ທາງການລາວໄດ້ເຊົາ ສືບສວນຫາທ່ານ ສົມບັດ ສົມພອນ ແລ້ວ:

“ຣັຖບານລາວ ບໍ່ໄດ້ເຮັດຫຍັງ ທີ່ຈະຊ່ອຍຄອບຄົວຂອງ ທ່ານ ສົມບັດ ສົມພອນ ວ່າຫາຍໄປໃສເນາະ ຣັຖບານລາວຕອນນີ້ ຍັງປະຕິເສດ ເບິດ ບໍ່ເຮັດຫຍັງທີ່ຈະຊ່ວຍໜ້ອຍນຶ່ງ.”

ທາງດ້ານ ທ່ານ Andrea Giorgetta ຜູ້ອໍານວຍການສະຫະພັນສາກົນ ເພື່ອສິດທິມະນຸດ ຫລື FIDL ກໍກ່າວເຖິງຣັຖບານລາວວ່າ:

“ສິ່ງທີ່ເຮົາເຫັນ ຣັຖບານລາວບໍ່ພຽງແຕ່ ບໍ່ສືບສວນຫາ ວ່າຊະຕາກັມຂອງ ທ່ານ ສົມບັດ ສົມພອນ ເປັນຢ່າງໃດແລ້ວຍັງກ່າວໂຈມຕີ ຄອບຄົວຂອງ ທ່ານ ນໍາອີກ ຊຶ່ງເປັນການ ກະທໍາທີ່ໜ້າເສັຽໃຈຫລາຍ ສໍາລັບຄອບຄົວຂອງ ທ່ານ ໃນຂນະທີ່ພວກເຮົາຈະຈັດພິທີ ລໍາລຶກຄົບຮອບ 7 ປີຂອງການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໃນມໍ່ໆນີ້.”

ຢ່າງໃດກໍຕາມ ເມື່ອເດືອນພຶສພາປີນີ້ ເຈົ້າໜ້າທີ່ ທາງການລາວ ຍັງໄດ້ກວດສອບຊັບສິນຂອງ ທ່ານ ສົມບັດ ສົມພອນ ໂດຍໃຫ້ເຫດຜົລ ວ່າ ທ່ານ ມີຊັບສິນຫລາຍ ຊຶ່ງທາງ ເຈົ້າໜ້າທີ່ຢາກຮູ້ວ່າ ທ່ານ ໄດ້ຊັບສິນເຫລົ່ານັ້ນ ມາແນວໃດກັນແທ້, ຕາມຄໍາເວົ້າຂອງ ພັລຍາ ທ່ານ ສົມບັດ ສົມພອນ ແຕ່ເມື່ອທາງ RFA ຕິດຕໍ່ໄປຫາ ເຈົ້າໜ້າທີ່ຕໍາຣວດ ໃນນະຄອນຫລວງວຽງຈັນ ກໍບໍ່ມີເຈົ້າໜ້າທີ່ຄົນໃດ ຢາກໃຫ້ຄໍາເຫັນກ່ຽວກັບ ເຣື່ອງນີ້.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.